ລາຍຊື່ພາຍຸໝຸນເຂດຮ້ອນ (ໄຕ້ຝຸ່ນ) ສປປ.ລາວ ຕັ້ງໄວ້ມີຊື່ໄດ້ແດ່ ແລະ ຊື່ໃດແດ່ທີ່ຖືກປົດ ຕ້ອງອ່ານ

ພາຍຸໝຸນເຂດຮ້ອນ ແລະ ພາຍຸໝຸນເຄິ່ງເຂດຮ້ອນ ຈະໄດ້ຮັບການຕັ້ງຊື່ໂດຍສູນເຕືອນໄພຕ່າງໆ ເພື່ອຄວາມສະດວກລະຫວ່າງນັກພະຍາກອນອາກາດກັບປະຊາຊົນທົ່ວໄປໃນການຄາດຄະເນ ແລະ ການເຕືອນໄພ ເນື່ອງຈາກລະບົບຂອງພາຍຸນັ້ນ ສາມາດມີອາຍຸດົນຫຼາຍອາທິດ ຫຼື ຫຼາຍກວ່ານັ້ນ ແລະ ໃນເວລາດຽວກັນກໍ່ອາດມີພາຍຸເກີດຂຶ້ນໄດ້ຫຼາຍກວ່າໜຶ່ງຫົວພາຍໃນແອ່ງດຽວກັນ ການຕັ້ງຊື່ພາຍຸຈຶ່ງເກີດຂຶ້ນເພື່ອປ້ອງກັນການສັບສົນກ່ຽວກັບພາຍຸແຕ່ລະຫົວ ການໃຊ້ຊື່ທີ່ລະບຸສະເພາະຕົວຂອງພາຍຸໝຸນເຂດຮ້ອນແຕ່ລະຫົວຕ້ອງຫວນຄືນໄປເມື່ອຫຼາຍປີກ່ອນ ພ້ອມກັບລະບົບການຕັ້ງຊື່ຕາມຊື່ສະຖານທີ່ ຫຼື ສິ່ງຕ່າງໆກ່ອນຈະມີການເລີ່ມຕົ້ນການຕັ້ງຊື່ຢ່າງເປັນທາງການ ໂດຍການຕັ້ງຊື່ຢ່າງເປັນທາງການມີໃຊ້ກັບພາຍຸທີ່ກໍ່ຕົວໃນແອ່ງພາຍຸໝຸນເຂດຮ້ອນໃນອາກລັງຕິກເໜືອ, ພາຍຸໝຸນເຂດຮ້ອນໃນປາຊີຟິກຕາເວັນອອກ, ກາງ, ພາຍຸໝຸນເຂດຮ້ອນໃນປາຊີຟິກຕາເວັນຕົກ ພາຍຸໝຸນເຂດຮ້ອນໃນປາຊິຟິກໃຕ້ ເຊິ່ງຮູ້ຈັກກັນດີໃນຊື່ພາຍຸໝຸນເຂດຮ້ອນໃນພູມມິພາກອົດສະຕາລີ ແລະ ພາຍຸໝຸນເຂດຮ້ອນໃນມະຫາສະໝຸດອິນເດຍ ໂດຍຊື່ຕ່າງໆຈະໄດ້ຮັບການກຳນົດໄວ້ລ່ວງໜ້າ.

ການຕັ້ງຊື່ພາຍຸໝຸນເຂດຮ້ອນຕາມຫຼັກເດີມພາຍຸເຮຣິເຄນ ທີ່ເກີດໃນບໍລິເວນທະເລຄາຣິບບຽນນັ້ນຈະຕັ້ງຊື່ນັກບຸນເປັນພາສາແອັດສະປາຍ ແຕ່ຕໍ່ມາປະມາທ້າຍສະຕະວັດທີ 19 ຕໍ່ຕົ້ນສະຕະວັດທີ 20 ກໍ່ມີນັກພະຍາກອນອາກາດຊາວອົດສະຕາລີຄົນໜຶ່ງຊື່ Clement Wragge ເກີດຄວາມຄິດໃນການຕັ້ງຊື່ພາຍຸໂດຍໃຊ້ຊື່ຄົນທົ່ວໄປ ໂດຍມີ 2 ແບບ, ແບບທີ 1 ໃຊ້ຊື່ແມ່ຍິງ ເຊິ່ງເຂົ້າໃຈວ່າຕ້ອງການໃຫ້ຟັງນຸ້ມນວນອ່ອນໂຍນ ສ່ວນແບບທີ 1 ໃຊ້ຊື່ນັກການເມືອງ ເພື່ອປຽບເປີຍວ່ານັກການເມືອງຄົນນັ້ນນຳຄວາມເສຍຫາຍມາໃຫ້ເຊັ່ນດຽວກັບພາຍຸລູກດັ່ງກ່າວ.

ເມື່ອເຖິງໄລຍະສົງຄາມໂລກຄັ້ງທີ 2 ບັນດານັກອຸຕຸນິຍົມໃນກອງທັບອາເມຣິກາ ທີ່ມັກໃນວິທີການຕັ້ງຢູ່ພາຍຸໝຸນເຂດຮ້ອນຕາມຊື່ແມ່ຍິງ ດ້ວຍຄວາມຄິດຮອດຄິດເຖິງກໍ່ໄດ້ນຳເອົາຊື່ຂອງຄູ່ຮັກ ຫຼື ພັນລະຍາຂອງຕົນມາໃຊ້ເປັນຊື່ພາຍຸ.

ຈົນມາເຖິງປີ 1950 ໄດ້ມີການຕົກລົງກັນວ່າໃຫ້ຕັ້ງຊື່ພາຍຸໄລ່ຕາມຕົວອັກສອນ A-Z (ເຊັ່ນ: Able, Baker, Charlie…) ແຕ່ອີກ 3 ປີຕໍ່ມາກໍ່ປ່ຽນໃຈເລືອກແຕ່ສະເພາະຊື່ຜູ້ຍິງ ວິທີການນີ້ໃຊ້ໄປໄດ້ໄລຍະໜຶ່ງຈົນຮອດປີ 1978 ຈຶ່ງໄດ້ມີການນຳຊື່ຜູ້ຊາຍມາເປັນຊື່ພາຍຸ.

ຈົນມາຮອດປີ 2000 ປະເທດ ແລະ ດິນແດນຕ່າງໆລວມທັງໝົດ 14 ແຫ່ງ ທີ່ເປັນສະມາຊິກຂອງຄະນະກຳມະການພາຍຸໄຕ້ຝຸ່ນຂອງອົງການອຸຕຸນິຍົມວິທະຍາໂລກ (World Meteorological Organizations Typhoon Committee) ໄດ້ຈັບມືກັນຈັດລະບຽບການຕັ້ງຊື່ພາຍຸໝຸນເຂດຮ້ອນໃນແຖບນີ້ໃໝ່ (ບໍ່ເອົາສະເພາະຊື່ຝຣັ່ງ) ໂດຍແຕ່ລະປະເທດ ຫຼື ດິນແດນ ໄດ້ສົ່ງຊື່ພາຍຸໃນພາສາຂອງຕົນມາໃຫ້ ປະເທດລະ 10 ຊື່ ລວມທັງໝົດໄດ້ 140 ຊື່.

ພາຍຸໝຸນເຂດຮ້ອນເປັນຄຳທົ່ວໆໄປ ທີ່ໃຊ້ສຳລັບຮຽກພາຍຸໝຸນ ຫຼື ພາຍຸໄຊໂຄນທີ່ມີຖິ່ນກຳເນີດໃນມະຫາສະໝຸດເຂດຮ້ອນເສັ້ນຕະໜານຕ່ຳ ແຕ່ຢູ່ນອກເຂດບໍລິເວນເສັ້ນສູນສູດ ເພາະຍັງບໍ່ເຄີຍປາກົດວ່າມີພາຍຸໝຸນເຂດຮ້ອນເກີດທີ່ເສັ້ນສູນສູດ ພາຍຸນີ້ເກີດຂຶ້ນໃນມາຫາສະໝຸດ ຫຼື ທະເລທີ່ມີອຸນຫະພູມສູງຕັ້ງແຕ່ 26 ຫຼື 27 ອົງສາເຊຂຶ້ນໄປ ແລະ ມີປະລິມານອາຍນ້ຳສູງ ເມື່ອເກີດຂຶ້ນແລ້ວມັກເຄື່ອນຕົວຕາມກະແສລົມສ່ວນໃຫຍ່ ຈາກທິດຕາເວັນອອກມາທາງທິດຕາເວັນຕົກ ແລະ ຄ່ອຍໂຄ້ງຂຶ້ນໄປທາງເສັ້ນຂະໜາດສູງ ແລ້ວວົນໂຄ້ງກັບໄປທາງທິດຕາເວັນອອກອີກ ພາຍຸໝຸນເຂດຮ້ອນເກີດຂຶ້ນໄດ້ຫຼາຍແຫ່ງໃນໂລກ ແລະ ມີຊື່ຮຽກຕ່າງກັນໄປຕາມແຫຼ່ງກຳເນີດ ບໍລິເວນທີ່ມີພາຍຸໝຸນເຂດຮ້ອນເກີດຂຶ້ນເປັນປະຈຳໄດ້ແກ່:

– ມະຫາສະໝຸດປາຊີຟິກເໜືອດ້ານຕາເວັນຕົກ ທາງຕາເວັນຕົກຂອງເສັ້ນແວງ 180 ອົງສາ ຮຽກວ່າ “ໄຕ້ຝຸ່ນ” ເກີດຫຼາຍທີ່ສຸດໃນເດືອນກໍລະກົດ ເຖິງ ເດືອນຕຸລາ ເປັນບໍລິເວນທີ່ເກີດພາຍຸໝຸນຫຼາຍທີ່ສຸດ
– ມະຫາສະໜຸດອາກລັງຕິກເໜືອ ຝັ່ງຕາເວັນຕົກຂອງປະເທດແມັກຊິກ ຮຽກວ່າ “ເຮີຣິເຄນ”
– ມະຫາສະໝຸດອິນເດຍເໜືອ ຮຽກວ່າ “ໄຊໂຄນ”
– ມະຫາສະໜຸດປາຊີຟິກໃຕ້ ຝັ່ງຕາເວັນອອກຂອງອົດສະຕາລີຮຽກວ່າ “ໄຊໂຄນ” ເກີດຫຼາຍໃນເດືອນທັນວາ ເຖິງ ກຸມພາ.

ພາຍຸໝຸນເຂດຮ້ອນທີ່ຢູ່ໃນສະພາວະທີ່ຈະເລີນເຕີບໃຫຍ່ເຕັມທີ່ ຈະເປັນພາຍຸທີ່ມີຄວາມຮຸນແຮງທີ່ສຸດຊະນິດໜຶ່ງໃນບັນດາພາຍຸທີ່ເກີດຂຶ້ນໃນໂລກ ມີເສັ້ນຜ່າສູນກາງປະມານຕັ້ງແຕ່ 100 ກິໂລແມັດຂຶ້ນໄປ ແລະ ເກີດຂຶ້ນພ້ອມກັບລົມທີ່ພັດແຮງຫຼາຍ ລະບົບການໝຸນວຽນຂອງລົມເປັນໄປຕາມລົມພັດໃນທິດທາງທວນເຂັມໂລກເຂົ້າສູ່ສູນກາງຂອງພາຍຸໃນຊີກໂລກເໜືອ ສ່ວນໃນຊີກໂລກໃຕ້ພັດວຽນຕາມເຂັມໂມງ ຍິ່ງໃກ້ສູນກາງລົມຈະໝຸນເກືອບເປັນວົງກົມ ແລະ ມີຄວາມໄວສູງທີ່ສຸດ.

ຄວາມໄວລົມສູງສຸດທີ່ບໍລິເວນໃກ້ສູນກາງນຳມາໃຊ້ເປັນເກນໃນການພິຈາລະນາຄວາມຮຸນແຮງຂອງພາຍຸ ເຊິ່ງໃນເຂດມະຫາສະໝຸດປາຊີຟິກເໜືອ (ດ້ານຕາເວັນຕົກ) ແລະ ທະເລຈີນໃຕ້ມີການແບ່ງຕາມຂໍ້ຕົກລົງລະຫວ່າງປະເທດດັ່ງນີ້:
– ພາຍຸດີເປຼສຊັນເຂດຮ້ອນ (tropical depression) ຄວາມໄວລົມໃກ້ສູນກາງບໍ່ເຖິງ 63 ກິໂລແມັດຕໍ່ຊົ່ວໂມງ
– ພາຍຸເຂດຮ້ອນ (tropical storm) ຄວາມໄວລົມໃກ້ສູນກາງ 63 ກິໂລແມັດຕໍ່ຊົ່ວໂມງຂຶ້ນໄປ ແຕ່ບໍ່ເຖິງ 118 ກິໂລແມັດຕໍ່ຊົ່ວໂມງ
– ພາຍຸໄຕ້ຝຸ່ນ (typhoon) ຄວາມໄວລົມສູງສຸດໃກ້ສູນກາງຕັ້ງແຕ່ 188 ກິໂລແມັດຕໍ່ຊົ່ວໂມງຂຶ້ນໄປ.

ລາຍຊື່ພາຍຸໝຸນເຂດຮ້ອນໃນມະຫາສະໝຸດປາຊີຟິກດ້ານຕາເວັນຕົກ (180 ອົງສາ ເຖິງ 100 ອົງສາຕາເວັນອອກ) ເປັນລາຍຊື່ພາຍຸທີ່ກໍ່ຕົວທາງມະຫາສະໝຸດປາຊີຟິກດ້ານຕາເວັນຕົກຕອນເໜືອ ແລະ ທະເລຈີນໃຕ້ ໂດຍມີປະເທດທີ່ຢູ່ໃນພູມມິພາກນີ້ຮ່ວມກັນສະເໜີຊື່ທັງໝົດ 5 ຊຸດ ປະເທດທີ່ສະເໝີຊື່ມີ 14 ປະເທດ ແລະ ດິນແດນໄດ້ແກ່ ກຳປູເຈຍ, ຈີນ, ເກົາຫຼີເໜືອ, ຮອງກົງ, ຍີ່ປຸ່ນ, ລາວ, ມາເກົາ, ມາເລເຊຍ, ໄມໂຄຼນີເຊຍ, ຟິລິບປິນ, ເກົາຫຼີໃຕ້, ໄທ, ສະຫະລັດອາເມຣິກາ ແລະ ຫວຽດນາມ.

ລາຍຊື່ພາຍຸມີ 140 ຊື່ ນຳມາແບ່ງເປັນ 5 ຊຸດຫຼັກ ຊຸດລະ 28 ຊື່ ໂດຍໄລ່ລຽງຊື່ໄປຕາມລຳດັບປະເທດ (ແລະ ດິນແດນ) ທີ່ສະເໝີຕາມອັກສອນໂລແມັງ ຂໍ້ຕົກລົງຄື:

1. ເມື່ອມີພາຍຸທີ່ມີຄວາມໄວລົມສູງສຸດໃກ້ສູນກາງຂອງພາຍຸຫຼາຍກວ່າ 63 ກິໂລແມັດຕໍ່ຊົ່ວໂມງ (ກາຍເປັນພາຍຸເຂດຮ້ອນ) ພາຍຸນັ້ນຈະຖືກຕັ້ງຊື່
2. ຊື່ຂອງພາຍຸຈະເລີ່ມໃຊ້ຊື່ເທິງສຸດຂອງຊຸດທີ 1 ກ່ອນ
3. ເມື່ອມີພາຍຸຫົວຕໍ່ໄປເກີດຂຶ້ນອີກ ແລະ ມີຄວາມໄວລົມສູງສຸດໃກ້ຈຸດສູນກາງຕາມທີ່ກຳນົດໃນຂໍ້ 1 ພາຍຸຫົວນັ້ນຈະໃຊ້ຊື່ທີ່ຢູ່ຖັດລົງມາໃນຊຸດທີ 1
4. ເມື່ອໃຊ້ຈົດໝົດຊຸດທຳອິດໃຫ້ໃຊ້ຊື່ທຳອິດຂອງຊຸດທີ 2 ຕໍ່ໄປ
5. ເມື່ອໃຊ້ຈົນໝົດທັງ 5 ຊຸດໃຫ້ກັບມາໃຊ້ຊື່ທຳອິດຂອງຊຸດທີ 1 ວົນໄປຕາມຮອບເດີມ
6. ຫາກພາຍຸຫົວໃດມີຄວາມຮຸນແຮງ ແລະ ສ້າງຄວາມເສຍຫາຍຫຼາຍເປັນພິເສດກໍ່ໃຫ້ປົດຊື່ນັ້ນອອກໄປ ແລ້ວຕັ້ງຊື່ໃໝ່ເຂົ້າໄປໃນລາຍຊື່ແທນ.

• ຊຸດທີ 1
1. ກຳປູເຈຍ : Damrey
2. ຈີນ : Haikui
3. ເກົາຫຼີເໜືອ : Kirogi
4. ຮອງກົງ : Kai-tak
5. ຍີ່ປຸ່ນ : Tembin
6. ລາວ : Bolaven
7. ມາເກົາ : Sanba
8. ມາເລເຊຍ : Jelawat
9. ໄມໂຄຼນີເຊຍ : Ewinniar
10. ຟິລິບປິນ : Maliksi
11. ເກົາຫຼໃຕ້ : Gaemi
12. ໄທ : Prapiroon
13. ສະຫະລັດອາເມຣິກາ : Maria
14. ຫວຽດນາມ : Son-Tinh
15. ກຳປູເຈຍ : Ampil
16. ຈີນ : Wukong
17. ເກົາຫຼີເໜືອ : Jongdari
18. ຮອງກົງ : Shanshan
19. ຍີ່ປຸ່ນ : Yagi
20. ລາວ : Leepi ໃຊ້ແທນ Xangsane ທີ່ຖືກປົດ
21. ມາເກົາ : Bebinca
22. ມາເລເຊຍ : Rumbia
23. ໄມໂຄຼນີເຊຍ : Soulik
24. ຟິລິບປິນ : Cimaron
25. ເກົາຫຼໃຕ້ : Jebi
26. ໄທ : Mangkhut
27. ສະຫະລັດອາເມຣິກາ : Barijat
28. ຫວຽດນາມ : Trami

• ຊຸດທີ 2
1. ກຳປູເຈຍ : Kong-rey
2. ຈີນ : Yutu
3. ເກົາຫຼີເໜືອ : Toraji
4. ຮອງກົງ : Man-yi
5. ຍີ່ປຸ່ນ : Usagi
6. ລາວ : Pabuk
7. ມາເກົາ : Wutip
8. ມາເລເຊຍ : Sepat
9. ໄມໂຄຼນີເຊຍ : Mun
10. ຟິລິບປິນ : Danas
11. ເກົາຫຼໃຕ້ : Nari
12. ໄທ : Wipha
13. ສະຫະລັດອາເມຣິກາ : Francisco
14. ຫວຽດນາມ : Lekima
15. ກຳປູເຈຍ : Krosa
16. ຈີນ : Bailu
17. ເກົາຫຼີເໜືອ : Podul
18. ຮອງກົງ : Lingling
19. ຍີ່ປຸ່ນ : Kajiki
20. ລາວ : Faxai
21. ມາເກົາ : Peipah
22. ມາເລເຊຍ : Tapah
23. ໄມໂຄຼນີເຊຍ : Mitag
24. ຟິລິບປິນ : Hagibis
25. ເກົາຫຼໃຕ້ : Neoguri
26. ໄທ : Bualoi
27. ສະຫະລັດອາເມຣິກາ : Matmo
28. ຫວຽດນາມ : Halong

• ຊຸດທີ 3
1. ກຳປູເຈຍ : Nakri
2. ຈີນ : Fengshen
3. ເກົາຫຼີເໜືອ : Kalmaegi
4. ຮອງກົງ : Fung-wong
5. ຍີ່ປຸ່ນ : Kammuri
6. ລາວ : Phanfone
7. ມາເກົາ : Vongfong
8. ມາເລເຊຍ : Nuri
9. ໄມໂຄຼນີເຊຍ : Sinlaku
10. ຟິລິບປິນ : Hagupit
11. ເກົາຫຼໃຕ້ : Jangmi
12. ໄທ : Mekkhala
13. ສະຫະລັດອາເມຣິກາ : Higos
14. ຫວຽດນາມ : Bavi
15. ກຳປູເຈຍ : Maysak
16. ຈີນ : Haishen
17. ເກົາຫຼີເໜືອ : Noul
18. ຮອງກົງ : Dolphin
19. ຍີ່ປຸ່ນ : Kujira
20. ລາວ : Chan-hom
21. ມາເກົາ : Linfa
22. ມາເລເຊຍ : Nangka
23. ໄມໂຄຼນີເຊຍ : Saudel
24. ຟິລິບປິນ : Molave
25. ເກົາຫຼໃຕ້ : Goni
26. ໄທ : Atsani
27. ສະຫະລັດອາເມຣິກາ : Etau
28. ຫວຽດນາມ : Vamco

• ຊຸດທີ 4
1. ກຳປູເຈຍ : Krovanh
2. ຈີນ : Dujuan
3. ເກົາຫຼີເໜືອ : Surigar
4. ຮອງກົງ : Choi-wan
5. ຍີ່ປຸ່ນ : Koguma
6. ລາວ : Champi ໃຊ້ແທນຊື່ Ketsana ທີ່ຖືກປົດ
7. ມາເກົາ : In-fa
8. ມາເລເຊຍ : Cempaka
9. ໄມໂຄຼນີເຊຍ : Nepartak
10. ຟິລິບປິນ : Lupit
11. ເກົາຫຼໃຕ້ : Mirinar
12. ໄທ : Nida
13. ສະຫະລັດອາເມຣິກາ : Omais
14. ຫວຽດນາມ : Conson
15. ກຳປູເຈຍ : Chanthu
16. ຈີນ : Diamu
17. ເກົາຫຼີເໜືອ : Mindulle
18. ຮອງກົງ : Lionrock
19. ຍີ່ປຸ່ນ : Kompasu
20. ລາວ : Namtheun
21. ມາເກົາ : Malou
22. ມາເລເຊຍ : Nyatoh
23. ໄມໂຄຼນີເຊຍ : Rai
24. ຟິລິບປິນ : Malakas
25. ເກົາຫຼໃຕ້ : Megi
26. ໄທ : Chaba
27. ສະຫະລັດອາເມຣິກາ : Aere
28. ຫວຽດນາມ : Songda

• ຊຸດທີ 5
1. ກຳປູເຈຍ : Trases
2. ຈີນ : Mulan
3. ເກົາຫຼີເໜືອ : Meari
4. ຮອງກົງ : Ma-on
5. ຍີ່ປຸ່ນ : Tokage
6. ລາວ : Himnamnor ຖືກປົດແລ້ວ ລໍຖ້າຊື່ໃໝ່ Nock-ten
7. ມາເກົາ : Muifa
8. ມາເລເຊຍ : Merbok
9. ໄມໂຄຼນີເຊຍ : Nammadol
10. ຟິລິບປິນ : Talas
11. ເກົາຫຼໃຕ້ : Noru
12. ໄທ : Kulap
13. ສະຫະລັດອາເມຣິກາ : Roke
14. ຫວຽດນາມ : Sonca
15. ກຳປູເຈຍ : Nesat
16. ຈີນ : Haitang
17. ເກົາຫຼີເໜືອ : Nalgae
18. ຮອງກົງ : Banyan
19. ຍີ່ປຸ່ນ : Hato
20. ລາວ : Pakhar ໃຊ້ແທນ Matsa ທີ່ຖືກປົດ
21. ມາເກົາ : Sanvu
22. ມາເລເຊຍ : Mawar
23. ໄມໂຄຼນີເຊຍ : Guchol
24. ຟິລິບປິນ : Talim
25. ເກົາຫຼໃຕ້ : Doksuri
26. ໄທ : Khanun
27. ສະຫະລັດອາເມຣິກາ Lan
28. ຫວຽດນາມ : Saola