ແມ່ຍິງເຊກອງ-ຜູ້ຊາຍຜົ້ງສາລີ ສູບຢາຫຼາຍທີ່ສຸດເປັນອັນດັບ 1 ຂອງປະເທດ, ຂະນະທີ່ແມ່ຍິງ-ຜູ້ຊາຍນະຄອນຫຼວງວຽງຈັນຮັກສຸຂະພາບສຸດ - ອິດສະຫຼະ

ແມ່ຍິງເຊກອງ-ຜູ້ຊາຍຜົ້ງສາລີ ສູບຢາຫຼາຍທີ່ສຸດເປັນອັນດັບ 1 ຂອງປະເທດ, ຂະນະທີ່ແມ່ຍິງ-ຜູ້ຊາຍນະຄອນຫຼວງວຽງຈັນຮັກສຸຂະພາບສຸດ



ຜະລິດຕະພັນຢາສູບ ແມ່ນຜະລິດຕະພັນທີ່ມີວັດຖຸດິບທັງໝົດ ຫຼື ບາງສ່ວນມາຈາກໃບຢາສູບ ເຊິ່ງມີຈຸດປະສົງເພື່ອດູດຄວັນ, ດູດ, ຫຍໍ້າ ຫຼື ສູດດົມ. ປະເພດຢາສູບທີ່ກ່າວມາທັງໝົດແມ່ນສ່ວນປະສົບຂອງສານເນໂກຕິນ ທີ່ເຮັດໃຫ້ມີການເສບຕິດ, ການສູບຢາ ແມ່ນໜຶ່ງໃນປັດໄຈສ່ຽງທີ່ກໍ່ໃຫ້ເກີດພະຍາດຮ້າຍແຮງເຊັ່ນ: ມະເຮັງ, ພະຍາດປອດ ແລະ ພະຍາດກ່ຽວກັບລະບົບຄວາມດັນ.

ເຊິ່ງໃນການສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ປີ 2017 ເພື່ອການສຳຫຼວດຄົວເຮືອນລະດັບຊາດ ທີ່ກວມເອົາຕົວແທນເຖິງ 23,400 ຄົວເຮືອນ ໃນທັງໝົດ 18 ແຂວງທົ່ວປະເທດ ແລະ ໄດ້ສຳພາດແມ່ຍິງ ແລະ ຜູ້ຊາຍທຸກຄົນໃນອາຍຸ 15-49 ປີ ເພື່ອສອບຖາມກ່ຽວກັບການສູບຢາທີ່ໃຊ້ ຫຼື ສູບປະເພດໃດໜຶ່ງ ໃນໄລຍະ 1 ເດືອນຜ່ານມາ ຜົນປາກົດວ່າ:

ທົ່ວປະເທດມີແມ່ຍິງ 7.2% ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາ, ສ່ວນຜູ້ຊາຍມີ 43.5% ທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາ

+ ແມ່ຍິງ ທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາແບ່ງຕາມແຂວງ:
1.​ ນະຄອນຫຼວງວຽງຈັນ 0.6% ຂອງປະຊາກອນ
2. ແຂວງຜົ້ງສາລີ 5.1% ຂອງປະຊາກອນ
3. ແຂວງຫຼວງນ້ຳທາງ 6.2% ຂອງປະຊາກອນ
4. ແຂວງອຸດົມໄຊ 7.2% ຂອງປະຊາກອນ
5. ແຂວງບໍ່ແກ້ວ 6.2% ຂອງປະຊາກອນ
6. ແຂວງຫຼວງພະບາງ 3.0% ຂອງປະຊາກອນ
7. ແຂວງຫົວພັນ 1.6% ຂອງປະຊາກອນ
8. ແຂວງໄຊຍະບູລີ 2.2% ຂອງປະຊາກອນ
9.​ ແຂວງຊຽງຂວາງ 0.7% ຂອງປະຊາກອນ
10. ແຂວງວຽງຈັນ 1.4% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 1.0% ຂອງປະຊາກອນ
12. ແຂວງຄຳມ່ວນ 6.3% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 8.6% ຂອງປະຊາກອນ
14. ແຂວງສາລະວັນ 28.3% ຂອງປະຊາກອນ
15. ແຂວງເຊກອງ 33.7% ຂອງປະຊາກອນ
16.​ ແຂວງຈຳປາສັກ 12.9% ຂອງປະຊາກອນ
17. ແຂວງອັດຕະປື 29.2% ຂອງປະຊາກອນ
18 ແຂວງໄຊສົມບູນ 0.8% ຂອງປະຊາກອນ

+ ຜູ້ຊາຍ ທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາແບ່ງຕາມແຂວງ:
1.​ ນະຄອນຫຼວງວຽງຈັນ 28.9% ຂອງປະຊາກອນ
2. ແຂວງຜົ້ງສາລີ 63.3% ຂອງປະຊາກອນ
3. ແຂວງຫຼວງນ້ຳທາງ 52.5% ຂອງປະຊາກອນ
4. ແຂວງອຸດົມໄຊ 40.1% ຂອງປະຊາກອນ
5. ແຂວງບໍ່ແກ້ວ 34.6% ຂອງປະຊາກອນ
6. ແຂວງຫຼວງພະບາງ 42.3% ຂອງປະຊາກອນ
7. ແຂວງຫົວພັນ 35.9% ຂອງປະຊາກອນ
8. ແຂວງໄຊຍະບູລີ 37.5% ຂອງປະຊາກອນ
9.​ ແຂວງຊຽງຂວາງ 36.0% ຂອງປະຊາກອນ
10. ແຂວງວຽງຈັນ 43.3% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 44.0% ຂອງປະຊາກອນ
12. ແຂວງຄຳມ່ວນ 49.6% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 46.9% ຂອງປະຊາກອນ
14. ແຂວງສາລະວັນ 52.2% ຂອງປະຊາກອນ
15. ແຂວງເຊກອງ 60.5% ຂອງປະຊາກອນ
16.​ ແຂວງຈຳປາສັກ 52.5% ຂອງປະຊາກອນ
17. ແຂວງອັດຕະປື 54.9% ຂອງປະຊາກອນ
18 ແຂວງໄຊສົມບູນ 32.7% ຂອງປະຊາກອນ

ຈາກຜົນການສຳຫຼວດສະແດງໃຫ້ເຫັນວ່າ: ແມ່ຍິງແຂວງເຊກອງ ເປັນອັນດັບໜຶ່ງຂອງປະເທດ ທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາ ກວມເອົາ 33.7% ຂອງປະຊາກອນທັງໝົດ ແລະ ສຳລັບແມ່ຍິງແຂວງທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາ ໜ້ອຍທີ່ສຸດແມ່ນແມ່ຍິງນະຄອນຫຼວງວຽງັຈນ ກວມເອົາ 0.6% ຂອງປະຊາກອນທັງໝົດ.

ສ່ວນຜູ້ຊາຍ ແຂວງຜົ້ງສາລີ ເປັນອັນດັບໜຶ່ງຂອງປະເທດ ທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາ ກວມເອົາ 63.3% ຂອງປະຊາກອນທັງໝົດ ແລະ ສຳລັບຜູ້ຊາຍແຂວງທີ່ສູບຢາປະເພດໃດໜຶ່ງໃນ 1 ເດືອນຜ່ານມາໜ້ອຍທີ່ສຸດແມ່ນຜູ້ຊາຍນະຄອນຫຼວງວຽງຈັນ ກວມເອົາ 28.9% ຂອງປະຊາກອນທັງໝົດ.

ເຊິ່ງການສຳຫຼວດດັດຊະນີໝານສັງຄົມລາວ ຄັ້ງທີ II ໄດ້ດຳເນີນຂຶ້ນໃນປີ 2017 ໂດຍສູນສະຖິຕິແຫ່ງຊາດ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກີລາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການສຳຫຼວດສຸຂະພາບແມ່ ແລະ ເດັກ ໂດຍໄດ້ຮັບການຊຸກຍູ້ທາງການເຕັກນິກຈາກ ອົງການສະຫະປະຊາຊາດສຳລັບເດັກ ພ້ອມທັງໄດ້ຮັບການຊຸມຍູ້ທາງດ້ານການເງິນຈາກລັດຖະບານລາວ, ອົງການສະຫະປະຊາຊາດສຳລັບເດັກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ສະຫະພາບເອີຣົບ, ລັດຖະບານລຸກຊຳບວກ, ອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ, ອົງການພັດທະນາ ແລະ ການຮ່ວມມືສະວິດ, ອົງການອາຫານໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການອານະໄມໂລກ, ອົງການຮ່ວມມືສາກົນຂອງຍີ່ປຸ່ນ ພ້ອມນັ້ນອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ ຍັງໄດ້ຊຸກຍູ້ທາງດ້ານເຕັກນິກສຳລັບການເກັບກຳຂໍ້ມູນ ແລະ ການວິເຄາະໂລກເລືອດຈາງ.

ເພື່ອສະໜອງຂໍ້ມູນທີ່ຈຳເປັນສຳລັບບັນດາຕົວຊີ້ວັດກ່ຽວກັບການພັດທະນາ ເພື່ອຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນສະໜອງຂໍ້ມູນ ເຂົ້າໃນການຂຽນບົດລາຍງານແບບສະໝັກໃຈແຫ່ງຊາດ ໃນປີ 2018. ພ້ອມນີ້ກໍ່ຈະສະໜອງຖານຂໍ້ມູນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ແຜນພັດທະນາເສດຖະກິດສັງຄົມຂັ້ນແຂວງ ລວມທັງການປະເມີນໄລຍະກາງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງງຊາດ ຄັ້ງທີ 8.

No comments

Powered by Blogger.