ຜູ້ຊາຍໄຊຍະບູລີອັນດັບ 1 ຂອງປະເທດທີ່ມີຄູ່ນອນຫຼາຍກວ່າ 1 ຄູ່, ຂະນະທີ່ຜູ້ຊາຍສາລະວັນຮັກດຽວໃຈດຽວທີ່ສຸດ - ອິດສະຫຼະ

ຜູ້ຊາຍໄຊຍະບູລີອັນດັບ 1 ຂອງປະເທດທີ່ມີຄູ່ນອນຫຼາຍກວ່າ 1 ຄູ່, ຂະນະທີ່ຜູ້ຊາຍສາລະວັນຮັກດຽວໃຈດຽວທີ່ສຸດ



ການສົ່ງເສີມພຶດຕິກຳທາງເພດທີ່ປອດໄພ ແມ່ນມີຄວາມສຳຄັນສຳລັບການຫຼຸດຜ່ອນການແຜ່ເຊື້ອ HIV, ການນຳໃຊ້ຖົງຢາງອະນາໄມ ໃນຂະນະທີ່ມີເພດສຳພັນ ໂດຍສະເພາະເວລາມີຄູ່ນອນທີ່ບໍ່ແມ່ນຄູ່ນອນຂອງຕົນຕາມປົກກະຕິ ຫຼື ເວລາມີການຮ່ວມເພດກັບຫຼາຍຄູ່ນອນ ແມ່ນຍິ່ງມີຄວາມສຳຄັນ ເພື່ອຫຼຸດຜ່ອນການແຜ່ກະຈາຍຂອງເຊື້ອ HIV.

ເຊິ່ງໃນການສຳຫຼວດດັດຊະນີໝາຍສັງຄົມລາວ ຄັ້ງທີ II ປີ 2017 ແມ່ນໄດ້ຈັດຕັ້ງຂຶ້ນໃນປີ 2016 ຫາ 2017 ເພື່ອການສຳຫຼວດຄົວເຮືອນລະດັບຊາດ ທີ່ກວມເອົາຕົວແທນເຖິງ 23,400 ຄົວເຮືອນ ໃນທັງໝົດ 18 ແຂວງທົ່ວປະເທດ ແລະ ໄດ້ສຳພາດແມ່ຍິງ ແລະ ຜູ້ຊາຍທຸກຄົນໃນອາຍຸ 15-49 ປີ ເພື່ອສອບຖາມເຖິງການເຄີຍມີເພດສຳພັນ, ການຮ່ວມເພດໃນ 12 ເດືອນຫຼ້າສຸດ, ການມີເພດສຳັນກັບຫຼາຍກວ່າໜຶ່ງຄູ່ນອນພາຍໃນໄລຍະເວລາ 12 ເດືອນຫຼ້າສຸດ ແລະ ການໃສ່ຖົງຢາງອະນາໄມ ຜົນປາກົດວ່າ:

ແມ່ຍິງ 0.5% ຂອງປະຊາກອນທັງໝົດ ເຄີຍຮ່ວມເພດກັບຫຼາຍກວ່າໜຶ່ງຄູ່ນອນໃນຊ່ວງ 12 ເດືອນຜ່ານມາ ແລະ ໃນນັ້ນໃສ່ຖົງຢາງອະນາໄມ 27.2%, ສ່ວນຜູ້ຊາຍ 8.5% ຂອງປະຊາກອນທັງໝົດ ເຄີຍຮ່ວມເພດກັບຫຼາຍກວ່າໜຶ່ງຄູ່ນອນໃນຊ່ວງ 12 ເດືອນຜ່ານມາ ແລະ ໃນນັ້ນໃສ່ຖົງຢາງອະນາໄມ 26.0%.

+ ແມ່ຍິງ ທີ່ເຄີຍຮ່ວມເພດກັບຫຼາຍກວ່າໜຶ່ງຄູ່ນອນໃນຊ່ວງ 12 ເດືອນຜ່ານມາແບ່ງຕາມແຂວງ:
1.​ ນະຄອນຫຼວງວຽງຈັນ 0.7% ຂອງປະຊາກອນ
2. ແຂວງຜົ້ງສາລີ 0.5% ຂອງປະຊາກອນ
3. ແຂວງຫຼວງນ້ຳທາງ 0.7% ຂອງປະຊາກອນ
4. ແຂວງອຸດົມໄຊ 0.3% ຂອງປະຊາກອນ
5. ແຂວງບໍ່ແກ້ວ 0.4% ຂອງປະຊາກອນ
6. ແຂວງຫຼວງພະບາງ 0.5% ຂອງປະຊາກອນ
7. ແຂວງຫົວພັນ 0.1% ຂອງປະຊາກອນ
8. ແຂວງໄຊຍະບູລີ 0.9% ຂອງປະຊາກອນ
9.​ ແຂວງຊຽງຂວາງ 0.0% ຂອງປະຊາກອນ
10. ແຂວງວຽງຈັນ 0.2% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 1.8% ຂອງປະຊາກອນ
12. ແຂວງຄຳມ່ວນ 0.2% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 0.3% ຂອງປະຊາກອນ
14. ແຂວງສາລະວັນ 0.1% ຂອງປະຊາກອນ
15. ແຂວງເຊກອງ 0.2% ຂອງປະຊາກອນ
16.​ ແຂວງຈຳປາສັກ 0.5% ຂອງປະຊາກອນ
17. ແຂວງອັດຕະປື 0.2% ຂອງປະຊາກອນ
18 ແຂວງໄຊສົມບູນ 0.4% ຂອງປະຊາກອນ

+ ຜູ້ຊາຍ ທີ່ເຄີຍຮ່ວມເພດກັບຫຼາຍກວ່າໜຶ່ງຄູ່ນອນໃນຊ່ວງ 12 ເດືອນຜ່ານມາແບ່ງຕາມແຂວງ:
1.​ ນະຄອນຫຼວງວຽງຈັນ 10.1% ຂອງປະຊາກອນ
2. ແຂວງຜົ້ງສາລີ 15.2% ຂອງປະຊາກອນ
3. ແຂວງຫຼວງນ້ຳທາງ 6.4% ຂອງປະຊາກອນ
4. ແຂວງອຸດົມໄຊ 14.3% ຂອງປະຊາກອນ
5. ແຂວງບໍ່ແກ້ວ 15.8% ຂອງປະຊາກອນ
6. ແຂວງຫຼວງພະບາງ 4.4% ຂອງປະຊາກອນ
7. ແຂວງຫົວພັນ 5.8% ຂອງປະຊາກອນ
8. ແຂວງໄຊຍະບູລີ 29.6% ຂອງປະຊາກອນ
9.​ ແຂວງຊຽງຂວາງ 7.3% ຂອງປະຊາກອນ
10. ແຂວງວຽງຈັນ 5.1% ຂອງປະຊາກອນ
11. ແຂວງບໍລິຄຳໄຊ 5.0% ຂອງປະຊາກອນ
12. ແຂວງຄຳມ່ວນ 1.9% ຂອງປະຊາກອນ
13. ແຂວງສະຫວັນນະເຂດ 3.1% ຂອງປະຊາກອນ
14. ແຂວງສາລະວັນ 1.4% ຂອງປະຊາກອນ
15. ແຂວງເຊກອງ 4.0% ຂອງປະຊາກອນ
16.​ ແຂວງຈຳປາສັກ 9.6% ຂອງປະຊາກອນ
17. ແຂວງອັດຕະປື 8.9% ຂອງປະຊາກອນ
18 ແຂວງໄຊສົມບູນ 22.8% ຂອງປະຊາກອນ

ຈາກຜົນການສຳຫຼວດໃຫ້ເຫັນວ່າ: ແມ່ຍິງແຂວງບໍລິຄຳໄຊ ເປັນອັນດັບໜຶ່ງຂອງປະເທດ ທີ່ມີຄູ່ນອນຫຼາຍກວ່າ 1 ຄູ່ ໃນຊ່ວງ 12 ເດືອນຜ່ານມາ ກວມເອົາ 1.8% ຂອງປະຊາກອນທັງໝົດ ແລະ ສຳລັບແມ່ຍິງແຂວງທີ່ມີຄູ່ນອນຫຼາຍກວ່າ 1 ຄູ່ ໃນຊ່ວງ 12 ເດືອນຜ່ານມາ ໜ້ອຍທີ່ສຸດແມ່ນແມ່ຍິງແຂວງຊຽງຂວາງ ກວມເອົາ 0.0% ຂອງປະຊາກອນທັງໝົດ.

ສ່ວນຜູ້ຊາຍ ແຂວງໄຊຍະບູລີ ເປັນອັນດັບໜຶ່ງຂອງປະເທດ ທີ່ມີຄູ່ນອນຫຼາຍກວ່າ 1 ຄູ່ ໃນຊ່ວງ 12 ເດືອນຜ່ານມາ ກວມເອົາ 29.6% ຂອງປະຊາກອນທັງໝົດ ແລະ ສຳລັບຜູ້ຊາຍແຂວງທີ່ມີຄູ່ນ້ອຍຫຼາຍກວ່າ 1 ຄູ່ ໃນຊ່ວງ 12 ເດືອນຜ່ານມາ ໜ້ອຍທີ່ສຸດແມ່ນຜູ້ຊາຍແຂວງສາລະວັນ ກວມເອົາ 1.4% ຂອງປະຊາກອນທັງໝົດ.

ເຊິ່ງການສຳຫຼວດດັດຊະນີໝານສັງຄົມລາວ ຄັ້ງທີ II ໄດ້ດຳເນີນຂຶ້ນໃນປີ 2017 ໂດຍສູນສະຖິຕິແຫ່ງຊາດ ໂດຍຮ່ວມກັບກະຊວງສາທາລະນະສຸກ ແລະ ກະຊວງສຶກສາທິການ ແລະ ກີລາ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການສຳຫຼວດສຸຂະພາບແມ່ ແລະ ເດັກ ໂດຍໄດ້ຮັບການຊຸກຍູ້ທາງການເຕັກນິກຈາກ ອົງການສະຫະປະຊາຊາດສຳລັບເດັກ ພ້ອມທັງໄດ້ຮັບການຊຸມຍູ້ທາງດ້ານການເງິນຈາກລັດຖະບານລາວ, ອົງການສະຫະປະຊາຊາດສຳລັບເດັກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ, ສະຫະພາບເອີຣົບ, ລັດຖະບານລຸກຊຳບວກ, ອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ, ອົງການພັດທະນາ ແລະ ການຮ່ວມມືສະວິດ, ອົງການອາຫານໂລກ, ອົງການສະຫະປະຊາຊາດ ເພື່ອການພັດທະນາ, ອົງການອານະໄມໂລກ, ອົງການຮ່ວມມືສາກົນຂອງຍີ່ປຸ່ນ ພ້ອມນັ້ນອົງການພັດທະນາສາກົນຂອງສະຫະລັດ ອາເມຣິກາ ຍັງໄດ້ຊຸກຍູ້ທາງດ້ານເຕັກນິກສຳລັບການເກັບກຳຂໍ້ມູນ ແລະ ການວິເຄາະໂລກເລືອດຈາງ.

ເພື່ອສະໜອງຂໍ້ມູນທີ່ຈຳເປັນສຳລັບບັນດາຕົວຊີ້ວັດກ່ຽວກັບການພັດທະນາ ເພື່ອຕິດຕາມເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນສະໜອງຂໍ້ມູນ ເຂົ້າໃນການຂຽນບົດລາຍງານແບບສະໝັກໃຈແຫ່ງຊາດ ໃນປີ 2018. ພ້ອມນີ້ກໍ່ຈະສະໜອງຖານຂໍ້ມູນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8, ແຜນພັດທະນາເສດຖະກິດສັງຄົມຂັ້ນແຂວງ ລວມທັງການປະເມີນໄລຍະກາງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງງຊາດ ຄັ້ງທີ 8.

No comments

Powered by Blogger.