ຟິລິບປິນເລັ່ງຈັດຊື້ເຮລິຄອບແຕຈາກຈີນ-ລັດເຊຍ ພາຍຫຼັງການາດາຂໍທົບທວນແຜນການຂາຍ - ອິດສະຫຼະ

ຟິລິບປິນເລັ່ງຈັດຊື້ເຮລິຄອບແຕຈາກຈີນ-ລັດເຊຍ ພາຍຫຼັງການາດາຂໍທົບທວນແຜນການຂາຍ



ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2018 ວ່າ: ເດວຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ກ່າວເມື່ອວັນຈັນທີ່ຜ່ານມາວ່າ: ລັດຖະບານຟິລິບປິນກຳລັງພິຈາລະນາຂໍ້ສະເໜີຈາກບໍລິສັດຜະລິດອາວຸດຫຼາຍແຫ່ງຂອງເກົາຫຼີໃຕ້, ລັດເຊຍ, ຈີນ ແລະ ຕວັກກີ ລວມທັງອີກຫຼາຍປະເທດໃນພູມມິພາກ ເພື່ອສັ່ງຊື່ເຮລິຄອບແຕຂະໜາດກາງສຳລັບໃຊ້ພາຍໃນກອງທັບ ເພື່ອທົດແທນຂໍ້ຕົກລົງການສັ່ງຊື້ເຮລິຄອບແຕລຸ້ນ 412EPI ຈຳນວນ 16 ລຳຈາກການາດາ ທີ່ຜ່ານການລົງນາມຮ່ວມກັບສຳນັກງານການຮ່ວມມືດ້ານການຄ້າການາດາ (Canadian Commercial Corp: CCC).

ເຊິ່ງທ່ານ ໂຣດຼິໂກ ດູເຕເຕ ມີຄຳສັ່ງເມື່ອອາທິດທີ່ຜ່ານມາ ໃຫ້ຍົກເລີກຂໍ້ຕົກລົງດັ່ງກ່າວກັບການາດາ ທີ່ມີມູນຄ່າ 12,000 ລ້ານເປໂຊ (ປະມານ 235 ລ້ານໂດລາສະຫະລັດ) ແລະ ກ່າວວ່າການທີ່ກອງທັບຟິລິບປິນຈະນຳເຮລິຄອບແຕທີ່ຊື້ມາແລ້ວໄປໃຊ້ງານໃນພາລະກິດໃດນັ້ນເປັນເລື່ອງພາຍໃນຂອງຟິລິບປິນ ພາຍຫຼັງທີ່ລັດຖະບານການາດາຂໍທົບທວນຄືນການຮ່ວມມືໃນຄັ້ງນີ້ ເນື່ອງຈາກເປັນຫ່ວງວ່າກອງທັບຟິລິບປິນຈະນຳໃນເຮລິຄອບແຕ ທີ່ຈະຊື້ນຳນັ້ນໄປໃຊ້ໃນປະຕິບັດການປາບປາມກອງກຳລັງຕິດອາວຸດໃນພາກໃຕ້ຂອງປະເທດ ເຖິງແມ່ນວ່າກ່ອນໜ້ານີ້ລັດຖະບານຟິລິບປິນເຄີຍສັ່ງຊື້ເຮລິຄອບແຕລຸ້ນດຽວກັນນີ້ມາແລ້ວ 6 ລຳ ໃນລາຄາລວມ 4,800 ລ້ານເປໂຊ ເມື່ອປີ 2014.


No comments

Powered by Blogger.