ໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເສຍຊີວິດແລ້ວ 39 ຄົນ ຍັງສູນຫາຍກວ່າ 90 ຄົນ - ອິດສະຫຼະ

ໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເສຍຊີວິດແລ້ວ 39 ຄົນ ຍັງສູນຫາຍກວ່າ 90 ຄົນ



ອີງຕາມການລາຍງານຂອງຫ້ອງວ່າການແຂວງອັດຕະປື ເມື່ອວັນທີ 13 ສິງຫາ 2018 ທີ່ຜ່ານມາໃຫ້ຮູ້ວ່າ: ສືບເນື່ອງມາຈາກພາລະກິດການຄົ້ນຫາຜູ້ສູນຫາຍ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ມີທັງເຈົ້າໜ້າທີ່ຈາກທັງກອງທັບປະຊາຊົນລາວ ພ້ອມທັງພາກສ່ວນທີ່ກ່ຽວຂ້ອງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສຸມກຳລັງຂຸ້ນຂ້ຽວ ໃນການຄົ້ນຫາຜູ້ສູນຫາຍທີ່ຍັງບໍ່ທັນພົບເຫັນຢ່າງຕໍ່ເນື່ອງ ເຖິງແມ່ນວ່າພາລະກິດຈະມີອຸປະສັກຕະຫຼອດເວລາຕໍ່ຕາມ.

ຫຼ້າສຸດມາຮອດວັນທີ 13 ສິງຫາ 2018 ເຈົ້າໜ້າທີ່ພາກສະໜາມຟື້ນຟູ ແລະ ແກ້ໄຂໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປືຊີ້ແຈງໃຫ້ຮູ້ຕື່ມອີກວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກທີ່ໄດ້ຮັບການຢືນຢັນ ແລະ ເກັບກູ້ສາກສົບໄດ້ແລ້ວແມ່ນ 39 ສົບ ໃນນັ້ນ 34 ສົບແມ່ນເກັບກູ້ໄດ້ໃນພາກສະໜາມ ສ່ວນອີກ 5 ສົບແມ່ນເສຍຊີວິດຢູ່ໂຮງໝໍ ແລະ ໃນຈຳນວນຜູ້ເສຍຊີວິດທັງໝົດມີເດັກນ້ອຍອາຍຸຕ່ຳກວ່າ 10 ປີ 14 ສົບ ເຊິ່ງຈາກຈຳນວນຜູ້ສູນຫາຍທັງໝົດ 131 ຄົນ ເຮັດໃຫ້ປັດຈຸບັນນີ້ຍັງມີສູນຫາຍກວ່າ 90 ຄົນ.

ພ້ອມດຽວກັນນັ້ນ ການປະກອບສ່ວນຊ່ວຍເຫຼືອຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດທີ່ແຂວງອັດຕະປືສຳລັບເຄື່ອງບັນເທົາທຸກ ໄພພິບັດຄັ້ງນີ້ມີທັງໝົດ 88 ຕື້ກວ່າກີບ ໃນນັ້ນເປັນເງິນສົດ 29.7 ຕື້ກີບ, ເງິນໂດລາ 1 ລ້ານໂດລາ ແລະ ເຂົ້າສານ 661 ໂຕນ, ສະເພາະການບໍລິຈາກຢູ່ເມືອງສະໜາມໄຊມີມູນຄ່າທັງໝົດ 18 ຕື້ກວ່າກີບ ໃນນັ້ນເປັນເງິນສົດ 1.8 ຕື້ກີບ, 1,000​ ຢວນ, 179,690 ບາດ ແລະ 100 ໂດລາສະຫະລັດ.







No comments

Powered by Blogger.