ກຸ່ມຊົນຊາດຊົນເຜົ່າມອນ ແລະ ລາຫູ ລົງນາມໃນຂໍ້ຕົກລົງຢຸດຍິງກັບລັດຖະບານມຽນມາ - ອິດສະຫຼະ

ກຸ່ມຊົນຊາດຊົນເຜົ່າມອນ ແລະ ລາຫູ ລົງນາມໃນຂໍ້ຕົກລົງຢຸດຍິງກັບລັດຖະບານມຽນມາ



ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2018 ວ່າ: ລັດຖະບານມຽນມາພາຍໃຕ້ການນຳຂອງທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດມຽນມາ ສາມາດປະກາດໄຊຊະນະທາງສັນຍາລັກ ເມື່ອພັກລັດມອນໃໝ່ (NMSP) ແລະ ສະຫະພາບປະຊາທິປະໄຕລາຫູ (LDU) ລົງນາມໃນຂໍ້ຕົກລົງຢຸດຍິງແຫ່ງຊາດກັບຝ່າຍລັດຖະບານ ໃນພິທີທີ່ຈັດຂຶ້ນຢູ່ສູນປະຊຸມແຫ່ງຊາດ ໃນນະຄອນຫຼວງເນປີດໍ ເພີ່ມຈຳນວນກອງກຳລັງກຸ່ມຊົນຊາດຊົນເຜົ່າທີ່ລົງນາມຢຸດຍິງກັບລັດຖະບານຂອງທ່ານ ນາງ ຊູຈີ ເປັນ 10 ກຸ່ມ ໂດຍອີກ 8 ກຸ່ມໄດ້ລົງນາມໄປແລ້ວໃນຊ່ວງຂອງການປ່ຽນຜ່ານອຳນາດທາງການເມືອງກ່ອນທ່ານ ນາງ ຊູຈີ ຮັບຕຳແໜ່ງໃນເດືອນເມສາ 2016 ໜຶ່ງໃນນັ້ນຄືສະຫະພາບແຫ່ງຊາດກະຫຼ່ຽງ (KNU) ເຊິ່ງເປັນກຸ່ມຊົນຊາດຊົນເຜົ່າທີ່ກໍ່ຕັ້ງມາດົນທີ່ສຸດ.


ເຊິ່ງການຮ່ວມລົງນາມໃນຂໍ້ຕົກລົງຢຸດຍິງຂອງກຸ່ມຊົນເຜົ່າມອນ ແລະ ກຸ່ມຊົນເຜົ່າລາຫູນັ້ນແມ່ນມີຄວາມຊັກຊ້າກວ່າກຳນົດ ເນື່ອງຈາກສະມາຊິກບາງສ່ວນຍັງບໍ່ເຫັນດີກັບນະໂຍບາຍຂອງທ່ານ ນາງ ຊູຈີ ແຕ່ໃນທີ່ສຸດທ່ານ ຈາ ຂຸນ ຊາ ປະທານກຸ່ມຊົນເຜົ່າລາຫູ ກ່າວວ່າຈິງຢູ່ທີ່ການລົງນາມຄັ້ງນີ້ສະທ້ອນວ່າພັກພວກເຮົາມີຄວາມເຊື່ອໝັ້ນໃນຕົວທ່ານ ນາງ ຊູຈີ ຫຼາຍຂຶ້ນ ເນື່ອງຈາກລັດຖະບານຂອງທ່ານປະຕິບັດຕາມຂໍ້ຕົກລົງດ້ວຍການຖອນຖືພັກລັດມອນໃໝ່ ແລະ ສະຫະພາບປະຊາທິປະໄຕລາຫູ ອອກຈາກບັນຊີດຳກຸ່ມກໍ່ການຮ້າຍ ແຕ່ສະຖານະການຕໍ່ຈາກນີ້ໄປຍັງຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ເນື່ອງຈາກສະຫະພາບປະຊາທິປະໄຕລາຫູ ກໍ່ຍັງບໍ່ໄດ້ມີຄວາມສຳພັນທີ່ເປັນເອກະພາບທຸກຢ່າງກັບລັດຖະບານມຽນມາ.

ເຖິງຢ່າງໃດກໍ່ຕາມ, ຫຼາຍຝ່າຍຍັງເປັນຫ່ວງກ່ຽວກັບສະຖານະການດ້ານຄວາມໝັ້ນຄົງໃນລັດສານ ແລະ ລັດຄະສິ່ນ ເຊິ່ງເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງມຽນມາຍັງຄົງສູ້ຮົບກັບກອງກຳລັງຫຼາຍກຸ່ມ ແລະ ການເຈລະຈາສັນຕິພາບມຽນມາປາງໂຫຼງແຫ່ງສະຕະວັດທີ 21 ເມື່ອປີທີ່ຜ່ານມາ ມີຄວາມຄືບໜ້າພຽງເລັກໜ້ອຍເທົ່ານັ້ນ ເນື່ອງຈາກທຸກຝ່າຍຍັງຕົກລົງກັນບໍ່ໄດ້ໃນບັນຫາອຳນາດການປົກຄອງຕົນເອງຂອງກຸ່ມຊົນຊາດຊົນເຜົ່າຕ່າງໆ.

No comments

Powered by Blogger.