ເລັ່ງສຸດກຳລັງ ເພື່ອເກັບກູ້ລະເບີດບໍ່ທັນແຕກ ອອກຈາກແລວໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ - ອິດສະຫຼະ

ເລັ່ງສຸດກຳລັງ ເພື່ອເກັບກູ້ລະເບີດບໍ່ທັນແຕກ ອອກຈາກແລວໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ



ວິທະຍຸກະຈາຍສຽງແຫ່ງຊາດລາຍງານວ່າ: ກອງປະຊຸມສະຫລຸບວຽກງານຮອບດ້ານປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ກ່ຽວກັບການກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈັດຂຶ້ນໃນວັນທີ 13 ກຸມພາ 2018 ຜ່ານມາ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງຫຼວງພະບາງ ພາຍໃຕ້ການເປັນ ປະທານຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງ ປ້ອງກັນປະເທດ.


ກອງປະຊຸມໄດ້ຮັບຟັງການສະຫລຸບວຽກງານຮອບດ້ານກ່ຽວກັບວຽກງານກວດກູ້ລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນປີ 2017 ຜ່ານມາ ສະເໜີໂດຍ ພົນຕີ ຄໍາລຽງ ອຸທະໄກສອນ, ຮອງຫົວໜ້າກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳ ລວມວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ທ່ານໄດ້ຍົກໃຫ້ເຫັນປີຜ່ານມາ ໂດຍປະຕິບັດຕາມການມອບໝາຍຈາກລັດຖະບານໃຫ້ກະຊວງປ້ອງກັນປະ ເທດຮັບຜິດຊອບໂດຍກົງໃນວຽກງານກວດກູ້ ແລະ ທຳລາຍລະເບີດເພື່ອຮັບປະກັນຄວາມປອດໄພໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນໃຫ້ມີຄວາມປອດໄພຮອບດ້ານ. ກະຊວງປອ້ງກັນປະເທດ ໄດ້ຕົກລົງມອບໃຫ້ກົມໃຫຍ່ເສນາທິການເປັນຜູ້ຊີ້ນຳໂດຍກົງຕໍ່ການກວດກູ້ ແລະທຳລາຍລະເບີດທັງໝົດ 6 ຊ່ວງສັນຍາ ຫລື 6 ໄລຍະທາງຂອງໂຄງການ.

ຜ່ານການປະຕິບັດວຽກງານຕົວຈິງໃນປີຜ່ານມາ ສາມາດກວດກູ້ລະເບີດບໍ່ທັນແຕກສຳເລັດ ແລະ ໄດ້ຮັບການກວດກາຢັ້ງຢືນຄຸນນະພາບໄດ້ທັງໝົດ 1,026 ກ່ວາເຮັກຕາ, ໃນນີ້ມີເນື້ອທີ່ກວດກູ້ລະເບີດບໍ່ທັນແຕກຢູ່ພື້ນນ້ຳ 9 ກ່ວາເຮັກຕາ, ເນື້ອທີ່ຖາງປ່າອະນາໄມພື້ນທີ່ເພື່ອກວດກູ້ລະເບີດທັງໝົດ 571 ກ່ວາເຮັກຕາ, ສາມາດກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງໄດ້ 128 ໜ່ວຍ, ໃນນີ້ມີໂບມ ຫຼື ລະເບີດໃຫຍ່ 250 ປອນ ( 125 ກິໂລ ) ຈຳນວນ 02 ໜວ່ຍ ( ກວດກູ້ໄດ້ຢູ່ພື້ນທີ່ຂອງ ບ້ານ ພິກນອ້ຍ, ເມືອງ ຫຼວງພະບາງ 01 ໜວ່ຍ ແລະ ຢູ່ພື້ນທີ່ຂອງ ບ້ານ ລາດຫານເມືອງງາ, ແຂວງອຸດົມໄຊ 01 ໜວ່ຍ ), ກວດກູ້ຊີ້ນສ່ວນລະເບີດ ແລະ ໂລຫະຕ່າງໆ ໄດ້ທັງໝົດຈໍານວນ 211,562 ຊີ້ນສ່ວນ. ທຽບໃສ່ແຜນການທັງໝົດຂອງໂຄງການແມ່ນປະຕິບັດສຳເລັດແລ້ວປະ ມານ 40%.


ຮອງຫົວໜ້າກົມໃຫຍ່ເສນາທິການ, ກະຊວງປ້ອງກັນປະເທດ ຍັງຍົກໃຫ້ເຫັນຂໍ້ຫຍຸ້ງຍາກໃນການກວດກູ້ລະເບີດບໍ່ທັນແຕກອອກຈາກໂຄງການກໍ່ສ້າງທາງລົດໄຟລາວຈີນ ຜ່ານມາບາງບໍລິສັດຜູ້ຮັບ ເໝົາກໍ່ສ້າງບໍ່ສະໜອງຂໍ້ມູນພື້ນທີ່ກວດກູ້ໃຫ້ກອ່ນ, ໃນບາງໄລຍະສັນຍາຍັງບໍ່ທັນໃຫ້ການຮວ່ມມືດີເທົ່າທີ່ຄວນຕໍ່ວຽກງານການກວດກູ້ ແລະ ທຳລາຍລະເບີດ, ບາງບໍລິສັດດຳເນີນການກໍ່ສ້າງໄປກ່ອນການເປີດໂຄງການຢ່າງເປັນທາງການ ແລະ ໄດ້ດໍາເນີນການກໍ່ສ້າງຫຼາຍໆ ຈຸດໄປພ້ອມກັນໂດຍບໍ່ລໍຖ້າການກວດກູ້ລະເບີດກ່ອນເຮັດໃຫ້ບາງບ່ອນກວດກູ້ບໍ່ທັນ ແລະ ບໍ່ສາມາດກວດກູ້ຄືນໄດ້ ເພາະໄດ້ກໍ່ສ້າງໂຄງການໃສ່ແລ້ວ ໂດຍສະເພາະບ່ອນພັກຂອງກຳມະກອນ ແລະ ໂຮງໂມ້ສີມັງ, ພື້ນທີ່ກວດກູ້ບາງບອ່ນບໍ່ທັນໄກ່ເກ່ຍກັບປະຊາຊົນສຳເລັດຈຶ່ງບໍ່ສາມາດເຂົ້າໄປກວດກູ້ລະເບີດໄດ້ໂດຍສະເພາະແມ່ນໃນເຂດຕົວເມືອງແລະຊຸມຊົນທີ່ມີສິ່ງກິດຂວາງຫຼາຍເປັນຕົ້ນແມ່ນເຮືອນ ແລະ ເຂດທໍາການຜະລິດຂອງປະຊາຊົນເຮັດໃຫ້ການກວດກູ້ບໍ່ທັນໄດ້ຕາມແຜນການທີ່ກຳນົດໄວ້.  ນອກນີ້ ສະພາບດິນຟ້າອາກາດໃນລະດູຝົນໄດ້ເປັນອຸປະສັກ ແລະ ມີຜົນກະທົບໂດຍກົງຕໍ່ເຄື່ອງຈັກກວດກູ້ລະເບີດ ຕອ້ງໄດ້ຢຸດການກວດກູ້ໃນລະດູຝົນ 02 ເດືອນຈຶ່ງເຮັດໃຫ້ວຽກງານລ້າຊ້າລົງຕື່ມ.

ສ່ວນການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນໃນປີ 2018 ຈະສືບຕໍ່ກວດກູ້ລະເບີດອອກຈາກພື້ນທີ່ທີ່ຈະມີການກໍ່ສ້າງຕາມໃບສັ່ງວຽກຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ ແລະ ຕາມແຜນການການຂອງບໍລິສັດຜູ້ຮັບເໝົາກໍ່ສ້າງ ຄາດວ່າຈະມີເນື້ອທີ່ຕ້ອງສືບຕໍ່ກວດກູ້ທັງໝົດປະມານ 1,798.87 ເຮັກຕາ ໃນນີ້ປະກອບມີ: ແລວທາງ, ສະຖານີ, ບ່ອນຖີ້ມດີນແລະທາງຊອຍຕາມຂໍ້ມູນເນື້ອທີ່ທີ່ມີແລ້ວ ( ສ່ວນເນື້ອທີ່ບໍ່ດີນແລະບໍ່ຫີນແມ່ນຍັງບໍ່ທັນມີຂໍ້ມູນຈະຕອ້ງໄດ້ສົມທົບກັບບໍລິສັດກໍ່ສ້າງຕື່ມ ). ແນວໃດກໍຕາມ ການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄາດວ່າການເກັບກູ້ລະເບີດບໍ່ທັນແຕກອອກຈາກຈຸດສຳຄັນຂອງໂຄງການ ຄື: ແລວທາງ ແລະ ສະຖານີລົດໄຟຈະໃຫ້ສຳເລັດພາຍໃນປີ 2018 ນີ້.


ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການໂອ້ລົມຈາກພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ໂດຍທ່ານໄດ້ຊີ້ນຳຫຼາຍດ້ານເພື່ອເຮັດໃຫ້ການກວດກູ້ລະເບີດບໍ່ທັນແຕກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດດ້ວຍດີ ແລະ ສຳເລັດຕາມທີ່ລັດຖະບານສອງປະເທດລາວ-ຈີນໄດ້ກຳນົດເອົາໄວ້. ນອກນີ້ ຜູ້ແທນກອງປະຊຸມ ຍັງໄດ້ໄປຢ້ຽມຢາມສະໜາມກວດກູ້ລະເບີດບໍ່ທັນແຕກຢູ່ໃນໄລຍະທາງ ຫລື ຊ່ວງສັນຍາທີ 3 ແລະ ເບິ່ງການທຳລາຍລະເບີດບໍ່ທັນແຕກທີ່ເກັບກູ້ໄດ້ໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຈຳນວນ 68 ໝ່ວຍ, ລວມມີ 4 ຊະນິດຢູ່ບ້ານ ພິກນ້ອຍ ເມືອງ ແລະ ແຂວງ ຫລວງພະບາງ, ລວມເຖີງການທຳລາຍລະເບີດທີ່ກວດກູ້ໄດ້ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ ຈຳນວນ 300 ກ່ວາໜ່ວຍ, ລວມມີ 4 ຊະນິດ ໃນວັນທີ 14 ກຸມພາ 2018 ຕື່ມອີກ.

No comments

Powered by Blogger.