ສຳນັກຂ່າວສານປະເທດລາວລາຍງານວ່າ: ໃນຕອນເຊົ້າວັນທີ 12 ກັນຍາ 2018 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີປືກສາຫາລືເສດຖະກິດໂລກ ກ່ຽວກັບອາຊຽນ ຄັ້ງທີ 27, ທີ່ ສສ.ຫວຽດນາມ (Economic Forum on ASEAN).
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 12 ກັນຍາ 2018 ທີ່ນະຄອນຫລວງ ຮ່າໂນ້ຍ, ສສ. ຫວຽດນາມ, ກ່າວໃນພີທີເປີດຢ່າງເປັນທາງການ ໂດຍທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Klaus Schwab, ປະທານຜູ້ບໍລິຫານເວທີເສດຖະກິດໂລກ.
ກອງປະຊຸມຄັ້ງນີ້, ທ່ານ ຫງຽວນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໄດ້ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ ທີ່ເປັນຕົວແທນຈາກລັດຖະບານ ແລະ ຫົວໜວຍທຸລະກິດໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ບັນດາຜູ້ນຳຂອງແຕ່ລະປະເທດສະມາຊິກອາຊຽນ ໄດ້ປະກອບຄຳເຫັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວິໄສທັດໃນການປະກອບທຸລະກິດ, ການປະຕິຮູບອຸດສະຫະກຳ 4.0 ໃນການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນອາຊຽນ ແລະ ສາກົນ.
ທ່ານ ທອງລຸນ ສີສຸລິດ ໄດ້ຂຶ້ນປະກອບຄຳເຫັນໃນກອງປະຊຸມ ກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນຍຸກສະໄໝການປະຕິວັດອຸດສະຫະກຳ 4.0 ທີ່ປະເທດອາຊຽນ ລວມທັງ ສປປ.ລາວ ກຳລັງປະເຊີນຢູ່ ນັບທັງຄວາມກຽມພ້ອມເພື່ອສາມາດຮັບມືກັບສິ່ງທ້າທາຍນາໆປະການໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານນາຍຍົກລັດຖະມົນຕີ ກໍໄດ້ເປັນກຽດຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ສີລັງກາ ເພື່ອປືກສາຫາລືກັນ ໃນກອບການຮ່ວມມືສອງຝ່າຍ ລະຫວ່າງສອງປະເທດລາວ-ສີລັງກາ ໃນອະນາຄົດ.
ໃນຂະນະດຽວກັນ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ເຂົ້າຮ່ວມກອງປະຊຸມພົບປະບໍ່ເປັນທາງການ ຂອງຜູ້ນຳເສດຖະກິດໂລກ ກັບຜູ້ນຳອາຊຽນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ Klaus Schwab, ປະທານບໍລິຫານເວທີເສດຖະກິດໂລກ ເພື່ອປືກສາຫາລືແລກ ປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການເສດຖະກິດ-ສັງຄົມ ໃນ ສປປ ລາວ ກໍຄື ໃນພາກພື້ນອາຊຽນ.
ໃນຕອນບາຍ ທ່ານນາຍົກລັດຖະມົນຕີ ແລະ ຄະນະກໍ່ໄດ້ເຂົ້າຮ່ວມກອງປະຊຸມທາງການ ພາຍ ພາຍໃຕ້ຫົວຂໍ້ວິໄສທັດໃໝ່ ສຳລັບພາກພື້ນແມ່ນໍ້າຂອງ, ເຊິ່ງມີຜູ້ນຳຈາກບັນດາປະເທດແມ່ນ້ຳຂອງເຂົ້າຮ່ວມເພື່ອປືກສາຫາລື ແລະ ແລກປ່ຽນຄຳເຫັນ ກ່ຽວກັບການຮ່ວມມືການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໃນໄລຍະການປະຕິວັດອຸດສະຫະກຳ 4.0.