ເກີດເຫດວາງລະເບີດທະນາຄານ ຢູ່ປະເທດມຽນມາ ເສຍຊີວິດ 2 ບາດເຈັບຈຳນວນຫຼາຍ - ອິດສະຫຼະ

ເກີດເຫດວາງລະເບີດທະນາຄານ ຢູ່ປະເທດມຽນມາ ເສຍຊີວິດ 2 ບາດເຈັບຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21 ກຸມພາ 2018 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງມຽນມາເປີດເຜີຍວ່າ ເກີດເຫດລະເບີດພາຍໃນທະນາຄານໂຢມາ ສາຂາເມືອງລ່າສ້ຽວ ໃນລັດສານ ທາງພາກເໜືອຂອງມຽນມາເມື່ອວັນພຸດ 21 ກຸມພາ ທີ່ຜ່ານມາ, ແຮງລະເບີດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ເປັນພະນັກງານທະນາຄານເພດຍິງ ແລະ ບາດເຈັບອີກ 11 ຄົນ, ອາຄານໃກ້ຄຽງກໍ່ໄດ້ຮັບຄວາມເສຍຫາຍ ເພາະແຮງລະເບີດຂ້ອນຂ້າງແຮງ ນອກນັ້ນກໍ່ມີລົດອີກຫຼາຍຄັນທີ່ໄດ້ຮັບຄວາມເສຍຫາຍ.


ແຕ່ຍັງບໍ່ມີກຸ່ມໃດອອກມາປະກາດອ້າງຄວາມຮັບຜິດຊອບເຫດໂຈມຕີດ້ວຍລະເບີດໃນຄັ້ງນີ້ ເຊິ່ງລັດສານເປັນລັດທີ່ມີຫຼາຍກຸ່ມຊົນຊາດຊົນເຜົ່າອາໄສຢູ່ ແຕ່ການໂຈມຕີໃນເຂດຕົວເມືອງນັ້ນບໍ່ຄ່ອຍເກີດຂຶ້ນ.

ທ່ານ ຊໍ ເຕ ໂຄສົກລັດຖະບານມຽນມາຖະແຫຼງຜ່ານ facebook ວ່າ: ແມ່ຍິງຜູ້ບໍລິສຸດ 2 ຄົນ ຕ້ອງມາເສຍຊີວິດ ແລະ ປະຊາຊົນອີກ 11 ຄົນຕ້ອງມາບາດເຈັບເພາະເຫດລະເບີດຄັ້ງນີ້, ຂະນະທີ່ທະນາຄານໂຢມາ ອອກຖະແຫຼງການສະແດງຄວາມເສຍໃຈຕໍ່ການສູນເສຍທີ່ເກີດຂຶ້ນ ແລະ ຂໍຢືນຢັນຄວາມເປັນໜຶ່ງດຽວຂອງທະນາຄານພາຍໃຕ້ສະຖານະການທີ່ເສົ້າສະຫຼົດໃຈ, ສ່ວນຕຳຫຼວດໃນນະຄອນຫຼວງເນປີດໍ ກ່າວຢືນຢັນວ່າ ມີຜູ້ເສຍຊີວິດ ແລະ ຜູ້ບາດເຈັບແທ້ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອແລ້ວ.

ທີ່ຜ່ານມາ, ທ່ານ ນາງ ອອງ ຊານ ຊູຈີ ຜູ້ນຳຄົນປັດຈຸບັນຂອງມຽນມາທີ່ກ້າວຂຶ້ນສູ່ອຳນາດໃນປີ 2016 ພະຍາຍາມຊຸກດັນຂະບວນການສັນຕິພາບເປັນອັບດັບທຳອິດ ແຕ່ກໍ່ຕ້ອງຈັດສັນອຳນາດສ່ວນໜຶ່ງໃຫ້ກັບກອງທັບ.


No comments

Powered by Blogger.