ທ່ານ ທອງລຸນ ຊີ້ແຈງບັນຫາການບໍລິຫານປະເທດ ແລະ ຍອມຮັບວ່າການຄຸ້ມຄອງທີ່ດິນຂອງລັດທີ່ຜ່ານມາມີຄວາມຜິດພາດ ໃນກອງປະຊຸມສະພາ

ໃນລະຫວ່າງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ກໍ່ຄື ໃນຕອນບ່າຍຂອງວັນທີ 23 ຕຸລາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຂຶ້ນຕອບ ແລະ ຊີ້ແຈງຂໍ້ຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ກໍ່ຄື ປະຊາຊົນ ທີ່ມີຄວາມສົນໃຈຕໍ່ ການບໍລິຫານວຽກງານຂອງລັດຖະບານ ໃນຫຼາຍບັນຫາສຳຄັນ ດັ່ງລຸ່ມນີ້:

​​​1. ເພື່ອຮັບປະກັນໃຫ້ແກ່ການບໍລິຫານລັດ ໃນທຸກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການເຂົ້າເຖິງການບໍລິຫານລັດ ຢ່າງສະດວກ, ວ່ອງໄວ, ຍຸຕິທຳ ແລະ ຖືກຕ້ອງຕາມກົດໝາຍ. ແລະ ຕໍ່ກັບມາດຕະການແກ້ໄຂກ່ຽວກັບ ປະກົດການຫຍໍ້ທໍ້ຂອງການບໍລິຫານລັດ ໃນກົງຈັກລັດແຕ່ລະຂັ້ນ ທ່ານໄດ້ຊີ້ແຈງວ່າ: ອີງຕາມນະໂຍບາຍຂອງພັກ ໂດຍສະເພາະ ມະຕິ X ຂອງສູນກາງພັກ, ລັດຖະບານກໍ່ໄດ້ສືບຕໍ່ຖືເອົາ ບັນຫາການຄຸ້ມຄອງລັດ ເປັນໜຶ່ງ ໃນ 4 ບຸກທະລຸ. ດັ່ງນັ້ນ, ລັດຖະບານຊຸດນີ້ ຈຶ່ງຖືສຳຄັນຕໍ່ການປັບປຸງກົງຈັກຂອງລັດ ຕາມເນື້ອໃນຈິດໃຈ ດັ່ງລຸ່ມນີ້:

​​​- ໃຫ້ກະທັດຮັດທາງດ້ານການຈັດຕັ້ງ;

​​​- ແບ່ງຄວາມຮັບຜິດຊອບ ແລະ ມອບສິດອຳນາດ ໃຫ້ກົງຈັກແຕ່ສູນກາງ ລົງຮອດທ້ອງຖິ່ນ ເພື່ອໃຫ້ປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າ, ແກ້ໄຂບັນຫາຂອງຕົນ ດ້ວຍຄວາມຮັບຜິດຊອບສູງຂຶ້ນ, ບໍ່ໃຫ້ເອື່ອຍອີງ, ບໍ່ຖິ້ມພຸ້ນ-ຖິ້ມພີ້ ລວມທັງ ບັນຊາ, ອຳນວຍຄວບຄຸມວຽກຂອງຕົນ ທີ່ຖືກມອບໝາຍ ດ້ວຍຄວາມເປັນເຈົ້າການຢ່າງແທ້ຈິງ.

​​​- ມອບສິດໃຫ້ປັບປຸງກົງຈັກຕົນ, ກົນໄກທີ່ຕົນນຳໃຊ້, ພະນັກງານທີ່ຢູ່ ພາຍໃຕ້ການບັງຄັບບັນຊາຂອງຕົນເອົາເອງ ເພາະຜູ້ບັງຄັບບັນຊາ ຫຼື ການນຳຂະແໜງການນັ້ນ, ທ້ອງຖິ່ນນັ້ນເທົ່ານັ້ນ ຈະເປັນຜູ້ທີ່ຮູ້ດີກວ່າຄົນອື່ນ ທັງວຽກ ທັງຄົນ ທີ່ຕົນນຳໃຊ້ຢູ່ນັ້ນ ຈະປະຕິເສດບໍ່ໄດ້.

​​​ລັດຖະບານ ໄດ້ຕິດຕາມກວດກາ, ຊີ້ນຳຢ່າງໃກ້ສິດ ແລະ ໄດ້ອອກນິຕິກຳຫຼາຍສະບັບ, ທັງໄດ້ນຳໃຊ້ບັນດາກົງຈັກຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງຂະແໜງການ ແລະ ທ້ອງຖິ່ນ ຢ່າງເປັນປະຈຳ, ເພື່ອຈຳກັດໄດ້ ຄວາມຮັດກຸມຂອງກົງຈັກ, ການຈໍາກັດ ແລະ ຫຼີກລ້ຽງ ການສວຍໃຊ້ໜ້າທີ່ຕຳແໜ່ງ ຂອງພະນັກງານລັດ ໃນກົງຈັກນັ້ນໆ ເພື່ອສໍ້ລາດບັງຫຼວງ; ປັບປຸງໄດ້ຄວາມຊີນເຄີຍອັນເກົ່າ ຂອງພະນັກງານ ໃຫ້ມີຄວາມຮັບຜິດຊອບຕໍ່ຊາດສູງຂຶ້ນ ເຊິ່ງທັງໝົດນັ້ນ ໃຫ້ມີນ້ຳໃຈຮັບໃຊ້ຊາດ ແລະ ປະຊາຊົນສູງຂຶ້ນ.

​​​ເພື່ອປັບປຸງເຮັດໃຫ້ກົງຈັກ ສືບຕໍ່ປອດໄສ ແລະ ມີປະສິດທິພາບ, ລັດຖະບານ ກໍ່ໄດ້ມີກົນໄກຕິດຕາມກວດກາ ເປັນປະຈຳ ຄື: ເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກ, ອົງການກວດກາລັດຖະບານ, ກະຊວງພາຍໃນ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະພາແຫ່ງຊາດ, ສະພາທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ ໂດຍອີງໃສ່ຄະນະພັກແຕ່ລະຂັ້ນ ໃຫ້ມີການສຳຫຼວດກວດກາປະເມີນຜົນ ທັງກົງຈັກ, ທັງພະນັກງານເປັນປະຈຳ. ຖ້າກວດເຫັນຄວາມບົກຜ່ອງ, ຜິດພາດ ຫຼື ການລ່ວງລະເມີດຕ່າງໆ ກໍ່ດຳເນີນການແກ້ໄຂໃຫ້ເປັນຮູບປະທຳຫຼາຍຂຶ້ນ, ມີການສະຫຼຸບຈາກຄະນະຈັດຕັ້ງ, ຄະນະກວດກາ ເປັນແຕ່ລະໄລຍະ.

​​​ການນຳພັກ-ລັດ ໄດ້ເວົ້າເປັນເອກະພາບກັນແລ້ວວ່າ: ຖ້າກວດເຫັນຢູ່ໃສ-ອົງການໃດ, ທ້ອງຖິ່ນໃດ ກໍ່ຕ້ອງມອບໃຫ້ເປັນພາລະ ແລະ ຄວາມຮັບຜິດຊອບຂອງອົງການນັ້ນ, ທ້ອງຖິ່ນນັ້ນ ຊີ້ນຳແກ້ໄຂ. ຖ້າບໍ່ຢາກແກ້, ບໍ່ກ້າແກ້ ຫຼື ບໍ່ມີຄວາມສາມາດແກ້ໄຂ, ຂັ້ນເທິງສູງກວ່ານັ້ນ ຈະເປັນຜູ້ແກ້ ແລະ ກ້າວໄປເຖິງການແກ້ຜູ້ເປັນຫົວໜ້າຢູ່ທີ່ກົມກອງນັ້ນ ຕ້ອງເວົ້າເຖິງຄວາມຮັບຜິດຊອບຕໍ່ພັກ ຕໍ່ກົດໝາຍ ເຊິ່ງພວກເຮົາບໍ່ສາມາດປະປ່ອຍ ໃຫ້ເປັນຊຳເຮື້ອຕໍ່ໄປໄດ້ອີກແລ້ວ.

​​​ສິ່ງສຳຄັນທີ່ສຸດຕໍ່ໄປນີ້, ທຸກໆຄົນໃນສັງຄົມ, ປະຊາຊົນ, ສະມາຊິກພັກ, ສະມາຊິກຂອງທຸກອົງການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງຕ່າງໆ ຕ້ອງຮ່ວມກັນເປັນກຳລັງແຮງສັງລວມ, ບໍ່ປ່ອຍໃຫ້ຄົນເຮັດຕາມລຳພັງ, ບໍ່ປ່ອຍໃຫ້ຄົນຜິດລອດຕົວ, ບໍ່ປ່ອຍໃຫ້ກົງຈັກ ສືບຕໍ່ອ່ອນເພຍເປ້ຍລ່ອຍ ກາຍເປັນກົງຈັກຂາດຄວາມໜ້າເຊື່ອຖື ຫຼື ຮ້າຍແຮງກວ່ານັ້ນ ບໍ່ຄວນປ່ອຍໃຫ້ເປັນກົງຈັກ ທີ່ຢາກປະຕິບັດຕາມແນວທາງຂອງພັກ ແລະ ກົດໝາຍຂອງລັດ ກໍ່ໄດ້, ບໍ່ປະຕິບັດ ກໍ່ບໍ່ເປັນຫຍັງ ໄດ້ຕໍ່ໄປອີກແລ້ວ.

​​​2. ເພື່ອສືບຕໍ່ຊຸກຍູ້ເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ແຂງແຮງ ລວມທັງ ການດຶງດູດ ແລະ ສົ່ງເສີມການລົງທຶນພາຍທັງພາຍໃນ ແລະ ຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ໄດ້ອະທິບາຍ ແລະ ຊີ້ແຈງກ່ຽວກັບທິດທາງ, ກົນໄກ ແລະ ມາດຕະການແກ້ໄຂ ຢ່າງມີຈຸດສຸມ ດັ່ງລຸ່ມນີ້:

​​​ລັດຖະບານເຫັນຄວາມຈຳເປັນ ທາງພາວະວິໄສ ໃນການສ້າງເງື່ອນໄຂໃຫ້ເສດຖະກິດຂອງປະເທດ ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຫຼີກລ້ຽງການສະດຸດ, ຢໍ້າເທົ້າ ຫຼື ຖອຍຫຼັງ. ສະນັ້ນ,  ລັດຖະບານ ຈະໄດ້ສຸມການລົງທຶນຂອງລັດ ທີ່ມີຢູ່ຈຳກັດນີ້ ໃຫ້ມີປະສິດທິຜົນ ແລະ ປະຢັດ; ຈະເອົາໃຈໃສ່ການພັດທະ ນາໂຄງລ່າງພື້ນຖານທີ່ຈຳເປັນ, ສ້າງເງື່ອນໄຂໃຫ້ແກ່ການຈໍລະຈອນສະດວກຂຶ້ນ, ລະບົບໂລຈີສະຕິກ, ປັບປຸງຕາໜ່າງໄຟຟ້າ, ຊົນລະປະທານຈຳນວນໜຶ່ງ, ສ້າງເງື່ອນໄຂໃຫ້ມີການຜະລິດ, ການຈຳໜ່າຍທີ່ສະດວກຂຶ້ນ, ປັບປຸງສະຖາບັນການສຶກສາ, ການຄົ້ນຄວ້າວິທະຍາສາດ, ລະບົບຂໍ້ມູນຂ່າວສານ, ລະບົບສາທາລະນະສຸກ, ພັດທະນາສີມືແຮງງານ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ ແລະ ຈະປະຕິບັດນະໂຍບາຍສະຫວັດດີການສັງຄົມຕ່າງໆ, ດັ່ງທີ່ໄດ້ສະແດງອອກໃນແຜນການ ປະຈຳປີ 2018 ນັ້ນ.

ແຕ່ພ້ອມດຽວກັນນັ້ນ, ລັດຖະບານ ໄດ້ຖືສຳຄັນ ໃນການດຶງດູດການລົງທຶນ ຂອງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເປັນພາກສ່ວນສຳຄັນ ເພື່ອຄໍ້າຈູນເສດຖະກິດແຫ່ງຊາດ ໃຫ້ສືບຕໍ່ມີກຳລັງແຮງຕໍ່ໄປ ຕາມແນວທາງປ່ຽນແປງໃໝ່ ຂອງພັກ ແລະ ລັດຖະບານ. ດັ່ງນັ້ນ, ຖອດຖອນຈາກການເຮັດວຽກໃນປີຜ່ານມາ, ລັດຖະບານຈຶ່ງມີຄວາມຕັດສິນໃຈ ໃນການປ່ຽນແປງຫຼາຍດ້ານໃຫ້ດີຂຶ້ນ ເຊິ່ງເລີ່ມຈາກການປັບປຸງການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ຄຸ້ມຄອງການລົງທຶນ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ, ສ້າງຕັ້ງກົນໄກການຄຸ້ມຄອງການລົງທຶນໃໝ່ຂຶ້ນ ຄື: ຄະນະກຳມະການຄຸ້ມຄອງການລົງທຶນຂັ້ນສູນກາງ  ແລະ ຂັ້ນແຂວງ ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນກອງເລຂາ, ມອບໃຫ້ຮອງນາຍົກ ເປັນປະທານ ແລະ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຄະນະດັ່ງກ່າວ ເຊິ່ງໄດ້ມີລະບອບປະຊຸມປະຈຳ ເພື່ອແກ້ໄຂບັນຫາອຸດຕັນ ທີ່ເປັນຢູ່ໃນປະຈຸບັນ ໃຫ້ໝົດໄປ ແລະ ເພື່ອຄົ້ນຄວ້າ, ຕົກລົງ, ຮັບຮອງ ແລະ ອະນຸມັດການລົງທຶນໃຫ້ໄວຂຶ້ນ. ຂະໜານຄູ່ກັນໄປ ລັດຖະບານກຳລັງປັບປຸງກົນໄກ ໃນການອະນຸມັດຢູ່ບ່ອນດຽວ ເຊິ່ງຈະກຳນົດເວລາຢ່າງຈະແຈ້ງ ໃນຂັ້ນຕອນອະນຸມັດການລົງທຶນ, ຖ້າຄ້າງຢູ່ໃສ ຈະນຳໄປແກ້ຢູ່ບ່ອນນັ້ນ, ຄາກົນໄກຈະແກ້ກົນໄກ, ຄານຳຄົນຈະແກ້ຄົນ, ລັດຖະບານຈະບໍ່ປະປ່ອຍໃຫ້ສະພາບເປັນຢູ່ຄືປະຈຸບັນ, ບ່ອນໃດ ແລະ ກ່ຽວ ຂ້ອງກັບອົງການຈັດຕັ້ງໃດ ແມ່ນບ່ອນນັ້ນຖືກປະຕິບັດຕາມລະບຽບກົດໝາຍ. ພ້ອມກັນນັ້ນ ກໍ່ໄດ້ປະກາດນະໂຍບາຍ 3 ເປີດຂອງລັດ ເຊັ່ນ:

​​​1). ເປີດປະຕູ;

​​​2). ເປີດສິ່ງຂີດຂວາງ;

​​​3). ເປີດໃຈ.

​​​ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ວ່າ: ເປີດທີ 1 ແລະ ທີ 3 ພໍໄດ້ແລ້ວ, ແຕ່ຍັງຕິດຂັດເປີດທີ 2 ທີ່ເປັນສິ່ງກີດຂວາງ, ຝືດເຄື່ອງ, ຫຍຸ້ງຍາກ, ທ້າທາຍ ເຊິ່ງລັດຖະບານກຳລັງເຮັດ, ຈະບໍ່ຖອຍ, ຈະສູ້ໃຫ້ເປີດທີ 2 ນີ້ ໃຫ້ເປັນຈິງ ເພື່ອນຳເອົາລຳດັບການຈັດອັນດັບຕົວຊີ້ວັດ ການເຮັດທຸລະກິດຢູ່ລາວ “ຄວາມງ່າຍ ໃຫ້ດີຂຶ້ນ, ຄວາມຍາກໃຫ້ຫຼຸດລົງ”.

​​​3. ການຄຸ້ມຄອງວຽກງານທີ່ດິນ ໄດ້ພົບເຫັນບັນຫາຈໍານວນໜຶ່ງ ເປັນຕົ້ນ ການແບ່ງຂັ້ນຄຸ້ມຄອງວຽກງານ ພິຈາລະນາອະນຸມັດເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນແຈ້ງ ສົ່ງຜົນກະທົບເຮັດໃຫ້ການຄຸ້ມຄອງທີ່ດິນ ບໍ່ທັນຮັດກຸມ; ການອອກໃບຕາດິນຍັງຊັກຊ້າ; ເກີດສະພາບການຈັບຈອງດິນ ແລະ ການແບ່ງຂາຍດິນທີ່ຍັງບໍ່ມີການພັດທະນາ, ທ່ານໄດ້ຊີ້ແຈງວ່າ:  ຕ້ອງຍອມຮັບນໍາກັນວ່າ ການຄຸ້ມຄອງທີ່ດິນ, ນໍາໃຊ້ທີ່ດິນ ເຊິ່ງເປັນຊັບສົມບັດຂອງຊາດ ໃນໄລຍະຜ່ານມາ ມີຫຼາຍອັນສັບສົນ ແລະ ຜິດພາດ. ເຊິ່ງລັດຖະບານ ເຫັນຊ່ອງຫວ່າງຫຼາຍ, ມີຄວາມສັບສົນຫຼາຍ ດີບໍ່ດີຈະກາຍເປັນບັນຫາສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງ ຈຶ່ງຕັດສິນໃຈສະເໜີ:

– ສ້າງຍຸດທະສາດ ກ່ຽວກັບການຄຸ້ມຄອງນໍາໃຊ້ທີ່ດິນຂຶ້ນ ເພື່ອນໍາມາຜ່ານກອງປະຊຸມ ເພື່ອໃຫ້ຄະນະບໍລິຫານງານສູນກາງພັກ ອອກເປັນມະຕິ ໄດ້ສໍາເລັດແລ້ວ;

– ການຜັນຂະຫຍາຍມະຕິສະບັບນີ້, ກໍາລັງຢູ່ໃນຂັ້ນຕອນ ສຶກສາຄົ້ນຄວ້າ ເພື່ອຮັບຮອງ ແລະ ປະຕິບັດຕໍ່ໄປ (ລັດຖະບານ ຈະປຶກສາຫາລືກັນ ໃນກອງປະຊຸມລັດຖະບານ ປະຈໍາເດືອນຕຸລານີ້).

ລັດຖະບານ ຈະພະຍາຍາມແກ້ໄຂ:

– ໃຫ້ໄປຕາມກົດໝາຍຢ່າງເຂັ້ມງວດ;

– ບໍ່ໃຫ້ສວຍໃຊ້ຄໍາວ່າ: ຫັນດິນເປັນທຶນ, ຫັນຊັບພະຍາກອນເປັນທຶນ ໄປທາງທີ່ຜິດ ທີ່ເປັນການສວຍໂອກາດ;

– ເຮັດໃຫ້ທີ່ດິນ ທີ່ເປັນຊັບສົມບັດ ຂອງວົງຄະນາຍາດແຫ່ງຊາດນັ້ນ ໄດ້ຮັບການນໍາໃຊ້ຢ່າງທົ່ວເຖິງ, ສົມເຫດສົມຜົນ, ມີປະສິດທິຜົນສູງ, ນໍາຄຸນຄ່າສູງສຸດມາໃຫ້ປະເທດຊາດ, ໃຫ້ປະຊາຊົນ;

– ສ້າງກົນໄກທີ່ຮັດກຸມຂຶ້ນມາ ເພື່ອຄຸ້ມຄອງ, ເພື່ອພັດທະນາ, ເພື່ອນໍາໃຊ້, ເພື່ອຄວາມສົມບູນພູນສຸກຂອງຄົນໃນຊາດ;

– ການຊື້ຂາຍໃດໆ, ການສໍາປະທານໃດໆ, ການຈັບຈອງໃດໆ, ຕະຫຼອດເຖິງການທໍາລາຍຄວາມອຸດົມສົມບູນໃດໆ ຂອງດິນ, ປ່າໄມ້, ແຫ່ງນໍ້າ… ຈະຖືກຈໍາກັດ, ຖືກແກ້ໄຂ, ຖືກເອົາກັບຄືນມາ ຕາມແຕ່ລະກໍລະນີ ໃຫ້ໄດ້ຢ່າງເປັນຮູບປະທໍາ.

​​​4. ການກໍ່ສ້າງເສັ້ນທາງມູນຄ່າສູງ, ຂາດຄຸນນະພາບ ເຮັດໃຫ້ລັດເສຍຜົນປະໂຫຍດ, ບັນຫາດັ່ງກ່າວເກີດມາຈາກການບໍ່ປະຕິບັດກົດໝາຍ ເປັນຕົ້ນ ການປະມູນ, ການກວດກາລາຄາຫົວໜ່ວຍກໍ່ສ້າງ: ໄລຍະຜ່ານມາ ໄດ້ຈັດເປັນປະເພດອອກດັ່ງນີ້:

​​​ປະເພດທີ 1: ໂຄງການນອກແຜນ (ເອກະຊົນຂໍລົງທຶນກ່ອນ) ບໍ່ມີການສໍາຫຼວດ ທີ່ມີມາດຕະຖານ ຕາມຫຼັກວິຊາການໃດໆເລີຍ, ຜູ້ກໍ່ສ້າງສໍາຫຼວດເອງ, ອອກແບບເອງ, ກໍານົດລາຄາຫົວໜ່ວຍເອົາເອງ.

​​​ປະເພດທີ 2: ຢູ່ໃນແຜນ ແຕ່ພຽງເປັນແຜນວ່າຢາກກໍ່ສ້າງ, ມີຢູ່ໃນແຜນການໄລຍະຕ່າງໆຂອງແຂວງ, ອາດອ້າງວ່າ ຄະນະປະຈໍາຕົກລົງ, ອາດຈະມີຢູ່ໃນກະຊວງ, ອາດມີການສໍາຫຼວດອອກແບບໄວ້ແລ້ວ, ແຕ່ບໍ່ທັນມີທຶນ, ບໍ່ທັນມີໃນແຜນງົບປະມານ. ຜູ້ຮັບເໝົາກໍ່ສ້າງຂໍເຮັດກ່ອນ ຈະໃຫ້ຊໍາລະຕາມຫຼັງກໍ່ໄດ້ ເພາະຜູ້ຮັບເໝົາມີເງິນແລ້ວ ຈະເຮັດຊ່ວຍ. ແຕ່ເມືອງໄດ້ການຕົກລົງ ຊໍ້າພັດເອົາໃບຕົກລົງໄປຢືນທະນາຄານ ມາສ້າງ… (ບໍ່ມີປະມູນ, ພຽງແຕ່ລາຄາເທົ່ານັ້ນ ກໍ່ເຮັດໂລດ, ເອົາລາຄາຂຶ້ນເພື່ອໄວ້ ເພາະລັດຖະບານຕິດໝີ້… ເອົາປະລິມານລົງ, ເອົາຄຸນນະພາບລົງ… ແພງທີ່ສຸດ ແລະ ຄຸນນະພາບຕໍ່າທີ່ສຸດ). ລັດຕິດໜີ້, ທະນາຄານທີ່ໃຫ້ກູ້ ເປັນໜີ້ເສຍ (NPL) …

​​​ປະເພດທີ 3: ມີໃນແຜນ, ມີການອອກແບບ, ມີການກໍານົດຫົວໜ່ວຍລາຄາ, ມີງົບປະມານ ແຕ່ບໍ່ພໍບາດດຽວ ແບ່ງອອກເປັນຫຼາຍປີ. ບາດກໍ່ສ້າງໄປກະຊິບໍ່ໄດ້ເງິນພໍ

​​​+ ຂຶ້ນລາຄາຫົວໜ່ວຍ;

​​​+ ເຮັດວຽກເພີ່ມ;

​​​+ ຕັດມາດຖານລົງ;

​​​+ ຖ້າລັດຕິດໜີ້ ຊໍາລະບໍ່ໄດ້ຕາມແຜນ, ຜູ້ຮັບເໝົາ ກໍ່ກ້າຈະຂໍສິດພິເສດຕ່າງໆນາໆ ກໍ່ເປັນການສ້າງໜີ້ໃຫ້ລັດຖະບານອີກຕື່ມ.

​​​ດັ່ງນັ້ນ, ນັບແຕ່ເດືອນເມສາ 2016 ມານີ້ ລັດຖະບານໄດ້ຢຸດຕິໝົດ ບັນດາໂຄງການ ໂດຍສະເພາະ ໂຄງການປະເພດທີ 1, ປະເພດທີ 2. ກວດກາຄືນໝົດ ບັນດາໂຄງການປະເພດທີ 3.

​​​5. ຕໍ່ກັບຈໍານວນໂກຕ້າລັດຖະກອນໃໝ່ ໃນປີ 2017 ຈໍານວນ 3.000 ຄົນ: ລັດຖະບານ ຈະມອບໃຫ້ກະຊວງພາຍໃນ ຈັດແບ່ງລະອຽດ ແລ້ວຈະລາຍງານໃຫ້ສະພາແຫ່ງຊາດຕື່ມ, ແຕ່ຕາມທິດຂອງລັດຖະບານ ແມ່ນຈະໃຫ້ບູລິມະສິດແກ່ຂະແໜງສຶກສາ (ຄູສອນ), ຂະແໜງສາທາ (ແພດ) ແລະ ວິຊາການດ້ານເຕັກນິກ ຂອງຂະແໜງກະສິກໍາ ຢູ່ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.

​​​6. ຕໍ່ກັບກົງຈັກຂອງຄະນະກໍາມະການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ແລະ ທ້ອງຖິ່ນ: ຕາມມະຕິຕົກລົງຂອງກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທ 1 ຂອງສະພາແຫ່ງຊາດຊຸດທີ VIII, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແມ່ນໂຮມເຂົ້າກັບ ກະຊວງກະສິກໍາ ແລະ ປ່າໄມ້. ການປະຕິບັດຕາມມະຕິຕົກລົງດັ່ງກ່າວ, ລັດຖະບານ ກໍໄດ້ອອກດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້ ຄືນໃໝ່ (ດໍາລັດສະບັບເລກທີ 99/ນຍ, ລົງວັນທີ 9/3/2017) ຊຶ່ງໃນດໍາລັດດັ່ງກ່າວ ໄດ້ກໍານົດກົງຈັກທີ່ເຮັດວຽກໂດຍກົງ ກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຄື: ກົມພັດທະນາຊົນນະບົດ ແລະ ສະຫະກອນ; ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ; ກອງທຶນຫຼຸດຜ່ອນຄວາມທຸກຍາກ; ສູນຝຶກອົບຮົມເຕັກນິກກະສິກໍາ ແລະ ພັດທະນາຊົນນະບົດ. ພ້ອມດຽວກັນນັ້ນ, ລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍກອງທຶນພັດທະນາຊົນນະບົດ ເພື່ອເປັນບ່ອນອີງໃນການລະດົມທຶນຮອນ ແລະ ການນໍາໃຊ້ທຶນຮອນເຂົ້າໃນວຽກງານພັດທະນາຊົນນະບົດ. ສ່ວນກົງຈັກຂັ້ນແຂວງ ກໍໄດ້ກໍານົດລະອຽດໃນດໍາລັດດັ່ງກ່າວແລ້ວ.

​​​7. ຕໍ່ກັບພາກສ່ວນທີ່ສ້າງໂຄງການນອກແຜນ: ລັດຖະບານຈະແກ້ໄຂ, ຈະບໍ່ໃຫ້ມີອີກ, ໂຄງການບໍ່ມີຕົນຕົວ ຈະບໍ່ໃຫ້ເກີດຂຶ້ນອີກ, ລັດຖະບານ ກໍາລັງກວດກາບັນດາໂຄງການເຮັດບໍ່ແລ້ວ ກໍ່ຍັງໄດ້ເງິນ, ໄດ້ເງິນຊໍ້າສອງເທື່ອສາມເທື່ອ ຫຼື ໄດ້ເງິນແລ້ວໜີຈ້ອຍ ແລະ ອື່ນໆ. ລັດຖະບານ ຈະມີມາດຕະການແກ້ໄຂໃຫ້ເໝາະສົມ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການກໍານົດ. ພ້ອມທັງ ເພີ່ມທະວີວຽກງານຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດແຕ່ຫົວທີ ໃຫ້ເປັນປົກກະຕິ.

​​​8. ຕໍ່ກັບຄຳຖາມທີ່ວ່າ ການແກ້ໄຂຜົນການກວດສອບ ແລະ ການຈັດຕັ້ງແຜນງົບປະມານແຫ່ງລັດ ຍັງບໍ່ປະກົດຜົນ ທີ່ເຫັນໄດ້ຢ່າງຊັດເຈນ: ລັດຖະບານຈະນໍາໃຊ້ຫຼັກການ, ລະບຽບການທີ່ມີ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໂດຍໃຫ້ອົງການກວດກາລັດຖະບານ ເປັນຜູ້ກວດກາຜົນຂອງການກວດສອບ ໃຫ້ລະອຽດຮອບດ້ານ ແລະ ຈັດຕັ້ງປະຕິບັດຜົນຂອງການກວດການັ້ນ ໃຫ້ເຂັ້ມງວດ ແລະ ມີຜົນສັກສິດ, ດັ່ງທີ່ໄດ້ຕົກລົງເປັນເອກະພາບ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນກອງປະຊຸມຮ່ວມ ຄັ້ງວັນທີ 13/10/2017 ທີ່ຜ່ານມາ.​