ບໍລິສັດຈາກຈີນ ໄດ້ສຳປະທານທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ 30​ ປີ ມູນຄ່າ 1,300 ລ້ານໂດລາ - ອິດສະຫຼະ

ບໍລິສັດຈາກຈີນ ໄດ້ສຳປະທານທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ 30​ ປີ ມູນຄ່າ 1,300 ລ້ານໂດລາ



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 20 ກຸມພາ 2018 ທີ່ຜ່ານມາວ່າ:​ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ລາຍງານວ່າ ຄະນະລັດຖະບານລາວໄດ້ຕົກລົງອະນຸຍາດ ສຳປະທານໂຄງການກໍ່ສ້າງຖະໜົນຫຼວງ ຫຼື Highway ທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ໄປເມືອງວຽັງ ແຂວງວຽງຈັນ ໃຫ້ກຸ່ມບໍລິສັດ ຢຸນໜານ ວິສະວະກຳ ແລະ ກໍ່ສ້າງ ຈາກ ສປ.ຈີນ ເມື່ອບໍ່ດົນມານີ້, ໂດຍເປັນສ່ວນໜຶ່ງຂອງໂຄງການເຊື່ອມຕໍ່ທາງຫຼວງລະຫວ່າງລາວ-ຈີນ ທີ່ຢູ່ພາຍໃຕ້ແຜນການໜຶ່ງແລວທາງ-ໜຶ່ງເສັ້ນທາງ ທີ່ລິເລີ່ມໂດຍທ່ານ ສີ ຈິ້ນຜິງ ປະທານປະເທດຈີນ.

ໂຄງການກໍ່ສ້າງທາງຫຼວງວຽງຈັນ ຫາ ເມືອງວັງວຽງ ຈະມີໄລຍະທາງຍາວ 113.5 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງທາງຈະລາຈອນ ແບ່ງເປັນເບື້ອງລະ 2 ຊ່ອງທາງຈະລາຈອນ ທີ່ຄູ່ຂະໜານໄປກັບຖະໜົນເລກທີ 13 ເໜືອ ເລີ່ມຈາກແຍກສີເກີດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜ່ານເມືອງໂພນໂຮງ ຫາ ເມືອງຫິນເຫີບ ຫາບ້ານທ່າເຮືອ ແລະ ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງຈະໃຫ້ເງິນທຶນໃນມູນຄ່າລວມ 1,300 ລ້ານໂດລາສະຫະລັດ ທີ່ເປັນການຮ່ວມທຶນລະຫວ່າງລັດຖະບານລາວ ກັບ ກຸ່ມບໍລິສັດ ຢຸນໜານ ໃນອັດຕາສ່ວນ 5% ຕໍ່ 95% ຂອງການລົງທຶນ ໃນຮູບແບບ BOT ກໍ່ຄືບໍລິສັດເປັນຜູ້ລົງທຶນ ແລະ ເກັບເອົາຜົນປະໂຫຍດ ຈາກຄ່າທຳນຽມທາງ ແລ້ວຈຶ່ງໂອນໃຫ້ກັບລັດຖະບານລາວເມື່ອຄົບກຳນົດອາຍຸສຳປະທານ 30 ປີ, ໂດຍເລີ່ມແຕ່ປີ 2021 ເປັນຕົ້ນໄປ.

No comments

Powered by Blogger.