ທ່ານນາຍົກລັດຖະມົນຕີອອກຄຳສັ່ງ ໃຫ້ປັບປຸງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີອອກຄຳສັ່ງ ໃຫ້ປັບປຸງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 03/ນຍ ລົງວັນທີ 9 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ໂດຍມີເນື້ອໃນດັ່ງນີ້:

ໃນໄລຍະຜ່ານມາລັດຖະບານ ໄດ້ຖືສຳຄັນວຽກງານການປັບປຸງກົງຈັກການຈັດຕັ້ງ ເຊິ່ງມີການປັບປຸງພາລະບົດບາດ, ໜ້າທີ່ຂອງບັນດາກະຊວງ, ອົງການຈັດຕັ້ງລັດຕ່າງໆ ແລະ ໄດ້ອອກນິຕິກຳຈຳນວນໜຶ່ງ ເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ເພື່ອແນ່ໃສ່ເຮັດໃຫ້ຄຸນນະພາບການເຄື່ອນໄຫວວຽກງານດີຂຶ້ນ ແລະ ປັບປຸງຍົກສູງຄຸນນະພາບຂອງພະນັກງານ-ລັດຖະກອນ ດ້ວຍການສອບເສັງຄັດເລືອກລັດຖະກອນໃໝ່ມາໂດຍຕະຫຼອດ. ຜ່ານການຈັດຕັ້ງປະຕິບັດເຫັນວ່າຫຼາຍກະຊວງ, ຫຼາຍອົງການທັງສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຕົນ ຕິດພັນກັບການກຳນົດຕຳແໜ່ງານ ແລະ ຄັດເລືອກເອົາລັດຖະກນໃໝ່ ເຮັດໃຫ້ມີຜົນສຳເລັດໂດຍພື້ນຖານ. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ການປັບປຸງກົງຈັກການຈັດຕັ້ງ ໃນລະບົບການເມືອງຂັ້ນຕ່າງໆ, ການກຳນົດຕຳແໜ່ງງານ ແລະ ການບັນຈຸລັດຖະກອນໃໝ່ຜ່ານມາກໍ່ຍັງມີດ້ານຈຳກັດ, ການປັບປຸງກົງຈັກ ແລະ ການກຳນົດຕຳແໜ່ງງານ ຍັງມີລັກສະນະເພີ່ມຂຶ້ນເລື້ອຍໆ ເຊິ່ງບໍ່ສອດຄ່ອງກັບທິດຊີ້ນຳຂອງພັກທີ່ວ່າ: ການປັບປຸງກົງຈັກການຈັດຕັ້ງໃນລະບົບການເມືອງຕ້ອງກະທັດຮັດ, ໂປ່ງໃສ, ໜັກແໜ້ນ ແລະ ສອດຄ່ອງກັບສະພາບຕົວຈິງ, ການສອບເສັງຄັດເລືອກລັດຖະກອນໃໝ່ຢູ່ບາງກະຊວງ, ອົງການ ແລະ ທ້ອງຖິ່ນ ມີລັກສະນະເຮັດເປັນພຽງແຕ່ຮູບການ, ຍັງບໍ່ທັນເນັ້ນໜັກດ້ານຄຸນນະພາບເທົ່າທີ່ຄວນ ເຮັດໃຫ້ມີການສິ້ນເປືອງງົບປະມານ. ສັງຄົມຈົ່ມວ່າ ແລະ ອື່ນໆ. ສາເຫດທີ່ພາໃຫ້ມີຂໍ້ຈຳກັດນັ້ນແມ່ນຍ້ອນຂາດການຄົ້ນຄວ້າ, ເຊື່ອມຊຶມຢ່າງລະອຽດ, ເລິກເຊິ່ງຕາທິດຊີ້ນຳຂອງພັກ, ການສ້າງຕັ້ງກົງຈັກການຈັດຕັ້ງໃໝ່ ຍັງບໍ່ທັນໄດ້ຄົ້ນຄວ້າ-ວິເຄາະຢ່າງລະອຽດເລິກເຊິ່ງ, ການກຳນົດຕຳແໜ່ງງານຍັງມີລັກສະນະລວມໆ ບໍ່ແທດເໝາະກັບຕົວຈິງ, ລະດັບຄວາມຮູ້, ບົດຮຽນປະສົບການ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ເຮັດວຽກດັ່ງກ່າວຍັງບໍ່ທັນສູງເທົ່າທີ່ຄວນ, ບໍ່ເລິກເຊິ່ງເຖິງຖ່ອງແທ້, ການນຳແຕ່ລະຂັ້ນຍັງບໍ່ເອົາໃຈໃສ່ຊີ້ນຳລົງເລິກວຽກງານດັ່ງກ່າວຢ່າງຈິງຈັງ ແລະ ອື່ນໆ.

ການວິເຄາະງານ ແລະ ການກຳນົດຕຳແໜ່ງງານມີຄວາມສຳຄັນຢ່າງຍິ່ງ ແລະ ມີຄຸນປະໂຫຍດຫຼາຍ, ຖ້າສາມາດກຳນົດຕຳແໜ່ງງານຖືກຕ້ອງ, ຊັດເຈນ ແລະ ແທດເໝາະຕົວຈິງໄດ້ກໍ່ຈະເຮັດໃຫ້ການສອບເສັງຄັດເລືອກລັດຖະກອນໃໝ່ ແລະ ການປັບປຸງຈຸສັບຊ້ອນພະນັກກງານ-ລັດຖະກອນໃສ່ຕຳແໜ່ງງານນັ້ນໄດ້ຢ່າງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງຂອງພະນັກກງານ-ລັດຖະບານ ຈຶ່ງສາມາດແກ້ໄຂໄດ້ບັນຫາພະນັກງານເຫຼືອບໍ່ພໍໃນກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ. ການສອບເສັງຄັດເລືອກລັດຖະກອນໃໝ່ ເປັນວິທີໜຶ່ງທີ່ສຳຄັນ ເພື່ອຮັບປະກັນໃຫ້ການບັນຈຸລັດຖະກອນເຂົ້າໃນກົງຈັກການຈັດຕັ້ງໄດ້ຜູ້ເກັ່ງ, ຜູ້ດີ, ຜູ້ມີຄວາມຮູ້ຄວາມສາມາດແທ້ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີຄຸນນະພາບສູງຂຶ້ນ ຕາມທິດທາງພະນັກງານ-ລັດຖະກອນຜູ້ໜຶ່ງສາມາດເຮັດໄດ້ຫຼາຍໜ້າວຽກ.

ສະນັ້ນ, ເພື່ອເສີມຂະຫຍາຍດ້ານດີ, ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ເພື່ອປັບປຸງຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານຂອງກົງຈັກການຈັດຕັ້ງທົ່ວລະບົບການເມືອງຂັ້ນຕ່າງໆ ແລະ ການສອບເສັງຄັດເລືອກລັດຖະກອນໃໝ່ ໃຫ້ຖືກທິດ ແລະ ດີຂຶ້ນກວ່າເກົ່າໃນຕໍ່ໜ້າ ນາຍົກລັດຖະມົນຕີອອກຄຳສັ່ງ:

1. ໃຫ້ບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າຄະນະອົງການຈັດຕັ້ງພັກຂອງສູນກາງພັກ, ຫົວໜ້າຄະນະເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການປະທານປະເທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ປະທານສູນກາງແນວລາວສ້າງຊາດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ປະທານ ຫຼື ເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງ ກວດກາຄືນການກຳນົດຕຳແໜ່ງງານຂອງການຈັດຕັ້ງຕົນໃນໄລຍະຜ່ານມາແລ້ວປັບປຸງແກ້ໄຂຈຸດທີ່ເຫັນວ່າບໍ່ຖືກຕ້ອງໃຫ້ຂາດຕົວ ເພາະການກຳນົດຕຳແໜ່ງງານໃນເມື່ອກ່ອນມີລັກສະນະເພີ່ມຈຳນວນລັດຖະກອນຂຶ້ນທຸກໆປີ.

2. ສຳລັບກະຊວງ, ອົງການຈັດຕັ້ງພັກ-ລັດ ຫຼື ອົງການປົກຄອງທ້ອງຖິ່ນໃດ ຖ້າບໍ່ທັນໄດ້ກຳນົດຕຳແໜ່ງງານ ຕ້ອງກຳນົດຕຳແໜ່ງງານຂອງກົງຈັກການຈັດຕັ້ງຕົນ ໂດຍມີການວິເຄາະ ແລະ ດັດສົມວຽກງານໃຫ້ຖືກຕ້ອງ ແລະ ເໝາະສົມ ບົນພື້ນຖານຄົນຜູ້ໜຶ່ງຮັບຜິດຊອບຫຼາຍວຽກ ເພື່ອຫຼຸດຜ່ອນການຂໍເພີ່ມລັດຖະກອນເລື້ອຍໆ.

3.​ ການກວດກາທົບທວນ ແລະ ກຳນົດຕຳແໜ່ງງານຄືນໃໝ່ນີ້ ຕ້ອງຖືກຕ້ອງ ແລະ ສອດຄ່ອງກັບປະລິມານວຽກງານຕົວຈິງທີ່ມີ, ກົມໃດ, ພະແນກໃດ ຫຼື ກົງຈັກການຈັດຕັ້ງໃດ ມີຈຳນວນລັດຖະກອນຫຼາຍ ແລະ ບໍ່ສົມຄູ່ກັບໜ້າວຽກທີ່ມີ ຕ້ອງສັບຊ້ອນພະນັກກງານ-ລັດຖະກອນ ເຂົ້າກັບກົມ, ພະແນກ ຫຼື ກົງຈັກການຈັດຕັ້ງທີ່ພະນັກກງານ-ລັດຖະກອນບໍ່ພໍ ໃຫ້ມີຈຳນວນເໝາະສົມ, ພາຍຫຼັງສັບຊ້ອນແລ້ວຕ້ອງໄດ້ເອົາໃຈໃສ່ເຝິກອົບຮົບເຂົາເຈົ້າເຫຼົ່ານັ້ນໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ມີຫຼັກໝັ້ນທັດສະນະຊົນຊັ້ນທີ່ຖືກຕ້ອງ, ມີຄວາມຮັບຜິດຊອບ, ສາມາດຈັດຕັ້ງປະຕິບັດວຽກງານໃຫ້ມີຄຸນນະພາບເດັດຂາດ ບໍ່ໃຫ້ເພີ່ມຕຳແໜ່ງງານ ແລະ ຈຳນວນພົນທີ່ບໍ່ຈຳເປັນ ໃນທຸກກົງຈັກການຈັດຕັ້ງ.

4. ພາຍຫຼັງທີ່ກວດກາ, ທົບທວນ ແລະ ກຳນົດຕຳແໜ່ງງານຄືນໃໝ່ສຳເລັດແລ້ວ ໃຫ້ທຸກການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນສະເໜີມາຍັງກະຊວງພາຍໃນ ພິຈາລະນະຮັບຮອງຈຳນວນຕຳແໜ່ງງານ ແລະ ຈຳນວນພົນ ເພື່ອລາຍງານລັດຖະບານພິຈາລະນາ.

5. ໃຫ້ກະຊວງພາຍໃນເປັນເຈົ້າການຊຸກຍູ້, ຕິດຕາມ ແລະ ແນະນຳພາກສ່ວນທີ່ກ່ຽວຂ້ອງໃນການສຳຫຼວດກວດກາ, ທົບທວນ ແລະ ກຳນົດຕຳແໜ່ງງານຄືນໃໝ່ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ແທດເໝາະກັບສະພາບຕົວຈິງຂອງແຕ່ລະຂະແໜງການ, ແຕ່ລະອົງການ ແລະ ທ້ອງຖິ່ນ.

5.1. ໃຫ້ກະຊວງພາຍໃນສົມທົບກັບກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນປັບປຸງກົນໄກຕິດຕາມ-ປະເມີນຜົນການປະຕິບັດໂມງເວລາໃນການເຮັດວຽກ ແລະ ການປະຕິບັດໜ້າທີ່ເພື່ອຄຸ້ມຄອງ ແລະ ດັດສົມຈຳນວນພະນັກງານ-ລັດຖະກອນ ໃຫ້ເໝາະສົມກັບຕຳແໜ່ງງານ ແລະ ຈຳນວນປະລິມານວຽກຕົວຈິງ.

5.2 ໃຫ້ກະຊວງພາຍໃນຮີບຮ້ອນຄົ້ນຄວ້າສ້າງຮ່າງດຳລັດວ່າດ້ວຍລະບົບກົງຈັກການຈັດຕັ້ງລັດ ແລະ ຮ່າງດຳລັດວ່າດ້ວຍການກຳນົດຕຳແໜ່ງງານ ແລ້ວສະເໜີລັດຖະບານພິຈາລະນາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

6. ເພື່ອຈັດຕັ້ງປະຕິບັດນະໂຍບາຍການປະຢັດລາຍຈ່າຍງົບປະມານຂອງລັດ ສະນັ້ນ, ໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງທຸກຂັ້ນ ໂຈະການສ້າງຕັ້ງກົງຈັກໃໝ່ທີ່ບໍ່ຈຳເປັນດັ່ງນີ້:

6.1 ບໍ່ອະນຸຍາດໃຫ້ກຳນົດກົງຈັກການຈັດຕັ້ງໃໝ່ ເຂົ້າໃນກົດໝາຍ ແລະ ດຳລັດ

6.2 ເດັດຂາດບໍ່ອະນຸຍາດໃຫ້ມີການສ້າງຕັ້ງກົງຈັກ (ກະຊວງ, ອົງການລັດທຽບເທົ່າກະຊວງ, ທະບວງ, ອົງການລັດທຽບເທົ່າທະບວງ, ກົມ, ອົງການລັດທຽບເທົ່າກົມ, ພະແນກ,​ອົງການລັດທຽບເທົ່າພະແນກ, ຂະແໜງ ແລະ ໜ່ວຍງານ) ເພີ່ມອີກ.

6.3. ສຳລັບຂົງເຂດການຈັດຕັ້ງພັກ, ສະພາແຫ່ງຊາດ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ກໍລະນີມີຄວາມຈຳເປັນສ້າງຕັ້ງກົງຈັກການຈັດຕັ້ງຂຶ້ນໃໝ່ ໃຫ້ປຶກສາຫາລືເອກະພາບນຳກະຊວງພາຍໃນກ່ອນ ແລ້ວຈຶ່ງສະເໜີຂັ້ນເທິງທີ່ມີສິດອຳນາດພິຈາລະນາຕົກລົງ.

6.4. ໃຫ້ທຸກອົງການຈັດຕັ້ງຂັ້ນສູນກາງຄົ້ນຄວ້າປັບປຸງສັບຊ້ອນກົງຈັກຂັ້ນພະແນກຂອງກົມ ແລະ ອົງການທຽບເທົ່າກົມຄືນໃໝ່ ໂດຍສະເພາະແມ່ນພະແນກບໍລິຫານ, ພະແນກແຜນການ, ພະແນກພົວພັນ-ຮ່ວມມືສາກົນ ທີ່ມີພາລະບົດບາດ-ໜ້າທີ່ກ້າວກ່າຍກັນ, ຊ້ຳຊ້ອນ ພາລະບົດບາດຂອງຫ້ອງການ, ກົມແຜນການ ແລະ ການຮ່ວມມືຂອງອົງການຕົນ.

6.5 ໃຫ້ທຸກອົງການຈັດຕັ້ງຂັ້ນສູນກາງຄົ້ນຄວ້າປັບປຸງສັບຊ້ອນຄືນໃໝ່ກົງຈັກຂັ້ນຂະແໜງ ແລະ ໜ່ວຍງານ ທີ່ຂຶ້ນກັບພະແນກຂອງກົມ ໂດຍສະເພາະແມ່ນກົມຊ່ວຍໜຸນ. ຕໍ່ໄປນີ້ບໍ່ອະນຸຍາດໃຫ້ມີຂະແໜງ ຫຼື ໜ່ວຍງານທີ່ຂຶ້ນກັບພະແນກຂອງກົມ ແລະ ອົງການທຽບເທົ່າກົມ ຖ້າຫາກບໍ່ໄດ້ຮັບການກວດກາ ແລະ  ອະນຸມັດດ້ານຕຳແໜ່ງງານກ່ອນ.

6.6. ໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ຮີບຮ້ອນຜັນຂະຫຍາຍພາລະບົດບາດຂອງກະຊວງ ໃນການແບ່ງຂັ້ນຄຸ້ມຄອງ ແລະ ການມອບວຽກໃຫ້ທ້ອງຖິ່ນຢ່າງຈະແຈ້ງຂາດຕົວຕາມທິດສາມສ້າງ, ກະຊວງ ແລະ ອົງການລັດທຽບເທົ່າກະຊວງເຮັດພາລະບົດບາດຄຸ້ມຄອງມະຫາພາກຕິດຕາມກວດກາເປັນຕົ້ນຕໍ່.

6.7 ສຳລັບອົງການປົກຄອງທ້ອງຖິ່ນ ຕ້ອງຫຼີກເວັ້ນລັກສະນະທີ່ວ່າກົງຈັກຂອງກະຊວງ ແລະ ອົງການລັດທຽບເທົ່າກະຊວງມີຈຳນວນເທົ່າໃດກົມ, ຢູ່ຂັ້ນທ້ອງຖິ່ນ ກົງຈັກຂອງພະແນກຂັ້ນແຂວງ ກໍ່ມີເທົ່ານັ້ນຂະແໜງ ແລະ ກົງຈັກຂອງຫ້ອງການຂັ້ນເມືອງມີເທົ່ານັ້ນໜ່ວຍງານ, ບໍ່ອະນຸຍາດໃຫ້ມີໜ່ວຍງານ ແລະ ຈຸງານທີ່ຂຶ້ນກັບຂະແໜງຂອງພະແນກ,​ອົງການທຽບເທົ່າພະແນກຂັ້ນແຂວງ ບໍ່ອະນຸຍາດໃຫ້ມີຈຸງານທີ່ຂຶ້ນກັບໜ່ວຍງານຂອງຫ້ອງການ, ອົງການທຽບເທົ່າຫ້ອງການຂັ້ນເມືອງ.

7. ກ່ຽວກັບວຽກງານບັນຈຸລັດຖະກອນໃໝ່ ໃຫ້ເອົາໃຈໃສ່ຕື່ມດັ່ງນີ້:

7.1. ໃຫ້ກະຊວງພາຍໃນຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳກ່ຽວກັບວຽກງານການສອບເສັງລັດຖະກອນໃໝ່ໃຫ້ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງ. ຄົ້ນຄວ້າປັບປຸງຄືນໃໝ່ລະບົບ, ກົນໄກ, ວິທີ ແລະ ຂັ້ນຕອນການສອບເສັງ ນັບແຕ່ຂັ້ນຕອນການປະກາດຮັບສະໝັກຮອດຂັ້ນຕອນການພິຈາລະນາອຸນຸມັດ. ພ້ອມທັງເຜີຍແຜ່, ແນະນຳ, ຕິດຕາມ ກວດກາການຈັດຕັ້ງປະຕິບັດໃຫ້ທົ່ວເຖິງ ເພື່ອຮັບປະກັນການຈັດຕັ້ງປະຕິບັດມີຄວາມເອກະພາບ, ໂປ່ງໃສ ແລະ ມີຄວາມຍຸດຕິທຳ.

7.2 ໃຫ້ຄະນະນຳບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງຂັ້ນແຂວງ ແລະ ອົງການປົກຄອງຂັ້ນເມືອງ ເອົາໃຈໃສ່ຊີ້ນຳວຽກງານການສອບເສັງ ແລະ ການຄັດເລືອກລັດຖະກອນໃໝ່ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ ແລະ ລຽບການ, ຮັບປະກັນໃຫ້ມີຄຸນນະພາບ, ມີຄວາມສະເໝີພາບ, ໂປ່ງໃສ ແລະ ຍຸດຕິທຳ, ຮັບຜິດຊອບໂດຍກົງຕໍ່ກັບຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງທີ່ເກີດຂຶ້ນໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ, ການສອບເສັງລັດຖະກອນໃໝ່ໃຫ້ອີງໃສ່ຕຳແໜ່ງງານຫວ່າງທີ່ຕ້ອງການຕົວຈິງ, ຜົນການສອບເສັງຕ້ອງຕິດປະກາດເປີດເຜີຍ ແລະ ໃຫ້ຄັດເລືອກເອົາຜູ້ທີ່ສອບເສັງໄດ້ຕາມມາດຕະຖານ, ຖືກຕ້ອງຕາມວິຊາສະເພາະ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ໃນຕຳແໜ່ງງານ, ຫຼີກເວັ້ນການສອບເສັງແບບລວມໆ, ຮູບການ, ການປະຕິບັດນະໂຍບາຍ ຫຼື ວິ່ງເຕັ້ນເພື່ອໄດ້ເຂົ້າເປັນລັດຖະກອນ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນການຄັດເລືອກບັນຈຸລັດຖະກອນໃໝ່ໃຫ້ຂາດຕົວ.

8. ໃຫ້ບັນດາລັດຖະມົນຕີກະຊວງ, ຫົວໜ້າອົງການລັດທຽບເທົ່າກະຊວງ, ຫົວໜ້າຄະນະອົງການພັກຂອງສູນກາງ, ຫົວໜ້າຄະນະເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການປະທານປະເທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ປະທານສູນກາງແນວລາວສ້າງຊາດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດ, ປະທານ/ເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງ ເປັນເຈົ້າການຮັບຜິດຊອບນຳພາ-ຊີ້ນຳຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນສຳເລັດ, ຈັດຕັ້ງໂຄສະນາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຂະແໜງການຕົນທຸກຂັ້ນໃຫ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

9. ມອບໃຫ້ກະຊວງພາຍໃນເປັນເຈົ້າການຈັດຕັ້ງຜັນຂະຫຍາຍ, ຕິດຕາມ, ຊຸກຊູ້, ກວດກາ ແລະ ແນະນຳທຸກພາກສ່ວນໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລ້ວລາຍງານຄວາມຄືບໜ້າໃຫ້ລັດຖະບານເປັນແຕ່ລະໄລຍະ.

No comments

Powered by Blogger.