ຂ່າວປອມ ໄພຮ້າຍຈາກສື່ສັງຄົມອອນລາຍ ທີ່ຂົ່ມຂູ່ຄວາມໝັ້ນຄົງທາງເສດຖະກິດ-ສັງຄົມ

ການເກີດຂຶ້ນຂອງເຄືອຂ່າຍອິນເຕີເນັດເຮັດໃຫ້ການສື່ສານ ແລະ ການຮັບສົ່ງຂ່າວສານໄດ້ຢ່າງສະດວກ ແລະ ວ່ອງໄວຫຼາຍຂຶ້ນ ປະຊາຊົນຈຶ່ງໃຫ້ຄວາມນິຍົມຮັບຂ່າວສານຜ່ານສື່ທາງອິນເຕີເນັດ ແລະ ເຄືອຂ່າຍສັງຄົມອອນລາຍ ຫຼື Social Network ເພີ່ມຫຼາຍຂຶ້ນ ໃນທາງກັບກັນກໍ່ມີຜູ້ທີ່ໃຊ້ຊ່ອງທາງນີ້ເປັນເຄື່ອງມື ສ້າງຜົນປະໂຫຍດໃຫ້ກັບຕົນເອງ ດ້ວຍວິທີການຕ່າງໆ ແລະ ຫຼາກຫຼາຍ, ຫຼ້າສຸດເກີດກະແສການຜະລິດຂໍ້ມູນທີ່ບໍ່ມີມູນຄວາມຈິງ ທີ່ຮຽກວ່າ “ຂ່າວປອມ” ຫຼື Fake News ຂຶ້ນມາ ດັ່ງປາກົດການສຳຄັນໃນກໍລະນີການລົງປະຊາມະຕິແຍກຕົວອອກຈາກ EU ຂອງປະເທດອັງກຄດ (Brexit) ແລະ ການເລືອກຕັ້ງປະທານປະເທດຂອງ ສະຫະລັດ ອາເມຣິກາ ທີ່ຜ່ານມາ ເຊິ່ງໄຊຊະນະຕົກເປັນຂອງທ່ານ ໂດໂນ ທຣຳ ຈະເຫັນໄດ້ວ່າຂ່າວປອມມີອິດທິພົນຕໍ່ການຕັດສິນໃຈຂອງສັງຄົມໂລກອິນເຕີເນັດຫຼາຍ, ດັ່ງນັ້ນ, ປະເທດລາວເຮົາ ຫຼື ເຈົ້າໜ້າທີ່ຈຶ່ງຄວນໃຫ້ຄວາມສຳຄັນກັບການສະກັດກັ້ນການເຜີຍແຜ່ຂອງຂ່າວປອມ ກ່ອນທີ່ຈະທະວີຄວາມຮຸນແຮງ ແລະ ສົ່ງຜົນກະທົບສ້າງຄວາມເສຍຫາຍໃຫຍ່ຫຼວງໃຫ້ແກ່ສັງຄົມກໍ່ຄືປະເທດຊາດ.

ໃນປັດຈຸບັນ ອິນເຕີເນັດ ແລະ ເຕັກໂນໂລຊີການສື່ສານມີການພັດທະນາມາໄກຫຼາຍ ຈາກການສຳຫຼວດການໃຊ້ອິນເຕີເນັດຂອງປະຊາກອນໂລກ ພົບວ່າ ມີຜູ້ໃຊ້ອິນເຕີເນັດປະມານ 3.4 ພັນລ້ານຄົນ ແລະ ມີຜູ້ໃຊ້ເຄືອຂ່າຍສັງຄົມອອນລາຍ ຫຼື Social Network ປະມານ 2.3 ພັນລ້ານຄົນ ໂດຍນິຍົມໃຊ້ Facebook ຫຼາຍທີ່ສຸດ.

ຈາກພາບລວມຂອງຄວາມສຳຄັນຂອງອິນເຕີເນັດຄືດັ່ງກ່າວ ເຮັດໃຫ້ການສະແຫວງຫາຜົນປະໂຫຍດ ເພື່ອຕົນເອງສາມາດເຮັດໄດ້ງ່າຍ ແລະ ແຜ່ລະບາດຢ່າງວ່ອງໄວ ລວມທັງປະຊາຊົນເຂົ້າເຖິງໄດ້ຫຼາຍຂຶ້ນ ເຊິ່ງອາດຈະນຳໄປສູ່ຜົນກະທົບໃນໄລຍະຍາວໄດ້ ຫຼ້າສຸດກະແສການຜະລິດ ແລະ ໃຊ້ຂໍ້ມູນທີ່ບໍ່ມີມູນຄວາມຈິງ ຫຼື ຮຽກວ່າ “ຂ່າວປອມ” ຫຼື Fake News ເພື່ອນຳໄປສູ່ຜົນປະໂຫຍດສະເພາະກຸ່ມ ໄດ້ສ້າງຜົນກະທົບສຳຄັນໃຫ້ເກີດຂຶ້ນ, ດັ່ງເຊັ່ນກໍລະນີການລົງປະຊາມະຕິແຍກຕົວອອກຈາກສະຫະພາບເອີຣົບ ຂອງປະເທດອັງກິດ ທີ່ປາກົດມີຂ່າວປອມເປັນຈຳນວນຫຼາຍ ຈົນສຸດທ້າຍເຮັດໃຫ້ຜົນການລົງປະຊາມະຕິອອກມາໃນທິດທາງທີ່ຜິດຄວາມຄາດໝາຍ ເຮັດໃຫ້ປະເທດອັງກິດຕ້ອງແຍກຕົວອອກຈາກສະຫະພາບເອີຣົບ ທີ່ໄດ້ຮ່ວມບຸກເບີກມາ, ນອກຈາກນັ້ນກໍລະນີການເລືອກຕັ້ງປະທານປະເທດ ສະຫະລັດ ອາເມຣິກາ ໃນເດືອນພະຈິກ ປີ 2016, ທ່ານ ໂດໂນ ທຣຳ ກໍ່ໄດ້ຮັບເລືອກໃຫ້ເປັນປະທານປະເທດຄົນທີ 45 ຂອງສະຫະລັດ ອາເມຣິກາ ພາຍຫຼັງທີ່ສາມາດຊະນະການເລືອກຕັ້ງກັບທ່ານ ນາງ ຮິນລາຣີ ຄຼິນຕັນ ຄູ່ແຂ່ງດ້ວຍຄະແນນສຽງ 276 ຕໍ່ 218 ຄວາມສຳເລັດຂອງທ່ານ ໂດໂນ ທຣຳ ສ່ວນໜຶ່ງມາຈາກກະແສຂ່າວປອມທີ່ເປັນປະໂຫຍດແກ່ຕົວທ່ານເອງ ແລະ ເປັນຂ່າວຮ້າຍຂອງຄູ່ແຂ່ງຄົນສຳຄັນຄື ທ່ານ ນາງ ຮິນລາຣີ ຄຼິນຕັນ ໂດຍຈາກການວິເຄາະຂອງເວັບໄຊທ໌ Buzzfeed ລະບຸວ່າ ໃນເດືອນພະຈິກ 2016 ຂ່າວປອມທີ່ມີຍອດແຊຣ໌ (Share), ການກົດຖືກໃຈ (Like) ແລະ ສະແດງຄວາມຄິດເຫັນຫຼາຍທີ່ສຸດໃນ Facebook 5 ອັນດັບທຳອິດ ລ້ວນແຕ່ເປັນຂ່າວປອມທີ່ມີປະໂຫຍດຕໍ່ທ່ານ ທຣຳ ແລະ ເປັນຂ່າວທີ່ສົ່ງຜົນທາງລົບຕໍ່ທ່ານ ນາງ ຮິນລາຣີ ທັງໝົດເຊັ່ນ: ຂ່າວ ໂປ໊ບ ຟຣານຊິສ ພະປະມຸກແຫ່ງຄຼິດຕະຈັກນິກາຍໂຣມັນຄາທໍລິກ ປະກາດສະໜັບສະໜູນທ່ານ ທຣຳ (ມີຍອດແຊ໌, ການກົດຖືກໃຈ ແລະ ສະແດງຄວາມຄິດເປັນລວມ 960,000 ຄັ້ງ), ຂ່າວວິກິລີກຢືນຢັນວ່າທ່ານ ນາງ ຮິນລາຣີ ຄຼິນຕັນ ຂາຍອາວຸດໃຫ້ກຸ່ມກໍ່ການຮ້າຍ IS (ມີຍອດການແຊຣ໌, ການກົດຖືກໃຈ ແລະ ສະແດງຄວາມຄິດເຫັນລວມ 789,000 ຄັ້ງ) ແລະ ຂ່າວອີເມວຂອງທ່ານ ນາງ ຮິນລາຣີ ຄຼິນຕັນ ທີ່ກ່ຽວກັບກຸ່ມກໍ່ການຮ້າຍ IS ຮົ່ວໄຫຼ (ມີຍອດການແຊຣ໌, ການກົດຖືກໃຈ ແລະ ສະແດງຄວາມຄິດເຫັນລວມ 754,000 ຄັ້ງ) ເປັນຕົ້ນ, ເຊິ່ງທັງໝົດນັ້ນລ້ວນແຕ່ແມ່ນຂ່າວປອມ.

ສຳລັບໃນອາຊຽນ ປະເທດອິນໂດເນເຊຍ ເປັນປະເທດທີ່ໄດ້ຮັບຜົນກະທົບຈາກຂ່າວປອມໃນໄລຍະເວລາທີ່ສຳຄັນ ໂດຍເມື່ອ 3 ປີກ່ອນຂ່າວປອມເຄີຍສ້າງຄວາມສັບສົນວຸ້ນວາຍໃນການເລືອກຕັ້ງປະທານປະເທດອິນໂດເນເຊຍ, ຈາກນັ້ນໃນເດືອນພະຈິກ 2016 ໄດ້ມີການເຜີຍແຜ່ຂ່າວປອມ ທີ່ແຜ່ກະຈາຍໃນໂລກອອນລາຍວ່າ ແກນນຳກຸ່ມມຸດສະລິມຫົວຮຸນແຮງ Islamic Defenders Front (FPI) ຖືກທຳຮ້າຍໂດຍກອງທັບລັດຖະບານ ແລະ ຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ເຊິ່ງພາຍຫຼັງລັດຖະບານໄດ້ອອກມາຢືນຢັນວ່າເປັນຂ່າວປອມ ແລະ ປະຊາຊົນກໍ່ໄດ້ຮູ້ຄວາມເປັນຈິງແລ້ວ ແຕ່ກໍ່ຍັງມີຄົນຈຳນວນຫຼາຍພັນທີ່ເຊື່ອວ່າເປັນຄວາມຈິງ.

ສາເຫດຂອງຂ່າວປອມ:
ສຳລັບສາເຫດຂອງຂ່າວປອມມາຈາກ 3 ແຫ່ງສຳຄັນດັ່ງນີ້:
1. ຖືກສ້າງຂຶ້ນມາຈາກຜູ້ມີອະຄະຕິ ຫຼື ຜູ້ຕ້ອງການໃຫ້ສັງຄົມແຕກແຍກ
2. ເປັນເຄື່ອງມີໃນການສ້າງປະໂຫຍດໃຫ້ກັບບຸກຄົນ
3. ມາຈາກແຮງຈູງໃນທາງເສດຖະກິດ ເຊິ່ງກໍ່ຄືຫາກມີຍອດແຊຣ໌, ການການກົດຖືກໃຈຫຼາຍຂຶ້ນເທົ່າໃດ ຫຼື ມີຄົນເຂົ້າອ່ານຫຼາຍເທົ່າໃດ ລາຍໄດ້ກໍ່ຈະຫຼາຍຂຶ້ນເທົ່ານັ້ນ ແລະ ມາດຕະການການຄຸ້ມຄອງຂອງລັດຍັງບໍ່ເຂັ້ມແຂງຫຼາຍເທົ່າທີ່ຄວນ ດັ່ງນັ້ນ, ຜູ້ທີ່ສ້າງຂ່າວປອມຈຶ່ງສາມາດສ້າງຂ່າວໄດ້ຕາມທີ່ຕ້ອງການ.

ຜົນກະທົບທີ່ເກີດຂຶ້ນ
ຈາກການແຜ່ລະບາດຂອງຂ່າວປອມ ເຮັດໃຫ້ຍັກໃຫຍ່ຂອງໂລກອິນເຕີເນັດຄື Facebook ແລະ Google ໄດ້ອອກວາງແນວທາງໃນການແກ້ໄຂບັນຫາທີ່ເກີດຂຶ້ນໂດຍມີການປະກາດ 4 ມາດຕະການຄື: 1) ປັບປຸງຕົວເລືອກໃນການລາຍງານຜົນການຄົ້ນພົບຂ່າວປອມໃຫ້ງ່າຍຂຶ້ນ, 2) ຮ່ວມງານກັບອົງກອນດ້ານການກວດສອບຂ່າວປອມ, 3) ປັບໂຄດ (Code) ຂອງ Facebook ໃນການຈັດອັນດັບຂ່າວໃນ News Feed ແລະ 4) ກຳຈັດຄວາມສາມາດໃນການປອມໂດເມນເນມ (Spoof Domain) ເພື່ອຫຼຸດຈຳນວນເວັບໄຊທ໌ທີ່ອຳພາງວ່າເປັນສຳນັກຂ່າວແທ້ ແລະ ປັບປຸງນະໂຍບາຍຂະຫຍາຍຈຸດໂຄສະນາ ເພາະຂ່າວປອມຖືເປັນເນື້ອໃນທີ່ຫຼອກຫຼວງ ແລະ ເຮັດໃຫ້ຄົນເຂົ້າໃຈຜິດ.

ຂ່າວປອມທີ່ເກີດຂຶ້ນໄດ້ສົ່ງຜົນກະທົບຕໍ່ການເມືອງ, ເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງ ສຳລັບດ້ານການເມືອງຂ່າວປອມທີ່ເກີດຂຶ້ນສົ່ງຜົນກະທົບຢ່າງເຫັນໄດ້ຊັດເຈນ ຈາກກໍລະນີການເລືອກຕັ້ງປະທານປະເທດສະຫະລັດ ອາເມຣິກາ ໃນຂະນະທີ່ປະເທດລາວອາດມີຜູ້ໃຊ້ຂ່າວປອມເປັນເຄື່ອງມືໃນການສ້າງຄວາມແຕກແຍກໃນສັງຄົມ.

ດ້ານເສດຖະກິດຂ່າວປອມຖືກສົ່ງຕໍ່ ຫຼື ແຊຣ໌ໃນເຄືອຂ່າຍສັງຄົມອອນລາຍ ອາດສົ່ງຜົນໃຫ້ນັກລົງທຶນ ເກີດຄວາມບໍ່ໝັ້ນໃຈໃນການລົງທຶນ ເຮັດໃຫ້ເສດຖະກິດບໍ່ໝັ້ນທ່ຽງ ແລະ ອາດສົ່ງຜົນກະທົບຕໍ່ລະບົບເສດຖະກິດໃນໄລຍະຍາວໄດ້.

ສ່ວນໃນດ້ານສັງຄົມ ຂ່າວປອມທີ່ເຜີຍແຜ່ອອກໄປ ໂດຍສະເພາະຂ່າວທີ່ມີຜົນກະທົບຕໍ່ຄວາມຮູ້ສຶກຂອງຄົນຈຳນວນຫຼາຍ ຈະເຮັດໃຫ້ເກີດຜົນກະທົບດ້ານຈິດໃຈຂອງປະຊາຊົນ ເຮັດໃຫ້ເກີດຄວາມສັບສົນ, ເຂົ້າໃຈຜິດ ແລະ ແຕກຕື່ນ ເຊິ່ງໃນໄລຍະຍາວອາດຈະສົ່ງຜົນຕໍ່ການດຳລົງຊີວິດຂອງປະຊາຊົນໄດ້.

ດ້ານຄວາມໝັ້ນຄົງ ອາດມີຜູ້ສ້າງຂ່າວປອມຂຶ້ນມາເພື່ອສ້າງຄວາມແຕກແຍກ ໂດຍໃຊ້ການທະຫານ ແລະ ການກໍ່ການຮ້າຍເປັນເຄື່ອງມືເຊັ່ນ: ການປ່ອຍຂ່າວປອມກ່ຽວກັບການກໍ່ການຮ້າຍຂຶ້ນມາ ເຊິ່ງຈະຜົນກະທົບຕໍ່ຄວາມໝັ້ນຄົງພາຍໃນປະເທດ ແລະ ຕ່າງປະເທດໄດ້.

ຂໍ້ສະເໜີໃນການແກ້ໄຂບັນຫາ: ການຄົ້ນຄວ້າຫາແນວທາງໃນການປ້ອງກັນ ແລະ ແກ້ໄຂບັນຫາກໍ່ເປັນສິ່ງທີ່ສຳຄັນຢ່າງຍິງ ໂດຍຂໍ້ສະເໝີໃນການແກ້ໄຂບັນຫາປະກອບດ້ວຍ:

1. ປະຊາຊົນຄວນມີວິຈາລະນະຍານໃນການບໍລິໂພກຂ່າວສານຜ່ານທາງອິນເຕີເນັດ ແລະ ເຄືອຂ່າຍສັງຄົມອອນລາຍ ລວມທັງຕ້ອງຮັບຮູ້ ແລະ ເຂົ້າໃຈເຖິງບົດລົງໂທດຕາມກົດໝາຍ.

2. ລັດຄວນໃຫ້ຄວາມຮູ້ປະຊາຊົນໃນການບໍລິໂພກຂ່າວສານ ລວມທັງການກຳຈັດ ຫຼື ຫຼີກລ້ຽງເວັບໄຊທ໌ຂ່າວປອມທີ່ເກີດຂຶ້ນເຊັ່ນ: ການໃຫ້ຄວາມຮູ້ເລື່ອງການລາຍງານຂ່າວປອມໃນ facebook ທີ່ພັດທະນາມາເພື່ອຄັດກອງຂ່າວປອມໂດຍສະເພາະ, ການໃຫ້ຄວາມຮູ້ແກ່ປະຊາຊົນ ລັດຄວນມີການຮ່ວມມືກັບສື່ ແລະ ໃຊ້ສື່ສັງຄົມອອນລາຍທີ່ເປັນທາງການຂອງອົງກອນ ໃນການປະຊາສຳພັນໃຫ້ປະຊາຊົນໄດ້ຮັບຮູ້.

3. ໜ່ວຍງານດ້ານຄວາມໝັ້ນຄົງຕ້ອງມີການກວດສອບ ແລະ ດຳເນີນການກັບເວັບໄຊທ໌ຂ່າວປອມທີ່ເກີດຂຶ້ນ

4. ລັດ ແລະ ໜ່ວຍງານດ້ານຄວາມໝັ້ນຄົງຄວນມີຊ່ອງທາງການສື່ສານກັບປະຊາຊົນທີ່ຫຼາກຫຼາຍ ໂດຍສະເພາະຄວນມີບັນຊີຜູ້ໃຊ້ສື່ສັງຄົມອອນລາຍ ເພື່ອສື່ສານຂ່າວທີ່ມີມູນຄວາມຈິງກັບປະຊາຊົນ ລວມທັງປ້ອງກັນການເຜີຍແຜ່ຂອງຂ່າວປອມ ແລະ ແກ້ໄຂຂ່າວປອມທີ່ອາດຈະເກີດຂຶ້ນໃຫ້ທັນຕໍ່ສະຖານະການ

5. ສື່ຄວນກວດສອບທີ່ມາຂອງຂ່າວກ່ອນທີ່ຈະນຳສະເໜີຕໍ່ປະຊາຊົນ ແລະ ຄວນນຳສະເໜີສະເພາະຂໍ້ມູນທີ່ເປັນຄວາມຈິງແກ່ປະຊາຊົນ ເຊິ່ງກໍ່ເພື່ອຫຼຸດຜ່ອນຜົນກະທົບຈາກການບໍລິໂພກຂ່າວປອມທີ່ນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ຫາກບໍ່ຮີບແກ້ໄຂອາດຈະເປັນໄພຮ້າຍແຮງຕໍ່ໄປໄດ້ໃນອະນາຄົດ.

ສຸດທ້າຍໃນສ່ວນຂອງໜ່ວຍງານຄວາມໝັ້ນຄົງຄວນຕ້ອງມີການເປີດໃຊ້ສື່ສັງຄົມອອນລາຍໃນຫຼາກຫຼາຍຊ່ອງທາງ ເພື່ອໃຊ້ໃນການສື່ສານຂໍ້ມູນທີ່ຖືກຕ້ອງກັບປະຊາຊົນ ແລະ ຈຳເປັນທີ່ຈະຕ້ອງຕັ້ງໜ່ວຍງານທີ່ມີຄວາມຊ່ຽວຊານໃນດ້ານການກວດສອບຂໍ້ມູນປອມ ແລະ ຢຸດຢັ້ງການເຜີຍແຜ່ຂອງຂໍ້ມູນເຫຼົ່ານັ້ນໃຫ້ທັນເຫດການອີກດ້ວຍ.