ຜູ້ຊ່ຽວຊານລັດເຊຍຄາດວ່າ ສາເຫດຍົນໂດຍສານ An-148 ພ້ອມ 71 ຊີວິດຕົກ ເປັນເພາະນ້ຳແຂງ - ອິດສະຫຼະ

ຜູ້ຊ່ຽວຊານລັດເຊຍຄາດວ່າ ສາເຫດຍົນໂດຍສານ An-148 ພ້ອມ 71 ຊີວິດຕົກ ເປັນເພາະນ້ຳແຂງ



ສຳນັກຂ່າວຕ່າງປະເທດລາຍງານ 14 ກຸມພາ 2018 ວ່າ: ຄະນະກຳມະການການບິນລະຫວ່າງລັດຂອງລັດເຊຍ ເຊິ່ງເຮັດໜ້າທີ່ໃນການສືບສວນອຸປະຕິເຫດຍົນໂດຍສານ Antonov An-148 ຂອງສາຍການບິນ Saratov Airlines ຖ້ຽວບິນທີ 6W703 ພ້ອມຜູ້ໂດຍສານ 65 ຄົນ ແລະ ເຈົ້າໜ້າທີ່ເທິງຍົນ 6 ຄົນ ອອກເດີນທາງທາງສະໜາມບິນໂດໂມເດໂດໂວ ນະຄອນຫຼວງມົດສະກູ ເມື່ອວັນອາທິດ (11 ກຸມພາ) ທີ່ຜ່ານມາ ມີຈຸດໝາຍປາຍທາງທີ່ເມືອງອັອກ ແຕ່ຕ້ອງມາປະສົບອຸປະຕິເຫດຍົນຕົກ ຫ່າງຈາກນະຄອນຫຼວງມົດສະກູໄປທາງທິດຕາເວັນອອກສຽງໃຕ້ 70 ກິໂລແມັດ, ພາຍຫຼັງບິນຂຶ້ນໄດ້ບໍ່ພໍເທົ່າໃດນາທີ ຜູ້ໂດຍສານ ແລະ ເຈົ້າໜ້າທີ່ເທິງຍົນເສຍຊີວິດທັງໝົດ 71 ຄົນ, ຄະນະກຳມະການການບິນລະຫວ່າງລັດລະບຸວ່າ ໃນລະຫວ່າງການບິນມີຂໍ້ມູນຄາດເຄື່ອນເລື່ອງຄວາມໄວຂອງຍົນ ເຊິ່ງອາດເປັນເພາະມີນ້ຳແຂງກໍ່ຕົວຢູ່ອຸປະກອນວັດຄວາມໄວລົມຂະນະທີ່ລະບົບສ້າງຄວາມຮ້ອນກໍ່ຖືກປິດໃນຂະນະນັ້ນ.


ຄະນະກຳມະການການບິນລະຫວ່າງລັດລະບຸອີກວ່າ ໄດ້ມີການກວດວິເຄາະເຄື່ອງບັນທຶກຂໍ້ມູນການບິນທັງໝົດແລ້ວ ແຕ່ຍັງຕ້ອງວິເຄາະຂໍ້ມູນບັນທຶກສຽງສົນທະນາພາຍໃນຫ້ອງນັກບິນ ແລະ ຍັງຈະຕ້ອງກວດສອບເບິ່ງອຸປະກອນວັດຄວາມໄວລົມວ່າມີຄວາມຄາດເຄື່ອນ ຫຼື ຜິດປົກກະຕິຫຼືບໍ່.

ອຸປະກອບວັດຄວາມໄວລົມທີ່ມີນ້ຳແຂງກໍ່ຕົວຕິດຢູ່ອຸປະກອນດັ່ງກ່າວ ເຄີຍເປັນສາເຫດສຳຄັນທີ່ເຮັດໃຫ້ຍົນໂດຍສານຂອງສາຍການບິນ Air France ຖ້ຽວບິນ 447 ຕົກໃນມະຫາສະມຸດອັດລັງຕິກ ເມື່ອປີ 2009 ມີຜູ້ເສຍຊີວິດ 228 ຄົນ.




No comments

Powered by Blogger.