ຍົນໂດຍສານຈີນ ເຈືອກອອກນອກລານແລ່ນ ພ້ອມ 165 ຊີວິດ ທີ່ນະຄອນຫຼວງມະນິລາ - ອິດສະຫຼະ

ຍົນໂດຍສານຈີນ ເຈືອກອອກນອກລານແລ່ນ ພ້ອມ 165 ຊີວິດ ທີ່ນະຄອນຫຼວງມະນິລາ



ສຳນັກຂ່າວຕ່າງປະເທດລາຍງານ 17 ສິງຫາ 2018 ວ່າ: ເກີດອຸປະຕິເຫດຍົນໂດຍສານແບບ Boeing 737-800 ຂອງສາຍການບິນ Xiamen Air ຖ້ຽວບິນ MF8667 ຂອງຈີນ ແລ່ນອອກນອກລານແລ່ນ ໃນສະໜາມບິນສາກົນນະຄອນຫຼວງມະນິລາ ປະເທດຟິລິບປິນ ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ.

ຍົນລຳດັ່ງກ່າວເດີນທາງມາຈາກເມືອງເຊຍເໝິນ ປະເທດຈີນ ແລະ ໄດ້ເກີດອຸປະຕິເຫດຂະນະລົງຈອດ ເມື່ອເວລາທ່ຽງຄືນຂອງວັນທີ 16 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໂຊກດີທີ່ຜູ້ໂດຍສານ 157 ຄົນ ແລະ ຈຸບິນ 8 ຄົນ ໄດ້ຮັບການອົບພະຍົບອອກຈາກຍົນໄດ້ຢ່າງປອດໄພ ໂດຍບໍ່ມີຜູ້ໄດ້ຮັບບາດເຈັບ.






No comments

Powered by Blogger.