ມອບ-ຮັບໂປຣແກຣມຄຸ້ມຄອງໝາຍເລກໂທລະສັບ ຈາກປະເທດໄທ - ອິດສະຫຼະ

ມອບ-ຮັບໂປຣແກຣມຄຸ້ມຄອງໝາຍເລກໂທລະສັບ ຈາກປະເທດໄທ



ເມື່ອວັນທີ 12 ກຸມພາ 2018 ທີ່ ໂຮງແຮມດອນຈັນພາເລດ ໄດ້ມີພິທີ ມອບ-ຮັບ ໂປຣແກຣມລົງທະບຽນ ເລກໝາຍໂທລະສັບມືຖື ຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ແລະ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກໄທ; ມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງ ສປປ.ລາວ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ຂອງ ສປປ.ລາວ ແລະ ລາຊະອານາຈັກໄທ ຕະຫຼອດຮອດ ສື່ມວນຊົນ ເຂົ້າຮ່ວມ.


ໃນພິທີ, ທ່ານ ທັນສະໄໝ ກົມມະສິດ ໄດ້ລາຍງານ ກ່ຽວກັບຜົນການຮ່ວມມືຂອງ ສປປ.ລາວ ແລະ ລາຊະອານາຈັກໄທ ໃນການຈັດຕັ້ງປະຕິບັດ ວຽກງານການຕິດຕັ້ງໂປຣແກຣມດັ່ງກ່າວ ເຊິ່ງເຫັນວ່າ: ໄດ້ສືບເນື່ອງມາຈາກບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຫ່ງ ສປປ.ລາວ ກັບ ສໍານັກງານຄະນະກໍາມະການ ກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການ ໂທລະຄົມມະນາຄົມ ແຫ່ງຊາດ (ກສທຊ) ແຫ່ງ ລາຊະອານາຈັກໄທ ຕໍ່ກັບວຽກງານການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການຄຸ້ມຄອງ ແລະ ດັດສົມໂທລະຄົມມະນາຄົມ ແລະ ຄື້ນຄວາມຖີ່ ໃນຂອບເຂດການຮ່ວມມື ຄື:  ການຄຸ້ມຄອງບໍລິຫານ, ຕິດຕາມກວດກາ ແລະ ການອອກອະນຸຍາດຄື້ນຄວາມຖີ່; ການດັດສົມວຽກງານໂທລະຄົມມະນາຄົມ; ການປົກປ້ອງຜູ້ຊົມໃຊ້ ແລະ ການແກ້ໄຂຂໍ້ຂັດແຍ້ງ ໃນການບໍລິການໂທລະຄົມມະນາຄົມ; ການສົ່ງເສີມນະວັດຕະກໍາດ້ານເຕັກນິກ ໃນຂົງເຂດໂທລະຄົມມະນາຄົມ; ການຮ່ວມມືສາກົນ ໃນຂອບສະຫະພາບໂທລະຄົມມະນາຄົມສາກົນ (ITU) ແລະ ອາຊຽນ;  ການຮ່ວມມືດ້ານອື່ນໆ ທີ່ທັງສອງຝ່າຍຕົກລົງເຫັນດີເປັນເອກະພາບກັນ.

ທັງນີ້ ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື ກໍ່ຄື ບັນດາກິດຈະກໍາທີ່ສໍາຄັນ ໃຫ້ເກີດເປັນຮູບປະທຳ ເຊັ່ນ: ການເຝິກອົບຮົມ, ການແກ້ໄຂບັນຫາຄື້ນຄວາມຖີ່, ການແລກປ່ຽນບົດຮຽນການຄຸ້ມຄອງ ບັນດາເຕັກໂນໂລຊີ ທີ່ລາຊະອານາຈັກໄທ ກໍາລັງພັດທະນາ ໂດຍສະເພາະ ແມ່ນໂປຣແກຣມລົງທະບຽນເລກໝາຍໂທລະສັບມືຖື. ໃນນັ້ນ, ກສທຊ ແຫ່ງ ລາຊະອານາຈັກໄທ ໄດ້ສົ່ງທີມງານວິຊາການເຕັກນິກ ມາຊ່ວຍຕິດຕັ້ງໂປຣແກຣມ, ພ້ອມທັງ ຈັດເຝິກອົບຮົມ ກ່ຽວກັບການນໍາໃຊ້ ແລະ ບໍາລຸງຮັກສາລະບົບ ຂອງໂປຣແກຣມດັ່ງກ່າວ ໃຫ້ແກ່ທີມງານຂອງ ກະຊວງ ປທສ ແຫ່ງ ສປປ.ລາວ.

ໃນຂະນະດຽວກັນ, ທິມງານເຕັກນິກ ຂອງ ກະຊວງ ປທສ ແຫ່ງ ສປປ.ລາວ ກໍ່ໄດ້ໄປແລກປ່ຽນບົດຮຽນ ແລະ ສຶກສາລົງເລິກ ການພັດທະນາວຽກງານດັ່ງກ່າວ ທີ່ ບາງກອກ, ລາຊະອານາຈັກໄທ. ໃນຕໍ່ໜ້າ, ສອງຝ່າຍ ຍັງຈະສືບຕໍ່ຮ່ວມມື ແລະ ແລກປ່ຽນບົດຮຽນນໍາກັນຕື່ມ ເພື່ອພັດທະນາລະບົບດັ່ງກ່າວ ໃຫ້ມີຄວາມທັນສະໄໝ ແລະ ປອດໄພຫຼາຍຂຶ້ນ, ສາມາດຕອບສະໜອງ ຕາມຈຸດປະສົງທີ່ຕັ້ງໄວ້ ແລະ ເຮັດໃຫ້ວຽກງານ ການຄຸ້ມຄອງເລກໝາຍໂທລະສັບມືຖື ກໍ່ຄືການດັດສົມໂທລະຄົມມະນາຄົມ ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

ພ້ອມດຽວກັນນັ້ນ, ກະຊວງ ປທສ ແຫ່ງ ສປປ.ລາວ ຍັງຈະໄດ້ສືບຕໍ່ສ້າງນິຕິກຳ ທີ່ກ່ຽວຂ້ອງ ໂດຍສະເພາະ ດຳລັດວ່າດ້ວຍ ການຂຶ້ນທະບຽນເລກໝາຍໂທລະສັບ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ຂອງ ສປປ.ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ດີຂຶ້ນເປັນກ້າວໆ. ນອກນັ້ນ, ທັງສອງຝ່າຍ ຍັງຈະສືບຕໍ່ຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອພັດທະນາ ແລະ ສົ່ງເສີມວຽກງານໂທລະຄົມ ມະນາຄົມ ແລະ ICT ຂອງສອງປະເທດ ໃຫ້ເປັນທັນສະໄໝ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.​

No comments

Powered by Blogger.