ສ.ອາເມຣິກາລະບຸ ຜູ້ນຳຟິລິບປິນ ເປັນໄພຄຸກຄາມລະດັບພູມມິພາກ ສ້າງຄວາມບໍ່ພໍໃຈຢ່າງຍິ່ງໃຫ້ກັບຟິລິບປິນ - ອິດສະຫຼະ

ສ.ອາເມຣິກາລະບຸ ຜູ້ນຳຟິລິບປິນ ເປັນໄພຄຸກຄາມລະດັບພູມມິພາກ ສ້າງຄວາມບໍ່ພໍໃຈຢ່າງຍິ່ງໃຫ້ກັບຟິລິບປິນ



ສຳນັກຂ່າວຕ່າງປະເທດລາຍງານ 22​ ກຸມພາ 2018 ວ່າ: ທ່ານ ແຮຣີ ໂຣດ ໂຄສົກທຳນຽມປະທານປະເທດຟິລິບປິນ ກ່າວເມື່ອວັນພຸດ ທີ່ຜ່ານມາ ກ່ຽວກັບບົດລາຍງານການວິເຄາະ ປະຈຳປີ ວ່າດ້ວຍການປະເມີນໄພຄຸກຄາມຈາກທົ່ວໂລກຕໍ່ສະຫະລັດ ອາເມຣິກາ ວ່າເປັນບົດລາຍງານທີ່ສະທ້ອນໃຫ້ເຫັນເຖິງວິໄສທັດອັນຄັບແຄບຂອງຜູ້ສ້າງບົດລາຍງານດັ່ງກ່າວ ແລະ ຂໍ້ມູນກໍ່ບໍ່ໄດ້ຢູ່ບົນພື້ນຖານຂອງຄວາມເປັນຈິງ, ເຊິ່ງການຖະແຫຼງດັ່ງກ່າວເກີດຂຶ້ນ ເນື່ອງຈາກສຳນັກງານຂ່າວກອງແຫ່ງຊາດຂອງສະຫະລັດ ອາເມຣິກາ ທີ່ປະກອບດ້ວຍໜ່ວຍງານ 17 ແຫ່ງ ລວມເຖິງສຳນັກຂ່າວກອງກາງ (CIA) ເຜີຍແຜ່ບົດລາຍງານປະເມີນໄພຄຸກຄາມຈາກທົ່ວໂລກຕໍ່ສະຫະລັດ ອາເມຣິກາ ເມື່ອວັນທີ 13 ກຸມພາ 2018 ທີ່ຜ່ານມາ ມີການລະບຸເຖິງທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນ ວ່າເປັນໄພຄຸກຄາມລະດັບພູມມິພາກ ທັງໃນດ້ານປະຊາທິປະໄຕ ແລະ ສິດທິມະນຸດ.
ເຊິ່ງທ່ານ ແຮຣີ ໂຣດ ໄດ້ກ່າວປົກປ້ອງຜູ້ນຳຂອງຕົນວ່າ ບໍ່ເຄີຍມີແນວທາງຈັດຕັ້ງລະບອບທີ່ຈະເປັນການທຳລາຍປະຊາທິປະໄຕ, ບໍ່ມີນະໂຍບາຍປະກາດເສິກສົງຄາມໃນທົ່ວປະເທດ ແລະ ບໍ່ໄດ້ຕ້ອງການສ້າງຕັ້ງລັດຖະບານປະຕິວັດແຫ່ງຊາດ, ທ່ານ ດູເຕເຕ ເປັນຜູ້ນຳທີ່ຢຶດໝັ້ນໃນຫຼັກລັດແຫ່ງກົດໝາຍ ແລະ ປະຕິບັດຕາມລັດຖະທຳມະນູນ, ຂະນະດຽວກັນ ໂຄສົກທຳນຽມປະທານປະເທດຟິລິບປິນຍັງກ່າວຕໍ່ໄປເຖິງເສລີພາບຂອງສື່ມວນຊົນໃນປະເທດວ່າ ສຳນັກຂ່າວທຸກແຫ່ງສາມາດນຳສະເໜີຂໍ້ມູນຂ່າວສານໄດ້ຢ່າງເສລີ.

ເຖິງຢ່າງໃດກໍ່ຕາມ, ທ່ານ ດູເຕເຕ ໄດ້ສັ່ງຫ້າມນັກຂ່າວຂອງ Rappler ເຊິ່ງເປັນສຳນັກຂ່າວອອນລາຍຊື່ດັ່ງຂອງຟິລິບປິນ ເຂົ້າໄປເຮັດຂ່າວຢູ່ພາຍໃນທຳນຽບປະທານປະເທດ ເຮັດໃຫ້ເກີດສຽງວິພາກວິຈານຈາກຫຼາຍຝ່າຍທັງພາຍໃນ ແລະ ຕ່າງປະເທດວ່າເປັນການຄຸກຄາມສື່ຢ່າງເປີດເຜີຍ ເຊິ່ງມາດຕະການດັ່ງກ່າວເກີດຂຶ້ນຫຼັງຈາກທີ່ Rappler ແລະ ສື່ໃຫຍ່ຂອງຟິລິບປິນຫຼາຍແຫ່ງສະເໜີບົດລາຍງານວ່າ ລັດຖະບານຟິລິບປິນແຊກແຊງຂໍ້ຕົກລົງການຈັດຊື້ເຮືອຮົບຂອງກອງທັບ ໂດຍທ່ານ ດູເຕເຕ ກໍ່ໄດ້ປະນາມວ່າ ບໍ່ມີມູນຄວາມຈິງ.

ນອກນີ້, ບົດລາຍງານຂອງປະຊາຄົມໜ່ວຍຂ່າວກອງສະຫະລັດ ອາເມຣິກາ ທີ່ລະບຸເຖິງໄພຄຸກຄາມໃນພູມມິພາກອາຊີຕາເວັນອອກສຽງໃຕ້ ນອກຈາກຜູ້ນຳຟິລິບປິນແລ້ວ ຍັງມີການກ່າວເຖິງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ແລະ ລັດຖະທຳມະນູນສະບັບປັດຈຸບັນຂອງໄທວ່າ ເປັນໄພຄຸກຄາມຕໍ່ລະບອບປະຊາທິປະໄຕໃນພູມມິພາກອີກດ້ວຍ.



No comments

Powered by Blogger.