ຫິນດາວ ກັບທີ່ມາຂອງຄຳວ່າ “ລາວ” ສິ່ງທີ່ຄວນຄ່າແກ່ການສຶກສາ ແລະ ຮຽນຮູ້

ຊາດລາວເຮົາເປັນຊາດໜຶ່ງທີ່ມີອະລິຍະທຳອັນເກົ່າແກ່ທີ່ສຸດຊາດໜຶ່ງຂອງໂລກ ມີວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ເຊິ່ງບັນພະບຸລຸດຂອງຊົນຊາດລາວໃນອະດີດມີຄວາມເຊື່ອເລື່ອງຜີຟ້າ ຜີແຖນ ອັນໄດ້ສົ່ງຜົນກະທົບຕໍ່ຮີດຄອງປະເພນີລາວມາຈົນເຖິງປັດຈຸບັນ ແລະ ຍັງເປັນທີ່ມາຂອງຄຳວ່າ “ລາວ”.

ຕາມຕຳນານ ຫຼື ນິທານດັ້ງເດີມຂອງລາວເຮົາກ່າວວ່າ ຜີຫຼວງຟ້າຄື້ນ ຫຼື ພະຍາແຖນໄດ້ມອບໝາຍໃຫ້ ແຖນຈຳນວນໜຶ່ງລົງມາສືບສ້າງໃນເມືອງລຸ່ມ ຫຼື ຮຽກວ່າເມືອງຄົນນັ້ນເອງ ຢູ່ໃນເມືອງຟ້າ ຫຼື ເມືອງແຖນນັ້ນ ບັນດາແຖນທັງຫຼາຍທີ່ເປັນໄພ່ພົນຂອງພະຍາແຖນ ທີ່ລວມເຖິງພະຍາແຖນເອງ ແມ່ນມີຮ່າງກາຍເປັນທິບ, ກິນອາຫານພິບ, ເຫາະເຫີນເດີນອາກາດໄປໄດ້ທຸກຫົນທຸກແຫ່ງ, ມີຊີວິດເປັນອຳມະຕະ ແລະ ສຸກສັນນິລັນດອນ ເມື່ອລົງມາຢູ່ໃນເມືອງຄົນແລ້ວ ຮ່າງກາຍທີ່ເປັນທິບນັ້ນກໍ່ໄດ້ປ່ຽນສະພາບໄປກາຍເປັນຮ່າງກາຍຄົນທຳມະດາ ເຊິ່ງປະກອບດ້ວຍທາດ 4 ຂັນ 5 ມີຮູບປະທຳ-ນາມມະທຳ ເຖົ້າ-ແກ່-ເຈັບ-ຕາຍ, ເມື່ອຕາຍໄປແລ້ວຫາກໄດ້ສ້າງຄຸນງາມຄວາມດີໄວ້ໃນເວລາຍັງມີຊີວິດຢູ່ ກໍ່ຈະໄດ້ກັບຄືນໄປຢູ່ເມືອງແຖນອີກ ໄດ້ຊີວິດທີ່ເປັນທິບ ເປັນອຳມະຕະກັບຄືນມາ.

ດ້ວຍເຫດນີ້ ຄົນທັງຫຼາຍທີ່ດຳລົງຊີວິດຢູ່ໃນເມືອງລຸ່ມ ຈຶ່ງມີຄວາມໃຝ່ຝັນ ຢາກກັບຄືນໄປຢູ່ເມືອງແຖນອີກ ແຕ່ລະຄົນໄດ້ພະຍາຍາມສ້າງຄຸນງາມຄວາມດີ ລະເວັ້ນຄວາມຊົ່ວທັງປວງ ໄດ້ປະກອບພິທີໄວ້ວອນຜີຟ້າ ຜີແຖນເພື່ອໃຫ້ແຖນຫຼວງຟ້າຄື້ນ ໄດ້ຮັບຮູ້ ແລະ ເຫັນການກະທຳຂອງພວກຕົນຢູ່ໃນເມືອງລຸ່ມ ວ່າໄດ້ສ້າງຄຸນງາມຄວາມດີໄວ້ ເມື່ອຕາຍໄປແລ້ວຂໍໃຫ້ພະຍາແຖນມາຮັບເອົາພວກຕົນກັບຄືນໄປຢູ່ໃນເມືອງແຖນອີກ.

ໃນກໍລະນີເກີດມີໄພທຳມະຊາດເຊັ່ນ: ຝົນແລ້ງ, ນ້ຳຖ້ວມ, ມີລົມພາຍຸແຮງເກີດຂຶ້ນ ຄົນລາວບູຮານເຊື່ອວ່າເປັນການສະແດງອຳນາດລິດເດດຂອງພະຍາແຖນ ເພື່ອເຕືອນ ຫຼື ລົງໂທດມວນມະນຸດທີ່ບໍ່ຕັ້ງຢູ່ໃນສິນກິນໃນທຳ ເກີດຄວາມໂລບມາກໂລພາ ບຽດບຽນເຊິ່ງກັນ ແລະ ກັນ ກໍ່ຄວາມເດືອດຮ້ອນແກ່ສັງຄົມ, ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ, ບໍ່ຮັກສາ ແລະ ຖະໜອມຊັບໃນດິນສິນໃນນ້ຳທີ່ພະຍາແຖນປະທານໃຫ້ ດ້ວຍເຫດນີ້ມວນມະນຸດຈຶ່ງແຕ່ງໃຫ້ປູເຍີ-ຍ່າເຍີ ຂຶ້ນໄປເມືອງແຖນ ເພື່ອຂໍຮ້ອງໃຫ້ພະຍາແຖນຊ່ວຍຍຸດຕິໄພທຳມະຊາດທີ່ເກີດຂຶ້ນ.

ນິທານພະຍາແຖນກ່າວວ່າ ແຕ່ເດີມນັ້ນມີເຄືອເຂົາກາດເຊື່ອມຕໍ່ລະຫວ່າງເມືອງແຖນ ແລະ ເມືອງຄົນ, ເວລາປູ່ເຍີ-ຍ່າເຍີຂຶ້ນໄປເມືອງແຖນກໍ່ໄດ້ໄຕ່ເຄືອເຂົາກາດຂຶ້ນໄປ ດັ່ງໃນກາລະຄັ້ງໜຶ່ງໄດ້ເກີດໄພແຫ້ງແລ້ງຫຼາຍປີ ຄົນບໍ່ໄດ້ເຮັດໄຮ່ເຮັດນາ ຕ້ອງຫາກິນໝາກໄມ້ ແລະ ຫົວເຜືອກຫົວມັນຕາມດົງຕາມປ່າ, ພັນເຂົ້າທີ່ເກັບຮັກສາໄວ້ກໍ່ໝົດສິ້ນໄປ, ພວກມະນຸດທັງຫຼາຍຈຶ່ງແຕ່ງໃຫ້ປູ່ເຍີ-ຍ່າເຍີຂຶ້ນໄປຂໍ້ຄວາມຊ່ວຍເຫຼືອຈາກພະຍາແຖນອີກ ຂໍຮ້ອງໃຫ້ພະຍາແຖນແຕ່ງຟ້າແຕ່ງຝົນໃຫ້ຕົກລົງມາສູ່ໂລກມະນຸດ ຕາມສະດູການເປັນປະຈຳທຸກປີ ເພື່ອໃຫ້ໄດ້ເຮັດໄຮ່ເຮັດນາ ມີເຂົ້າປາອາຫານໄວ້ກິນ ບໍ່ໃຫ້ອົດໃຫ້ຢາກອີກ, ໂດຍການວິງວອນຂໍຂອງມະນຸດ ພະຍາແຖນຈຶ່ງໄດ້ປະທານພັນເຂົ້າປູກມາໃຫ້ ແລະ ໄດ້ແຕ່ງຟ້າແຕ່ງຝົນໃຫ້ຕົກລົງມາສູ່ໂລກມະນຸດຕາມລະດູການທຸກປີ.

ຕໍ່ຈາກນັ້ນ ພວກມະນຸດທັງຫຼາຍກໍ່ໄດ້ເອົາພັນເຂົ້າປູກແຈກຢາຍກັນໄປເຮັດໄຮ່ເຮັດນາ ມີເຂົ້າປາອາຫານສົມບູນດັ່ງເດີມ ແຕ່ຄຽງຄູ່ກັນນັ້ນກໍ່ມີຄົນຊົ່ວຊ້າສາມານຈຳນວນໜຶ່ງ ທີ່ມີນິໄສດື້ດ້ານມັກງ່າຍ ເມື່ອໄດ້ພັນເຂົ້າປູກມາແລ້ວກໍ່ເອົາໄປໜຶ້ງກິນຫຸງກິນຈົນໝົດ ບໍ່ໄດ້ເອົາໄປປູກໄປຝັງຄືກັບຄົນອື່ນ ເມື່ອກິນພັນເຂົ້າປູກໝົດແລ້ວ ກໍ່ພາກັນໄປຂໍຄວາມຊ່ວຍເຫຼືອຈາກພະຍາແຖນອີກ, ພະຍາແຖນໄດ້ຮ້າຍດ່າສັງສອນ ພ້ອມຕຳໜິວິຈານໂທດກຳທີ່ພວກນັ້ນໄດ້ປະພຶດປະຕິບັດຜ່ານມາ ແລ້ວປະທານພັນເຂົ້າປູກໃຫ້ມາເປັນຄັ້ງສຸດທ້າຍ ພ້ອມທັງບອກວ່າບໍ່ໃຫ້ມາຮົບກວນອີກ ເມື່ອມະນຸດພວກນີ້ລົງມາຈາກເມືອງແຖນແລ້ວ ພະຍາແຖນກໍ່ໄດ້ສັ່ງໃຫ້ຕັດເຄືອເຂົາກາດຖິ້ມ ແຕ່ນັ້ນມາກໍ່ບໍ່ມີເຄືອເຂົາກາດເຊື່ອມຕໍ່ລະຫວ່າງເມືອງຄົນ ແລະ ເມືອງແຖນອີກ ພວກຄົນທັງຫຼາຍບໍ່ສາມາດຂຶ້ນໄປເມືອງແຖນໄດ້.

ເມື່ອພວກຄົນຕ້ອງການຂໍຄວາມຊ່ວຍເຫຼືອຈາກພະຍາແຖນ ຈຶ່ງໄດ້ທຳການປະກອບພິທີໄຫວ້ວອນຢູ່ເມືອງລຸ່ມ ແລະ ເຊື່ອວ່າພະຍາແຖນສາມາດໄດ້ຍິນ ໄດ້ເຫັນການໄຫວ້ວອນຂອງພວກຕົນ ດ້ວຍເຫດນີ້ຈຶ່ງໄດ້ມີຮີດຄອງປະເພນີ, ການປະກອບພິທີກຳຕ່າງໆ ກ່ຽວກັບການໄຫວ້ວອນພະຍາແຖນຂອງຄົນລາວໃນທ້ອງຖິ່ນຕ່າງໆ, ໃນຮູບລັກສະນະຕ່າງໆທີ່ມີບາງຢ່າງຄືກັນ ບາງຢ່າງແຕກຕ່າງກັນ ແຕ່ມີເປົ້າໝາຍດຽວກັນ ຄືການໄຫວ້ວອນພະຍາແຖນ ເພື່ອຂໍຄວາມຊ່ວຍເຫຼືອຈາກພະຍາແຖນໃຫ້ມາຊ່ວຍເຫຼືອພວກຕົນ ຕາມຈຸດປະສົງຂອງຜູ້ປະກອບພິທີໄຫ້ວວອນນັ້ນເຊັ່ນ: ການລຳ, ການເຊີ້ງຜີຟ້າເພື່ອປິ່ນປົວຄົນເຈັບໃນອະດີດ, ການຈູດບັ້ງໄຟບູຊາພະຍາແຖນ, ການຕີຄ້ອງບັ້ງເພື່ອຂໍຝົນ ເປັນຕົ້ນ.

ອີງຕາມນິທານພະຍາແຖນທີ່ກ່າວມາໂດຍຫຍໍ້ນັ້ນ ສະແດງໃຫ້ເຫັນວ່າບັນພະບຸລຸດຂອງຊົນຊາດລາວເປັນຊົນເຜົ່າເກົ່າແກ່ ມີລັດທິຄວາມເຊື່ອຖືດັ່ງເດີມຂອງຕົນກ່ຽວກັບເມືອງແຖນ, ເມືອງຄົນ ເຊິ່ງເປັນຜົນມາຈາກວິວັດທະນາການທາງດ້ານຈິນຕະນາການຄວາມນຶກຄິດ ອັນເກີດຈາກປະສົບການທາງທຳມະຊາດທີ່ຢູ່ແວດລ້ອມຕົນ ຈາກຈິນຕະນາການໄດ້ວິວັດທະນາໄປສູ່ລັດທິຄວາມເຊື່ອຖື ແລະ ກາຍເປັນຮີດຄອງປະເພນີທີ່ໄດ້ປະຕິບັດຕໍ່ກັນມາເປັນເວລາຍາວນານ ຈົນກາຍເປັນວັດທະນະທຳ (Culture) ແລະ ອາລິຍະທຳ (Civilzation) ຂອງຊົນຊາດລາວໃນປັດຈຸບັນ ມີຫຼັກຖານຫຼາຍຢ່າງທີ່ເປັນຮ່ອງຮອຍຂອງຄວາມເຊື່ອຖືແຖນ ຂອງບັນພະບຸລຸດຊົນຊາດລາວ ທັງທີ່ເປັນຮູບປະທຳ ແລະ ນາມມະທຳ ຫິນປະດິດສ້າງທີ່ສະຫຼັກເປັນຮູບດາວ ແລະ ຮູບສັດຕ່າງໆ ທີ່ໄດ້ພົບເຫັນຢູ່ຫຼວງຫຼາຍຕາມສາຍພູເຂົ້າລີບ, ສາຍພູສາມສຸມ, ສາຍພູປາກເກີ ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງສາຍພູເລີຍນັ້ນ ເປັນຮ່ອງຮອຍຂອງຄົນບູຮານຍຸກກ່ອນປະຫວັດສາດ ທີ່ມີຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທຳ, ອາລິຍະທຳຫຼາຍສົມຄວນ ເຫັນວ່າກຸ່ມຄົນທີ່ອາໄສຢູ່ຕາມສາຍພູເຫຼົ່ານັ້ນ ເປັນກຸ່ມຊົນເຜົ່າດຽວກັບກຸ່ມຄົນທີ່ອາໄສຢູ່ສາຍພູເລີຍ ເຊິ່ງໄດ້ຕັ້ງຖິ່ນຖານທຳມາຫາກິນຢູ່ເຂດນັ້ນມາຍາວນານເຖິງ 4 ໝື່ນປີແລ້ວ ແລະ ກຸ່ມຄົນເຫຼົ່ານັ້ນກໍ່ເປັນບັນພະບຸລຸດຂອງຊົນຊາດລາວ, ໜັງສືປະຫວັດສາດລາວ ທີ່ຈັດພິມໂດຍກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປີ 2000 ໄດ້ກ່າວໄວ້ດັ່ງນີ້:

“ສາຍພູເລີຍເປັນຕົ້ນກຳເນີດຂອງແມ່ນ້ຳຄານ, ແມ່ນ້ຳແຊງ ໃນແຂວງຫຼວງພະບາງ ແລະ ຕົ້ນກຳເນີດຂອງແມ່ນ້ຳແອດ ໃນແຂວງຫົວພັນ ແມ່ນ້ຳແອດນີ້ໄຫຼຈາກພູເລີຍລົງສູ່ນ້ຳມ້າ ເໜືອເມືອງຊຽງຄໍ້ ແຂວງຫົວພັນ ສາຍພູເລີຍນີ້ເປັນແຫຼ່ງທີ່ຄົນລາວໃນສະໄໝດຶກດຳບັນອາໄສຢູ່ມາແລ້ວເຖິງ 40,000 ປີ” (ປະຫວັດສາດລາວ “ດຶກດຳບັນ-ປັດຈຸບັນ” ຈັດພິມໂດຍກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ, 2000: 11-12.)

ຈາກຫຼັກຖານຕ່າງໆ ທີ່ກ່າວມານີ້ເປັນການຢືນຢັນໃຫ້ເຫັນວ່າ ບູຮານວັດຖຸຫີນດາວ ຮູບລັກສະນະຕ່າງໆ ຕາມສາຍພູເຂົ້າລີບ, ສາຍພູສາມສຸມ, ສາຍພູປາກເກີນັ້ນ ເປັນຮ່ອງຮອຍຂອງຄົນລາວບູຮານທີ່ໄດ້ປະດິດສ້າງໄວ້ ແລະ ສອດຄ່ອງກັບນິທານພະຍາແຖນທີ່ໄດ້ກ່າວມາແລ້ວ ນອກຈາກຫິນດາວ ຍັງມີຫຼັກຖານອື່ນໆອີກທີ່ມີຕົ້ນເຄົ້າວັດທະນະທຳດຽວກັນ ແລະ ຮ່ວມສະໄໝດຽວກັນ.

ຄົນລາວບູຮານໄດ້ໃຊ້ດາວເປັນເຄື່ອງໝາຍປະຈຳເຜົ່າຂອງຕົນອັນເນື່ອງມາຈາກຄວາມເຊື່ອຖືແຖນ ແລະ ໃຊ້ດາວເປັນສັນຍາລັກຂອງເມືອງແຖນ ດ້ວຍເຫດນີ້ຄົນລາວຈຶ່ງຮຽກຕົນເອງວ່າຄົນ “ດາວ” ແລະ ຊົນເຜົ່າອື່ນໆກໍ່ໄດ້ຮຽກຄົນລາວຕາມຊື່ນີ້ຄືກັນ ຄົນລາວທີ່ເຄື່ອນຍ້າຍໄປຕັ້ງຖິ່ນຖານຢູ່ທາງທິດເໜືອໂດຍສະເພາະໃນເຂດທີ່ເປັນມົນທົນຢູນານ, ເຂດປົກຄອງຕົນເອງຊົນຊາດຈວງ-ກວາງຊີ ຂະນະນີ້ໄດ້ອອກສຽງອັກສອນ “ດ” ເປັນ “ລ” ດັ່ງນັ້ນຄຳວ່າ “ດາວ” ໄດ້ອອກສຽງເປັນ “ລາວ” ໂດຍທີ່ຄົນຈີນຢູ່ໃກ້ກັບຄົນລາວທາງຝ່າຍເໜືອຈຶ່ງໄດ້ຮຽກຄົນດາວວ່າ “ຄົນລາວ” ຕາມສຳນຽງສຽງເວົ້າຂອງຄົນລາວທາງເໜືອ ເນື່ອງຈາກຊົນຊາດຈີນເປັນຊາດໃຫຍ່ ແລະ ເກົ່າແກ່ ບໍ່ເຄີຍເສຍເອກະຊາດໃຫ້ແກ່ຊາດອື່ນໃດ ໄດ້ມີການບັນທຶກທາງປະຫວັດສາດບູຮານຕໍ່ເນື່ອງກັນມາຫຼາຍພັນປີ ໜັງສືພົງສາວະດານບູຮານຂອງຈີນກໍ່ໄດ້ບັນທຶກກ່ຽວກັບຄົນລາວ, ອານາຈັກອ້າຍລາວ, ຄົນອ້າຍລາວ, ໄວ້ຫຼາຍເລື່ອງ ເຊິ່ງເປັນການຢືນຢັນວ່າຊົນຊາດລາວເປັນຊາດທີ່ເກົ່າແກ່ຄຽງຄູ່ກັນມາກັບຊົນຊາດຈີນ ຊົນຊາດຈີນໄດ້ຮຽກຊົນຊາດດາວ ຫຼື ລາວວ່າ “ລາວ” ຕະຫຼອດມາ ຈາກນັ້ນຄຳວ່າ “ດາວ” ຈຶ່ງໄດ້ພ້ຽນສຽງມາເປັນ “ລາວ” ເຊິ່ງກໍ່ໝາຍເຖິງຊົນຊາດຊົນເຜົ່າທີ່ໃຊ້ດາວເປັນເຄື່ອງໝາຍປະຈຳເຜົ່າຂອງຕົນ ແລະ ຄຳວ່າ ດາວ ຫຼື ລາວ ນີ້ໄດ້ກາຍມາເປັນຊື່ຂອງຊົນຊາດລາວມາຈົນເຖິງປັດຈຸບັນນີ້.

ເອກະສານອ້າງອີງ:
1. ນິທານພະຍາແຖນ, ໂດຍ ບຸນມີ ເທບສີເມືອງ.
2. ປະຫວັດສາດລາວ, ກະຊວງຖະແຫຼວຂ່າວ ແລະ ວັດທະນະທຳ ໂຮງພິມລັດ, ນະຄອນຫຼວງວຽງຈັນ 2000.
3. ພື້ນຂຸນບູລົມລາຊາທິລາດ, ສະບັບບູຮານແທ້, ກົມວັນນະຄະດີ, ນະຄອນຫຼວງວຽງຈັນ 1967.
4. ປະຫວັດສາດລາວສະໄໝບູຮານ, ສຸລັງ ເດຊະວົງ, ນະຄອນຫຼວງປາຣີສ 2003.
5. ພະລັງລາວ “ຊາວອີສານ” ມາຈາກໃສ?, ສຸຈິດ ວົງເທດ, ພາສາໄທ, ສຳນັກພິມມະຕິຊົນ, ບາງກອກ ພ.ສ 2549.
6. ບັນດາຊົນເຜົ່າໃນ ສປປ.ລາວ, ກົມຊົນເຜົ່າ, ສູນກາງແນວລາວສ້າງຊາດ, ໂຮງພິມມັນທາຕຸລາດ, ນະຄອນຫຼວງວຽງຈັນ,