ກົມອຸຕຸແຈ້ງເຕືອນອີກຄັ້ງ ໃຫ້ກຽມພ້ອມຮັບມືກັບພາຍຸເບີບິນກາ 16-18 ສິງຫາ 2018 ນີ້ - ອິດສະຫຼະ

ກົມອຸຕຸແຈ້ງເຕືອນອີກຄັ້ງ ໃຫ້ກຽມພ້ອມຮັບມືກັບພາຍຸເບີບິນກາ 16-18 ສິງຫາ 2018 ນີ້





ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນພາຍຸໝູນເຂດຮ້ອນ ເບີບິນກາ (BEBINCA) ສະບັບເລກທີ 0910/ກອຕທ ລົງວັນທີ 16 ສິງຫາ 2018 ວ່າ: ພາຍຸໝູນເຂດຮ້ອນ ເບີບິນກາ ຫົວທີ 16 ປັດຈຸບັນຍັງປົກຄຸມຢູ່ທະເລຈີນໃຕ້ຕອນເໜືອກຳລັງເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ ໃນວັນທີ 16 ສິງຫາ 2018 ຈະເຄື່ອນທີ່ຜ່ານເມືອງຈົງໄຫ ແລະ ໃນຕອນເຊົ້າຂອງວັນທີ 17 ສິງຫາ 2018 ຈະເຄື່ອນທີ່ຜ່ານອ່າວຕົງແກງ ແລ້ວເຄື່ອນທີ່ເຂົ້າພາກເໜືອຂອງປະເທດຫວຽດນາມ.

ຈາກນັ້ນຈະສືບຕໍ່ຜ່ານບັນດາແຂວງຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ ແລະ ບໍ່ແກ້ວ ຕະຫຼອດການເຄື່ອນທີ່ຂອງພາຍຸຫົວດັ່ງກ່າວຈະເຮັດໃຫ້ກະແສລົມມໍລະສຸມມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງໃນຂອບເຂດທົ່ວປະເທດ ແລະ ຕົກປານກາງ ຫາກ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ລົງພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 16-18 ສິງຫາ 2018.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ,​ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ລົມພັດແຮງ ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້.






No comments

Powered by Blogger.