ສິດທິມະນຸດໃນຕຳລາ ທີ່ຍາກຕໍ່ການປະຕິບັດໃນສັງຄົມຕົວຈິງ ເພາະຄົນເຫັນຄົນມີຄ່າບໍ່ເທົ່າທຽມ

ສິດທິມະນຸດ (Human Rights) ໝາຍເຖິງ ສິດທິຄວາມເປັນມະນຸດ ຫຼື ສິດທິໃນຄວາມເປັນຄົນ ອັນເປັນສິດທິຕາມທຳມະຊາດຂອງມະນຸດທຸກຄົນທີ່ເກີດມາ, ສິດທິມະນຸດເປັນສິດທິທີ່ບໍ່ສາມາດໂອນໃຫ້ແກ່ກັນໄດ້ ແລະ ບໍ່ມີບຸກຄົນ, ອົງກອນ ຫຼື ລັດ ສາມາດລ່ວງລະເມີດຄວາມເປັນມະນຸດນີ້ໄດ້, ສິດທິໃນຄວາມເປັນມະນຸດນີ້ເປັນຂອງຄົນທຸກຄົນ ບໍ່ເລືອກວ່າຈະເປັນເຊື່ອຊາດ, ສາສະໜາ, ແຫຼ່ງກຳເນີດ, ເພດ, ອາຍຸ, ສີຜິວ ທີ່ແຕກຕ່າງກັນ ແລະ ບໍ່ວ່າຮັ່ງມີ ຫຼື ທຸກຈົນ, ເປັນຄົນໂດຍສົມບູນ ຫຼື ພິການ ສິດທິລ້ວນເທົ່າທຽມໂດຍບໍ່ມີພົມແດນ ການກະທຳໃດທີ່ມະນຸດກະທຳຕໍ່ກັນຢ່າງດູຖູກດູໝິ່ນຕໍ່ກຽດສັກສີ ແລະ ຄວາມເປັນຄົນ ບໍ່ວ່າຈະເກີດແກ່ມະນຸດໃນປະເທດໃດ ແລະ ບໍ່ວ່າຜູ້ກະທຳການລະເມີດຈະເປັນບຸກຄົນ, ກຸ່ມບຸກຄົນ ຫຼື ລັດໃດລັດໜຶ່ງກໍ່ຕາມ ຖືເປັນການລະເມີດສິດທິມະນຸດ.

ການທີ່ຈະເຂົ້າໃຈຄວາມໝາຍຂອງສິດທິມະນຸດນັ້ນ ຈຳເປັນຕ້ອງເຂົ້າໃຈຫຼັກການຕ່າງໆ ທີ່ຖືເປັນພາບລວມຂອງສິດທິມະນຸດຄື:
1. ສິດທິ (Rights) : ສິດທິເປັນສິ່ງທີ່ຕິດຕົວມະນຸດທຸກຄົນຕາມທຳມະຊາດທີ່ໄດ້ເກີດມາເປັນມະນຸດ ເຊິ່ງບໍ່ມີໃຜລ່ວງລະເມີດໄດ້ ຄົນທຸກຄົນທີ່ເກີດມາມີສິດທີ່ຈະມີຊີວິດຢູ່ລອດ ແລະ ຕ້ອງມີຊີວິດຢູ່ຢ່າງສົມກຽດ ແລະ ສັກສີຂອງຄວາມເປັນມະນຸດ, ການມີຢູ່ຂອງສິດທິຕາມທຳມະຊາດນັ້ນ ເຖິງແມ່ນວ່າຍັງບໍ່ມີກົດໝາຍຮອງຮັບ ສິດທິກໍ່ຍັງມີຢູ່.

2. ເສລີພາບ (Freedom): ເສລີພາບໝາຍເຖິງ ການທີ່ມະນຸດສາມາດກະທຳສິ່ງໃດສິ່ງໜຶ່ງພາຍໃຕ້ຂອບເຂດຂອງຄວາມຖືກຕ້ອງ ໂດຍບໍ່ບຽດບຽນສັງຄົມ ຫຼື ບໍ່ລວງລໍ້າສິດທິຂອງບຸກຄົນອື່ນ ຫຼື ສິດທິຂອງສ່ວນລວມ ເຮົາຈຶ່ງເຫັນວ່າມີການໃຊ້ຄຳ 2 ຄຳນີ້ພ້ອມກັນຄື: ສິດທິ ແລະ ເສລີພາບ, ໃນປະຕິຍານສາກົນວ່າດ້ວຍສິດທິມະນຸດຂອງສະຫະປະຊາຊາດ  (Universal Declaration of Human Rights) ມັກຈະໃຊ້ຄຳວ່າສິດທິ ແລະ ເສລີພາບທີ່ຈະສະແດງຄວາມຄິດເຫັນ ແລະ ສະແດງອອກ ຫຼື ສິດທິ ແລະ ເສລີພາບໃນການເລືອກຄູ່ຄອງ ແລະ ສ້າງຄອບຄົວ ເປັນຕົ້ນ.

3. ສັກສີຄວາມເປັນມະນຸດ (Human Dignity): ສັກສີຄວາມເປັນມະນຸດ ເປັນຄຳທີ່ອະທິບາຍຄວາມໝາຍຂອງສິດທິມະນຸດ ໃນດ້ານຂອງການໃຫ້ຄຸນຄ່າແກ່ຄວາມເປັນຄົນວ່າ ຄົນທຸກຄົນມີຄຸນຄ່າເທົ່າທຽມກັບ, ສັກສີຄວາມເປັນມະນຸດເປັນຫຼັກການສຳຄັນຂອງສິດທິມະນຸດ ທີ່ກຳນົດສິດທິຕິດຕົວມາຕັ້ງແຕ່ເກີດ ໃຜຄົນໃດຄົນໜຶ່ງຈະລ່ວງລະເມີດບໍ່ໄດ້ ແລະ ບໍ່ສາມາດຖ່າຍໂອນໃຫ້ແກ່ກັນໄດ້, ສິດທິນີ້ຄືສິດທິໃນການມີຊີວິດ ແລະ ມີຄວາມໝັ້ນຄົງໃນການມີຊີວິດຢູ່, ຄົນທຸກຄົນທີ່ເກີດມາໃນໂລກມີສັກສີຄວາມເປັນມະນຸດ ດັ່ງນັ້ນ, ການປະຕິບັດຕໍ່ກັນຂອງຄົນໃນສັງຄົມຈຶ່ງຕ້ອງເຄົາລົບຄວາມເປັນມະນຸດ ຫ້າມທຳຮ້າຍຮ່າງກາຍ, ທໍລະມານຢ່າງໂຫດຮ້າຍ ຫຼື ກະທຳໃດໆກໍ່ຕາມທີ່ຖືເປັນການດູໝິ່ນຄວາມເປັນມະນຸດ ສັກສີຄວາມເປັນມະນຸດ ທີ່ໄດ້ຮັບການຮັບຮອງໄວ້ໃນປະຕິຍານສາກົນວ່າດ້ວຍສິດທິມະນຸດ, ກະຕິກາລະຫວ່າງປະເທດ, ອະນຸສັນຍາ ແລະ ປະຕິຍານລະຫວ່າງປະເທດຫຼາຍສະບັບ.

ສັງຄົມປັດຈຸບັນມັກປ່ອຍປະສັກສີຄວາມເປັນມະນຸດ ເພາະມີການໃຫ້ຄຸນຄ່າຂອງຄົນແຕກຕ່າງກັນ, ສັງຄົມທົ່ວໄປໃຫ້ຄຸນຄ່າຂອງຄວາມເປັນຄົນທີ່ສະຖານະພາບທາງສັງຄົມຂອງຄົນຜູ້ນັ້ນເຊັ່ນ: ເປັນຄູ, ຕຳຫຼວດ, ທະຫານ, ພະນັກງານ, ເປັນຜູ້ພິພາກສາ, ເປັນລັດຖະມົນຕີ ເຊິ່ງສະຖານະພາບທາງສັງຄົມຂອງແຕ່ລະຄົນບໍ່ແມ່ນຕົວຊີ້ວັດວ່າ ມະນຸດ ຫຼື ຄົນໆນັ້ນມີສັກສີຂອງຄວາມເປັນມະນຸດຫຼືບໍ່, ແຕ່ສັກສີຄວາມເປັນມະນຸດຄື ການໃຫ້ຄຸນຄ່າຄວາມເປັນຄົນຕາມທຳມະຊາດຂອງມະນຸດ ບໍ່ວ່າຈະເກີດມາພິການ, ເປັນເດັກນ້ອຍ, ເປັນຜູ້ຍິງ, ບຸກຄົນຂ້າມເພດ (ກະເທີຍ, ທອມ), ເກີດມາເປັນຄົນປັນຍາອ່ອນ ຫຼື ທຸກຍາກ ຄົນທຸກຄົນທີ່ເກີດມາຖືວ່າມີຄຸນຄ່າເທົ່າທຽມກັນ ຕ້ອງປະຕິບັດຕໍ່ກັນແບບມະນຸດຢ່າງສະເໝີພາບກັນ ເພາະການປະຕິບັດຕໍ່ກັນຂອງຄົນໃນສັງຄົມຢ່າງສະເໝີພາບນັ້ນ ຖືເປັນການເຄົາລົບສິດທິມະນຸດ.

4. ຄວາມສະເໝີພາບ ແລະ ການເລືອກປະຕິບັດ (Equality and Discrimination): ເກນການວັດແທກວ່າສັງຄົມໃດໜຶ່ງມີການລະເມີດ ຫຼື ເຄົາລົບສິດທິມະນຸດກໍ່ຄື ການເບິ່ງວ່າສັງຄົມນັ້ນມີການເຄົາລົບສັກສີຄວາມເປັນມະນຸດຫຼືບໍ່ ຕົວວັດແທກຂອງການເຄົາລົບສັກສີຄວາມເປັນມະນຸດກໍ່ຄື: ຄວາມສະເໝີພາບ ຫຼື ການປະຕິບັດຕໍ່ຄົນທຸກຄົນຢ່າງເທົ່າທຽມກັນ ຫາກມີການປະຕິບັດຕໍ່ມະນຸດໂດຍບໍ່ເທົ່າທຽມກັນ ເຮົາຮຽກວ່າ “ການເລືອກປະຕິບັດ”.

ຄວາມສະເໝີພາບ ຫຼື ເທົ່າທຽມກັນນັ້ນ ບໍ່ໄດ້ແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່ານັ້ນ ແຕ່ໝາຍຄວາມວ່າ ໃນສະຖານະການທີ່ຄືກັນຈະຕ້ອງປະຕິບັດຕໍ່ຄົນດ້ວຍຫຼັກການດຽວກັນເຊັ່ນ: ການປະກາດຮັບນັກສຶກສາເຂົ້າມະຫາວິທະຍາໄລ ຕ້ອງເປັນການປະກາດແກ່ບຸກຄົນທົ່ວໄປທີ່ຈົບຊັ້ນມັດທະຍົມປີທີ 7 ແມ່ນມີສິດສອບເສັງເຂົ້າຮຽນໄດ້ ເປັນຕົ້ນ, ຖ້າມະຫາວິທະຍາໄລໃດປະກາດວ່າ ຈະຮັບບຸກຄົນນັ້ນທັນທີຖ້າຜູ້ປົກຄອງອຸປະຖຳ ໂດຍບໍ່ຕ້ອງສອບເສັງເຂົ້າຄືຄົນອື່ນໆ ການປະກາດໃນລັກສະນະນີ້ເທົ່າກັບເປັນການໃຊ້ຫຼັກເກນທີ່ຕ່າງກັນຕໍ່ການປະຕິບັດໃນສະຖານະການທີ່ຄືກັນ ຖືວ່າເປັນ ການເລືອກປະຕິບັດ.

ສ່ວນວ່າຄວາມເທົ່າທຽມກັນ ຫຼື ຄວາມສະເໝີພາບກັນນັ້ນ ບໍ່ໄດ້ແປວ່າຄົນທຸກຄົນຕ້ອງໄດ້ຮັບເທົ່າກັນ ແຕ່ໝາຍຄວາມວ່າໃນສະຖານະການດຽວກັນ ອາດມີການໄດ້ຮັບການປະຕິບັດແຕກຕ່າງກັນໄດ້ ເພາະຂໍ້ຈຳກັດ ຫຼື ຄວາມຈຳເປັນຂອງບຸກຄົນນັ້ນໆ ເຊິ່ງບໍ່ຖືວ່າເປັນການບໍ່ສະເໝີພາບ ຫຼື ເປັນການເລືອກປະຕິບັດເຊັ່ນ: ລັດຖະບານປະກາດວ່າ ຄົນທຸກຄົນທີ່ມີລາຍໄດ້ຈະຕ້ອງເສຍພາສີອາກອນໃຫ້ແກ່ລັດເທົ່າກັນທຸກຄົນ ໂດຍບໍ່ຈຳແນກວ່າໃຜມີລາຍໄດ້ຫຼາຍລາຍໄດ້ໜ້ອຍ ໂດຍລັດຈະອ້າງວ່ານີ້ຄືການໃຊ້ຫຼັກເກນດຽວກັນ ປະຕິບັດຕໍ່ຄົນທຸກຄົນສະເໝີພາບກັນ ນັ້ນບໍ່ແມ່ນການອະທິບາຍຫຼັກຂອງຄວາມສະເໝີພາບ ເພາະໃນຄວາມເປັນຈິງການເສຍພາສີໃຫ້ແກ່ລັດຕາມກຳລັງຂອງລາຍໄດ້ຂອງບຸກຄົນນັ້ນ ຍ່ອມເກີດຄວາມເປັນທຳແກ່ຜູ້ມີລາຍໄດ້ທຸກຄົນ ບໍ່ແມ່ນໃຫ້ຄົນມີລາຍໄດ້ໜ້ອຍຕ້ອງເສຍພາສີເທົ່າກັບຄົນທີ່ມີລາຍໄດ້ຫຼາຍ.

ເມື່ອໄດ້ເຂົ້າໃຈຫຼັກການຕ່າງໆ ແລະ ທີ່ມາຂອງສິດທິມະນຸດແລ້ວ ຈະເຮັດໃຫ້ສາມາດໄຈ້ແຍກ ຫຼື ອະທິບາຍປາກົດການທີ່ເກີດຂຶ້ນໃນສັງຄົມໄດ້ວ່າ ກໍລະນີໃດເປັນການລະເມີດສິດທິ, ລະເມີດແບບໃດ ແລະ ອາໄສຫຼັກການດັ່ງຕົວຢ່າງຕໍ່ໄປນີ້:

1. ກໍລະນີຂ້າລ້າງເຜົ່າພັນຊາວຢິວໃນສະໄໝສົງຄາມໂລກຄັ້ງທີ 2 ເປັນການລະເມີດສັກສີຂອງຄວາມເປັນມະນຸດ ແລະ ສິດທິໃນຊີວິດຂອງຄວາມເປັນມະນຸດ
2. ກໍລະນີໂຮງຮຽນມັດທະຍົມແຫ່ງໜຶ່ງບໍ່ຮັບເດັກນ້ອຍທີ່ເປັນໂປລິໂອເຂົ້າຮຽນ ໂດຍອ້າງວ່າເປັນຄົນພິການ ບໍ່ສາມາດຮຽນໄດ້ເທົ່າເດັກນ້ອຍປົກກະຕິ ເປັນການລະເມີດຫຼັກຄວາມສະເໝີພາບ ແລະ ການເລືອກປະຕິບັດ
3. ກໍລະນີເຈົ້າໜ້າທີ່ອອກໝາຍເຕືອນເຖິງບັນນາທິການໜັງສີພິມໃຫ້ຢຸດຕິການວິຈານການປະຕິບັດໜ້າທີ່ຂອງລັດຖະບານ ເປັນການລະເມີດເສລີພາບໃນການສະແດງຄວາມຄິດເຫັນຂອງເສລີພາບສື່ມວນຊົນ
4. ກໍລະນີປະຊາຊົນທີ່ອາໄສໃກ້ປ່າ ແລະ ທຳມາຫາກິນຢູ່ໃນປ່າກ່ອນທີ່ຈະມີການປະກາດເປັນປ່າສະຫງວນແຫ່ງຊາດ ແຕ່ເຈົ້າໜ້າທີ່ບັງຄັບໃຫ້ຍ້າຍອອກ ເພາະຢ້ານວ່າຈະໄປທຳລາຍປ່າ ເປັນການລະເມີດເສລີພາບໃນການເດີນທາງ ແລະ ເລືອກຖິ່ນທີ່ຢູ່ອາໄສ
5. ກໍລະນີໜັງສີພິມລົງພາບຂ່າວຜູ້ຍິງຄົນໜຶ່ງທີ່ຖືກຂົ່ມຂືນ ແລະ ນຳສະເໜີຂ່າວການຖືກຂົ່ມຂືນຢ່າງລະອຽດ ເປັນການລະເມີດເສລີພາບໃນກຽດສັກສີ, ຊື່ສຽງ ແລະ ຄວາມເປັນສ່ວນຕົວ
6. ກໍລະນີລັດຖະບານສ້າງເຂື່ອນໂດຍບໍ່ໃຫ້ປະຊາຊົນຮັບຮູ້ຂ່າວສານ ເປັນການລະເມີດສິດທິທີ່ຈະຮູ້ຂໍ້ມູນຂ່າວສານ
7. ກໍລະນີເຈົ້າໜ້າທີ່ຊ້ອມ ຫຼື ທຳຮ້າຍຮ່າງກາຍຂອງຜູ້ຕ້ອງຫາໃຫ້ຮັບສາລະພາບ ເປັນການລະເມີດສິດທິໃນຊີວິດ ແລະ ຮ່າງກາຍຫ້າມທໍລະມານ
8. ກໍລະນີທ້າວ ກໍ ມາເຮັດວຽກເປັນກຳມະກອນກໍ່ສ້າງ ໄດ້ຄ່າຈ້າງມື້ລະ 20,000 ກີບ ເປັນການລະເມີດສິດທິໃນການມີວຽກເຮັດ ແລະ ໄດ້ຄ່າຈ້າງທີ່ບໍ່ຢຸດຕິທຳ
9. ກໍລະນີຊົນເຜົ່າໃດໜຶ່ງເຊື່ອຖື ສາສະໜາຜີ ໄດ້ມີພິທີເຄົາລົບຜີປ່າຜີດົງ ແຕ່ຖືກເຈົ້າໜ້າທີ່ປ່າໄມ້ສັ່ງຫ້າມ ເປັນການລະເມີດສິດທິໃນການຖືສາສະໜາ ແລະ ສິດທິໃນການດຳເນີນກິດຈະກຳທາງວັດທະນະທຳ.


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube


ຕິດຕາມພວກເຮົາທາງ Twitter



ຕິດຕາມພວກເຮົາທາງ Youtube