ທ່ານນາຍົກລັດຖະມົນຕີ ໂອ້ລົມຄູອາຈານ ແລະ ນັກສຶກສາ ມຊ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ໂອ້ລົມຄູອາຈານ ແລະ ນັກສຶກສາ ມຊ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ຄູອາຈານ ແລະ ນັກສຶກສາ ຢູ່ທີ່ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໃນຕອນເຊົ້າ ຂອງວັນທີ 3 ພະຈິກ 2016 ເນື່ອງໃນໂອກາດ ຄົບຮອບ 20 ປີ ຂອງການສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (5 ພະຈິກ 1996 ຫາ 5 ພະຈິກ 2016). ໂດຍມີບັນດາ ລັດຖະມົນຕີກະຊວງ ທີ່ກ່ຽວຂ້ອງ, ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ, ຄະນະບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາ ຈາກຄະນະຕ່າງໆ ອ້ອມຂ້າງມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຢ່າງຫຼວງຫຼາຍ.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະນຳ ແລະ ຄູອາຈານ ກໍ່ຄື ມະຫາວິທະຍາໄລແຫ່ງຊາດ ຈົ່ງເອົາໃຈໃສ່ວຽກງານຕື່ມບາງດ້ານ ເປັນຕົ້ນ ໃຫ້ເຮັດໜ້າທີ່ເປັນໃຈກາງ ທາງດ້ານການພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ທຽບທັນກັບສາກົນ, ທັງເປັນໃຈກາງ ໃນການຄົ້ນຄວ້າວິໃຈ ໃນທຸກສາຂາອາຊີບ, ໃຫ້ກາຍເປັນຄັງສະສົມ ແຫ່ງສະຕິປັນຍາຢ່າງແທ້ຈິງ, ເຮັດໃຫ້ນັກສຶກສາທີ່ຮຽນຈົບ ສາມາດນຳໃຊ້ຄວາມຮູ້ ຄວາມສາມາດຂອງຕົນຢ່າງເຕັມສ່ວນ ເຂົ້າໃນວຽກງານທີ່ໄດ້ຮຽນມາຢ່າງຖືກຕ້ອງ ແລະ ເໝາະສົມ; ໃຫ້ເປັນແບບຢ່າງທາງດ້ານ ການປັບປຸງຫຼັກສູດ ການຮຽນ-ການສອນ, ວິທີການສະໜອງຄວາມຮູ້ຂອງຄູອາຈານ ແລະ ການຮັບເອົາຄວາມຮູ້ຂອງນັກສຶກສາ ໂດຍໃຫ້ມີການພັດທະນາ ໃກ້ມາດຕະຖານສາກົນ ເປັນແຕ່ລະໄລຍະ; ສົມທົບກັບ ກະຊວງ ສຶກສາທິການ ແລະ ກິລາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຂະແໜງການທີ່ກ່ຽວຂ້ອງ ກຳນົດຫົວຂໍ້ ພ້ອມທັງ ປະຕິບັດການຄົ້ນຄວ້າວິໃຈ ບັນຫາທີ່ເຫັນວ່າ ສາມາດນຳໃຊ້ເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດໄດ້ ໃນອະນາຄົດ.

ສຳລັບນັກສຶກສາ, ທ່ານໄດ້ກ່າວວ່າ: “ຂ້າພະເຈົ້າ ຂໍຝາກອະນາຄົດຂອງປະເທດ ໄວ້ກັບພວກລູກພວກຫຼານ, ໃຫ້ພວກລູກພວກຫຼານຈົ່ງຕັ້ງໃຈ ແລະ ອອກແຮງຄົ້ນຄວ້າສຶກສາຮໍ່າຮຽນໃຫ້ດີ, ເປັນຄົນຮູ້ຜູ້ດີຂອງຊາດ, ເປັນຄົນເກັ່ງຂອງຄູອາຈານ, ເປັນລູກທີ່ດີຂອງພໍ່ແມ່, ມີຄຸນສົມບັດສິນທຳປະຕິວັດ…, ພໍເຖິງເວລານຳຄວາມຮູ້ໄປໃຊ້ ກໍ່ຈົ່ງເຮັດໃຫ້ໄດ້, ນຳໃຊ້ໃຫ້ເປັນ, ມີຈັນຍາບັນ, ມີຈັນຍາທຳ ໃນອາຊີບ..; ຈົ່ງຢຶດໝັ້ນໃນຄວາມເປັນຊາດລາວ, ຈົ່ງເອກອ້າງທະນົງໃຈ ທີ່ໄດ້ເກີດມາເປັນຄົນລາວ-ເທິງຜືນແຜ່ນດິນລາວ, ຮູ້ຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ, ຮັກສາມູນເຊື້ອ ແລະ ຫວງແຫນ ສິ່ງທີ່ເຮັດມາຈາກ ຫົວຄິດປະດິດສ້າງຂອງຄົນລາວ ລວມທັງ ຂະນົບທຳນຽມ, ຮີດຄອງປະເພ ນີອັນດີງາມຂອງຊາດ, ຂອງເຜົ່າຕົນ ທີ່ປູ່ຍ່າຕາຍາຍຂອງພວກເຮົາສ້າງໄວ້ ໃຫ້ມີຄວາມຍືນຍົງຕະຫຼອດໄປ. ພ້ອມທັງ ຮູ້ປົກປ້ອງ ແລະ ສະກັດກັ້ນ ບັນດາສິ່ງຫຍໍ້ທໍ້ ທີ່ຈະມາທຳລາຍມູນມໍລະດົກຂອງຊາດ..; ອັນສຳຄັນແມ່ນຕ້ອງ ຮຽນແລ້ວ ຮຽນອີກ ຮຽນເລື້ອຍໆໄປ, ຮຽນຕະຫຼອດຊີວິດ ເພາະຄວາມຮູ້ຂອງ ຄົນເຮົາ ບໍ່ມີຍາມພຽງພໍຈັກເທື່ອ, ສິ່ງໃໝ່ຍ່ອມເກີດຂຶ້ນເລືອຍໆ. ຫາກມີເງື່ອນໄຂໃນອະນາຄົດ ແມ່ນຫັນເອົານັກສຶກສາ ໄປຮຽນຮູ້ຢູ່ຮາກຖານໃຫ້ຫຼາຍຂຶ້ນ, ຮຽນຮູ້ນຳປະຊາຊົນ, ຮູ້ວິຖີຊີວິດ, ຮູ້ປະຫວັດ ສາດ, ຮູ້ຄວາມສຸກທຸກຂອງທ້ອງຖິ່ນ, ຮູ້ນໍາໃຊ້ທ່າແຮງຂອງທ້ອງຖິ່ນ, ສ້າງຄວາມຜູກພັນກັບທ້ອງຖິ່ນ ຈຶ່ງເຮັດໃຫ້ພວກເຮົາເຕີບໃຫຍ່, ເຂັ້ມແຂງ, ຮູ້ຮັກ ແລະ ມີຈິດໃຈຢາກພັດທະນາປະເທດຊາດ ອັນ ແສນຮັກຂອງພວກເຮົາ ໃຫ້ມີຄວາມຈະເລີນວັດທະນາຢ່າງໄວວາ…”.


ແຫລ່ງ: ກົມປະຊາສຳພັນ ຫສນຍ

No comments

Powered by Blogger.