ປ.ທຣຳ ສະເໜີເພີ່ມງົບປະມານປ້ອງກັນປະເທດເປັນກໍລະນີພິເສດ ເພື່ອຮັບມືກັບມະຫາອຳນາດຄູ່ແຂ່ງ - ອິດສະຫຼະ

ປ.ທຣຳ ສະເໜີເພີ່ມງົບປະມານປ້ອງກັນປະເທດເປັນກໍລະນີພິເສດ ເພື່ອຮັບມືກັບມະຫາອຳນາດຄູ່ແຂ່ງ



ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຜີຍແຜ່ຮ່າງພີມຂຽວແຜນງົບປະມານສົກປີ 2019/2020 ທີ່ຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ຕຸລາ 2018 ນີ້ ເປັນການສະເໜີຕັ້ງວົງເງິນສູງເຖິງ 4.4 ລ້ານລ້ານໂດລາສະຫະລັດ ເພີ່ມຂຶ້ນ 10% ຈາກງົບປະມານປີ 2017/2018, ໂດຍໃນຈຳນວນນີ້ 1.5 ລ້ານລ້ານ ເປັນງົບປະມານໃຫ້ກັບໂຄງການພັດທະນາລະບົບພື້ນຖານໂຄງລ້າງທັງເສັ້ນທາງຫຼວງ, ຂົວ, ອຸໂມງ ແລະ ການຂະຫຍາຍອານາເຂດ ລວມໄປເຖິງການປັບພື້ນທີ່ຂອງສະໜາມບິນຫຼາຍແຫ່ງ.


ຂະນະດຽວກັນ ທ່ານ ທຣຳ ຍັງໄດ້ຮຽກຮ້ອງໃຫ້ສະພາ ທີ່ພັກຣີພັບລິກັນຄອງສຽງສ່ວນໃຫຍ່ທັງໃນສະພາສູງ ແລະ ສະພາລ່າງ ອະນຸມັດງົບປະມານ 686,000 ລ້ານໂດລາສະຫະລັດ ໃຫ້ແກ່ກະຊວງປ້ອງກັນປະເທດ ເຊິ່ງຫຼາຍທີ່ສຸດນັບຕັ້ງແຕ່ປີ 2011 ໂດຍຜູ້ນຳສະຫະລັດ ອາເມຣິກາຍັງຄົງໃຫ້ເຫດຜົນປະກອບວ່າ ເພື່ອກຽມຄວາມພ້ອມຮັບມືກັບໄພຄຸກຄາມຈາກລັດເຊຍ, ຈີນ ແລະ ເກົາຫຼີເໜືອ ໂດຍການສະເໜີເພີ່ມງົບປະມານໃຫ້ແກ່ກະຊວງປ້ອງກັນປະເທດ ຈະຄວບຄຸມການຈ້າງທະຫານເພີ່ມອີກ 25,900 ຄົນ ແລະ ການຈັດຊື້ອາວຸດຍຸດໂທປະກອນ.

ນອກຈາກນັ້ນ ທ່ານ ທຣຳ ຍັງຂໍການອະນຸມັດອີກ 30,000 ລ້ານໂດລາສະຫະລັດ ສຳລັບໜ່ວຍງານຫຼາຍແຫ່ງທີ່ບໍ່ໄດ້ຢູ່ໃນສັງກັດຂອງກະຊວງປ້ອງກັນປະເທດ ແຕ່ມີການປະຕິບັດງານຮ່ວມກັນເຊັ່ນ: ສຳນັກງານຄວາມປອດໄພຈາກນິວເຄຼຍແຫ່ງຊາດ ທີ່ເປັນສ່ວນໜຶ່ງຂອງກະຊວງພະລັງງານ ຈະໄດ້ຮັບງົບປະມານຈາກສ່ວນນີ້ 15,090 ລ້ານໂດລາສະຫະລັດ.

ເຖິງຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຍັງຄົງເປັນໜ່ວຍງານທີ່ຖືກຕັດງົບປະມານຫຼາຍທີ່ສຸດ ໂດຍທ່ານ ເຣັກ ທິວເລີສັນ ໄດ້ຍື່ນຂໍງົບປະມານ 37,800 ລ້ານໂດລາ ເພີ່ມຂຶ້ນພຽງ 2,000 ລ້ານໂດລາ ຈາກປີງົບປະມານປັດຈຸບັນ.

ນອກຈາກນີ້ຮ່າງແຜນການຂອງທ່ານ ທຣຳ ຍັງສະເໜີໃຫ້ມີການຫຼຸດຜ່ອນກົດລະບຽບຕໍ່ການຍື່ນຂໍໃບອະນຸຍາດສ້າງກິດຈະກຳດ້ານສິ່ງແວດລ້ອມອີກດ້ວຍ ເຊິ່ງໄດ້ເຮັດໃຫ້ເກີດສຽງວິພາກວິຈານຈາກຫຼາຍຝ່າຍ ໂດຍສະເພາະພັກເດໂມແຄຼດ ແລະ ສຳນັກງານງົບປະມານກໍ່ໄດ້ເຕືອນວ່າ ຮ່າງແຜນການດັ່ງກ່າວອາດສົ່ງຜົນໃຫ້ຍອດການຂາດດຸນງົບປະມານເພີ່ມສູງຂຶ້ນເປັນເກືອບ 1​ ລ້ານລ້ານໂດລາ ພາຍໃນປີ 2020.

No comments

Powered by Blogger.