ແຈ້ງເຕືອນ...! ພາຍຸເບີບິນກາ ເຂົ້າລາວ ຈະເຮັດໃຫ້ມີຝົນຕົກໜັກນັບແຕ່ວັນທີ 14-18 ສິງຫາ ທົ່ວປະເທດ - ອິດສະຫຼະ

ແຈ້ງເຕືອນ...! ພາຍຸເບີບິນກາ ເຂົ້າລາວ ຈະເຮັດໃຫ້ມີຝົນຕົກໜັກນັບແຕ່ວັນທີ 14-18 ສິງຫາ ທົ່ວປະເທດ



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນເລກທີ 0898/ກອຕທ ລົງວັນທີ 13 ສິງຫາ 2018 ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ເບີບິນກາ (BEBINCA) (ຫົວທີ 16) ທີ່ກໍ່ຕົວຢູ່ທະເລຈີນໃຕ້ຕອນເໜືອ ພວມເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສຽງເໜືອ ທີ່ມີຄວາມໄວຢູ່ໃກ້ຈຸດສູນກາງ 18 ແມັດຕໍ່ນາທີ. ພາຍຸຫົວດັ່ງກ່າວຈະສືບຕໍ່ເຄື່ອນຜ່ານພາກເໜືອຂອງເກາະໄຮໜານ ແລະ ເຄື່ອນທີ່ຜ່ານພາກເໜືອຂອງປະເທດຫວຽດນາມ ໃນວັນທີ 16 ສິງຫາ 2018.

ຈາກນັ້ນຈະຜ່ານເຂດພາກເໜືອຂອງປະເທດລາວ ໃນໄລຍະວັນທີ 17-18 ສິງຫາ 2018 ນີ້. ຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸຫົວດັ່ງກ່າວ ຈະເຮັດໃຫ້ມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກເຊັ່ນ:

- ວັນທີ 14-15 ສິງຫາ 2018 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່ແຂວງພາກກາງ ແລະ ພາກໃຕ້: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ນັບທັງນະຄອນຫຼວງວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື.

- ວັນທີ 16-18 ສິງຫາ 2018 ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມມີລົມພັດແຮງຢູ່າແຂວງພາກເໜືອ:​ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນບັນດາເຜົ່າ,​ ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນ້ຳຖ້ວມຊຸ, ນ້ຳຖ້ວມອັ່ງ ແລະ ລົມພັດແຮງ ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປໄວ້ບ່ອນສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ.

No comments

Powered by Blogger.