ເຂື່ອນນ້ຳອ້າວ ບໍ່ແມ່ນເຂື່ອນທຳອິດທີ່ແຕກ ແລ້ວເຂື່ອນອື່ນໆມີສິ່ງໃດຢືນຢັນເຖິງຄວາມປອດໄພ

ບັນຫາເຂື່ອນນ້ຳອ້າວ ເມືອງຜາໄຊ ແຂວງຊຽງຂວາງແຕກ ເມື່ອວັນທີ 11 ກັນຍາ 2017 ທີ່ຜ່ານມາ ໄດ້ກາຍເປັນບັນຫາທີ່ສ້າງຄວາມຄ້າງຄາໃຈໃຫ້ກັບປະຊາຊົນເປັນວົງກວ້າງ ທີ່ຖາມເຖິງມາດຕະຖານເຕັກນິກໃນການອອກແບບ-ກໍ່ສ້າງ ແລະ ຄວາມປອດໄພວ່າ ໜ່ວຍງານໃດເປັນຜູ້ຮັບຜິດຊອບໃນດ້ານນີ້ ເພາະປະຊາຊົນ ໂດຍສະເພາະປະຊາຊົນທີ່ຢູ່ໃກ້ເຂື່ອນໄດ້ເກີດຄວາມຕື່ນຢ້ານຈາກກະແສເຂື່ອນແຕກຄືດັ່ງກ່າວ.

ເຂື່ອນນ້ຳອ້າວມີກຳລັງການຜະລິດໄຟໄຟ້າ 15 ເມກາວັດ ໂດຍບໍລິສັດບໍ່ທອງອິນເຕີກຣຸບ ຈຳກັດ ເປັນເຈົ້າຂອງໂຄງການກໍ່ສ້າງ ແລະ ເຂື່ອນດັ່ງກ່າວນັ້ນແມ່ນກຳລັງຢູ່ໃນຂັ້ນຕອນການກໍ່ສ້າງໄດ້ 80% ຈົນມາປະສົບເຫດເຂື່ອນແຕກເກີດຂຶ້ນໃນວັນທີ 11 ກັນຍາ ທີ່ຜ່ານມາ ເຊິ່ງເຂື່ອນນ້ຳອ້າວບໍ່ແມ່ນເຂື່ອນທຳອິດທີ່ແຕກ ແລະ ໃນທ້າຍປີທີ່ຜ່ານມາ ເມື່ອວັນທີ 16 ທັນວາ 2016 ກໍ່ໄດ້ເກີດເຫດອຸບມົງໄຟຟ້າເຂື່ອນເຊກະໝານ 3 ແຕກ ເຮັດໃຫ້ນ້ຳໄຫຼຊຸຢ່າງຮຸນແຮງທີ່ບ້ານດາກຢຣັງ ເມືອງດາຈິງ ແຂວງເຊກອງ ໂດຍເຂື່ອນເຊກະໝານ 3 ແມ່ນມີກຳລັງການຜະລິດ 250 ເມກາວັດ ຕັ້ງຢູ່ເຂດເມືອງດາກຈຶງ ແຂວງເຊກອງ ໂດຍແມ່ນບໍລິສັດ Songda ຂອງຫວຽດນາມເປັນຜູ້ກໍ່ສ້າງ, ໂຄງການດັ່ງກ່າວໄດ້ເລີ່ມສ້າງໃນປີ 2006 ແລະ ກໍ່ສ້າງສຳເລັດໃນປີ 2014 .

ເຊິ່ງໃນກໍລະນີເຂື່ອນແຕກຄືດັ່ງກ່າວ ໂດຍອີງຕາມກົດໝາຍແລ້ວ ທຸລະກິດໄຟຟ້າໃດທີ່ກໍ່ຄວາມເສຍຫາຍຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ, ສິ່ງແວດລ້ອມ ຫຼື ຕໍ່ການຍົກຍ້າຍຈັດສັນປະຊາຊົນຜູ້ສຳປະທານຕ້ອງຮັບຜິດຊອບຄ່າເສຍຫາຍທັງໝົດ ຖ້າຫາກບໍ່ສາມາດຟື້ນຟູກິດຈະການທີ່ໄດ້ຮັບຄວາມເສຍຫາຍຈາກເຫດສຸດວິໄສແມ່ນຈະຖືກຍົກເລີກສຳປະທານ.

ດ້ວຍເຫດນີ້, ຈຶ່ງເປັນຄຳຖາມໃຫ້ກັບປະຊາຊົນທີ່ຖາມເຖິງມາດຕະຖານ-ເຕັກນິກໃນການກໍ່ສ້າງ ແລະ ການກວດສອບຄຸນນະພາບ ເພື່ອຄວາມປອດໄພແກ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສິ່ງແວດລ້ອມໂດຍລວມວ່າ ໜ່ວຍງານໃດເປັນຜູ້ຮັບຜິດຊອບຕໍ່ບັນຫາດັ່ງກ່າວນີ້ ນອກຈາກນີ້ປະຊາຊົນຍັງຕ້ອງການຄຳຊີ້ແຈງເຖິງການຄຸ້ມຄອງມາດຕະຖານເຕັກນິກ, ຄວາມປອດໄພ ແລະ ຄວາມແໜ້ນໜາຂອງເຂື່ອນຕ່າງໆໂດຍສະເພາະແມ່ນທີ່ຢູ່ໃກ້ຊຸມຊົນຈາກໜ່ວຍງານທີ່ກ່ຽວຂ້ອງ.

ໂດຍອີງຕາມກົດໝາຍວ່າດ້ວຍໄຟຟ້າ ສະບັບເລກທີ 03/ສພຊ ລົງວັນທີ 20 ທັນວາ 2017 ມາດຕາທີ 35 ລະບຸວ່າ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າ ຕ້ອງຮັບປະກັນຄວາມປອດໄພຂອງການດຳເນີນງານ ແລະ ການບຳລຸງຮັກສາອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າຂອງວິສະວະກຳກໍ່ສ້າງໂຮງງານໄຟຟ້າເຊັ່ນ: ເຂື່ອນ, ອ່າງເກັບນ້ຳ, ອ້າງນ້ຳລົ້ນ, ໂຮງຈັກໄຟຟ້າ, ສາຍສົ່ງໄຟຟ້າ, ສະຖານນີໄຟຟ້າ, ສາຍຈຳໜ່າຍໄຟຟ້າ, ອຸປະກອນ ແລະ ສິ່ງປະກອບສ້າງດ້ານໄຟຟ້າ ລວມທັງຜູ້ຊົມໃຊ້ໄຟຟ້າ.

ເພື່ອຮັບປະກັນຄວາມປອດໄຟດັ່ງກ່າວ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດໄຟຟ້າຕ້ອງສ້າງລະບຽບການກ່ຽວກັບຄວາມປອດໄຟໃນການດຳເນີນງານ ແລະ ການບຳລຸງຮັກສາຢ່າງສອດຄ່ອງກັບມາດຕະຖານເຕັກນິກໄຟຟ້າຂອງລາວ ແລ້ວນຳສະເໝີຕໍ່ຂະແໜງການພະລັງງານ ແລະ ບໍ່ແຮ່ ເພື່ອພິຈາລະນາຮັບຮອງ.

ດັ່ງນັ້ນ, ໃນເລື່ອງຂອງມາດຕະການເຕັກນິກຂອງເຂື່ອນຕ່າງໆໃນລາວ ແມ່ນຂະແໜງການພະລັງງານ ແລະ ບໍ່ແຮ່ເປັນໜ່ວຍງານຮັບຜິດຊອບໃນຈຸດນີ້ໂດຍກົງ.

ນອກຈາກນີ້ ຜູ້ມີສິດໃນການອະນຸມັດໂຄງການໄຟຟ້າຢູ່ ສປປ.ລາວ ແບ່ງອອກເປັນ 4 ຂະໜາດດັ່ງນີ້:

1. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງແຕ່ 100 ກິໂລວັດລົງມາ ແມ່ນເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງຫ້ອງການແຜນການ ແລະ ການລົງທຶນເມືອງ, ເທດສະບານ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ນະຄອນຫຼວງ

2. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ກິໂລວັດ ຫາ 15 ເມກາວັດ ແມ່ນເຈົ້າແຂວງ, ເຈົ້າຄອງນະຄອນ ເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງພະແນກແຜນການ ແລະ ການລົງທຶນແຂວງ, ນະຄອນ ໂດຍໄດ້ຮັບການເຫັນດີທາງດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

3. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 15 ເມກາວັດ ຫາ 100 ເມກາວັດ ແມ່ນລັດຖະບານເປັນຜູ້ພິຈາລະນາອະນຸມັດ ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນ ໂດຍໄດ້ຮັບການເຫັດດີດ້ານວິຊາການຂອງກະຊວງພະລັງງານ ແລະ ບໍ່ແຮ່

4. ໂຄງການໄຟຟ້າ ທີ່ມີກຳລັງຕິດຕັ້ງສູງກວ່າ 100 ເມກາວັດ ຂຶ້ນໄປ ຫຼື ມີອ້າງເກັບນ້ຳທີ່ມີເນື້ອທີ່ຫຼາຍກວ່າ 10,000 ເຮັກຕາຂຶ້ນໄປ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດຢ່າງຫຼວງຫຼາຍ ແມ່ນຄະນະປະຈຳສະພາແຫ່ງຊາດເປັນຜູ້ພິຈາລະນາອະນຸມັດຕາມການສະເໜີຂອງລັດຖະບານ.