ບານເຕະຊາຍລາວ ເສຍຕິດຕໍ່ກັນເປັນນັດທີ 2 ໃນອາຊຽນເກມ 2018 - ອິດສະຫຼະ

ບານເຕະຊາຍລາວ ເສຍຕິດຕໍ່ກັນເປັນນັດທີ 2 ໃນອາຊຽນເກມ 2018



ການແຂ່ງຂັນບານເຕະຊາຍ ໃນມະຫະກຳກີລາອາຊຽນເກມ 2018 ທີ່ອິນໂດເນເຊຍ ຂອງທີມຊາດລາວ ນັດທີ 2 ພົບກັບ ທີມຊາດປາແລັດສະຕິນ ເມື່ອວັນທີ 12 ສິງຫາ 2018 ທີ່ຜ່ານມາ ຈົບເກມປາແລັດສະຕິນສາມາດເອົາຊະນະໄປໄດ້ດ້ວຍ 2-1 ປະຕູ, ເຊິ່ງໃນນາທີ 14 ທີມຊາດລາວຂຶ້ນນຳໄປກ່ອນ 1-0 ຈາກການຍິງຂອງ ພຸດທະໄຊ ໂຄຈະເລີນ ແຕ່ໃນນາທີ ທີ 83 ປາແລັດສະຕິນຕີສະເໜີ 1-1 ຈາກການຍິງປະຕິຂອງ ຊີຮາບ ຄວຳບໍ ແລະ ຂຶ້ນນຳຈົນໄດ້ໄຊຊະນະໃນຊ່ວງຕໍ່ເວລາ ນາທີ 95 ຈາກການຍິງປະຕູຂອງ ອັບເດວລາຕິບ ອັນບາດາລີ

ເຊິ່ງເມື່ອວັນທີ 10 ສິງຫາ 2018 ທີ່ຜ່ານມາ ການແຂ່ງຂັນໃນນັດທຳອິດຂອງທີມຊາດລາວ ພົບກັບ ທີມຊາດຮົງກົງ ຜົນປາກົດວ່າຮົງກົງກໍ່ສາມາດເອົາຊະນະໄປໄດ້ດ້ວຍ 3-1 ປະຕູ, ສ່ວນອີກ 2 ນັດສຸດທ້າຍຈະແຂ່ງຂັນໃນວັນທີ 17 ສິງຫາ 2018 ພົບກັບທີມຊາດອິນໂດເນເຊຍ ປະເທດເຈົ້າພາບ ແລະ ນັດສຸດທ້າຍພົບກັບໄຕ້ຫວັນ ໃນວັນທີ 20 ສິງຫາ 2018.






No comments

Powered by Blogger.