ອິນໂດເນເຊຍ ເອົາຊະນະທີມຊາດລາວ 3-0 ເຮັດໃຫ້ທີມລາວ ຢູ່ອັນດັບສຸດທ້າຍຂອງຕາຕະລາງໃນຕອນນີ້ - ອິດສະຫຼະ

ອິນໂດເນເຊຍ ເອົາຊະນະທີມຊາດລາວ 3-0 ເຮັດໃຫ້ທີມລາວ ຢູ່ອັນດັບສຸດທ້າຍຂອງຕາຕະລາງໃນຕອນນີ້



ການແຂ່ງຂັນບານເຕະຊາຍ ໃນມະຫະກຳກີລາອາຊຽນເກມ 2018 ທີ່ປະເທດອິນໂດເນເຊຍ ກຸ່ມ A ລະຫວ່າງທີມຊາດລາວ ພົບກັບທີມເຈົ້າພາບອິນໂດເນເຊຍ ເມື່ອເວລາ 19:00 ໂມງ ຂອງວັນທີ 17 ສິງຫາ 2018 ທີ່ຜ່ານມາ ຈົບເກມທີມເຈົ້າພາບສາມາດເອົາໄຊຊະນະໄປໄດ້ 3-0 ປະຕູ ໂດຍໄດ້ 2 ປະຕູຈາກອັນເບໂຕ ກອນຊັລເວສ ໃນນາທີ 14 ແລະ ໃນນາທີ 47 , ປະຕູທີ 3 ຈາກຣິກກີ້ ຟາຣິສ ໃນນາທີ 75, ເຮັດໃຫ້ທີມຊາດລາວຢູ່ໃນອັນດັບສຸດທ້າຍຂອງຕາຕະລາງການແຂ່ງຂັນກຸ່ມ A ທີ່ເສຍຕິດຕໍ່ກັນ 3 ນັດຊ້ອນ.


ເຊິ່ງໃນນັດທຳອິດທີມຊາດລາວ ແມ່ນພົບກັບ ທີມຊາດຮົງກົງ ເມື່ອວັນທີ 10 ສິງຫາ 2018 ຮົງກົງເອົາໄຊຊະນະໄປໄດ້ 3-1 ປະຕູ, ສ່ວນໃນນັດທີ 2 ພົບກັບທີມຊາດປາແລັດສະຕິນ ເມື່ອວັນທີ 12 ສິງຫາ 2018 ປາແລັດສະຕິນເອົາຊະນະໄປໄດ້ 2-1 ປະຕູ ແລະ ໃນນັດສຸດທ້າຍທີມຊາດລາວ ຈະພົບກັບ ໄຕ້ຫວັນ ໃນວັນທີ 20 ສິງຫາ 2018 ທີ່ຈະມາເຖິງນີ້.






No comments

Powered by Blogger.