ລັດຖະບານສັ່ງປິດໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ທີ່ກໍ່ມົນລະພິດຮ້າຍແຮງ - ອິດສະຫຼະ

ລັດຖະບານສັ່ງປິດໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ທີ່ກໍ່ມົນລະພິດຮ້າຍແຮງ



ສູນຂໍ້ມູນຂ່າວສານ, ກະຊວງອຸດສາຫະກຳ ແລະ ການຄ້າລາຍງານເມື່ອວັນທີ 20​ ກຸມພາ 2018 ທີ່ຜ່ານມາວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການກ່ຽວກັບຜົນກະລົງຕິດຕາມກວດກາ ແລະ ເກັບຂໍ້ມູນໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ແລະ ໝໍ້ໄຟເກົ່າ ໃນທົ່ວປະເທດ ສະບັບເລກທີ 1855/ຫສນຍ.ກລຂ. ເພື່ອປ້ອງກັນ, ຄວາມຄຸມ ແລະ ຫຼຸດຜ່ອນມົນລະພິດທີ່ເກີດຈາກສານເຄມີເປັນພິດທີ່ບໍ່ສາມາດປ້ອງກັນໄດ້, ພ້ອມກັນນັ້ນ ກໍ່ເພື່ອຄົ້ນຄວ້າກ່ຽວກັບມາດຕະຖານ ແລະ ຄຸນນະພາບຂອງບັນດາໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ແລະ ໝໍ້ໄຟເກົ່າ ໂດຍສະເພາະການນຳເຂົ້າ ແລະ ການນຳໃຊ້ວັດຖຸດິບ (ເຄື່ອງອີເລັກໂຕນິກ ແລະ ໝໍ້ໄຟເກົ່າ).


ເພື່ອໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບຂອງສາກົນ, ບັນດາໂຮງງານແຍກ ແລະ ຫຼອມສິ່ງເສດເຫຼືອອີເລັກໂຕນິກ ແລະ ໝໍ້ໄຟເກົ່າຕ້ອງໄດ້ປະຕິບັດຕາມລະບຽບ ແລະ ການກຳນົດມາດຕະການຈາກກະຊວງທີ່ກ່ຽວຂ້ອງຢ່າງເຂັ້ມງວດ ໂດຍອີງຕາມບົດແນະນຳກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ,​ ເລກທີ 0744/ກຊສ, ລົງວັນທີ 11 ກຸມພາ 2015.

ກະຊວງອຸດສາຫະກຳ ແລະ ການຄ້າສົມທັບກັບທ້ອງຖິ່ນທີ່ກ່ຽວຂ້ອງກວດກາຄືນໂຮງງານທັງໝົດ 13 ແຫ່ງ, ໂດຍມີໂຮງງານ 1 ແຫ່ງຢູ່ນະຄອນຫຼວງວຽງຈັນ ແລະ 1 ແຫ່ງ ຢູ່ແຂວງຫຼວງນ້ຳທາແມ່ນໃຫ້ຢຸດຕິການຜະລິດຢ່າງຖາວອນ.

ເນື່ອງຈາກວ່າສະຖານທີ່ຕັ້ງຂອງໂຮງງານດັ່ງກ່າວບໍ່ເໝາະສົມກັບສະພາບແວດລ້ອມ ເຊິ່ງສາມາດເປັນມົນລະພິດຕໍ່ລະບົບນິເວດ ແລະ ຊຸມຊົນໃນເຂດອ້ອມແອ້ມຂອງທີ່ຕັ້ງໂຮງງານ.

ນອກຈາກນັ້ນ, ເພື່ອປະຕິບັດຕາມເປົ້າໝາຍທີ 3 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແມ່ນທິດທາງໜ້າທີ່ຫຼັກຂອງການບັນລຸການພັດທະນາຕົວເມືອງ ແລະ ຊົນນະບົດທີ່ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ, ສີຂຽວສະອາດ ແລະ ງາມຕາ ເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ, ມີສຸຂະພາບທີ່ແຂງແຮງ ແລະ ປອດໄພຈາກມົນລະພິດ.

ແຈ້ງການສະບັບດັ່ງກ່າວ, ສະແດງໃຫ້ເຫັນຈຸດຢືນຂອງລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ເຊິ່ງມັນຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອຮ່ວມກັນປົກປ້ອງ ຫຼື ຮັກສາສິ່ງແວດລ້ອມ.

No comments

Powered by Blogger.