ທ່ານ ຄິມ ຈອງ-ອຶນ ສະແດງຄວາມຂອບໃຈຕໍ່ເກົາຫຼີໃຕ້ ທີ່ຕ້ອນຮັບຄະນະຜູ້ແທນເກົາຫຼີເໜືອຢ່າງອົບອຸ່ນ - ອິດສະຫຼະ

ທ່ານ ຄິມ ຈອງ-ອຶນ ສະແດງຄວາມຂອບໃຈຕໍ່ເກົາຫຼີໃຕ້ ທີ່ຕ້ອນຮັບຄະນະຜູ້ແທນເກົາຫຼີເໜືອຢ່າງອົບອຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2018 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ລາຍງານເມື່ອວັນຈັນທີ່ຜ່ານມາວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງປະເທດສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງ ຕໍ່ການທີ່ຄະນະຜູ້ແທນຂອງເກົາຫຼີເໜືອ ທີ່ບໍ່ວ່າຈະເປັນນັກກີລາ, ກອງເຊຍ ແລະ ເຈົ້າໜ້າທີ່ລະດັບສູງໃນຄະນະລັດຖະບານ ໄດ້ຮັບການຕ້ອນຮັບເປັນຢ່າງດີຈາກເກົາຫຼີໃຕ້ ໃນໄລຍະການແຂ່ງຂັນກີລາໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ໂດຍທ່ານ ຄິມ ຈອງ-ອຶນ ຍັງສະແດງຄວາມຂອບອົກຂອບໃຈໄປຍັງລັດຖະບານເກົາຫຼີໃຕ້ອີກດ້ວຍ ແລະ ຫວັງເປັນຢ່າງຍິ່ງວ່າບັນຍາກາດການປະນີປະນອມເຊັ່ນນີ້ຈະດຳເນີນຕໍ່ໄປຢ່າງຍື່ນຍົງ.

ລາຍງານດັ່ງກ່າວຂອງ KCNA ຖືເປັນທ່າທີຢ່າງເປັນທາງການຄັ້ງທຳອິດຂອງຜູ້ນຳສູງສຸດເກົາຫຼີເໜືອ ນັບຕັ້ງແຕ່ການກ່າວຖະແຫຼງເມື່ອປີໃໝ່ທີ່ຜ່ານມາ ທີ່ໄດ້ສົ່ງສັນຍານການສ້າງຄວາມສາມັກຄີກັບເກົາຫຼີໃຕ້ ເຊິ່ງຕາມມາດ້ວຍການທີ່ລັດຖະບານເກົາຫຼີເໜືອໄດ້ຮັບສິດທິພິເສດໃນການສົ່ງນັກກີລາ 22 ຄົນ ເຂົ້າຮ່ວມປຽງຊາງເກມ ພ້ອມທັງການສົ່ງຄະນະຜູ້ແທນລະດັບສູງຢ້ຽມຢາມຈະນອນຫຼວງໂຊ ຂອງເກົາຫຼີໃຕ້ ເພື່ອພົບປະຫາລືກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໂດຍຄະນະຜູ້ແທນເກົາຫຼີເໜືອນັ້ນແມ່ນລວມທັງທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີ ແລະ ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ເຊິ່ງເປັນຜູ້ນຳສານເຊື່ອເຊີນໃຫ້ແກ່ຜູ້ນຳເກົາຫຼີໃຕ້ ໄປຢ້ຽມຢາມນະຄອນຫຼວງປຽງຢາງ ພາຍໃນອະນາຄົດອັນໃກ້ນີ້ ເພື່ອເປີດການເຈລະຈາ ແລະ ສົ່ງເສີມການແລກປ່ຽນພາຍໃນລະຫວ່າງສອງເກົາຫຼີ ເຊິ່ງຖືເປັນການພົບກັນຄັ້ງທີ 3 ລະຫວ່າງຜູ້ນຳສູງສຸດຂອງສອງປະເທດ ຕໍ່ຈາກການປະຊຸມເມື່ອປີ 2000 ແລະ 2007.

ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ລະດັບສູງຫຼາຍທ່ານຂອງລັດຖະບານສະຫະລັດ ອາເມຣິກາ ຍັງຄົງມີທັດສະນະວ່າ ໄວເກີນໄປທີ່ຈະສະຫຼຸບວ່າຄວາມສຳພັນລະຫວ່າງສອງເກົາຫຼີໃນໄລຍະຍາວຈະພັດທະນາໄປໃນທາງທີ່ດີຂຶ້ນ ໂດຍທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາ ກ່າວວ່າສ່ວນຕົວແລ້ວເຊື່ອໝັ້ນຕໍ່ຈຸດຢືນຂອງເກົາຫຼີໃຕ້ ໃນການກົດດັນຕໍ່ເກົາຫຼີເໜືອທັງໃນທາງເສດຖະກິດ ແລະ ການທູດ ຈົນກວ່າອີກຝ່າຍຈະຍອມຢຸດຕິໂຄງການນິວເຄຼຍ, ສ່ວນໃນດ້ານຂອງທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວວ່າຂຶ້ນຢູ່ກັບລັດຖະບານເກົາຫຼີເໜືອວ່າຈະຈິງໃຈພຽງໃດໃນການເຈລະຈາ.

No comments

Powered by Blogger.