ການສຳຫຼວດລະດັບຊາດກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ເພດຍິງ, ສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງລາວ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເປັນບັນຫາທີ່ຮ້າຍແຮງ ແລະ ສົ່ງຜົນກະທົບຕໍ່ວຽກງານສາທາລະນະສຸກ ແລະ ເປັນການລ່ວງລະເມີດສິດທິມະນຸດຂອງແມ່ຍິງ ໄດ້ຖືກຮັບຮູ້ເພີ່ມຂຶ້ນໃນລະດັບສາກົນ ແລະ ລວມທັງໃນ ສປປ.ລາວ.

ໃນ ສປປ.ລາວ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຍັງຖືກຍອມຮັບດ້ານຮີດຄອງປະເພນີ. ອີງຕາມການສຳຫຼວດດັດຊະນີໝາຍທາງສັງຄົມຂອງລາວ ໃນປີ 2011-2012, ພົບວ່າ 58% ຂອງແມ່ຍິງ ແລະ 49% ຂອງຜູ້ຊາຍທັງໝົດລາຍງານວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນຖືກຍອມຮັບວ່າບໍ່ແມ່ນສິ່ງທີ່ຜິດ ຖ້າວ່າແມ່ຍິງຄົນນັ້ນບໍ່ປະຕິບັດຕາມລະບຽບປະເພນີ, ພາລະບົດບາດ ແລະ ການພົວພັນລະຫວ່າງຍິງ-ຊາຍໃນສັງຄົມລາວ ເຖິງຢ່າງໃດກໍ່ຕາມ, ຜົນການສຳຫຼວດຄັ້ງນີ້ ໄດ້ສ່ອງແສງໃຫ້ເຫັນບັນຫາພຽງສ່ວນໃດໜຶ່ງຂອງບັນຫາທີ່ແທ້ຈິງ ເຖິງແມ່ນວ່າການສຳຫຼວດກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຄັ້ງນີ້ ຈະເປັນການສຳຫຼວດຂະໜາດນ້ອຍກໍ່ຕາມ, ແຕ່ກໍ່ບໍ່ມີການສຳຫຼວດລະດັບຊາດ ທີ່ມີຄວາມລະອຽດ ແລະ ກວ້າງຂວາງອື່ນໆອີກ ເພື່ອສືບຕໍ່ຈາກການສຳຫຼວດນີ້.

ຈາກຂໍ້ມູນພື້ນຖານດັ່ງກ່າວ, ການສຳຫຼວດລະດັບຊາດກ່ຽວກັບສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ປີ 2014 ຈຶ່ງໄດ້ຖືກດຳເນີນການສຳຫຼວດ ແລະ ເກັບກຳບັນດາຂໍ້ມູນທີ່ຕ້ອງການ ເພື່ອສ້າງ ແລະ ປັບປຸງນະໂຍບາຍ ແລະ ນິຕິກຳໃຫ້ມີປະສິດທິຜົນເພື່ອຕອບໂຕ້ບັນຫາດັ່ງກ່າວ.

ການສຳຫຼວດນີ້ແມ່ນໄດ້ນຳໃຊ້ເຄື່ອງມີການສຳຫຼວດຂອງອົງການອະນາໄມໂລກ ເຊິ່ງເປັນການສຳຫຼວດທີ່ໄດ້ດຳເນີນໃນຫຼາຍປະເທດ ກ່ຽວກັບສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ​ (ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຄອບຄົວ) ເຊິ່ງເປັນເຈົ້າການໂດຍ ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ແລະ ສູນສະຖິຕິແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ແລະ ອົງການສະຫະປະຊາຊາດ ເພື່ອແມ່ຍິງ.

ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ໂຄສະນາປຸກລະດົມປູກຈິດສຳນຶກ ແລະ ສ້າງບັນດານິຕິກຳ ແລະ ນະໂຍບາຍກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍສຸມໃສ່: (1) ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກໃນ ສປປ.ລາວ 2014-2020, (2) ການສ້າງນິຕິກຳເພື່ອແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,​ (3) ການສ້າງບົດລາຍງານແຫ່ງຊາດປະຈຳໄລຍະທີ 8 ແລະ 9 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງໃນ ສປປ.ລາວ ປີ 2014 ແລະ (4) ການດຳເນີນໂຄສະນາປູກຈິດສຳນຶກ ແລະ ສ້າງຂະບວນການເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເຊິ່ງຜົນໄດ້ຮັບຕົ້ນຕໍຂອງການສຳຫຼວດ ແລະ ບາງຂໍ້ແນະນຳການປັບປຸງນະໂຍບາຍ ມີດັ່ງລຸ່ມນີ້:

ອັດຕາສ່ວນ, ປະເພດ ແລະ ຄວາມຖີ່ຂອງການໃຊ້ຄວາມຮຸນແຮງ

1. ການໃຊ້ຄວາມຮຸນແຮງຈາກຄູ່ຮ່ວມຊີວິດ

– ໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, 11.6% ແມ່ນຖືກຄວາມຮຸນແຮງທາງດ້ານຮ່າງກາຍໃນຊ່ວງຊີວິດ ແລະ 4.0% ໃນໄລຍະ 12 ເດືອນທີ່ຜ່ານມາ (ໃນປີການສຳຫຼວດ)

– ໃນບັນດາແມ່ຍິງທີ່ເຄີຍຖືພາ, 1.8% ໄດ້ຖືກຄວາມຮຸນແຮງທາງດ້ານຮ່າງກາຍໃນລະຫວ່າງຖືພາຢ່າງໜ້ອຍໜຶ່ງຄັ້ງ

– ໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, 7.2% ແມ່ນເຄີຍຖືກຄວາມຮຸນແຮງທາງເພດ ໃນຊ່ວງຊີວິດ ແລະ 3.1% ໃນໄລຍະ 12 ເດືອນທີ່ຜ່ານມາ (ໃນປີການສຳຫຼວດ)

– ໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, 15.3% ແມ່ນເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດໃນຊ່ວງຊີວິດ ແລະ 6.0% ໃນໄລຍະ 12 ເດືອນທີ່ຜ່ານມາ (ໃນປີການສຳຫຼວດ)

– ໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, 26.2% ເປີດເຜີຍວ່າ ເຄີຍຖືກຄວາມຮຸນແຮງທາງດ້ານຈິດໃຈ ໃນຊ່ວງຊີວິດ ແລະ 10.5% ໃນໄລຍະ 12 ເດືອນທີ່ຜ່ານມາ (ໃນປີການສຳຫຼວດ)

– ເມື່ອເບິ່ງຈາກທັງສາມປະເພດຂອງການໃຊ້ຄວາມຮຸນແຮງ ໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ ເຫັນວ່າ 30.3% ເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ ແລະ/ຫຼື ທາງດ້ານຈິດໃຈ

– ປະມານ 34.8% ຂອງໃນບັນດາແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ ປະເຊີນກັບການຖືກຄວບຄຸມທາງພຶດຕິກຳໂດຍຄູ່ຮ່ວມຊີວິດ ແລະ 6.8% ເຄີຍຖືກຄວາມຮຸນແຮງດ້ານເສດຖະກິດໃນຊ່ວງຊີວິດຂອງແມ່ຍິງ.

2. ການໃຊ້ຄວາມຮຸນແຮງຈາກຄົນອື່ນທີ່ບໍ່ແມ່ນຄູ່ຮ່ວມຊີວິດ

– ປະມານ 5.1% ຂອງແມ່ຍິງ ທີ່ຖືກຄວາມຮຸນແຮງທາງດ້ານຮ່າງກາຍຈາກຄົນອື່ນທີ່ບໍ່ແມ່ນຄູ່ຮ່ວມຊີວິດ ຕັ້ງແຕ່ອາຍຸ 15 ປີ. ສ່ວນຫຼາຍຈະແມ່ນເພດຍິງໃນຄອບຄົວທີ່ເປັນຜູ້ກະທຳຄວາມຮຸນແຮງມີ (34.9%), ໂດຍສະເພາະແມ່ນແມ່ຄີງ ຫຼື ແມ່ນ້າ (26.8%).

– ແມ່ຍິງປະມານ 5.3% ທີ່ເຄີຍຖືກຄວາມຮຸນແຮງທາງເພດບາງຮູບແບບ ແລະ 1.1% ທີ່ຖືກບັງຄັບໃຫ້ມີເພດສຳພັນຕັ້ງແຕ່ອາຍຸ 15 ປີ.

– ອັດຕາສ່ວນແມ່ຍິງທີ່ຖືກລ່ວງລະເມີດທາງເພດໃນໄລຍະໄວເດັກ ແມ່ນໄດ້ຮັບຄຳຕອບທີ່ແຕກຕ່າງກັນ ອີງຕາມວິທີການສຳພາດທີ່ໃຊ້ໃນການສຳພາດ. ອັດຕາສ່ວນຂອງແມ່ຍິງທີ່ເປີດເຜີຍກ່ຽວກັບການຖືກລ່ວງລະເມີດທາງເພດໃນໄວເດັກ (Child Sexual Abuse – CSA) ໂດຍການສຳພາດແບບໜ້າເຊິ່ງໜ້າ ມີພຽງ 0.9%. ແຕ່ເມື່ອໃຊ້ວິທີການຖາມໂດຍໃຊ້ຮູບໜ້າໃສ່ເຈ້ຍທີ່ບໍ່ລະບຸຊື່ ເຫັນວ່າແມ່ຍິງເຖິງ 9.9% ທີ່ເປີດເຜີຍກ່ຽວກັບການຖືກລ່ວງລະເມີດທາງເພດໃນໄວເດັກ, ເມື່ອລວມຜົນຂອງສອງວິທີເຂົ້າກັນເຫັນວ່າ ອັດຕາສ່ວນມີສູງເຖິງ 10.8% ອັດຕາສ່ວນຂອງແມ່ຍິງທີ່ລາຍງານວ່າ ເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍຈາກຄູ່ຮ່ວມຊີວິດ ແລະ ຈາກຄົນອື່ນທີ່ບໍ່ແມ່ນຄູ່ຮ່ວມຊີວິດ ຫຼື ທັງສອງ ກວມເອົາ 14.4%, 10.9% ເຄີຍຖືກຄວາມຮຸນແຮງທາງເພດ ແລະ 20.2% ຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ.

ທັດສະນະຄະຕິ ແລະ ຄວາມຮັບຮູ້ຕໍ່ກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ການສຳຫຼວດຄັ້ງນີ້ ແມ່ນພະຍາຍາມທີ່ຈະປະເມີນທັດສະນະຄະຕິ ແລະ ຄວາມຮັບຮູ້ຕໍ່ກັບບົດບາດຍິງ-ຊາຍ ເພື່ອກຳນົດ ສະຖານະການຕ່າງໆທີ່ແມ່ຍິງພິຈາລະນາວ່າ ເປັນສິ່ງທີ່ຍອມຮັບໄດ້ ຖ້າວ່າຜົວທຸບຕີເມຍຂອງຕົນ ຖ້າເມຍປະຕິເສດບໍ່ຮ່ວມເພດກັບຜົວ. ໃນການສຳຫຼວດທາງດ້ານປະລິມານ ແລະ ທາງດ້ານຄຸນນະພາບ, ບັນຫັດຖານ (ກົດລະບຽບຮີດຄອງປະເພນີດັ້ງເດີມ), ພາລະບົດບາດ ແລະ ສາຍພົວພັນລະຫວ່າງຍິງ-ຊາຍໃນສັງຄົມລາວ ເຫັນໄດ້ວ່າເປັນຫາເຫດຫຼັກຂອງບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ໃນກຸ່ມແມ່ຍິງທີ່ຖືກສຳພາດທັງໝົດ, ມີແມ່ຍິງ 35.6% ເຫັນດີກັບຄຳເວົ້າທີ່ວ່າ ເມຍທີ່ດີຄວນເຊື່ອຟັງຜົວເຖິງແມ່ນວ່າເມຍບໍ່ເຫັນດີນຳກໍ່ຕາມ. ທັດສະນະຄະຕິນີ້ຍິ່ງແຜ່ຫຼາຍຢູ່ໃນເຂດຊົນນະບົດ ແລະ ໃນເຂດທາງພາກເໜືອ. ນອກຈາກນັ້ນແລ້ວ, 22.9% ຂອງແມ່ຍິງທີ່ຖືກສຳພາດ ຍັງເຫັນຄູ່ຮ່ວມຊີວິດຂອງເຂົາເຈົ້າເປັນດັ່ງຜູ້ທີ່ມີອຳນາດເໜືອກວ່າ (ຜົວປຽບດັ່ງຫົວໜ້າ), 29.4% ຮູ້ສຶກວ່າຜູ້ເປັນເມຍບໍ່ຄວນທີ່ຈະປະຕິເສດການມີເພດສຳພັນກັບຜົວ ແລະ ເກືອບເຄິ່ງໜຶ່ງຂອງແມ່ຍິງທັງໝົດ (44.9%) ເຫັນດີວ່າ ຜູ້ເປັນຜົວສາມາດຕີເມຍຂອງຕົນໄດ້ຖ້າຫາກເມຍບໍ່ສັດຊື່. ແມ່ຍິງເຄີຍຖືກຄວາມຮຸນແຮງທາງຮ່າງກາຍ ແລະ/ຫຼື ທາງເພດ ມັກຈະເຫັນດີກັບຄຳເວົ້າທີ່ສະໜັບສະໜູນປະເພນີ (ຄວາມບໍ່ເທົ່າທຽມກັນ) ໃນເລື່ອງບົດບາດຍິງ-ຊາຍຫຼາຍກວ່າຜູ້ທີ່ບໍ່ເຄີຍ ຖືກໃຊ້ຄວາມຮຸນແຮງເລີຍ. ອຳນາດຕໍ່ລອງກ່ຽວກັບການມີເພດສຳພັນ ແມ່ຍິງ 76.5% ຢາກປະຕິເສດການມີເພດສຳພັນທີ່ເຂົາເຈົ້າບໍ່ຕ້ອງການ ຕົວຢ່າງໃນເວລາທີ່ເຂົາເຈົ້າບໍ່ສະບາຍ ຫຼື ໃນເວລາທີ່ຜົວເມົາ. ໃນການສຶກສາທາງດ້ານຄຸນນະພາບ, ຮີດຄອງປະເພນີ, ບົດບາດ ແລະ ສາຍພົວພັນດັ້ງເດີມທາງດ້ານບົດບາດຍິງ-ຊາຍ ກໍ່ແມ່ນປັດໄຈຕົ້ນຕໍຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ຕົວຢ່າງ: ຄວາມຮຸນແຮງທີ່ເກີດຈາກຄູ່ຮ່ວມຊີວິດສາມາດເກີດຂຶ້ນໄດ້ເນື່ອງຈາກຜູ້ເປັນເມຍບໍ່ສາມາດປະຕິບັດໜ້າທີ່ໃນການເຮັດວຽກເຮືອນໄດ້ຄົບຖ້ວນສົມບູນ. ທັງແມ່ຍິງ ແລະ ຜູ້ຊາຍທີ່ໄດ້ເຂົ້າຮ່ວມໃນການສົນທະນາກຸ່ມ ມັກເນັ້ນໜັກວ່າສິ່ງມຶນເມົາ, ຄວາມບໍ່ສັດຊື່ລະຫວ່າງຜົວເມຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດຄອບຄົວກໍ່ແມ່ນສາເຫດຫຼັກທີ່ກໍ່ໃຫ້ເກີດຄວາມຮຸນແຮງເຊັ່ນກັນ. ນອກຈາກນີ້ແລ້ວ, ບັນດາປັດໄຈເຫຼົ່ານີ້ ກໍ່ຍັງຊ້ຳຊ້ອນກັນກັບສາເຫດອື່ນໆອີກທີ່ພາໃຫ້ເກີດພຶດຕິກຳໃນການໃຊ້ຄວາມຮຸນແຮງຕ່າງໆ.


ສາຍພົວພັນລະຫວ່າງຄວາມຮຸນແຮງທີ່ເກີດຈາກຄູ່ຮ່ວມຊີວິດ ແລະ ສຸຂະພາບຮ່າງກາຍ, ຈິດໃຈ ແລະ ສຸຂະພາບຈະເລີນພັນຂອງແມ່ຍິງ

– ການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ທາງເພດ ແລະ ທາງຈິດໃຈ ສາມາດກໍ່ໃຫ້ເກີດຜົນກະທົບອັນມະຫາສານຕໍ່ສຸຂະພາບຂອງແມ່ຍິງ ແລະ ຄອບຄົວ.

– 43.1% ຂອງແມ່ຍິງລາຍງານກ່ຽວກັບ ການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ໃນໄລຍະຕະຫຼອດຊີວິດ ແມ່ນໄດ້ຮັບບາດເຈັບຈາກເຫດການດັ່ງກ່າວ, ໃນນັ້ນມີ 20.2% ທີ່ຖືກບາດເຈັບຫຼາຍກວ່າ 5 ຄັ້ງ.

– ແມ່ຍິງທີ່ ຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ແມ່ນມີສຸຂະພາບທີ່ບໍ່ແຂງແຮງ (22.1%), ມີບັນຫາກ່ຽວກັບການຍ່າງ (9.7%), ພົບຄວາມຫຍຸ້ງຍາກໃນການເຮັດກິດຈະວັດປະຈຳວັນ (7.8%), ມີຄວາມເຈັບປວດ (6.2%) ແລະ ສູນເສຍຄວາມຊົງຈຳ ແລະ ສະມາທິ (10.9%) ຫຼາຍກວ່າແມ່ຍິງທີ່ບໍ່ເຄີຍປະເຊີນກັບເຫດການເຫຼົ່ານີ້ (14.0%, 5.9%, 4.7%, 3.5% ແລະ 6.7% ຕາມລຳດັບ.)

– ແມ່ຍິງທີ່ເຄີຍຖືກ ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດແມ່ນຈະມີຄວາມຄິດໃນການຂ້າຕົວຕາຍ (10.5%) ເຊິ່ງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້ (2%)

– ແມ່ຍິງທີ່ເຄີຍຖືກ ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດແມ່ນຈະມີຄວາມເຈັບປວດທາງດ້ານຈິດໃຈ (ວັດແທກໂດຍແບບສອບຖາມການລາຍງານດ້ວຍຕົນເອງ – SRQ) ສະເລ່ຍ 5.8 ເຊິ່ງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້ (3.8).

– ແມ່ຍິງທີ່ເຄີຍຖືພາ ແລະ ເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ແມ່ນຈະມີຄວາມສ່ຽງໃນການຫຼຸລູກຫຼາຍກວ່າ (30.6%) ແລະ ການເອົາລູກອອກ (18.5%) ເຊິ່ງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້ (20.4% ແລະ 8.7%, ຕາມລຳດັບ).

– ແມ່ຍິງທີ່ເຄີຍຖືກ ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດແມ່ນຈະມີທ່າອ່ຽງໃນການຄຸມກຳເນີດ (12.3%, ໃຊ້ຖົງຢາງອະນາໄມເປັນສ່ວນໃຫຍ່) ແລະ ຮ້ອງຂໍໃຫ້ຄູ່ຮ່ວມຊີວິດຂອງເຂົາເຈົ້າໃຊ້ຖົງຢາງອະນາໄມ (11.6%) ເຊິ່ງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້ (5.5% ແລະ 5.7%, ຕາມລຳດັບ).

– ແມ່ຍິງທີ່ເຄີຍພົບພໍ້ຄວາມຮຸນແຮງສ່ວນຫຼາຍລາຍງານວ່າ ລູກຂອງເຂົາເຈົ້າແມ່ນມີບັນຫາໃນດ້ານພຶດຕິກຳຕ່າງໆເຊັ່ນ: ຝັນຮ້າຍ, ຍ່ຽວໃສ່ບ່ອນ, ເປັນເດັກທີ່ບໍ່ມັກປາກ, ໃຈຮ້າຍງ່າຍ, ເສັງຕົກ/ຄ້າງຫ້ອງ ແລະ ຂາດຮຽນ/ອອກໂຮງຮຽນ ເຊິ່ງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້.

– ປະມານ 40% ຂອງແມ່ຍິງທີ່ເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍໂດຍຄູ່ຮ່ວມຊີວິດລາຍງານວ່າ ລູກຂອງເຂົາເຈົ້າເຫັນເຫດການດັ່ງກ່າວຢ່າງໜ້ອຍໜຶ່ງຄັ້ງ.

– ແມ່ຍິງທີ່ເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ແມ່ນມີທ່າອ່ຽງຫຼາຍກວ່າແມ່ຍິງທີ່ບໍ່ເຄີຍພົບພໍ້ກັບເຫດການເຫຼົ່ານີ້ໃນການ: 1) ແມ່ຍິງລາວເຄີຍຖືກຕີໂດຍຄູ່ຮ່ວມຊີວິດຂອງແມ່, 2 ຜົວ/ຄູ່ຮ່ວມຊີວິດ ທີ່ມີແມ່ທີ່ຖືກຕີໂດຍຄູ່ຮ່ວມຊີວິດຂອງແມ່ ແລະ 3) ຄູ່ຊີວິດທີ່ຖືກຕີໃນຕອນຍັງເປັນເດັກ.

ການປ້ອງກັນ ແລະ ວິທີການແກ້ໄຂຄວາມຮຸນແຮງ

ການສຳຫຼວດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ເກືອບເຄິ່ງໜຶ່ງຂອງງແມ່ຍິງ (43.2% ເຄີຍຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ແຕ່ບໍ່ໄດ້ລາຍງານເຫດການເຫຼົ່ານັ້ນ ເນື່ອງຈາກຄວາມອັບອາຍ ແລະ ຄວາມຢ້ານກົວ ຕໍ່ການມີມົນທິນໃນສັງຄົມ, ແລະ ໜ້ອຍກວ່າ 30% ທີ່ຮ້ອງຂໍຄວາມຊ່ວຍເຫຼືອຈາກການຈັດຕັ້ງຕ່າງໆ ຫຼື ບຸກຄົນອື່ນ. ໃນບັນດາແມ່ຍິງ 64.2% ຮ້ອງຂໍຄວາມຊ່ວຍເຫຼືອ ຍ້ອນວ່າເຂົາເຈົ້າບໍ່ສາມາດອົດກັ້ນກັບຄວາມຮຸນແຮງເຫຼົ່ານີ້ໄດ້ອີກຕໍ່ໄປ, 39.7% ແມ່ນໄດ້ຮັບການຊຸກຍູ້ຈາກຄອບຄົວ ແລະ ໝູ່ເພື່ອນ. ແມ່ຍິງສ່ວນໃຫຍ່ຮ້ອງຂໍຄວາມຊ່ວຍເຫຼືອໃນຂັ້ນທຳອິດຈາກຄອບຄົວ ແລະ ໝູ່ເພື່ອນ ຫຼາຍກວ່າທີ່ຈະເຂົ້າໄປຫາເຄືອຄ່າຍ ແລະ ການບໍລິຫານທີ່ເປັນທາງການເຊັ່ນວ່າ: ອຳນາດການປົກຄອງຂັ້ນບ້ານ ຫຼື ເຈົ້າໜ້າທີ່ຕຳຫຼວດ. ທາງອອກໜຶ່ງຂອງການໜີອອກຈາກບັນຫາຄວາມຮຸນແຮງຈາກຄູ່ຮ່ວມຊີວິດ ແມ່ນການໜີອອກຈາກເຮືອນ. ໃນຈຳນວນແມ່ຍິງທີ່ເຄີຍຖືກໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ແມ່ຍິງໃນຕົວເມືອງ 15.2% ແລະ ແມ່ຍິງຢູ່ໃນເຂດຊົນນະບົດ 13.6% ເຄີຍໜີອອກຈາກເຮືອນຢ່າງໜ້ອຍໜຶ່ງຄັ້ງ,​ໃນຂະນະທີ່ມີພຽງ 3.1% ຂອງແມ່ຍິງໃນເຂດຊົນນະບົດທີ່ອາໄສຢູ່ເຂດທີ່ບໍ່ມີເສັ້ນທາງເຂົ້າເຖິງ ທີ່ໄດ້ໜີອອກຈາກບ້ານ. ບາງຄົນກໍ່ໄດ້ກັບຄືນມາຍ້ອນຄວາມເປັນຫ່ວງລູກຂອງເຂົາເຈົ້າ (66.1%), ມີຄວາມຫວັງວ່າຜົວຈະປ່ຽນແປງພຶດຕິກຳ (38.6%) ຫຼື ບໍ່ເຫຼືອຄວາມຮັກໃຫ້ກັບຜົວແລ້ວ (21.7%). ໃນຄວາມເປັນຈິງແລ້ວ,​ 2/3 ຂອງແມ່ຍິງແມ່ນເລືອກທີ່ຈະອົດທົນຢູ່ໃນເຮືອນຂອງເຂົາເຈົ້າຕໍ່ໄປ ຍ້ອນຢ້ານວ່າການເປີດເຜີຍກ່ຽວກັບຄວາມຮຸນແຮງ ແລະ ການໜີອອກຈາກເຮືອນຈະສົ່ງຜົນສະທ້ອນຕໍ່ແມ່ຍິງ ແລະ ລູກຂອງເຂົາເຊັ່ນດຽວກັບການກາຍເປັນມົນທິນໃນສັງຄົມ ເຊິ່ງເປັນຜົນມາຈາກວັດທະນະທຳ ແລະ ຮີດຄອງປະເພນີທາງດ້ານບົດບາດຍິງ-ຊາຍ ເຊິ່ງພົວພັນເຖິງການແຍກກັນຢູ່ ແລະ ການຢ່າຮ້າງ. ໃນດ້ານການປົກຄອງຕົນເອງຂອງແມ່ຍິງ, 21.2% ຂອງຜູ້ທີ່ເຄີຍຖືກຄວາມຮຸນແຮງ ລາຍງານວ່າເຄີຍໄດ້ຕອບໂຕ້ຢ່າງໜ້ອຍໜຶ່ງຄັ້ງ ແລະ 51% ໄດ້ລາຍງານວ່າ ເຫດການໃນການໃຊ້ຄວາມຮຸນແຮງໄດ້ຫຼຸດລົງຈາກແມ່ຍິງມີການຕອບໂຕ້.

ພາຍໃຕ້ກົດໝາຍແພ່ງ ຂອງ ສປປ.ລາວ, ການຜິດຖຽງກັນໃນຄອບຄົວ ແມ່ນໄດ້ຮັບການແກ້ໄຂໂດຍໜ່ວຍໄກ່ເກ່ຍຄະດີຂັ້ນບ້ານ, ເຊິ່ງຈະປະກອບດ້ວຍສະມາຊິກໃນບ້ານ 5 ຫາ 6 ຄົນ. ເຖິງຢ່າງໃດກໍ່ຕາມ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຂ້ອນຂ້າງມີຄວາມຄິດໃນແບບຮີດເກົ່າຄອງເດີມໃນວີທີການຊ່ວຍເຫຼືອແມ່ຍິງ ແລະ ຫຼີກລ້ຽງການເຂົ້າໄປແຊກແຊງຫຼາຍຈົນເກີນໄປ ໃນສະຖານະການທີ່ຜູ້ຖືກເຄາະຮ້າຍໄດ້ພົບພໍ້ຢູ່. ການໃຫ້ການຊ່ວຍເຫຼືອອີກຢ່າງໜຶ່ງ ສຳລັບຜູ້ທີ່ຕ້ອງການບ່ອນພັກເຊົາຊົ່ວຄາວທີ່ປອດໄພ ແມ່ນມີສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ຂອງສູນກາງສະຫະພັນແມ່ຍິງລາວ ທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ເຖິງຢ່າງໃດກໍ່ຕາມ ສູນດັ່ງກ່າວກໍ່ມີພຽງບ່ອນດຽວໃນທົ່ວປະເທດ ແລະ ກໍ່ຍັງມີຂໍ້ຈຳກັດໃນການຕອບສະໜອງຕາມຄວາມຕ້ອງການຂອງຜູ້ຖືກເຄາະຮ້າຍເຫຼົ່ານັ້ນ. ນອກຈາກນີ້ ການຂາດຂໍ້ມູນທາງດ້ານກົດໝາຍ ແລະ ຂະບວນການຍຸດຕິທຳສຳລັບແມ່ຍິງ ກໍ່ເປັນອຸປະສັກໜຶ່ງໃນການປົກປ້ອງເຂົາເຈົ້າ. ໂດຍລວມແລ້ວ, ແມ່ຍິງສ່ວນໃຫຍ່ຍັງມີຄວາມຮູ້ທີ່ຈຳກັດໃນດ້ານນິຕິກຳຕ່າງໆ ທີ່ເປັນທາງເລືອກໃນການແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງທີ່ເກີດຂຶ້ນ. ໃນຈຳນວນແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, ພຽງ 1 ໃນ 3 ຂອງແມ່ຍິງໃນເຂດຕົວເມືອງ (32.5%) ທີ່ຮູ້ກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ສຳລັບແມ່ຍິງໃນເຂດຊົນນະບົດແມ່ນມີໜ້ອຍກວ່າ 10%. ໃນບັນດາແມ່ຍິງທີ່ມີຄວາມຮູ້ກ່ຽວກັບສິດທິຂອງຕົນທາງດ້ານກົດໝາຍ ສ່ວນຫຼາຍແມ່ນຜູ້ທີ່ມີການສຶກສາສູງ, ສັງເກດໄດ້ຈາກ 33.4% ຂອງແມ່ຍິງທີ່ມີການສຶກສາຊັ້ນສູງ ເຊິ່ງແຕກຕ່າງຈາກແມ່ຍິງທີ່ມີການສຶກສາຂັ້ນປະຖົມທີ່ມີພຍງ 5% ແລະ 1% ແມ່ນແມ່ຍິງທີ່ບໍ່ໄດ້ຮຽນໃນລະບົບສາມັນ. ເມື່ອປຽບທຽບຄວາມຮູ້ຂອງແມ່ຍິງ ກ່ຽວກັບກົດໝາຍ ເຖິງແມ່ນວ່າເຂົາເຈົ້າຈະເຄີຍຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ທາງເພດ ຫຼື ບໍ່ກໍ່ຕາມ, ແມ່ຍິງທີ່ເຄີຍຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດສ່ວນຫຼາຍແມ່ນ ຮູ້ກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງໜ້ອຍກວ່າຜູ້ທີ່ບໍ່ເຄີຍພົບພໍ້ປະສົບການເຫຼົ່ານັ້ນ. ເຖິງແມ່ນວ່າແມ່ຍິງຈະມີຄວາມຮູ້ກ່ຽວກັບກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ກົດໝາຍອື່ນໆ ເມື່ອປຽບທຽບກັນແລ້ວເຫັນວ່າ ບໍ່ໄດ້ມີຄວາມແຕກຕ່າງກັນຫຼາຍລະຫວ່າງສອງກຸ່ມນີ້.

ປັດໄຈທີ່ກ່ຽວພັນເຖິງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

ມີຫຼາຍປັດໄຈທີ່ເພີ່ມຄວາມສ່ຽງໃຫ້ແມ່ຍິງຖືກຄວາມຮຸນແຮງໂດຍຈາກຜູ້ທີ່ແມ່ນ ແລະ ບໍ່ແມ່ນຄູ່ຮ່ວມຊີວິດໄດ້ຖືກກຳນົດທີ່ວ່າເປັນຜົນໄດ້ຮັບມາຈາກຫຼາຍປັດໄຈທີ່ສະແດງອອກດັ່ງລຸ່ມນີ້:

– ໃນແມ່ຍິງທີ່ເຄີຍມີຄູ່ຮ່ວມຊີວິດ, ຜູ້ທີ່ເຄີຍ ຖືກຄວາມຮຸນແຮງທາງດ້ານຮ່າງກາຍ ແລະ/ຫຼື ຄວາມຮຸນແຮງທາງເພດ ໂດຍຄົນທີ່ບໍ່ແມ່ນຄູ່ຮ່ວມຊີວິດແຕ່ອາຍຸ 15 ປີ ແມ່ນມີທ່ອ່ຽງທີ່ຈະຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ (ປີການສຳຫຼວດ) ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານັ້ນເຖິງ 3.9 ເທົ່າ.

– ແມ່ຍິງທີ່ຖືກລ່ວງລະເມີດ/ຖືກຄວາມຮຸນແຮງທາງເພດໂດຍຄົນອື່ນທີ່ບໍ່ແມ່ນຄູ່ຮ່ວມຊີວິດ ແຕ່ອາຍຸ 15 ປີ ແມ່ນມີທ່າອ່ຽງທີ່ຈະຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານນີ້ເຖິງ 2.9 ເທົ່າ.

– ແມ່ຍິງທີ່ຖືກລ່ວງລະເມີດ/ຖືກຄວາມຮຸນແຮງທາງເພດກ່ອນອາຍຸ 15 ປີ ແມ່ນມີທ່າອ່ຽງທີ່ຈະຖືກ ຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານີ້ເຖິງ 2.4 ເທົ່າ.

– ແມ່ຍິງຜູ້ທີ່ຄູ່ຮ່ວມຊີວິດຂອງລາວຕີກັບຜູ້ຊາຍຄົນອື່ນ ແມ່ນມີທ່າອ່ຽງໃນການຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ (ປີການສຳຫຼວດ) ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານີ້ເຖິງ 4 ເທົ່າ.

– ແມ່ຍິງທີ່ມີຄູ່ຮ່ວມຊີວິດຂອງລາວໄປມີຄວາມສຳພັນກັບແມ່ຍິງຄົນອື່ນແມ່ນມີທ່າອ່ຽງໃນການ ຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ (ປີການສຳຫຼວດ) ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານີ້ເຖິງ 2.5 ເທົ່າ.

– ແມ່ຍິງຜູ້ທີ່ມີຄູ່ຮ່ວມຊີວິດຂອງລາວດື່ມສິ່ງມຶນເມົາເປັນຈຳນວນຫຼາຍທຸກໆ/ມື້ ທຸກໆອາທິດ ແມ່ນມີທ່າອ່ຽງໃນການຖືກຄວາມຮຸນແຮງ ໂດຍຄູ່ຮ່ວມຊີວິດໃນໄລຍະ 12 ເດືອນທີ່ຜ່ານມາ ຫຼາຍກວ່າຄົນທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານີ້ເກືອບ 2 ເທົ່າ.

– ແມ່ຍິງທີ່ມີຄູ່ຮ່ວມຊີວິດ ທີ່ເຄີຍຖືກທຸບຕີໃນຕອນຍັງນ້ອຍ ແມ່ນມີທ່າອ່ຽງໃນການຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ ໃນໄລຍະ 12 ເດືອນທີ່ຜ່ານມາ ຫຼາຍກວ່າແມ່ຍິງທີ່ມີຄູ່ຮ່ວມຊີວິດ ທີ່ບໍ່ເຄີຍພົບພໍ້ສິ່ງເຫຼົ່ານີ້ເຖິງ 3.8 ເທົ່າ.

– ແມ່ຍິງທີ່ດຳລົງຊີວິດໃນໝູ່ບ້ານທີ່ບໍ່ມີລະບົບການຊ່ວຍເຫຼືອໃນເວລາຈຳເປັນເຊັ່ນ: ໃນເວລາເຈັບເປັນ ຫຼື ເກີດອຸບັດຕິເຫດໃນຄອບຄົວ ແມ່ນມີທ່າອ່ຽງໃນການ ຖືກຄວາມຮຸນແຮງໂດຍຄູ່ຮ່ວມຊີວິດຫຼາຍກວ່າແມ່ຍິງທີ່ອາໄສຢູ່ໃນໝູ່ບ້ານທີ່ມີລະບົບການຊ່ວຍເໜືອເຖິງ 3.5 ເທົ່າ.

ຕາມການລາຍງານຂອງຜູ້ຖືກຄວາມຮຸນແຮງ, ສິ່ງມຶນເມົາ ແລະ ການນອກໃຈ ເປັນປັດໄຈຫຼັກ ທີ່ກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງໂດຍຄູ່ຮ່ວມຊີວິດ, ແຕ່ບໍ່ແມ່ນສາເຫດໂດຍກົງຂອງການໃຊ້ຄວາມຮຸນແຮງ. ເຊິ່ງກົດປະເພນີຕໍ່ຍິງ-ຊາຍ, ແລະ ຄວາມເຊື່ອກ່ຽວກັບຄວາມເປັນຊາຍ ໃນສັງຄົມລາວ ທີ່ສອນໃຫ້ສັງຄົມອົດກັ້ນຕໍ່ພຶດຕິກຳຂອງເພດຊາຍ ແລະ ບັນຫາທີ່ກ່ຽວພັນກັບການດື່ມສິ່ງມຶນເມົາ ແລະ ການນອກໃຈ ພົບວ່າແມ່ນບັນຫາຕົ້ນຕໍ່ທີ່ເຮັດໃຫ້ມີການໃຊ້ຄວາມຮຸນແຮງເກີດຂຶ້ນ. ໂດຍລວມແລ້ວ, ຜົນກະທົບເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ການລ້ຽງດູ ແລະ ສະພາບແວດລ້ອມໃນຄອບຄົວທີ່ດີ, ຄວາມສາມາດຂອງແມ່ຍິງໃນການຮັບຮູ້ຄວາມສ່ຽງຂອງການໃຊ້ຄວາມຮຸນແຮງທາງເພດ, ການສຶກສາສຳລັບໄວໜຸ່ມຊາຍ, ການຊ່ວຍເຫຼືອຂອງຊຸມຊົນລວມທັງຄວາມສະເໝີພາບຍິງ-ຊາຍ ແລະ ສິດສະເໝີພາບ ສາມາດຊ່ວຍປົກປ້ອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໄດ້.

- Advertisement -