ເຢຍລະມັນຫ້າມເຈົ້າໜ້າທີ່ລັດລະດັບສູງກຳປູເຈຍເຂົ້າປະເທດ ພ້ອມຮຽກຮ້ອງສະຫະພາບເອີຣົບ ໃຊ້ມາດຕະການດຽວກັນ - ອິດສະຫຼະ

ເຢຍລະມັນຫ້າມເຈົ້າໜ້າທີ່ລັດລະດັບສູງກຳປູເຈຍເຂົ້າປະເທດ ພ້ອມຮຽກຮ້ອງສະຫະພາບເອີຣົບ ໃຊ້ມາດຕະການດຽວກັນ



ສຳນັກຂ່າວຕ່າງປະເທດລາຍງານ 22 ກຸມພາ 2018 ວ່າ: ກະຊວງການຕ່າງປະເທດເຢຍລະມັນ ອອກຖະແຫຼງການເມື່ອວັນພຸດ ທີ່ຜ່ານມາ, ຢຸດຕິການອອກວີຊາພິເສດສຳລັບການເດີນທາງສ່ວນບຸກຄົນ ໃຫ້ແກ່ເຈົ້າໜ້າທີ່ລະດັບສູງຂອງລັດຖະບານກຳປູເຈຍ ແລະ ສະມາຊິກໃນຄອບຄົວ ເຊິ່ງລວມເຖິງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ ຕະຫຼອດຮອດທະຫານລະດັບສູງໃນກອງທັບ ແລະ ເຈົ້າໜ້າທີ່ລະດັບສູງຝ່າຍຕຸລາການຂອງກຳປູເຈຍອີກດ້ວຍ.

ນອກຈາກນີ້, ລັດຖະບານເຢຍລະມັນໄດ້ສະເໜີເລື່ອງດັ່ງກ່າວໄປຍັງປະເທດສະມາຊິກສະຫະພາບເອີຣົບ ໃຫ້ດຳເນີນມາດຕະການແບບດຽວກັນ ເພື່ອສະແດງຈຸດຢືນຄັດຄ້ານ ແລະ ຕອບໂຕ້ການທີ່ລັດຖະບານຂອງສົມເດັດ ຮຸນ ເຊນ ໃຊ້ມາດຕະການທີ່ບໍ່ເປັນທຳຕໍ່ສື່ມວນຊົນໃນກຳປູເຈຍ, ອົງກອນອິດສະຫຼະ ຫຼື NGO ແລະ ຝ່າຍການເມືອງກົງຂ້າມ ໃນໄລຍະກ່ອນຈະມີການເລືອກຕັ້ງທົ່ວໄປ ໃນວັນທີ 29 ກໍລະກົດ 2018 ນີ້, ໂດຍສະເພາະ ກໍລະນີຂອງພັກກູ້ຊາດກຳປູເຈຍ (ພັກຝ່າຍຄ້ານ) ທີ່ຖືກສານສັ່ງໃຫ້ຍຸບພັກ ເມື່ອທ້າຍເດືອນພະຈິກ 2017 ແລະ ການດຳເນີນຄະດີອາຍາໃນຂໍ້ຫາວ່າທ່ານ ເຂັມ ສຸຂາ ຫົວໜ້າພັກຝ່າຍຄ້ານເປັນກະບົດ.

ໃນດ້ານຂອງທ່ານ ສົກ ອີສານ ໂຄສົກພັກປະຊາຊົນກຳປູເຈຍຂອງສົມເດັດ ຮຸນ ເຊນ ກ່າວວ່າ ລັດຖະບານກຳປູເຈຍບໍ່ໄດ້ຮັບແຈ້ງເລື່ອງດັ່ງກ່າວຈາກລັດຖະບານເຢຍລະມັນ, ແຕ່ເຖິງຢ່າງໃດກໍ່ຕາມ ບຸກຄົນທີ່ກ່ຽວຂ້ອງບໍ່ມີບັນຫາ ກັບການທີ່ບໍ່ສາມາດເດີນທາງໄປເຢຍລະມັນໄດ້ອີກ, ການເຄື່ອນໄຫວດັ່ງກ່າວຂອງເຢຍລະມັນ ເປັນໄປຕາມກະແສຂ່າວທີ່ແຜ່ກະຈາຍໃນກຳປູເຈຍຕະຫຼອດອາທິດນີ້ ແລະ ເກີດຂຶ້ນຫຼັງຈາກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ປະກາດມາດຕະການດຽວກັນນີ້ເມື່ອເດືອນທັນວາ 2017 ສຳລັບຜູ້ຖືສັນຊາດກຳປູເຈຍ ບຸກຄົນໃດກໍ່ຕາມ ທີ່ມີພຶດຕິກຳເປັນອຸປະສັກຕໍ່ຂະບວນການປະຊາທິປະໄຕ ແຕ່ບໍ່ໄດ້ມີການລະບຸຊື່ ແຕ່ທຸກຝ່າຍເຊື່ອວ່າໝາຍເຖິງສົມເດັດ ຮຸນ ເຊນ ແລະ ເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະບານກຳປູເຈຍຊຸດປັດຈຸບັນ.

ຂະນະທີ່ສົມເດັດ ຮຸນ ເຊນ ກ່າວເຖິງການປະຊຸມສຸດຍອດຜູ້ນຳອາຊຽນ-ອົດສະຕຣາລີ ສະໄໝພິເສດ ທີ່ທ່ານ ແມລຄໍ້າ ເທີນບູລ ນາຍົກລັດຖະມົນຕີອົດສະຕຣາລີ ຈະເປັນເຈົ້າພາບຈັດຂຶ້ນທີ່ເມືອງຊິດນີ ໃນກາງເດືອນໜ້າວ່າ ທ່ານຈະບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຫຼື ເຂົ້າຮ່ວມແຕ່ກໍ່ຈະໃຊ້ສິດຢຸດຢັ້ງການອອກຖະແຫຼງການຮ່ວມ ພ້ອມທັງເຕືອນການໃຊ້ມາດຕະການຂັ້ນເດັດຂາດ ກັບກຸ່ມຜູ້ປະທ້ວງຕໍ່ຕ້ານທ່ານ ໃນລະຫວ່າງການປະຊຸມທີ່ອົດສະຕຣາລີດັ່ງນີ້ດ້ວຍ ໂດຍສົມເດັດ ຮຸນ ເຊນ ອ້າງການໄດ້ຮັບເບາະແສວ່າ ກຸ່ມປະເທດຕາເວັນຕົກຈະໃຊ້ການປະຊຸມໃນຄັ້ງນີ້ ເພີ່ມແຮງກົດດັນທາງການເມືອງແກ້ຜູ້ນຳກຳປູເຈຍ.

No comments

Powered by Blogger.