ຈຳນວນຜູ້ເສຍຊີວິດເພີ່ມສູງກວ່າ 400​ ຄົນ ແຕ່ຍັງບໍ່ສາມາດຕົກລົງຢຸດຍິງໄດ້ ໃນກູຕາ ຕາເວັນອອກຂອງຊີຣີ - ອິດສະຫຼະ

ຈຳນວນຜູ້ເສຍຊີວິດເພີ່ມສູງກວ່າ 400​ ຄົນ ແຕ່ຍັງບໍ່ສາມາດຕົກລົງຢຸດຍິງໄດ້ ໃນກູຕາ ຕາເວັນອອກຂອງຊີຣີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22​ ກຸມພາ 2018 ວ່າ: ສະມາຊິກຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຍັງບໍ່ສາມາດລົງມະຕິໄດ້ຕາມກຳນົດເວລາເມື່ອພະຫັດທີ່ຜ່ານມາ ວ່າດ້ວຍຄຳສັ່ງໃຫ້ມີການຢຸດຍິງເປັນເວລາ 30 ວັນ ໃນເຂດກູຕາ ຕາເວັນອອກ ຮອບນອກຈະຄອນຫຼວງດາມັດສະກັດ ປະເທດຊີຣີ ຕາມການສະເໜີຂອງຊູແອດ ແລະ ກູເວດ ເມື່ອທ່ານ ວາສຊິລີ ເນແບນເຊຍ ເອກອັກຄະລັດຖະທູດລັດເຊຍປະຈຳສະຫະປະຊາຊາດ ກ່າວຕໍ່ກອງປະຊຸມໃນນາທີ່ສຸດທ້າຍວ່າ ຂໍ້ສະເໜີດັ່ງກ່າວຍາກທີ່ຈະເປັນຄວາມຈິງ, ເຖິງຢ່າງໃດກໍ່ຕາມ ລັດເຊຍໄດ້ສະເໜີແກ້ໄຂຮ່າງຂໍ້ຕົກລົງດັ່ງກ່າວ ໃຫ້ມີເນື້ອໃນລະບຸໃຫ້ຄູ່ກໍລະນີທຸກຝ່າຍຢຸດຕິຄວາມຮຸນແຮງໃຫ້ໄວທີ່ສຸດ ແລະ ໃຫ້ການຮ່ວມມືໂດຍບໍ່ຕ້ອງມີເງື່ອນໄຂເພື່ອຢຸດຕິຄວາມຮຸນແຮງ ຮ່ວມກັນການຢຸດຕິສູ້ຮົບເພື່ອສະນຸດສະທຳເປັນເວລາ 30​ ວັນ.


ຂະນະດຽວກັນ ທ່ານ ວາສຊິລີ ເນເບນເຊຍ ຍັງປະນາມສື່ຕາເວັນຕົກກະແສຫຼັກຫຼາຍແຫ່ງ ທີ່ນຳສະເໜີຂ່າວການສູ້ຮົບໃນເຂດກູຕາ ຕາເວັນອອກ ໂດຍເນັ້ນເປົ້າພຽງປະຕິບັດການທາງຝ່າຍທະຫານຂອງລັດຖະບານຊີຣີ ແຕ່ເຈດຕະນາປ່ອຍປະການນຳສະເໜີຂໍ້ມູນຂ່າວສານວ່າກອງກຳລັງຝ່າຍກະບົດທີ່ລວມເຖິງກຸ່ມກໍ່ການຮ້າຍເຊັ່ນ: ກຸ່ມອັນ-ກໍອິດະ ຍັງໂຈມຕີເຂດຮອບນອກຂອງນະຄອນຫຼວງດາມັດສະກັດ ສ້າງຄວາມເສຍຫາຍໃຫ້ກັບໂຮງໝໍ ແລະ ໂຮງຮຽນຫຼາຍແຫ່ງ.

ໃນດ້ານຂອງທ່ານ ນາງ ເຄລລີ ຄູຣີ ອຸປະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ປະນາມລັດເຊຍວ່າ ຍັງຄົງພະຍາຍາມເຮັດທຸກວິທີທາງ ເພື່ອບໍ່ໃຫ້ມີການຢຸດຍິງໃນເຂດກູຕາ ຕາເວັນອອກ ແຕ່ທ່ານ ໂອລັອບ ສະຄູກ ເອກອັກຄະລັດຖະທູດຊູແອດ ປະຈຳສະຫະປະຊາຊາດ ກ່າວໃນກອງປະຊຸມວ່າຈະຫາທາງອອກທີ່ເໝາະສົມສຳລັບທຸກຝ່າຍ ເຊິ່ງຫາກຮ່າງມະຕິຂອງກູເວດ ແລະ ຊູແອດໄດ້ຮັບຄວາມເຫັນດີຈາກກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ການຢຸດຍິງໃນເຂດກູຕາ ຕາເວັນອອກເປັນເວລາ 30 ວັນ ຈະເກີດຂຶ້ນ ພາຍໃນ 72 ຊົ່ວໂມງ ແລະ ການອົບພະຍົບຜູ້ໄດ້ຮັບບາດເຈັບ ແລະ ຜູ້ປ່ວຍຈະເກີດຂຶ້ນພາຍໃນ 48 ຊົ່ວໂມງ ລວມທັງການສົ່ງມອບການຊ່ວຍເຫຼືອດ້ານມະນຸດໃຫ້ແກ່ປະຊາຊົນປະມານ 5.6 ລ້ານຄົນ ໃນຊຸມຊົນ 1,244 ແຫ່ງທົ່ວຊີຣີ.


ໃນເວລາດຽວກັນ ລາຍງານຂອງອົງກອນສັງເກດການດ້ານສິດທິມະນຸດຊີຣີ ລະບຸຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາ ຕາເວັນອອກເພີ່ມຂຶ້ນເປັນຢ່າງໜ້ອຍ 416 ຄົນ ນັບຕັ້ງແຕ່ຄືນວັນອາທິດ (18 ກຸມພາ) ທີ່ຜ່ານມາ, ສ່ວນຈຳນວນຜູ້ໄດ້ຮັບບາດເຈັບບໍ່ຕ່ຳກວ່າ 2,100 ຄົນ.


No comments

Powered by Blogger.