(ວິດີໂອ) ຍີ່ປຸ່ນຕິດຕັ້ງ Patriot PAC-3 ທີ່ ສ.ອາເມຣິກາ ແລະ ພັນທະມິດໃຊ້ປ້ອງກັນນ່ານຟ້າ

MIM-104 PATRIOT ຫຼື ຂີປະນາວຸດ Patriot (PATRIOT ຫຍໍ້ມາຈາກ Phased Array Tracking Radar to Intercept Of Target) ເປັນລະບົບຂີປະນາວຸດຈາກພື້ນສູ່ອາກາດຂອງກອງທັບສະຫະລັດ ແລະ ປະເທດພັນທະມິດ ທັງໃນກຸ່ມ NATO ແລະ ນອກ NATO ປະກອບດ້ວຍ: ໂປໂລຍ, ໄຕຫວັນ, ເອຢິບ, ເຢຍລະມັນ, ເກຣັກ, ອິດສະຣາແອນ, ຍີ່ປຸ່ນ, ກູເວດ, ໂຮນລັງ, ອາຣັບບີ ຊາອູດິດ, ຊອກດານີ, ແອັດສະປາຍ ແລະ ເກົາຫຼີໃຕ້ ທີ່ເຄີຍເອົາ Patriot ມື 2 ທີ່ເຄີຍປະຈຳການໃນກອງທັບເຢຍລະມັນມາໃຊ້ໃນຊ່ວງວິກິດການທົດລອງຂີປະນາວຸດຂອງເກົາຫຼີເໜືອ.

ລະບົບ Patriot ອອກແບບໂດຍບໍລິສັດ Raytheon ຕັ້ງແຕ່ປີ 1969 ເພື່ອໃຊ້ເປັນລະບົບປ້ອງກັນຂີປະນາວຸດພື້ນສູ່ພື້ນ, ນັບຕັ້ງແຕ່ປີ 1981 ຂີປະນາວຸດ Patriot ເປັນທີ່ຮັບຮູ້ໄປທົ່ວໂລກໃນສົງຄາມອ່າວເປີເຊຍ ເມື່ອປີ 1990 ຈາກບົດບາດການປ້ອງກັນນະຄອນຫຼວງເຢຣູຊາເລມ ຂອງອິດສະຣາແອນ ແລະ ຖານທັບສະຫະລັດ ອາເມຣິກາ ດ່ານໜ້າໃນປະເທດອາຣັບບີ ຊາອູດິດ ຈາກການລະດົມຍິງຂີປະນາວຸດສະກັດຂອງກອງທັບອິຣັກ ທີ່ລະດົມຍິງໂຈມຕີປະເທດພັນທະມິດ ສ.ອາເມຣິກາ.

ສຳລັບ Patriot ທີ່ໃຊ້ປະຈຳການໃນກອງກຳລັງປ້ອງກັນຕົນເອງຂອງຍີ່ປຸ່ນ ເປັນແບບ Patriot Advanced Cappability 2 (PAC2) ແລະ Patriot Advanced Cappability 3 (PAC3) ໂດຍແບບຫຼ້າສຸດຂອງ Patriot ແມ່ນ PAC3 ເຊິ່ງເປັນການອັບເດດລະບົບທຸກຢ່າງຂອງ Patriot ຕັ້ງແຕ່ຊັອບແວ ແລະ ລະບົບສື່ສານ ແລະ ເຣດາກວດຈັບ ເຊື່ອມໂຍງກັບສູນຂໍ້ມູນສັງການທາງຍຸດທະວິທີ, ລະບົບເຣດາທີ່ມີລັດສະໝີກວດຈັບເພີ່ມຂຶ້ນ 50% ຈາກລຸ້ນກ່ອນໆ ເຮັດໃຫ້ Patriot PAC3 ສາມາດເຂົ້າສະກັດກັບຫົວຮົບທຸກຮູບແບບທີ່ຍິງເຂົ້າມາໄດ້ ລວມທັງຫົວຮົບທີ່ຜ່ານເຂົ້າມາຈາກຊັ້ນບັນຍາກາດ.

ໃນຊຸດຍິງອາວຸດປ່ອຍພື້ນສູ່ອາກາດ Patriot ມີສ່ວນທີ່ສຳຄັນຄື ລະບົບເຣດາທີ່ມາກັບຊຸດຍິງ Patriot ທີ່ເປັນແບບ AN/MPQ-50 and AN/MPQ-65 ທີ່ເປັນເຣດາແບບອິເລັກໂຕຣນິກພາສຊິບສະແກນ ຫຼື AESA: A passive electronically scanned array ທີ່ເປັນລະບົບເຣດາປະສິດທິພາບສູງທີ່ສຸດ ທີ່ໃຊ້ງານທາງການທະຫານ ພ້ອມລະບົບ IFF ພິສູດຝ່າຍ ແລະ ລະບົບຕໍ່ຕ້ານການລົບກວນທາງອິເລັກໂຕຣນິກ.

ຫົວໃຈຂອງການໃຊ້ Patriot ປ້ອງກັນໄພທາງອາກາດຢູ່ທີ່ລະບົບ AN/MSQ-104 Engagement Control Station ຫຼື ລະບົບຄວບຄຸມການຍິງໂຈມຕີເປົ້າໝາຍ, ສ່ວນຫຼາຍຈະຢູ່ເທິງລົດບັນທຸກ ໂດຍໜ້າຈໍຄວບຄຸມການຍິງ Patriot ຄືກັນກັບຄອມພິວເຕີຮຽກວ່າ Manstation 1-3 ຖ້າມີ 3 ຊຸດຍິງ, ໜ້າຈໍເປັນແບບໂມໂນໂຄຣມຂຽວ-ດຳ ພ້ອມປຸ່ມຕ່າງໆ ແລະ ຄັນບັງຄັບທີ່ມີລັກສະນະການເຮັດວຽກຄືກັບເມົ້າຂອງຄອມ.

ນອກຈາກນີ້ ຍັງມີລົດເສົາອາກາດສົ່ງສັນຍານສື່ສານ OE-349 Antenna Mast Group ທີ່ເປັນລົດບັນທຸກຂະໜາດ 5 ໂຕນ ບັນທຸກເຄື່ອງສົງສັນຍານຄວາມແຮງ 4 ກິໂລວັດ ແລະ ຍັງເປັນແຫຼ່ງກຳເນີດພະລັງງານໄຟຟ້າທີ່ໃຊ້ໃນຖານຍິງເປັນເຄື່ອງປັ່ນໄຟຟ້າພະລັງງານຈັກກາຊວນ EPP-III Electric Power Plant ທີ່ມີຖັງບັນຈຸເຊື້ອໄຟ (ນ້ຳມັນກາຊວນ) 280 ລິດ 2 ຖັງ ໃຊ້ສ້າງກະແສໄຟຟ້າ 150 ກິໂລວັດ ສາມາດປັ່ນໄຟໄດ້ 8 ຊົ່ວໂມງ.

ຖານຍິງຈະຫຼວດເປັນແບບ M901 Launching Station ທີ່ເປັນຖານທີ່ຕິດຕໍ່ເຊື່ອມໂຍງຂໍ້ມູນກັບຕົວຄວບຄຸມການຍິງດ້ວຍສາຍເຄເບີນແບບໄຟເບີອັອບຕິກ ຫຼື ສັ່ງການແບບໄຮ້ສາຍດ້ວຍວິທະຍຸ VHF ຜ່ານລະບົບດາຕ້າລິ້ງ ເຊິ່ງຖານຍິງຈະຫຼວດໃຊ້ໄຟຈາກຈັກປັ່ນໄຟເປັນຕົວຈຸດລະເບີດຂີປະນາວຸດນຳວິຖີເຂົ້າໂຈມຕີເປົ້າໝາຍ.

ສ່ວນລູກຂີປະນາວຸດ Patriot PAC2 ໃຊ້ຫົວຮົບລຸ້ນ MIM-104D/E ແລະ PAC3 ໃຊ້ຫົວຮົບລຸ້ນ MIM-104F ຄວາມຍາວ 5.8 ແມັດ, ໜັກ 900 ກິໂລ, ໃຊ້ເຊື້ອໄຟແຂງ, ຄວາມໄວສູງສຸດ 5 Mach (6,000 ກວ່າກິໂລແມັດ/ຊົ່ວໂມງ), 1 ຊຸດຍິງມີ 16 ນັດ, ໂດຍ 4 ນັດຢູ່ໃນທໍ່ຍິງ ແລະ ອີກ 12 ນັດຢູ່ໃນລົດບັນທຸກ.

ໃນຊ່ວງສົງຄາມປົດປ່ອຍອິຣັກປີ 2003 ເຖິງແມ່ນວ່າ Patriot ຈະສ້າງຊື່ສຽງໃນການຕໍ່ຕ້ານຂີປະນາວຸດຂອງຝ່າຍກົງກັນຂ້າມ ໄດ້ເປັນຢ່າງດີ ແຕ່ກໍ່ມາເສຍຊື່ຈາກຄວາມຜິດພາດໃນລະຫວ່າງທີ່ປະຈຳການ ຈາກອຸປະຕິເຫດຍິງຝ່າຍດຽວກັນເອງ ເມື່ອຍົນຂັບໄລ່ ທໍນາໂດ ຂອງອັງກິດ ຖືກ Patriot ຍິງຕົກ ເຮັດໃຫ້ນັກບິນ 2 ຄົນ ເສຍຊີວິດ, ຕໍ່ມາຍົນ F-16 ຂອງກອງທັບ ສ.ອາເມຣິກາ ກໍ່ໄດ້ໃຊ້ອາວຸດຕໍ່ຕ້ານເຣດາ AGM-88 Harm ຍິ່ງໃສ່ຖານຍິງ Patriot ຂອງຝ່າຍດຽວກັນຈົນໄດ້ຮັບຄວາມເສຍຫາຍ ເພາະ F-16 ລັອກເປົ້າຍິງເພາະຄວາມເຂົ້າໃຈຜິດຄິດວ່າເປັນ ຖານຍິງຈະຫຼວດແບບ SAM ຂອງອິຣັກ ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແລະ ເຫດການສຸດທ້າຍກໍ່ເປັນການຍິງຍົນຂັບໄລ່ຝ່າຍດຽວກັນຕົກເມື່ອຈະຫຼວດ Patriot 2 ລູກ ຖືກຍິງເຂົ້າໃສ່ຍົນ F/A-18 ຂອງກອງທັບ ສ.ອາເມຣິກາ ຕົກເຮັດໃຫ້ນັກບິນ 5 ຄົນເສຍຊີວິດ.