ດິນຊຸເຈື່ອນ ຝັງຊາວນາທັງເປັນກວ່າ 20 ຊີວິດ ທີ່ປະເທດອິນໂດເນເຊຍ - ອິດສະຫຼະ

ດິນຊຸເຈື່ອນ ຝັງຊາວນາທັງເປັນກວ່າ 20 ຊີວິດ ທີ່ປະເທດອິນໂດເນເຊຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22​ ກຸມພາ 2018 ທີ່ຜ່ານມາວ່າ: ທ່ານ ຊູໂຕໂປ ປູໂວ ນະໂກຼໂຮ ໂຄສົກສຳນັກງານຫຼຸດຜ່ອນໄພພິບັດແຫ່ງຊາດອິນໂດເນເຊຍ ກ່າວວາໄດ້ຮັບແຈ້ງເຫດດິນພູຊຸເຈື່ອນມາທັບຖົມນາເຂົ້າຂອງປະຊາຊົນ ທີ່ບ້ານແຫ່ງໜຶ່ງໃນເມືອງເບຼເບສ ແຂວງຊວາກາງ ເມື່ອເວລາປະມານ 8:00 ໂມງ ຂອງວັນພະຫັດ (22 ກຸມພາ) ຈຶ່ງໄດ້ປະສານຂໍຄວາມຊ່ວຍເຫຼືອໄປຍັງຄ້າຍທະຫານຢູ່ແຂວງຊວາກາງ ເພື່ອສົ່ງທະຫານໄປຊ່ວຍເຫຼືອ.


ທ່ານ ອາປຣີຢັນໂຕ ຊູດາໂມໂຕ ຫົວໜ້າເຂດປົກຄອງທ້ອງຖິ່ນກ່າວວ່າ ເຫດເກີດຂຶ້ນຫຼັງຈາກຝົນຕົກແຮງຕໍ່ເນື່ອງກັນຫຼາຍມື້ໃນເຂດດັ່ງກ່າວ ເຊິ່ງຢູ່ຫ່າງຈາກນະຄອນຫຼວງຈາກາຕາ ໄປທາງຕາເວັນອອກຂັບລົດປະມານ 7 ຊົ່ວໂມງ ທະຫານໃຊ້ລົດຂຸດຕັກຂະໜາດໃຫຍ່ 2 ຄັນ ພ້ອມທັງໃຊ້ກຳລັງຄົນທີ່ລວມທັງອາສາສະໝັກ ແລະ ຊາວບ້ານ ເພື່ອຄົ້ນຫາຜູ້ສູນຫາຍ, ເບື້ອງຕົ້ນພົບຜູ້ເຄາະຮ້າຍເສຍຊີວິດແລ້ວ 5 ຄົນ ໄດ້ຮັບບາດເຈັບ 14 ຄົນ ແລະ ຍັງມີຜູ້ສູນຫາຍຄາດວ່າຄາຢູ່ໃນກອງຕົມກວ່າ 15 ຄົນ.

No comments

Powered by Blogger.