ປ.ທຣຳ ຕ້ອງການໃຫ້ NASA ຖອນຕົວຈາກສະຖານີອະວະກາດນານາຊາດ - ອິດສະຫຼະ

ປ.ທຣຳ ຕ້ອງການໃຫ້ NASA ຖອນຕົວຈາກສະຖານີອະວະກາດນານາຊາດ



ສຳນັກຂ່າວຕ່າງປະເທດລາຍງານ 14 ກຸມພາ 2018 ວ່າ: ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດຂອງສະຫະລັດ ອາເມຣິກາ (NASA) ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ: NASA ເປັນໜ່ວຍງານທີ່ສົ່ງເສີມຄວາມສາມາດຂອງມະນຸດໃນການສຳຫຼວດອະວະກາດອັນຫ່າງໄກ ໂດຍມີໂຄງການສຳຫຼວດດວງຈັນເປັນຈຸດເລີ່ມຕົ້ນຂອງບາດກ້າວສູ້ຄວາມສຳເລັດ.


ຖະແຫຼງການດັ່ງກ່າວຂອງ NASA ອອກມາໃນເວລາດຽວກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຜີຍແຜ່ຮ່າງພິມຂຽວແຜນງົບປະມານສຳລັບສົກປີ 2019/2020 ທີ່ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ຕຸລາ 2018 ນີ້ ໂດຍເປັນການສະເໜີຕັ້ງງົບປະມານທັງໝົດສູງເຖິງ 4.4 ລ້ານລ້ານໂດລາສະຫະລັດ, ເຖິງແມ່ນວ່າຈະມີການສະເໜີໃຫ້ເພີ່ມງົບປະມານສະໜັບສະໜູນ NASA ອີກ 3% ເປັນ 19,600 ລ້ານໂດລາສະຫະລັດ ພາຍໃນປີໜ້າ ແຕ່ມີການລະບຸກ່ຽວກັບໂຄງການມູນຄ່າ 150 ລ້ານໂດລາສະຫະລັດໃນການໃຫ້ບໍລິສັດເອກະຊົນເປັນຜູ້ເຂົ້າມາດຳເນີນງານແທນ.

ປັດຈຸບັນມີບໍລິສັດອະວະກາດເອກະຊົນຂອງສະຫະລັດ ອາເມຣິກາ ມີ 2 ລາຍທີ່ມີສະຖານະອະວະກາດໂຄຈອນຢູ່ນອກໂລກຮ່ວມກັບສະຖານີອະວະກາດນານາຊາດ (ISS) ຄື: ນາໂນແຣັກ (NanoRacks) ແລະ ບິເກໂລ ແອໂຣສະເປສ (Bigelow Aerospace) ຂະນະທີ່ນັບຕັ້ງແຕ່ເຂົ້າຮ່ວມໂຄງການສະຖານີອະວະກາດນານາຊາດ (ISS) ເມື່ອປີ 1988 NASA ໃຊ້ງົບປະມານໄປກັບໂຄງການນີ້ແລ້ວເກືອບ 10,000 ລ້ານໂດລາສະຫະລັດ ເຊິ່ງລາຍງານຂອງທ່ານ ທຣຳ ຍັງລະບຸເຖິງການຢຸດຕິງົບປະມານສະໜັບສະໜູນໂຄງການ ISS ພາຍໃນປີ 2025 ທີ່ໝາຍເຖິງການຈະບໍ່ຕໍ່ອາຍຸແຜນງົບປະມານທີ່ສະພາໄດ້ອະນຸມັດສະໜັບສະໜູນ ISS ເມື່ອປີ 2015 ແລະ ຈະສິ້ນສຸດໃນປີ 2024.

ນອກຈາກນີ້, ຫາກເບິ່ງໃນອີກມຸມໜຶ່ງເພີ່ມຄວາມເປັນໄປໄດ້ວ່າ ການຟື້ນຟູໂຄງການສຳຫຼວດດວງຈັນທີ່ຜູ້ນຳສະຫະລັດ ອາເມຣິກາ ໄດ້ປະກາດໄປເມື່ອເດືອນທັນວາ ປີທີ່ຜ່ານມາ ວ່າທ່ານ ຕ້ອງການໃຫ້ NASA ສົ່ງນັກບິນອະວະກາດຊາວອາເມຣິກາກັບໄປຢຽບດວງຈັນອີກຄັ້ງ ບໍ່ໜ້າຈະເກີດຂຶ້ນໄດ້ຕາບໃດທີ່ທ່ານ ທຣຳ ຍັງຢູ່ໃນຕຳແໜ່ງ.



No comments

Powered by Blogger.