ໄທຈະຕິດຕັ້ງໂປຣແກຣມ ຄຸ້ມຄອງເບີໂທລະສັບ ໃຫ້ແກ່ ສປປ.ລາວ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ຕິດຕາມ - ອິດສະຫຼະ

ໄທຈະຕິດຕັ້ງໂປຣແກຣມ ຄຸ້ມຄອງເບີໂທລະສັບ ໃຫ້ແກ່ ສປປ.ລາວ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ຕິດຕາມ



ໃນຕອນບ່າຍຂອງວັນທີ 12 ກຸມພາ 2018 ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ຢ່າງເປັນທາງການ.


ກ່ອນອື່ນ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ຂອງ ທ່ານ ພົນເອກ ປຣະວິດ ວົງສຸວັນ ພ້ອມດ້ວຍຄະນະໃນຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນຮ່ວມມື ຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ໂດຍສະເພາະແມ່ນການພົວພັນຮ່ວມມືທາງດ້ານວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຂອງສອງປະເທດ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕະຫຼອດມາ.

ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານທັງສອງປະເທດ ຈົ່ງສືບຕໍ່ໃຫ້ການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ ໂດຍສະເພາະແມ່ນ ການຕິດຕັ້ງໂປຣແກຣມຄຸ້ມຄອງ ການລົງທະບຽນໝາຍເລກໂທລະສັບມືຖື ໃຫ້ແກ່ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຂອງລາວ ເຊິ່ງຈະເປັນຜົນດີ ໃຫ້ແກ່ການປ້ອງກັນອາດຊະຍາກໍາທາງເອເລັກໂຕຣນິກ ແລະ ຕ້ານການຄ້າຢາເສບຕິດ ທັງນີ້ກໍ່ເພື່ອນໍາຜົນປະໂຫຍດມາສູ່ປະຊາຊົນ ຂອງປະເທດ ກໍ່ຄື ປະຊາຊົນອາຊຽນ ຢ່າງແທ້ຈິງ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງທ່ານນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ອີກດ້ວຍ.


ໂອກາດເຂົ້າຢ້ຽມຂໍ່ານັບ ໃນຄັ້ງນີ້, ທ່ານ ປຣະວິດ ວົງສຸວັນ ໄດ້ສະແດງຄວາມຂອບໃຈ ມາຍັງທ່ານນາຍົກລັດຖະມົນຕີ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ໄດ້ແຈ້ງຈຸດປະສົງຂອງການເດີນທາງມາເຄື່ອນໄຫວຢ້ຽວຢາມ ແລະ ເຮັດວຽກຢູ່ ສປປ.ລາວ ໃນຄັ້ງນີ້ ແລະ ສັນຍາວ່າ ຈະສືບຕໍ່ໃຫ້ການຊຸກຍູ້ຊ່ວຍເຫຼືອ, ປຶກສາຫາລື ແລະ ຮ່ວມມືກັບ ສປປ.ລາວ ໃນດ້ານຕ່າງໆຕໍ່ໄປ ໂດຍສະເພາະແມ່ນ ຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານຂອງລາວ ແນໃສ່ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ທີ່ມີມາດົນນານແລ້ວນັ້ນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

No comments

Powered by Blogger.