ອົງການ NASA ສົ່ງຍານໄປສຳຫຼວດດວງຕາເວັນແລ້ວ ເພື່ອໃຫ້ເຂົ້າໃຈລະບົບສຸລິຍະຫຼາຍຂຶ້ນ - ອິດສະຫຼະ

ອົງການ NASA ສົ່ງຍານໄປສຳຫຼວດດວງຕາເວັນແລ້ວ ເພື່ອໃຫ້ເຂົ້າໃຈລະບົບສຸລິຍະຫຼາຍຂຶ້ນ



ສຳນັກຂ່າວຕ່າງປະເທດລາຍງານ 12 ສິງຫາ 2018 ວ່າ: ອົງການບໍລິການການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) ໄດ້ປ່ອຍຈະຫຼວດ Delta 4-Heavy ທີ່ບັນທຸກຍານສຳຫຼວດ Parker Solar Probe (ປາກເກີ ໂຊລາ ໂພຼບ) ຈາກຖານຍິງຈະຫຼວດແຫຼມຄານາເວີຣັລ ລັດຟໍຣິດາ ປະເທດສະຫະລັດ ອາເມຣິກາ ເມື່ອເວລາ 03:31 ນາທີ ຂອງເຊົ້າວັນອາທິດຕາມເວລາທ້ອງຖິ່ນ, ກົງກັບເວລາ 14:31 ນາທີ ຕາມເວລາໃນປະເທດລາວ ຂຶ້ນສູ່ວົງໂຄຈອນທ້ອງຟ້າໄດ້ຢ່າງປອດໄພ ຈາກນັ້ນກໍ່ຈະເດີນທາງດ້ວຍຄວາມໄວປະມານ 690,000 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງຖືເປັນຄວາມໄວສູງສສຸດສຳລັບຍານອະວະກາດຈາກໂລກເທົ່າທີ່ເຄີຍມີມາ.



ໂດຍຍານສຳຫຼວດທີ່ບໍ່ມີປະສິດມູນຄ່າໂຄງການ 1,500 ລ້ານໂດລາສະຫະລັດລຳນີ້ ຕັ້ງເປົ້າຈະເດີນທາງເຂົ້າໄປໃຫ້ໃກ້ດວງຕາເວັນຫຼາຍທີ່ສຸດ ເມື່ອທຽບກັບຍານສຳຫຼວດລຳອື່ນໆໃນປະຫວັດສາດ ເພື່ອກ້າວໄປສູ່ສູນກາງຂອງລະບົບສຸລິຍະຈັກກະວານ ໂດຍຈະຢຸດຈຶ້ງຢູ່ບໍລິເວນຊັ້ນບັນຍາກາດຂອງດວງອາທິດ ຫຼື ທີ່ຮຽກວ່າ “ໂຄໂຣນາ” ເຊິ່ງຍານລຳດັ່ງກ່າວຈະໃຊ້ເວລາເຖິງ 7 ປີ ເພື່ອເດີນທາງໄປຍັງຈຸດດັ່ງກ່າວ ທີ່ຫ່າງຈາກພື້ນຜິວດວງຕາເວັນປະມານ 6 ລ້ານກິໂລແມັດ ແຕ່ຍານສຳຫຼວດກໍ່ມີລະບົບປ້ອງກັນຄວາມຮ້ອນສູງສຸດ ເປັນແຜງປ້ອງກັນຄວາມຮ້ອນພະລັງສູງ ເຖິງຈະມີຄວາມໜ້າພຽງ 11.43 ຊັງຕີແມັດ ແຕ່ກໍ່ສາມາດປ້ອງກັນຄວາມຮ້ອນຈາກດວງຕາເວັນໄດ້ຫຼາຍເຖິງ 500 ເທົ່າເມື່ອທຽບກັບຄວາມຮ້ອນຈາກດວງຕາເວັນສູ່ຜິວໂລກ ຍານສຳຫຼວດຂະໜາດເທົ່າລົດລຳນີ້ ຈະເຮັດໃຫ້ນັກວິທະຍາສາດມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບລົມສຸລິຍະ ແລະ ພາຍຸແມ່ເຫຼັກໂລກ ທີ່ມັກເຮັດໃຫ້ເກີດຄວາມວຸ້ນວາຍກັບໂລກ ໂດຍສະເພາະເລື່ອງກະແສໄຟຟ້າ.







No comments

Powered by Blogger.