ດ່ວນ...! ແຈ້ງເຕືອນພາຍຸລະດູຮ້ອນ 27-29 ເມສາ 2017 ນີ້ ທົ່ວທຸກພາກຂອງປະເທດ - ອິດສະຫຼະ

ດ່ວນ...! ແຈ້ງເຕືອນພາຍຸລະດູຮ້ອນ 27-29 ເມສາ 2017 ນີ້ ທົ່ວທຸກພາກຂອງປະເທດ



ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນເລກທີ 0333/ກອຕທ ວ່າ: ເນື່ອງຈາກວ່າບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນ ຈະໄດ້ແຜ່ລົງມາປົກຄຸມທົ່ວທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງໃນໄລຍະຕອນບ່າຍຂອງວັນທີ 27-29 ເມສາ 2017 ພ້ອມດຽວກັນກະແສລົມຕາເວັນອອກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງປານກາງ ເຊິ່ງຈະເຮັດໃຫ້ມີພົມພາຍຸລະດູຮ້ອນເກີດຂຶ້ນຢູ່ບາງທ້ອງຖິ່ນໃນແຕ່ລະພາກໃນໄລຍະດັ່ງກ່າວ ດັ່ງນີ້:

- ໄລຍະວັນທີ 27 ເມສາ 2017 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງຢູ່ບາງຫ້ອງຖິ່ນແຂວງຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ

- ໄລຍະວັນທີ 28-29 ເມສາ 2017 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫຼວງພະບາງ, ໄຊຍະບູລີ, ບໍ່ແກ້ວ, ວຽງຈັນ, ນະຄອນຫຼວງວຽງຈັນ,​ ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ທີ່ອາໄສຢູ່ແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບລົມພັດແຮງ, ຝົນຕົກຟ້າຮ້ອງຟ້າເຫຼື້ອມ ທີ່ອາດຈະເຮັດໃຫ້ມີຕົ້ນໄມ້ຫັກ, ເສົາໄຟຟ້າຫັກ ແລະ ເຮືອນຊານເປ່ເພ. ຂໍໃຫ້ຫຼີກລ້ຽງການຢູ່ໃກ້ ຫຼື ຈອດລົດຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງກໍ່ສ້າງທີ່ບໍ່ແຂງແຮງ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານສະພາບອາກາດຈາກກົມອຸຕິນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.


No comments

Powered by Blogger.