ລັດຖະບານກຳນົດ 13 ມາດຕະການຮີບດ່ວນ ໃນການແກ້ໄຂໄພພິບັດທົ່ວປະເທດ 2019

ລາຍງານອີງຕາມການລາຍງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເມື່ອວັນທີ 16 ກັນຍາ 2019, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກ, ໂຄສົກລັດຖະບານ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຖະແຫຼງກ່ຽວກັບຜົນກອງປະຊຸມລັດຖະບານຮີບດ່ວນສະເພາະ ເພື່ອປຶກສາຫາລື ກ່ຽວກັບການແກ້ໄຂຜົນເສຍຫາຍ ຈາກໄພພິບັດນໍ້າຖ້ວມ ໃນຂອບເຂດທົ່ວປະເທດ ປີ 2019.

ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກ, ໂຄສົກລັດຖະບານ

ກອງປະຊຸມປຶກສາຫາລື ກ່ຽວກັບສະພາບໄພພິບັດນ້ຳຖ້ວມ ທີ່ຈັດຂຶ້ນເມື່ອວັນຈັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖືເປັນຄັ້ງທີ່ 2 ຂອງການປຶກສາຫາລື ເພື່ອແກ້ໄຂບັນຫາໄພພິບັດ, ພາຍຫຼັງທີ່ໄດ້ປະຊຸມກັນມາແລ້ວຄັ້ງທຳອິດ ເມື່ອວັນທີ 5 ກັນຍາ ທີ່ຜ່ານມາ.

ພາບບັນຍາກາດກອງປະຊຸມລັດຖະບານ, 16 ກັນຍາ 2019

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ປະກອບຄຳເຫັນ ກ່ຽວກັບຜົນກະທົບ ຈາກໄພພິບັດ ທີ່ເກີດຂຶ້ນໃນທົ່ວປະເທດ ປີ 2019 ຈາກບັນດາຂະແໜງການ ທີ່ກ່ຽວຂ້ອງ, ເຊິ່ງກອງປະຊຸມໄດ້ຕີລາຄາວ່າ: ນັບຕັ້ງແຕ່ເດືອນມັງກອນ ຫາ ກັນຍາ 2019 ນີ້, ໄດ້ເກີດໄພພິບັດນໍ້າຖ້ວມ, ລົມພາຍຸພັດ, ຟ້າຜ່າ, ດິນເຈື່ອນ, ໄຟໄໝ້ ແລະ ສັດຕູພືດທໍາລາຍຜົນລະປູກຢູ່ 13 ແຂວງ ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 112 ເມືອງ, 2,072 ບ້ານ, 179,068 ຄອບຄົວ, 579,299 ຄົນ, ຍິງ 56,636 ຄົນ, ເສຍຊີວິດ 28 ຄົນ ແລະ ສູນຫາຍ 7 ຄົນ.

ສະເພາະໄພພິບັດນໍ້າຖ້ວມທີ່ເກີດຂຶ້ນ ໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ລວມມີ 6 ແຂວງ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 47 ເມືອງ, 1,655 ບ້ານ, 169,916 ຄອບຄົວ, 546,099 ຄົນ, ຍິງ 39,310 ຄົນ, ເສຍຊີວິດ 18 ຄົນ (ແຂວງສະຫວັນນະເຂດ 3 ຄົນ, ສາລະວັນ 3 ຄົນ, ອັດຕະປື 4 ຄົນ ແລະ ແຂວງຈໍາປາສັກ 8 ຄົນ, ສູນຫາຍ 1 ຄົນ ແຂວງຈໍາປາສັກ). ປະຊາຊົນທີ່ຖືກຍົກຍ້າຍມີ 10,163 ຄອບຄົວ, 39,506 ຄົນ, ຍິງ 10,920 ຄົນ.

ຜົນກະທົບຈາກໄພນໍ້າຖ້ວມໃນປີ 2019 ແມ່ນໜັກໜ່ວງ ໂດຍສະເພາະແມ່ນຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຖ້ວມໜັກໃນຮອບ 40 ກວ່າປີ, ເຊິ່ງເຮັດໃຫ້ມີຜົນກະທົບ ເປັນບໍລິເວນກວ້າງ ແລະ ເສຍຫາຍທາງດ້ານຊິວິດ, ຊັບສິນ, ພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດຢ່າງໜັກໜ່ວງ.

ໂດຍລັດຖະບານລະບຸວ່າ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ກຳລັງ ປກຊ-ປກສ, ບັນດາແຂວງ ແລະ ອົງການຊ່ວຍຫຼືອສັງຄົມຕ່າງໆ ກໍ່ໄດ້ສຸມທຸກກຳລັງແຮງ, ພາຫະນະ ແລະ ວັດຖຸອຸປະກອນ ເຂົ້າໄປຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງທັນການ, ເຊິ່ງສາມາດຫຼຸດຜ່ອນຄວາມເສຍຫາຍໄດ້ດີສົມຄວນ. ແຕ່ກໍ່ໄດ້ພົບກັບອຸປະສັກຕ່າງໆນາໆຫຼາຍປະການ.

ສຳລັບທິດທາງແກ້ໄຂໃນຕໍ່ໜ້າ ແລະ ພາຍຫຼັງນ້ຳຫຼຸດ ກອງປະຊຸມໄດ້ຊີ້ນຳໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດດັ່ງນີ້:

  1. ໃຫ້ຄະນະຮັບຜິດຊອບ ແກ້ໄຂໄພພິບັດ ຢູ່ແຕ່ລະແຂວງ ສົມທົບກັບ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສືບຕໍ່ຈັດຕັ້ງຊີ້ນຳຢ່າງໃກ້ຊິດ ການແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ທີ່ຍັງຢູ່ທີ່ພັກຊົ່ວຄາວ, ຮັບປະກັນໃຫ້ມີເຂົ້າກິນ, ນ້ຳດື່ມ-ນ້ຳໃຊ້ສະອາດ, ບໍ່ໃຫ້ເກີດພະຍາດລະບາດ, ໃຫ້ມີຄວາມສະຫງົບ, ໃຫ້ມີການຈັດຕັ້ງ-ມີຫົວໜ້າຄະນະ ເພື່ອຊີ້ນຳຢ່າງໃກ້ຊິດ. ພ້ອມກັນນີ້ ໃຫ້ສືບຕໍ່ປຸກລະດົມທົ່ວສັງຄົມ ເພື່ອສືບຕໍ່ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ (ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, 3 ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ).
  2. ໃຫ້ສຸມທຸກກຳລັງ (ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນ) ລວມທັງ ພາຫະນະ (ລົດດັບເພິງ, ເຮືອ,…) ພ້ອມທັງ ມີການຈັດຕັ້ງຊີ້ນຳລະອຽດ ເພື່ອສຸມໃສ່ຊ່ວຍເຫຼືອປະຊາຊົນ ໃນການຍົກຍ້າຍຈາກທີ່ພັກຊົ່ວຄາວກັບຄືນ ໄປບ້ານເຮືອນຂອງຕົນ. ພ້ອມທັງ ເອົາເຄື່ອງຂອງຊ່ວຍເຫຼືອ ທີ່ໄດ້ຮັບບໍລິຈາກ ໃຫ້ໄປຮອດໄປເຖິງປະຊາຊົນຢ່າງແທ້ຈິງ. ພ້ອມດຽວກັນນີ້, ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ວຽກງານແກ້ໄຂໄພພິບັດເປັນວຽກຈຸດໜັກ, ສຳຄັນ ມີການວາງແຜນ ແລະ ມີຜູ້ຊີິ້ນຳໃນການຈັດຕັ້ງປະຕິບັດຕົວຈິງ.
  3. ໃຫ້ຂະແໜງການ ແລະ ທ້ອງຖິ່ນກະກຽມຟື້ນຟູການຜະລິດ ພາຍຫຼັງນ້ຳລົງ ເພື່ອເຮັດໃຫ້ການ ຜະລິດເຂົ້າສູ່ສະພາບປົກກະຕິ ແນໃສ່ຮັບປະກັນດ້ານສະບຽງອາຫານ ໂດຍສະເພາະ ການຈັດສັນແນວພັນ, ປັດໄຈການຜະລິດ, ພາຫະນະການຜະລິດ ແລະ ອື່ນໆ ໃຫ້ທັນການ.
  4. ໃຫ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ສ້ອມແປງເສັ້ນທາງ ໃຫ້ສາມາດໄປ-ມາ ໄດ້, ສ້ອມແປງໂຮງຮຽນ, ໂຮງໝໍ, ສຸກສາລາ ໃຫ້ສາມາດເປີດນຳໃຊ້ໄດ້.
  5. ໃຫ້ກະຊວງການເງິນ ຮີບຮ້ອນຄົ້ນຄວ້າ ແລະ ກະກຽມດ້ານງົບປະມານ ເພື່ອແກ້ໄຂໄພພິບັດດັ່ງກ່າວ ດ້ວຍການນຳໃຊ້ເງິນທີ່ມີ (ເງິນແຮ, ເງິນສະສົມ, ເງິນບໍລິຈາກ ແລະ ເງິນກອງທຶນຕ່າງໆ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ) ລວມທັງ ຄັງແຮເຂົ້າ, ຄັງແຮນ້ຳມັນ… ແລ້ວສະເໜີລັດຖະບານພິຈາລະນາຕົກລົງໂດຍໄວ. ພ້ອມນີ້, ໃຫ້ປຸກລະດົມທົ່ວສັງຄົມ ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພຕື່ມ.
  6. ໃຫ້ສູນບັນຊາການແກ້ໄຂໄພພິບັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີການປະສານງານກັນວ່ອງໄວ, ຄ່ອງຕົວ ສາມາດແກ້ໄຂບັນຫາໄດ້ ຢ່າງທັນການ.
  7. ໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເປັນກຳລັງຕົ້ນຕໍ ໃນການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ. ສຳລັບງົບປະມານ ໃນການເຄື່ອນໄຫວ ໃຫ້ຄົ້ນຄວ້າຂຶ້ນແຜນສະເໜີລັດຖະບານ ເພື່ອພິຈາລະນາຕົກລົງ.
  8. ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຕ້ອງເຮັດຢ່າງແທດຕົວຈິງ ໂດຍມີການລົງໄປຕິດຕາມກວດກາຕົວຈິງ ຢູ່ທ້ອງຖິ່ນຕ່າງໆ.
  9. ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າລະອຽດ ກ່ຽວກັບ ການຍົກເວັ້ນພາສີ-ອາກອນ, ຫຼຸດອັດຕາຄ່າໄຟຟ້າ, ນະໂຍບາຍດ້ານສິນເຊື່ອ, ປັດໄຈການຜະລິດ ແລະ ອື່ນໆ ແລ້ວສະເໜີລັດຖະບານພິຈາລະນາຕົກລົງ.
  10. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ລົງຕິດຕາມ ແລະ ລາຍງານສະພາບຕົວຈິງ ການແກ້ໄຂບັນຫາ ໄພພິບັດໃນຄັ້ງນີ້ ເພື່ອໃຫ້ສັງຄົມ ໄດ້ຮັບຊາບຂໍ້ມູນທີ່ຖືກຕ້ອງຢ່າງລະອຽດ, ຈະແຈ້ງ ແລະ ທັນການ. ທັງເປັນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ທົ່ວສັງຄົມ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ ຕິດຕາມ ແລະ ແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງບຸກຄົນ, ສື່ສັງຄົມອອນລາຍ ຈຳນວນໜຶ່ງ ຢ່າງທັນການ.
  11. ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິີ່ງແວດລ້ອມ ສືບຕໍ່ຕິດຕາມ ແລະ ແຈ້ງເຕືອນສະພາບດິນຟ້າອາກາດ ໃນແຕ່ລະວັນ ພ້ອມທັງແນະນຳ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອກະກຽມ ແລະ ປ້ອງກັນ.
  12. ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂໄພພິບັດທົ່ວປະເທດ ໃນປີ 2019 ນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ສຳລັບຄະນະກຳມະການສະເພະກິດ ແກ້ໄຂໄພພິບັດລະດັບຊາດ ແມ່ນໃຫ້ສຸມໃສ່ແກ້ໄຂບັນຫາຜົນກະທົບໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື.
  13. ສືບຕໍ່ຮຽກຮ້ອງທຸກພາກສ່ວນ ທົ່ວສັງຄົມ ໃຫ້ຮ່ວມແຮງ-ຮ່ວມໃຈກັນ, ປຸກລະດົມການຊ່ວຍເຫລືອ, ການຮ່ວມມື ທັງຈາກພາຍໃນ ແລະ ຕ່າງປະເທດ.​