ອະດີດປະທານປະເທດຍິງ ລີເບເຣຍໄດ້ຮັບລາງວັນຜູ້ນຳທີ່ດີທີ່ສຸດຂອງອາຟຣິກາ ເງິນລາງວັນ 5 ລ້ານໂດລາ - ອິດສະຫຼະ

ອະດີດປະທານປະເທດຍິງ ລີເບເຣຍໄດ້ຮັບລາງວັນຜູ້ນຳທີ່ດີທີ່ສຸດຂອງອາຟຣິກາ ເງິນລາງວັນ 5 ລ້ານໂດລາ


ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2018 ວ່າ: ທ່ານ ນາງ ເອວເລນ ຈອນສັນ ເຊີລີບ (Ellen Johnson Sirleaf) ອະດີດປະທານປະເທດລີເບເຣຍ ໄດ້ຮັບການປະກາດຊື່ໃຫ້ເປັນຜູ້ສົມຄວນໄດ້ຮັບວາງວັນສຸດຍອດຜູ້ນຳແຫ່ງທະວີບອາຟຣິກາ "ໂມ ອິບຼະຮິມ" (Mo Ibrahim award) ປະຈຳປີ 2017. ໂມ ອິບຼະຮິມ ເປັນລາງວັນທີ່ມີເງິນລາງວັນຫຼາຍທີ່ສຸດໃນໂລກ ທີ່ຈະມອບໃຫ້ກັບບຸກຄົນ ເຊິ່ງເປັນຜູ້ນຳຂອງປະເທດຕ່າງໆໃນທະວີບອາຟຣິກາ ທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕເທົ່ານັ້ນ ແລະ ຕ້ອງເປັນບຸກຄົນທີ່ສະແດງໃຫ້ເຫັນເຖິງຄວາມເປັນຜູ້ນຳຢ່າງໂດດເດັ່ນ, ຄອງຕຳແໜ່ງຄົບວາລະ ແລະ ພົ້ນຈາກຕຳແໜ່ງໃນໄລຍະ 3 ປີ ກ່ອນໄດ້ຮັບລາງວັນ. ລາງວັນມອບໃຫ້ພ້ອມກັບເງິນຈຳນວນ 5 ລ້ານໂດລາສະຫະລັດ ຈ່າຍໃຫ້ເປັນງວດໃນໄລຍະເວລາ 10 ແລະ ຫຼັງຈາກນັ້ນຈະໄດ້ຮັບອີກປີລະ 200,000 ໂດລາສະຫະລັດ ຈົນຕະຫຼອດຊີວິດ. ທ່ານ ນາງ ເຊີລີບ ອາຍຸ 79 ປີ ປະທານປະເທດຄົນທີ 24 ຂອງລີເບເຣຍ ແລະ ປະມຸກແຫ່ງລັດ ທີ່ເປັນເພດຍິງໂດຍມາຈາກການເລືອກຕັ້ງຄົນທຳອິດຂອງທະວີບອາຟຣິກາ ຢູ່ຄົບວາລະຕຳແໜ່ງ 2 ສະໄໝ 12 ປີ ໄດ້ຮັບລາງວັນ ໂມ ອິບຼະຮິມ 2017 ຖືເປັນລາງວັນໃຫຍ່ລາຍການທີ 2 ໃນຮອບ 6 ປີ ຫຼັງຈາກໃນປີ 2011 ທ່ານ ນາງ ໄດ້ຮັບລາງວັນໂນເບວສາຂາສັນຕິພາບ ຮ່ວມກັບແມ່ຍິງນັກເຄື່ອນໄຫວເພື່ອສັນຕິພາບລີເບເຣຍ ແລະ ນັກເຄື່ອນໄຫວເພື່ອສິດທິແມ່ຍິງຊາວເຢເມນ. ທ່ານ ຊາລິມ ອາເໝັດ ຊາລິມ ປະທານຄະນະກຳມະການລາງວັນ ໂມ ອິບຼະຮິມ ແລະ ອະດີດເລຂາທິການກຸ່ມສະຫະພາບອາຟຣິກາ (AU) ກ່າວວ່າ ທ່ານ ນາງ ເຊີລີບ ເປັນຜູ້ປ່ຽນແປງໂຊກຊະຕາຂອງລີເບເຣຍ ຕະຫຼອດໄລຍະເວລາຂອງການດຳລົງຕຳແໜ່ງ 2 ສະໄໝ ທ່ານ ນາງ ປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະຊາຊົນລີເບເຣຍ, ທ່ານ ນາງ ໄດ້ວາງຮາກຖານການພັດທະນາ ທີ່ຕອນນີ້ລີເບເຣຍສາມາດເສີມຂະຫຍາຍ ແລະ ຕໍ່ຍອດໄປໄດ້. ລາງວັນດັ່ງກ່າວສ້າງຕັ້ງໂດຍທ່ານ ໂມ ອິບຼະຮິມ ມະຫາເສດຖີທຸລະກິດການສື່ສານໂທລະຄົມມະນາຄົມຊາວອັງກິດເຊື້ອສາຍຊູດັງ ມີຜູ້ນຳອາຟຣິກາ ທີ່ເຄີຍໄດ້ລາງວັນນີ້ພຽງແຕ່ 5 ຄັ້ງ ນັບຕັ້ງແຕ່ສ້າງຕັ້ງລາງວັນນີ້ມາໄດ້ 11 ປີແລ້ວ.

No comments

Powered by Blogger.