ເກົາຫຼີໃຕ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຂອງເກົາຫຼີເໜືອ ໃນໂອລິມປິກລະດູໜາວ ແລະ ເກົາຫຼີເໜືອຂອບໃຈສຳລັບມິດຕະພາບໃນຄັ້ງນີ້ - ອິດສະຫຼະ

ເກົາຫຼີໃຕ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຂອງເກົາຫຼີເໜືອ ໃນໂອລິມປິກລະດູໜາວ ແລະ ເກົາຫຼີເໜືອຂອບໃຈສຳລັບມິດຕະພາບໃນຄັ້ງນີ້



ສຳນັກຂ່າວຕ່າງປະເທດລາຍງານ 14 ກຸມພາ 2018 ວ່າ: ກະຊວງລວມຊາດເກົາຫຼີໃຕ້ອອກຖະແຫຼງການໃນວັນພຸດນີ້ວ່າ ລັດຖະບານເກົາຫຼີໃຕ້ຈະຮັບຜິດຊອບຄ່າໃຊ້ຈ່າຍຂອງຄະນະນັກສະແດງ, ກອງເຊຍ,​ ຜູ້ສື່ຂ່າວ ແລະ ເຈົ້າໜ້າທີ່ຝ່າຍສະໜັບສະໜູນຂອງເກົາຫຼີເໜືອຈຳນວນ 424 ຄົນ ທີ່ເດີນທາງຂ້າມແດນມາຮ່ວມກິດຈະກຳໃນງານກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ໃນຖານະແຂກຂອງລັດຖະບານເກົາຫຼີໃຕ້ ໂດຍຄະນະລັດຖະມົນຕີໄດ້ອະນຸມັດງົບພິເສດໃຫ້ເຖິງ 2,860 ລ້ານວອນ, ຂະນະທີ່ຄະນະກຳມະການໂອລິມປິກສາກົນ (IOC) ຈະຮັບຜິດຊອບຄ່າໃຊ້ຈ່າຍທັງໝົດສຳລັບນັກກີລາຂອງເກົາຫຼີເໜືອ 22 ຄົນ.


ເຊິ່ງການອະນຸມັດງົບປະມານພິເສດດັ່ງກ່າວຂອງເກົາຫຼີໃຕ້ຕໍ່ເກົາຫຼີເໜືອ ຖືເປັນຈຳນວນເງິນທີ່ຫຼາຍທີ່ສຸດເປັນປະຫວັດສາດ ທຳລາຍສະຖິຕິງົບປະມານໃນໄລຍະການແຂ່ງຂັນອາຊຽນເກມ ທີ່ເມືອງປູຊານ ເມື່ອປີ 2002 ທີ່ລັດຖະບານເກົາຫຼີໃຕ້ໃຊ້ງົບປະມານ 1,350 ລ້ານວອນ ໃນການເບິ່ງແຍງ ແລະ ຕ້ອນຮັບນັກກີລາຂອງເກົາຫຼີເໜືອທີ່ເຂົ້າຮ່ວມການແຂ່ງຂັນກີລາໃນຄັ້ງນັ້ນ.


ໂດຍທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ຕ້ອງການໃຫ້ການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງໃນຄັ້ງນີ້ ເປັນໂອລິມປິກແຫ່ງສັນຕິພາບ ລະຫວ່າງສອງເກົາຫຼີ ນອກຈາກນີ້, ທ່ານ ມູນ ແຈ-ອິນ ຍັງໄດ້ຕ້ອນຮັບ ແລະ ພົບປະຫາລືກັບຄະນະເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີເໜືອ ທີ່ນຳໂດຍທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີເໜືອ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນຖານະສົ່ງສານແທນອ້າຍ ເພື່ອເຊື່ອເຊີນໃຫ້ຜູ້ນຳເກົາຫຼີໃຕ້ໄປຢ້ຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການ ແລະ ສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າທ່ານ ຄິມ ຈອງ-ອຶນ ມີຄວາມປະທັບໃຈເປັນຢ່າງຍິ່ງ ແລະ ຂອບອົກຂອບໃຈເກົາຫຼີໃຕ້ສຳລັບມິດຕະພາບໃນຄັ້ງນີ້.



No comments

Powered by Blogger.