ສະໜາມໄຊຖືກຕັດຂາດອີກຄັ້ງ ການຂົນສົ່ງສະບຽງໃຊ້ທາງຍົນເທົ່ານັ້ນ, ຂະນະທີ່ການຄົ້ນຫາຜູ້ສູນຫາຍຕ້ອງຢຸດຊົ່ວຄາວ - ອິດສະຫຼະ

ສະໜາມໄຊຖືກຕັດຂາດອີກຄັ້ງ ການຂົນສົ່ງສະບຽງໃຊ້ທາງຍົນເທົ່ານັ້ນ, ຂະນະທີ່ການຄົ້ນຫາຜູ້ສູນຫາຍຕ້ອງຢຸດຊົ່ວຄາວ



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 16 ສິງຫາ 2018 ທີ່ຜ່ານມາວ່າ: ໜ່ວຍກູ້ໄພ ກອງທັບປະຊົນລາວ ແລະ ຕ່າງປະເທດໄດ້ຢຸດຕິຊົ່ວຄາວການຄົ້ນຫາຜູ້ສູນຫາຍ ຈາກເຫດໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ, ເນື່ອງຈາກມີນ້ຳຂຶ້ນຖ້ວມເມືອງສະໜາມໄຊ ແຂວງອັດຕະປື ເປັນຮອບທີສອງ ພາຍຫຼັງທີ່ມີຝົນຕົກໜັກໃນໄລຍະ 2-3 ວັນຜ່ານມາ, ພ້ອມທັງຖ້ວມເສັ້ນທາງ ແລະ ຂົວຫຼາຍຈຸດ ລົດບໍ່ສາມາດທຽວໄດ້.

ໃນຂະນະທີ່ທາງການຍັງສືບຕໍ່ນຳໃຊ້ຍົນເຮລີຄອັບເຕີ ຂົນສົ່ງເຄື່ອງຊ່ວຍເຫຼືອທີ່ຈຳເປັນ ໄປມອບໃຫ້ປະຊາຊົນ ຢູ່ສູນພັກຊົ່ວຄາວໃນແຕ່ລະແຫ່ງ ເພື່ອໃຫ້ປະຊາຊົນໄດ້ບໍລິໂພກຢ່າງທົ່ວເຖິງ.




ທ່ານ ພົນຈັດຕະວາ ຜາລົມ ລິນທອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ບັນຊາໜ່ວຍກູ້ໄພພາກສະໜາມ ກ່າວວ່າ: ດ້ວຍເຫດຜົນໃນການຈັດຕັ້ງປະຕິບັດວຽກງານຊອກຄົ້ນ ແລະ ເກັບກູ້ສາກສົບຜູ້ສູນຫາຍໃນຕົ້ນອາທິດນີ້ ແມ່ນພົບຄວາມຫຍຸ້ງຍາກ ແລະ ບໍ່ສາມາດດຳເນີນການຕໍ່ໄປໄດ້ ເພາະວ່າມີຝົນຕົກໜັກ ເຮັດໃຫ້ແມ່ນ້ຳເຊກອງ ແລະ ເຊກະໝານ ຍູ້ດັນສາຍນ້ຳຕ່າງໆ ອັ່ງຖ້ວມຫຼາຍພື້ນທີ່ ໃນເມືອງສະໜາມໄຊ ໂດຍສະເພາະໄດ້ຖ້ວມຮອບສອງຢູ່ໃນເຂດໄພພິບັດ. ດັ່ງນັ້ນ, ໜ່ວຍກູ້ໄພຂອງກອງທັບປະຊາຊົນລາວ, ຫວຽດນາມ ແລະ ສິງກະໂປ ຈຶ່ງໄດ້ຢຸດຕິຊົ່ວຄາວ ຈົນກວ່ານ້ຳຈະແຫ້ງລົງ ຈຶ່ງສາມາດດຳເນີນຕໍ່ໄປ. ສຳລັບຕົວເລກຜູ້ເສຍຊີວິດ ມາຮອດປັດຈຸບັນ 17 ສິງຫາ 2018 ຍັງຢູ່ໃນຈຳນວນຕົວເລກເດີມ 39 ສົບ, ເປັນຍິງ 19 ສົບ. ໃນນີ້, ເກັບກູ້ຢູ່ສະໜາມໄດ້ 34 ສົບ ແລະ ເສຍຊີວິດຢູ່ໂຮງໝໍ 5 ສົບ, ສ່ວນປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນຈຳນວນ 13 ບ້ານ, ມີ 2,717 ຄອບຄົວ, ພົນລະເມືອງ 13,087 ຄົນ ແລະ ໃນ 6 ບ້ານ ທີ່ໄດ້ຮັບຜົນກະທົບໜັກ ແມ່ນມີ 1,611 ຄອບຄົວ, ພົນລະເມືອງ 7,095 ຄົນ.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ກ່າວວ່າ: ສຳລັບວຽກຮີບດ່ວນໃນຂະນະນີ້ ແມ່ນການເລັ່ງຊ່ວຍເຫລືອຍົກຍ້າຍຄົນງານ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງຕັ້ງຢູ່ຝາກນ້ຳເຊກອງຫຼາຍກວ່າ 500 ຄົນ ມາພັກທີ່ສູນຊົ່ວຄາວ ເມືອງສະໜາມໄຊ. ນອກນີ້, ຍັງມີປະຊາຊົນ ທີ່ອາໄສຢູ່ລຽບນ້ຳຈົນຮອດປາກເຊປຽນ ກໍ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງທາງການແຂວງອັດຕະປື ດຳເນີນການຂົນຍ້າຍໄປຢູ່ທີ່ປອດໄພ. ໃນຂະນະດຽວກັນ, ໄດ້ເອົາໃຈໃສ່ຕິດຕາມລະດັບການຂຶ້ນລົງຂອງນ້ຳຢ່າງໃກ້ຊິດ ເນື່ອງຈາກກົມອຸຕຸລາຍງານຈະມີພາຍຸເຂົ້າລາວຮອບໃໝ່ ຈຶ່ງໄດ້ມີແຜນກະກຽມຮັບມືໃຫ້ທັນການ, ທັງກະກຽມຍົກຍ້າຍປະຊາຊົນທີ່ຕັ້ງຢູ່ພື້ນທີ່ຕ່ຳ ຂຶ້ນໄປຢູ່ທີ່ສູງຫາກມີນ້ຳຖ້ວມອີກ.

ສຳລັບປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ແມ່ນຍັງສືບຕໍ່ຊ່ວຍເຫຼືອບັນເທົາທຸກຢ່າງຕໍ່ເນື່ອງ ເຖິງຈະພົບບັນຫາຫຍຸ້ງຍາກຂອງການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງເອົາໃຈໃສ່ດ້ານການຮັກສາສຸຂະພາບ ແລະ ຈິດໃຈ ມາຮອດປັດຈຸບັນ ຍັງບໍ່ພົບການລະບາດຂອງພະຍາດຕ່າງໆ ໃນຊຸມຊົນຜູ້ປະສົບໄພ, ສິ່ງສຳຄັນໄດ້ເລັ່ງສ້າງທີ່ພັກຊົ່ວຄາວ ແລະ ຖາວອນ ເພື່ອຮອງຮັບປະຊາຊົນໃຫ້ສຳເລັດໂດຍໄວ.


ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ທັງເປັນຫົວໜ້າຄະນະກໍາມະການຟື້ນຟູ ແລະ ແກ້ໄຂຜົນກະທົບ ຈາກອຸປະຕິເຫດ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໄດ້ສະເໜີໃຫ້ລັດຖະບານສົ່ງຄະນະຟື້ນຟູ ແລະ ຄະນະຄຸ້ມຄອງລາຍຮັບ-ລາຍຈ່າຍ ລົງມາເຮັດວຽກປະຈຳຢູ່ແຂວງອັດຕະປື ເພື່ອຄວາມສະດວກ, ຄວາມໂປ່ງໃສ ແລະ ຄວາມວ່ອງໄວ ໃນການປະຕິບັດໜ້າທີ່. ຄວາມຕ້ອງການດັ່ງກ່າວ, ໄດ້ສະເໜີຜ່ານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃນໂອກາດລົງຊຸກຍູ້ ແລະ ຢ້ຽມຢາມຜູ້ປະສົບໄພ ຢູ່ເມືອງສະໜາມໄຊ, ແຂວງ ອັດຕະປື ໃນລະຫວ່າງວັນທີ 14-15 ສິງຫາ 2018.

ທ່ານ ເລັດ ໄຊຍະພອນ ກ່າວວ່າ: ການທີ່ສົ່ງຄະນະຟື້ນຟູ ແລະ ຄະນະຄຸ້ມຄອງລາຍຮັບ-ລາຍຈ່າຍ ລົງມາເຮັດວຽກປະຈຳຢູ່ແຂວງນີ້, ກໍ່ເພື່ອບໍ່ຢາກເຮັດແບບວ່າ ແຂວງສະຫຼຸບແລ້ວ, ຂຶ້ນແຜນແລ້ວ ສູນກາງຍັງໄດ້ມາກວດກາຕື່ມອີກ, ເຊິ່ງຈະເຮັດໃຫ້ການດຳເນີນວຽກງານ ມີຄວາມຫຼ້ຊ້າ, ຖ້າມີຕົວແທນຂອງລັດຖະບານ ລົງມາເຮັດແຜນລາຍຈ່າຍ ແລະ ຄຸ້ມຄອງນຳກັນ ແລ້ວຢັ້ງຢືນໄປຫາລັດຖະບານ ກໍ່ຖືວ່າແລ້ວ. ທັງນີ້, ກໍ່ເພື່ອຮັບປະກັນ ການຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ມີຄວາມຄ່ອງຕົວ, ວ່ອງໄວ, ໂປ່ງໃສ ແລະ ທັນກັບສະພາບການ. ອີກຢ່າງໜຶ່ງ, ການປະສານງານໂດຍສະເພາະ ກ່ຽວກັບວຽກງການຟື້ນຟູ ລະຫວ່າງທ້ອງຖິ່ນກັບສູນກາງ ຈະມີຄວາມສະດວກຂຶ້ນ, ເພາະວ່າປັດຈຸບັນນີ້ ແຂວງ ອັດຕະປື ໄດ້ໃຫ້ບໍລິສັດເອກະຊົນ ທີ່ມີປະສົບການສູງ ລົງມືສຳຫລວດ ແລະ ອອກແບບຕ່າງໆ ກ່ຽວກັບການຟື້ນຟູແລ້ວ, ຖ້າຫາກຄະນະສູນກາງລົງມາປະຈໍາ ກໍຈະສາມາດວາງແຜນພ້ອມທັງກວດກາ ແລະ ຮັບຮອງມາດຕະຖານເຕັກນິກໄປພ້ອມໆກັນເລີຍ.

No comments

Powered by Blogger.