ສະຫະພັນແມ່ຍິງລາວ ຕັດຜົມຍິງ-ຊາຍ, ຕັດເລັບ, ໃຫ້ຄວາມຮູ້ສຸຂະອານາໄມ ແກ້ຜູ້ປະສົບໄພເມືອງສະໜາມໄຊ - ອິດສະຫຼະ

ສະຫະພັນແມ່ຍິງລາວ ຕັດຜົມຍິງ-ຊາຍ, ຕັດເລັບ, ໃຫ້ຄວາມຮູ້ສຸຂະອານາໄມ ແກ້ຜູ້ປະສົບໄພເມືອງສະໜາມໄຊ



ກະບອກສຽງ ແມ່ຍິງລາວລາຍງານເມື່ອວັນທີ 16 ສິງຫາ 2018 ທີ່ຜ່ານມາວ່າ: ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ນຳຄະນະຄູເຝິກ ແລະ ອາສາສະໝັກຈາກສູນກາງ ລົງເຄື່ອນໄຫວສ້າງກິດຈະກຳໃຫ້ແກ່ພໍ່ແມ່ປະຊາຊົນ ໂດຍສະເພາະແມ່ນເດັກນ້ອຍ ຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນຳນ້ອຍແຕກ, ຢູ່ທີ່ສູນອົບພະຍົບໂຮງຮຽນປະຖົມມິດສຳພັນ ເມືອງສະໜາມໄຊ ແຂວງອັດຕະປື ເຊິ່ງປະກອບມີກິດຈະກຳຕັດຍົມຍິງ-ຊາຍ, ຕັດເລັບມື ແລະ ໃຫ້ຄວາມຮູ້ດ້ານສຸຂະອານາໄມ.










No comments

Powered by Blogger.