ທາງການໄທ ຢຶດໂທລະສັບ iPhone ທີ່ມາຊື້ຢູ ສປປ.ລາວ ໄປຂາຍຢູ່ໄທ ເພາະລາຄາຢູ່ລາວຖືກກວ່າໄທ - ອິດສະຫຼະ

ທາງການໄທ ຢຶດໂທລະສັບ iPhone ທີ່ມາຊື້ຢູ ສປປ.ລາວ ໄປຂາຍຢູ່ໄທ ເພາະລາຄາຢູ່ລາວຖືກກວ່າໄທ



ສຳນັກຂ່າວໃນໄທລາຍງານເມື່ອວັນທີ 16 ສິງຫາ 2018 ທີ່ຜ່ານມາວ່າ: ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ-ຈັງຫວັດໜອງຄາຍ ເຈົ້າໜ້າທີ່ພາສີຂອງໄທ ໄດ້ມີການກວດລົດສ່ວນບຸກຄົນ ແລະ ລົດໂດຍສານລະຫວ່າງປະເທດ ໂດຍໄດ້ຮຽກກວດລົດແທັກຊີຄັນໜຶ່ງ ທີ່ຕິດປ້າຍທະບຽນປະເທດໄທ ພາຍໃນລົດມີຜູ້ໂດຍສານ 1 ຄົນ ແລະ ຄົນຂັບລົດ 1 ຄົນ ພົບວ່າກ້ອງເບາະນັ່ງມີໂທລະສັບຍີ່ຫໍ້ iPhone (ໄອໂຟນ) ຈຳນວນຫຼາຍ.


ເຊິ່ງຈາກການກວດສອບຢ່າງລະອຽດພົວວ່າມີ ໄອໂຟນ 5, ໄອໂຟນ 5, ໄອໂຟນ 7, ໄອໂຟນ 7 ພລັສ ສະພາບໃໝ່ 146 ໜ່ວຍ ແລະ ໂທລະສັບໄອໂຟນທີ່ນຳມາແປງໃນລາວອີກ 4 ໜ່ວຍ ລວມເປັນ 150 ໜ່ວຍ ເຊິ່ງທັງໝົດເປັນໄອໂຟນແທ້.

ຈາກການສອບຖາມຜູ້ກ່ຽວທີ່ລັກລອບຂົນໂທລະສັບຂ້າມປະເທດໄດ້ຮູ້ວ່າ ຜູ້ກ່ຽວໄດ້ເປີດຮ້ານຂາຍໂທລະສັບທີ່ຈັງຫວັດນະຄອນຣາຊະສີມາ ໂດຍຂາຍທັງໜ້າຮ້ານ ແລະ ອອນລາຍ ເຊິ່ງໄດ້ຂ້າມມາຊື້ໂທລະສັບຫຼາຍຮຸ້ນທີ່ນະຄອນຫຼວງວຽງຈັນ ສປປ.ລາວ ຄັ້ງລະປະມານ 50-80 ໜ່ວຍ ເຮັດມາແລ້ວ 3 ຄັ້ງ ເພາະລາຄາຊື້ໃນປະເທດໄທ ກັບ ປະເທດລາວ ຂ້ອນຂ້າງແຕກຕ່າງກັນຫຼາຍ ເມື່ອຊື້ມາແລ້ວຈະນຳມາວາງຂາຍໜ້າຮ້ານ ແລະ ອອນລາຍ ເຊິ່ງໃນຄັ້ງນີ້ໂທລະສັບທັງໝົດນີ້ມີມູນຄ່າປະມານ​ 5 ແສນບາດ ພາສີໜອງຄາຍໄດ້ຢຶດໄວ້ທັງໝົດ ເນື່ອງຈາກຜິດກົດໝາຍພາສີຂອງໄທ.

ນອກຈາກນີ້ຍັງໄດ້ຢຶດລົດທີ່ໃຊ້ໃນການກຳທະຜິດ ເນື່ອງຈາກເປັນລົດໂດຍສານລະຫວ່າງປະເທດ ແມ່ນຍັງໄດ້ຍົກເລີກໃບອະນຸຍາດອີກດ້ວຍ.




No comments

Powered by Blogger.