ບົດກ່າວປາໄສຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 23 ທີ່ປະເທດຍີ່ປຸ່ນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ຂຶ້ນກ່າວປາໄສໃນກອງປະຊຸມສາກົນວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 23 ໃນຫົວຂໍ້ “ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ, ອາຊີຈະກ້າວເດີນໄປແນວໃດ” ເມື່ອວັນທີ 5 ມິຖຸນາ 2017 ທີ່ຜ່ານມາ ເວລາ 13:30-14:10 ໂມງ, ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ດັ່ງນີ້:

ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ຖືກເຊື້ອເຊີນເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີອີກເທື່ອໜຶ່ງ, ເຊິ່ງຂ້າພະເຈົ້າກໍ່ໄດ້ຮັບການເຊີນເຂົ້າຮ່ວມໃນຄັ້ງທີ 19 ເມື່ອປີ 2013 ໃນເວລາດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດມາແລ້ວ. ການຈັດຂຶ້ນໂດຍສຳນັກໜັງສືພິມນິກເກ ຄັ້ງທີ 23 ນີ້,​ພາຍໃຕ້ຫົວຂໍ້ “ໄລຍະຂ້າມຜ່ານຂອງຍຸກໂລກາພິວັດ-ອາຊີຈະກ້າວເດີນໄປແນວໃດ” ເປັນຫົວຂໍ້ທີ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນເປັນຢ່າງຍິ່ງ, ຂໍຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນມານະໂອກາດນີ້ດ້ວຍ.

ປັດຈຸບັນ, ພວກເຮົາກ້າວເຂົ້າສູ່ໄລຍະສຳຄັນຂອງຍຸກສະໄໝໂລກາພິວັດ, ເຊິ່ງເປັນຍຸກສະໄໝທີ່ພວກເຮົາຮັບຮູ້ນຳກັນວ່າ ເປັນໄລຍະຂ້າມຜ່ານທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍ. ຄວາມເຂົ້າໃຈອັນເປັນພື້ນຖານຂອງຍຸກໂລກາພິວັດ ແມ່ນການເປີດກວ້າງການຮ່ວມມືດ້ານການຄ້າ,​ ການລົງທຶນລະຫວ່າງປະເທດ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການພົວພັນ ແລະ ຂະຫຍາຍການຮ່ວມມືນຳກັນ ເພື່ອນຳເອົາຜົນປະໂຫຍດມາສູ່ບັນດາປະຊາຊາດ. ນັກຄົ້ນຄວ້າວິທະຍາສາດສັງຄົມຈາກຫຼາຍສະຖາບັນຕ່າງກໍ່ໄດ້ວິໄຈກ່ຽວກັນຕົ້ນກຳເນີດ ແລະ ວິວັດທະນາການຂອງຍຸກສະໄໝໂລກາພິວັດ ແຕ່ກໍ່ຍັງສັນນິຖານທີ່ແຕກຕ່າງກັນຢູ່. ບາງທິດສະດີກໍ່ໄດ້ຢັ້ງຢືນວ່າ ຍຸກໂລກາພິວັດເກີດຂຶ້ນຕັ້ງແຕ່ໄລຍະໂຄລົມບັສ ໄປເຖິງ ອາເມລິກາໃນປີ 1492, ບາງທິດສະດີກໍ່ອ້າງວ່າໂລກາພິວັດເກີດຂຶ້ນກ່ອນນັ້ນ ອີກເປັນພັນໆປີກວ່າແລ້ວ. ບາງທິດສະດີຊ້ຳພັດວ່າໂລກາພິວັດເກີດຂຶ້ນພາຍຫຼັງສົງຄາມໂລກ ຄັ້ງທີ II ແລະ ອື່ນໆອີກ. ແຕ່ຖ້າຄົ້ນຄືນປະຫວັດສາດກ່ຽວກັບເສັ້ນທາງສາຍໄໝຂອງຈີນ ທີ່ເກີດຂຶ້ນກ່ອນນີ້ເປັນ 1000 ປີ, ການເປີດປະເທດຂອງຍີ່ປຸ່ນໃນສະໄໝເມຈິ… ກໍ່ລ້ວນແຕ່ເປັນກໍລະນີສຶກສາທີ່ສຳຄັນໄດ້ໃນປະຫວັດຄວາມເປັນມາຂອງໂລກາພິວັດເໜືອກັນ. ແຕ່ສິ່ງທີ່ແນ່ນອນ ແລະ ສິ່ງທີ່ພວກເຮົາສຳຜັດໄດ້ນັ້ນໄດ້ແກ່: ໂລກາພິວັດ ເປັນກາລະໂອກາດ ແລະ ເງື່ອນໄຂຫຼາຍຢ່າງ ທີ່ສາມາດເຮັດໃຫ້ໂລກເຮົາ ເຊື່ອມໂຍງເຂົ້າກັນ ແລະ ແບ່ງວຽກງານກັນ ແລະ ແບ່ງຜົນປະໂຫຍດໃຫ້ແກ່ກັນ ແລະ ກັນ… ສາມາດເປັນວິວັດທະນາການແຫ່ງການຊ່ວຍເຫຼືອເກື້ອກູນກັນ, ເຮັດໃຫ້ໂລກນີ້ແຄບເຂົ້າ, ສື່ສານໄດ້ໃນທຸກລະດັບ ແລະ ທຸກເວລານາທີ.

ຕະຫຼອດໄລຍະກວ່າຫຼາຍທົດສະວັດທີ່ຜ່ານມານີ້, ໂລກາພິວັດໄດ້ສ້າງເງື່ອນໄຂ ແລະ ກາລະໂອກາດຫຼາຍຢ່າງໃຫ້ແກ່ການພັດທະນາ ແລະ ການຮ່ວມມືໃນໂລກ. ນັບແຕ່ປີ 1950 ເປັນຕົ້ນມາ, ບໍລິມາດການຄ້າຂອງໂລກໄດ້ເພີ່ມຂຶ້ນ 20 ເທົ່າ, ການໝູນວຽນຂອງການລົງທຶນຕ່າງປະເທດໄດ້ເພີ່ມຂຶ້ນຫຼາຍເທົ່າຕົວ.

ສະເພາະຢູ່ອາຊີ, ຂະບວນການໂລກາພິວັດ ໄດ້ແຜ່ຂະຫຍາຍໄດ້ຢ່າງໄວວາ, ກວ້າງຂວາງ ແລະ ເລິກເຊິ່ງ. ບັນດາປະເທດໃນອາຊີເປັນຕົ້ນ ຈົນ, ອິນເດຍ ແລະ ບັນດາປະເທດເສດຖະກິດເກີດໃໝ່ອື່ນໆໄດ້ພັດທະນາລະດັບການຂະຫຍາຍຕົວເສດຖະກິດຂອງຕົນ ໃນຈັງຫວະທີ່ໄວ ແລະ ມີສະຖຽນລະພາບ, ສາມາດເຮັດໃຫ້ປະຊາຊົນຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ເປັນຫຼາຍຮ້ອຍລ້ານຄົນ, ເຮັດໃຫ້ເກີດການປ່ຽນແປງທາງດ້ານການກຳນົດນະໂຍບາຍດ້ານຕ່າງໆໃຫ້ກວ້າງອອກໄປ.

ການສ້າງເງື່ອນໄຂໃຫ້ມີການເຊື່ອມຈອດທາງດ້ານຄົມມະນາຄົມລະຫວ່າງປະເທດກັບປະເທດ, ລະຫວ່າງທະວີບກັບທະວີບ, ການນຳໃຊ້ເຕັກໂນໂລຊີໃນການຄ້າຂາຍຂ້າມຊາຍແດນ, ການລົງທຶນ ແລະ ການເຄື່ອນຍ້າຍຢ່າງໃຫຍ່ຫຼວງຂອງການລົງທຶນໄດ້ເກີດຂຶ້ນຢ່າງກວ້າງຂວາງແລ້ວ, ເຊິ່ງນັກສັງເກດການຫຼາຍຄົນເຊື່ອວ່າ ໂລກໄດ້ກ້າວເຂົ້າໄປສູ່ໄລຍະໃໝ່ດ້ານຄຸນນະພາບໃນການພັດທະນາ ແລະ ການປະຕິວັດທາງດ້ານອຸດສາຫະກຳຂອງໂລກຄັ້ງທີ 4 ໄດ້ເກີດຂຶ້ນແລ້ວດ້ວຍ.

ຂ້າພະເຈົ້າສາມາດເວົ້າໄດ້ ຫຼື ບໍ່ທີ່ວ່າ: ກົນໄກການຮ່ວມມືໃນຍຸກໂລກາພິວັດ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ, ແຕ່ມັນຍັງເປັນກົນໄກການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນຂອງພາກພື້ນ ແລະ ຂອງໂລກອີກດ້ວຍ ແລະ ສາມາດຊ່ວຍໃຫ້ມີສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ ແລະ ສາກົນໄດ້ອີກທາງໜຶ່ງ. ອັນນີ້ກໍ່ຍ້ອນວ່າ ໃນຍຸກໂລກາພິວັດ ບັນຫາທີ່ເກີດຂຶ້ນຢູ່ປະເທດໜຶ່ງ ທີ່ສາມາດເປັນຜົນກະທົບຕໍ່ປະເທດອື່ນ, ເກີດຂຶ້ນຢູ່ຂົງເຂດໜຶ່ງ ທີ່ເປັນຜົນກະທົບຕໍ່ພາກພື້ນອື່ນນັ້ນ, ຈະບໍ່ມີປະເທດໃດ, ເຖິງຈະໃຫຍ່ ຫຼື ນ້ອຍ, ຈະຮັ່ງ ຫຼື ທຸກຍາກ ສາມາດແກ້ໄຂບັນຫາໂດຍລຳພັງຜູ້ດຽວໄດ້, ມັນມີຄວາມຈຳເປັນພາວະວິໄສເຖິງການຮ່ວມມືກັນແກ້ໄຂຈຶ່ງຈະສຳເລັດໄດ້.

ເຖິງແມ່ນວ່າໂລກາພິວັດຈະໄດ້ນຳຜົນປະໂຫຍດ ແລະ ສ້າງກາລະໂອກາດໃຫ້ທຸກປະເທດໃນໂລກ ໃນການພັດທະນາ, ຂະຫຍາຍເສດຖະກິດດັ່ງທີ່ກ່າວມາຂ້າງເທິງນັ້ນກໍ່ຕາມ, ແຕ່ພວກເຮົາກໍ່ຄວນຍອມຮັບວ່າ ໂລກາພິວັດ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ພາກພື້ນ ແລະ ສາກົນຈະຕ້ອງໄດ້ພ້ອມກັນຜ່ານຜ່າເຊັ່ນ: ຄວາມແຕກໂຕນກັນທາງດ້ານການພັດທະນາ, ຈະນຳມາເຊິ່ງຄວາມແຕກຕ່າງກັນທາງດ້ານການຮັບເອົາ ແລະ ເຂົ້າເຖິງຂະບວນການໂລກາພິວັດຂອງແຕ່ລະປະເທດ ແລະ ແຕ່ລະກໍລະນີຢ່າງຫຼີກບໍ່ໄດ້, ປະເທດໃດມີຄວາມສາມາດຫຼາຍກວ່າ ກໍ່ຈະໄດ້ປຽບ. ສະນັ້ນ, ຈຶ່ງເປັນສາເຫດຕົ້ນຕໍ່ທີ່ເຮັດໃຫ້ຄວາມຂັດແຍ່ງເກີດຂຶ້ນໄດ້ໃນທຸກເວລາ.

ໄລຍະສາມທົດສະວັດທີ່ຜ່ານມາ,​ ຫຼາຍປະເທດໃນໂລກໄດ້ນຳໃຊ້ກາລະໂອກາດຂອງໂລກາພິວັດ ພັດທະນາຕົນເອງຈາກປະເທດທີ່ມີລາຍໄດ້ຕ່ຳ ມາເປັນປະເທດທີ່ມີລາຍໄດ້ສູງ ຫຼື ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ແຕ່ໃນເວລາດຽວກັນນີ້ຫຼາຍປະເທດຊ້ຳພັດປະເຊີນກັບການຂາດດຸນການຄ້າຢ່າງໜັກໜ່ວງ ແລະ ຫຼາຍປະເທດກໍ່ມີໜີ້ສິນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຂະບວນການໂລກາພິວັດຍັງມີປາກົດການທີ່ມີຄວາມບໍ່ດຸ່ນດ່ຽງຂອງການແບ່ງປັນຄວາມຈະເລີນ ການພັດທະນາໃນແຕ່ລະພາກພື້ນ. ບົນພື້ນຖານເງື່ອນໄຂດັ່ງກ່າວ, ຈຶ່ງມີບາງປະເທດ ແລະ ບາງກຸ່ມຄົນເປັນຜູ້ໄດ້ຮັບໄຊຊະນະ ແລະ ພວກອື່ນເປັນຜູ້ສູນເສຍ. ຢູ່ປະເທດພັດທະນາແລ້ວ, ຜົນປະໂຫຍດຂອງຄົນຈຳນວນຫຼວງຫຼາຍລວມທັງຜູ້ອອກແຮງງານ ແລະ ປະຊາຊົນລະດັບຮາກຫຍ້າພັດບໍ່ສາມາດເຂົ້າເຖິງການມີວຽກເຮັດງານທຳ ແລະ ການເຂົ້າເຖິງເຕັກໂນໂລຊີໃໝ່, ເຂົ້າເຖິງທຶນຢ່າງສະໝ່ຳສະເໝີ ແລະ ໝັ້ນທ່ຽວໄດ້ເປັນຕົ້ນ. ບາງທີ່ກໍ່ຍ້ອນຍັງເປັນໄລຍະຂ້າມຜ່ານນັ້ນກໍ່ເປັນໄດ້.

ເຖິງເວລານີ້, ເປັນໄລຍະຂ້າມຜ່ານຂອງຂະບວນການໂລກາພິວັດ ເຖິງວ່າມີຜົນທາງບວກອອກມາເປັນຈຳນວນຫຼວງຫຼາຍ ແລະ ສຳຄັນໃນການພົວພັນສາກົນຢູ່ກໍ່ຕາມ, ແຕ່ປາກົດການຕ້ານຂະບວນໂລກາພິວັດກໍ່ເກີດຂຶ້ນແລ້ວ, ຄວາມບໍ່ໝັ້ນທ່ຽງ ຫຼື ການທົດຖອຍທາງດ້ານເສດຖະກິດຂອງໂລກປະກອບເຂົ້າກັບຂໍ້ຂັດແຍ່ງທາງດ້ານເຊື້ອຊາດ, ເຜົ່າພັນ, ສາສະໜາ, ວັດທະນະທຳ ແລະ ການເຄື່ອນຍ້າຍຂອງປະຊາກອນໃນຊຸມປີຫຼັງນີ້ ໄດ້ເກີດໃຫ້ມີກະແສແຫ່ງຄວາມບໍ່ໝັ້ນໃຈຕໍ່ກັບຂະບວນວິວັດຂອງໂລກາພິວັດ: ການປະທ້ວງຕ້ານການເປີດເຂດການຄ້າເສລີ, ບັນຫາສິ່ງແວດລ້ອມ ແລະ ອື່ນໆ. ສິ່ງດັ່ງກ່າວນີ້, ໄດ້ກາຍເປັນໜໍ່ແໜງທີ່ນຳໄປສູ່ແນວຄິດທິດສະດີ “ປົກປ້ອງຕົນເອງ” ບໍ່ວ່າດ້ານການຄ້າ ຫຼື ການລົງທຶນ. ໜໍ່ແໜງແນວຄວາມຄິດດັ່ງກ່າວນີ້ໄດ້ປາກົດຕົວຢ່າງຊັດເຈນຂຶ້ນ ແລະ ນຳໄປສູ່ຂະບວນການຊາດນິຍົມສຸດໂຕ່ງ, ລັດທິປົກປ້ອງຕົນເອງ, ບັນດາຮູບການປິດຕະຫຼາດ ຫຼື ໃຊ້ມາດຕະການເພື່ອໃຊ້ກຳແພງພາສີ, ສະກັດກັ້ນການໄຫຼວຽນຂອງສິນຄ້າ ແລະ ທຶນ, ອື່ນໆ… ອັນນີ້ໄດ້ສ້າງຄວາມເປັນຫ່ວງຢ່າງກວ້າງຂວາງໃຫ້ແກ່ປະຊາຄົມໂລກ ທັງກາຍເປັນໂຈດວ່າ ໃນຂະບວນການໂລກາພິວັດຈະເດີນໜ້າຕໍ່ໄປແນວໃດ ແລະ ຈະຜ່ານບັນດາອຸປະສັກນັ້ນໄດ້ ຫຼື ບໍ່.

ສຳລັບພາກພື້ນອາຊີ, ກໍ່ເປັນພາກພື້ນທີ່ມີການຂະຫຍາຍຕົວຢ່າງໄວວາ ແລະ ມີຄວາມຫຼາກຫຼາຍ, ເຖິງມີຄວາມແຕກໂຕນກັນໃນລະດັບການພັດທະນາກໍ່ຕາມ, ແຕ່ມີຫຼາຍປະເທດທີ່ໄດ້ຮັບຜົນສຳເລັດໃນການພັດທະນາຢ່າງມະຫັດສະຈັນ, ຈົນມີຄົນຂະໜານນາມໃຫ້: ສະຕະວັດທີ 21 ຈະເປັນສະຕະວັດຂອງອາຊີ. ແຕ່ກໍ່ຍັງມີຫຼາຍປະເທດຢູ່ໃນສະພາບດ້ອຍພັດທະນາ, ເຮັດໃຫ້ຊ່ອງຫວ່າງລະຫວ່າງຂົ້ວທຸກ ແລະ ຂົ້ວຮັ່ງຢູ່ລະຫວ່າງປະເທດຍິ່ງເພີ່ມຂຶ້ນ, ນີ້ຄືອຸປະສັກ ແລະ ສິ່ງທ້າທາຍໃນການພັດທະນາຂອງອາຊີພວກເຮົາ.

ອີກດ້ານໜຶ່ງ, ການເຕີບໃຫຍ່ທາງດ້ານເສດຖະກິດຂອງບັນດາປະເທດອາຊີ ສ່ວນຫຼາຍແມ່ນອີງໃສ່ການສົ່ງອອກໄປຕະຫຼາດນອກທະວີບ. ໃນສະພາບທີ່ເສດຖະກິດໂລກບໍ່ມີສະຖຽນລະພາບ, ເວລາໃດກຳລັງຊື້ຂອງຕະຫຼາດເອີຣົບ ແລະ ອາເມຣິກາມີຄວາມຜັນຜວນນັ້ນ, ການຫັນມາກະຕຸ້ນຄວາມຕ້ອງການພາຍໃນປະເທດ ຫຼື ພາຍໃນອາຊີເອງ ເພື່ອເປີດກວ້າງຕະຫຼາດ ຍັງມີລາຍອຸປະສັກ ລວມທັງການຫັນປ່ຽນຮູບແບບໂຄງສ້າງການຜະລິດ, ການໄຫຼວຽນຂອງທຶນ, ການແບ່ງງານ ແລະ ການເຄື່ອນຍ້າຍຂອງແຮງງານເປັນຕົ້ນ. ພ້ອມດຽວກັນນີ້, ສິ່ງທ້າທາຍດ້ານຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນຍັງເປັນອຸປະສັກໃຫ້ແກ່ການປົກປັກຮັກສາສັນຕິພາບ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງໃຫ້ແກ່ການພັດທະນາ ແລະ ການແກ້ໄຂຄວາມທຸກຍາກຢູ່ໃນໂລກລວມທັງການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ຕໍ່ໜ້າສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສັບສົນເຕັມໄປດ້ວຍສິ່ງທ້າທາຍດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມນີ້, ອາຊີໄດ້ມີມາດຕະການ ແລະ ກົນໄກລະດັບພາກພື້ນ ແລະ ອະນຸພາກພື້ນຫຼາຍຮູບແບບ, ຂ້າພະເຈົ້າຂໍຍົກຕົວຢ່າງ: ການສ້າງປະຊາຄົມເສດຖະກິດອາຊຽນ​ (AEC), ເວທີປຶກສາຫາລືພາກພື້ນອາຊີ (ARF), ອາຊຽນ +1, ອາຊຽນ + 3, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ (ADMM+), ກອງປະຊຸມສຸດຍອດອາຊີຕາເອັນອອກ (EAS), ບັນດາຂອບການຮ່ວມມືໃນພາກພື້ນແມ່ນ້ຳຂອງກັບປະເທດນອກພາກພື້ນ ແລະ ອື່ນໆ, ເຊິ່ງບັນດາກົນໄກເຫຼົ່ານີ້ ໄດ້ກາຍເປັນພື້ນຖານອັນສຳຄັນກໍ່ຄືເປັນເວທີປຶກສາຫາລືໃນດ້ານຕ່າງໆ ເພື່ອຊອກຊ່ອງທາງໃນການແກ້ໄຂຂໍ້ຂັດແຍ່ງດ້ານການເມືອງ ແລະ ເສດຖະກິດດ້ວຍສັນຕິວິທີ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ທັງໃນຫຼັກການທີ່ມີຄວາມສະບາຍໃຈໃຫ້ແກ່ທຸກຝ່າຍ ອັນທີ່ເຄີຍເອີ້ນກັນວ່າ “ວິຖີທາງຂອງອາຊຽນ” (ASEAN Ways).

ໃນປີ 2016 ທີ່ຜ່ານມາ, ໃນຖານະເປັນປະທານອາຊຽນ, ສປປ.ລາວ ມີຄວາມພະຍາຍາມເຮັດໃຫ້ບັນດາກົນໄກຂອງອາຊຽນໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຮອງເອົາເອກະສານສຸດທ້າຍຕ່າງໆ ເພື່ອແນ່ໃສ່ເຮັດໃຫ້ ASEAN ສືບຕໍ່ເປັນປະຊາຄົມໜຶ່ງດຽວ, ມີຄວາມເຂັ້ມແຂງ ເພື່ອເປັນສ່ວນໜຶ່ງຂອງຍຸກແຫ່ງການເຊື່ອມໂຍງຂອງໂລກ. ອາຊຽນຈະສືບຕໍ່ເປັນກຳລັງຂັບເຄື່ອນໃນບັນດາກົນໄກຮ່ວມມືພາຍນອກທີ່ອາຊຽນເປັນຜູ້ລິເລີ່ມ. ຂໍຮຽກຮ້ອງໃຫ້ວົງຄະນາຍາດສາກົນສືບຕໍ່ສະໜັບສະໜູນອາຊຽນຕໍ່ໄປ.

ພ້ອມດຽວກັນນັ້ນ, ໃນໄລຍະຂ້າມຜ່ານໄປສູ່ການເປັນໂລກາພິວັດທີ່ແທ້ຈິງນັ້ນ, ໂລກຂອງພວກເຮົາໄດ້ມີຫຼາຍອົງການຈັດຕັ້ງ, ກົນໄກຮ່ວມມືສາກົນຕ່າງໆທີ່ວົງຄະນາຍາດສາກົນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ດຳເນີນການຢ່າງຕັ້ງໜ້າໃນການຊອກຫາຊ່ອງທາງອັນເໝາະສົມໃນການປະສານງານ, ການຮ່ວມມື ແລະ ການເຊື່ອມຕໍ່ກັນ ທັງລວມຕົວກັນ, ທັງມີການແຂ່ງຂັນກັນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ຢູ່ໃນທຸກທະວີບໃນໂລກຕົວຢ່າງເຊັ່ນ: ຂອບການຮ່ວມມືອາຊີ-ເອີຣົບ (ASEM), ເຊິ່ງປີ 2012 ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ ແລະ ໄດ້ວາງຄຳຂວັນອອກ “ເພື່ອນມິດ ເພື່ອສັນຕິພາບ ຄູ່ຮ່ວມມືເພື່ອການພັດທະນາ” ນັ້ນເຮັດໃຫ້ການສົນທະນາປິ້ນອ້ອມຄຳຂວັນດັ່ງກ່າວໄດ້ເປັນຢ່າງດີ, ເວທີປຶກສາຫາລືອາຊີ (ACD), ເວທີປຶກສາຫາລືອາຊີຕາເວັນອອກ ແລະ ອາເມຣິກາລາຕິນ (FEALAC), ການຮ່ວມມືພາກພື້ນອາຊີໃຕ້ (AARC), ການຮ່ວມມືອາຊີ-ປາຊິຟິກ (APEC), ອົງການຮ່ວມມືຊຽງໄຮ້ (SCO), ສະຫະພາບເສດຖະກິດເອີຣົບ-ອາຊີ ຢູ່ອາຊີກາງ (EURASIA ECO Union), ການຮ່ວມມືເສດຖະກິດຂອງບັນດາລັດອາຟຣິກາເຂດໃຕ້ (SADC), ອົງການຮ່ວມມືເສດຖະກິດຂອງບັນດາລັດອາຟຣິກາຕາເວັນຕົກ (ECOWAS), ເຂດການຄ້າຂອງທະວີບອາເມຣິກາໃຕ້ (MERROSUR), ສັນຍາການຄ້າອາເມຣິກາເໜືອ (NAFTA), ກຸ່ມ G7, ກຸ່ມ G20, ກຸ່ມ BRICS ແລະ ອື່ນໆອີກ ມີຄວາມສຳຄັນຍິ່ງເຖິງການຂັບເຄື່ອນຂະບວນການໂລກາພິວັດ…​ນີ້ເປັນພຽງບາງຕົວຢ່າງຈຳນວນໜຶ່ງ ໃນອົງການຈັດຕັ້ງເປັນຮ້ອຍອົງການຂອງໂລກ.

ຂ້າພະເຈົ້າເຫັນວ່າ ການຮ່ວມມືຢ່າງມີປະສິດທິຜົນບົນພື້ນຖານບັນດາກົນໄກທີ່ຫຼາກຫຼາຍທີ່ກ່າວມາຂ້າງເທິງນີ້ ຈະນຳຜົນປະໂຫຍດໂດຍກົງມາສູ່ພາກພື້ນຂອງພວກເຮົາ. ສັນຕິພາບ ແລະ ຄວາມໝັ້ນຄົງແມ່ນເງື່ອນໄຂ ແລະ ປັດໄຈຕົ້ນຕໍ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແຕ່ໃນເວລາດຽວກັນ, ຖ້າການພັດທະນາເສດຖະກິດ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໄດ້ດີຂຶ້ນ ຈະເປັນການກະທົບທາງບວກຕໍ່ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບທາງສັງຄົມ, ແລະ ຂໍ້ຂັດແຍ່ງກໍ່ຈະຫຼຸດໜ້ອຍຖອຍລົງໄດ້ ສອງເງື່ອນໄຂນີ້ ຈຶ່ງເປັນສິ່ງທີ່ຕັດຂາດອອກຈາກກັນບໍ່ໄດ້, ມັນເປັນສິ່ງທີ່ຊ່ວຍໜູນເຊິ່ງກັນ ແລະ ກັນ. ບົນຈິດໃຈດັ່ງກ່າວ, ພາກພື້ນອາຊີ ຈະຕ້ອງໄດ້ຄຳນຶງເຖິງບັນຫາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວນຖືບັນຫານີ້ເປັນສິ່ງສຳຄັນແຖວໜ້າ, ສ່ວນຕົວຂອງ ຂ້າພະເຈົ້າ ເຫັນວ່າ ໃນຍຸກໂລກາພິວັດ ແລະ ເຊື່ອມໂຍງນີ້ອາຊີພວກເຮົາຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຄື:

1. ອາຊີຕ້ອງເພີ່ມທະວີຄວາມພະຍາຍາມໃນການຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ ດ້ວຍການແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໂດຍສັນຕິວິທີ, ຫຼີກລ້ຽງການໃຊ້ກຳລັງ ຫຼື ການນາບຂູ່ດ້ວຍກຳລັງທຸກຮູບແບບ, ສົງຄາມ ມີແຕ່ຈະນຳຄວາມຫາຍະນະມາສູ່ພາກພື້ນ ແລະ ບັນດາປະເທດຕ່າງໆ. ວິທີທີ່ດີທີ່ສຸດໃນການຮັບປະກັນສະຖຽນລະພາບ ແລະ ສັນຕິພາບ ກໍ່ແມ່ນການສ້າງຄວາມເຊື່ອໝັ້ນ ແລະ ຄວາມເຂົ້າອົກເຂົ້າໃຈໃຫ້ແກ່ກັນ ແລະ ກັນ, ຫຼີກລ້ຽງຄວາມລະແວງສົງໃສກັນ, ໃຊ້ວີທີການອົດທົນ, ອົດກັ້ນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນດ້ວຍການເຈລະຈາຢ່າງສັນຕິວິທີ, ເຄົາລົບຄວາມເປັນເອກະລາດແຫ່ງຊາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ.

2. ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ານການພັດທະນາ, ພະຍາຍາມຮັດແຄບຄວາມແຕກໂຕນກັນຂອງການພັດທະນາຂົງເຂດ, ໃນທຸກປະເທດ ເຫັນຜົນໄດ້ຂອງຂະບວນວິວັດຂອງໂລກາພິວັດ ແລະ ຜົນໄດ້ຂອງການເຊື່ອມໂຍງ, ເຊື່ອມຈອດທີ່ເປັນປະໂຫຍດໃຫ້ແກ່ແຕ່ລະປະເທດ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ດ້ວຍຄວາມກະຕືລືລົ້ນ ແລະ ຄວາມຮັບຜິດຊອບສູງຢ່າງພ້ອມພຽງກັນ ໂດຍບໍ່ຖິ້ມປະຜູ້ໃດ, ປະເທດໃດໄວ້ເບື້ອງຫຼັງ.

3. ອາຊີຂອງພວກເຮົານັ້ນ, ຄວນຫັນເອົາຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍຂອງພວກເຮົາໃຫ້ກາຍເປັນກຳລັງແຮງແຫ່ງກາຍຮ່ວມມື ໃຫ້ແກ່ການພັດທະນາ, ອາຊີສາມາດເປັນປະຊາຄົມ ແຫ່ງການຮຽນຮູ້, ແບ່ງປັນ, ຊ່ວຍເຫຼືອກັນໄດ້ ເພື່ອກ້າວສູ່ການເປັນໂລກາພິວັດ, ເຊື່ອມໂຍງທີ່ມີຜົນສຳເລັດໄດ້ຢ່າງສະຫງ່າງາມ, ບໍ່ຄວນເຫັນຄວາມຫຼາກຫຼາຍເປັນອຸປະສັກສະເໝີໄປ ແຕ່ເອົາຄວາມຫຼາກຫຼາຍ, ຄວາມແຕກຕ່າງ ມາເປັນໂອກາດໃຫ້ແກ່ການສ້າງກຳລັງແຮງສັງລວມໃຫ້ອາຊີ ເພື່ອເຊື່ອມໂຍງກັບໂລກໄດ້ດີຂຶ້ນ ໃນຂະບວນວິວັດຂອງໂລກາພິວັດ.

ສປປ.ລາວ ເປັນປະເທດທີ່ເຄີຍໄດ້ຮັບເຄາະຮ້າຍຈາກສົງຄາມທຳລາຍ ແກ່ຍາວເປັນເວລາຫຼາຍທົດສະວັດ, ຍິ່ງເຫັນຄວາມໂຫດຮ້າຍຂອງສົງຄາມເທົ່າໃດ, ປະຊາຊົນລາວພວກຂ້າພະເຈົ້າ ຍິ່ງເຫັນຄວາມສຳຄັນ ແລະ ຕີລາຄາສູງຕໍ່ສັນຕິພາບເທົ່ານັ້ນ. ຕະຫຼອດ 42 ປີທີ່ປະຊາຊົນລາວມີຊີວິດ ແລະ ທຳມາຫາກິນໃນດິນແດນແຫ່ງປະເທດທີ່ມີສັນຕິພາບ, ມີສະຖຽນລະພາບນັ້ນ, ຮູ້ສຶກດີວ່າສັນຕິພາບເທົ່ານັ້ນ ຈຶ່ງມີເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜົນສຳເລັດໃນ 42 ປີ ທີ່ຜ່ານມາຂອງ ສປປກລາວ ນັ້ນ, ແມ່ນຜົນສຳເລັດຂອງການຮ່ວມແຮງ, ຮ່ວມໃຈຂອງປະຊາຊົນລາວທຸກໆຄົນໃນຊາດ, ແຕ່ບໍ່ສາມາດປາສະຈາກ ແລະ ຕັດແຍກການຮ່ວມມື, ການຊ່ວຍເຫຼືອ, ການສະໜັບສະໜູນຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນໂລກເປັນຕົ້ນແມ່ນ: ຫວຽດນາມ, ຈີນ, ບັນດາປະເທດອາຊຽນ ແລະ ບັນດາເພື່ອນມິດໃນອາຊີ.

ສຳລັບການຮ່ວມມືລາວ-ຍີ່ປຸ່ນ, ສປປ.ລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ຜ່ານການພົວພັນທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ສປປ.ລາວ ມີຄວາມເຊື່ອໝັ້ນວ່າ ການຮ່ວມມືຈະໄດ້ຮັບການເພີ່ມທະວີ ແລະ ຮັດແໜ້ນໄດ້ໃນລວງເລິກ ແລະ ລວງກວ້າງໃນອະນາຄົດ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລ້ຳຄ່າດັ່ງກ່າວນັ້ນ.

ໃນຍຸກໂລກາພິວັດ ແລະ ການເຊື່ອມໂຍງນີ້, ສປປ.ລາວ ຈະຂໍເປັນສ່ວນໜຶ່ງເຖິງຈະເປັນສ່ວນໜຶ່ງ ເຖິງຈະເປັນສ່ວນນ້ອຍໆກໍ່ຕາມ ຂອງຂະບວນການປົກປັກຮັກສາສັນຕິພາບ,​ ເສີມສ້າງມິດຕະພາບ, ເປີດກວ້າງປະເທດອອກສູ່ໂລກພາຍນອກ ແລະ ຍິນດີຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອ, ການລົງທຶນຈາກພາຍນອກ, ຈະຕັ້ງໜ້າປະຕິບັດພັນທະຂອງຕົນໃນການເປັນສະມາຊິກທີ່ດີຂອງອົງການຈັດຕັ້ງສາກົນ ແລະ ພາກພື້ນ. ລັດຖະບານ ສປປ.ລາວ ຈະຈັດຕັ້ງປະຕິບັດວິໄສທັດ 2030 ແລະ ຍຸດທະສາດ 2025 ແລະ ແຜນ 5 ປີ 2020 ໃນການພັດທະນາປະເທດ ແລະ ມີເປົ້າໝາຍພັດທະນາປະເທດຕາມທິດຍືນຍົງ ແລະ ສີຂຽນ. ສປປ.ລາວ ໄດ້ຫັນເອົາ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDC) ຂອງສະຫະປະຊາຊາດເຂົ້າເປັນແຜນງານລະດັບຊາດຂອງຕົນຢ່າງຕັ້ງໜ້າພ້ອມກັນນັ້ນ, ສປປ.ລາວ ກໍ່ໄດ້ຮັບຮອງເອົາເປົ້າໝາຍທີ 18 ຄື: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ ເພີ່ມເຂົ້າເປັນເປົ້າໝາຍການພັດທະນາແບບຍືນຍົງຂອງປະເທດ. ສປປ.ລາວ ຈະສ້າງສະພາບແວດລ້ອມພາຍໃນ ແລະ ສາກົນທີ່ໝັ້ນທ່ຽງ ເພື່ອສຳເລັດເປົ້າໝາຍແຫ່ງການພັດທະນາຂອງຕົນ.

ຂ້າພະເຈົ້າ ຂໍມອງໂລກໃນແງ່ດີ ທີ່ວ່າອາຊີຂອງພວກເຮົາຈະເດີນໜ້າໄປສູ່ອະນາຄົດອັນແຈ່ມໃສ ແລະ ຈະເຫັນສະຕະວັດທີ 21 ນີ້ ເປັນສະຕະວັດຂອງອາຊີທີ່ແທ້ຈິງ, ເພາະອາຊີ ມີຄວາມສາມາດບົ່ມຊ້ອນໃນທຸກໆດ້ານ ທີ່ຈະພາໃຫ້ພວກເຮົາກ້າວໄປຢ່າງບໍ່ຢຸດຢັ້ງ, ອາຊີຈະເປັນສ່ວນສຳຄັນ ເພື່ອຂັບເຄື່ອນຂະບວນວິວັດຂອງໂລກາພິວັດໄດ້.

ໂດຍທົ່ວໄປແລ້ວໃນອະດີດ, ອາຊີຂອງພວກເຮົາເຄີຍໄດ້ຮັບເຄາະຮ້າຍ ຈາກຄວາມຂັດແຍ່ງຢູ່ໃນຂົງເຂດຕ່າງໆຂອງໂລກ, ແຕ່ອາຊີຍັງໄດ້ມີຄວາມສາມາດແກ້ໄຂບັນຫາຂອງອາຊີເອງໄດ້ຕະຫຼອດໄລຍະທີ່ຜ່ານມາ. ເຖິງວ່າມີປະຫວັດຄວາມເປັນມາທີ່ຂື່ນຂົມຫຼາຍຢ່າງ, ແຕ່ດ້ວຍສັດຈະທຳ ທີ່ວ່າຄົນອາຊີ ແມ່ນຄົນຮັກສັນຕິພາບ, ມັກຄວາມສະຫງົບ, ໄຝ່ຫາການພັດທະນາແບບຍືນຍົງ, ຮ່ວມກັນ, ມີນ້ຳໃຈ້ຊ່ວຍເຫຼືອເກື້ອກູນກັນ, ສະແຫວງຫາຄວາມເປັນມິດກັນທຸກປະເທດໃນໂລກ… ນັ້ນ, ອາຊີ ຈະກ້າວໄປຕາມກະແສໂລກາພິວັດ.

ມະນຸດເຮົານັ້ນບໍ່ສາມາດປ່ຽນແປງປະຫວັດສາດທີ່ເປັນມາແລ້ວນັ້ນໄດ້, ແຕ່ຢ່າງໜ້ອຍຖ້າພວກເຮົາ ນຳເອົາຄວາມເຈັບປວດທີ່ເກີດຂຶ້ນໃນອະດີດຂອງປະຫວັດສາດມາເປັນບົດຮຽນ ເພື່ອປັບປຸງປ່ຽນແປງປັດຈຸບັນ ແລະ ປ່ຽນແປງອະນາຄົດໄປໃນທາງທີ່ດີກວ່ານີ້ ຂ້າພະເຈົ້າ ກໍ່ຍັງຖືວ່າເປັນສິ່ງທີ່ດີທີ່ສຸດແລ້ວ. ຂໍໃຫ້ອາຊີ ຈົ່ງໂຊກດີສືບຕໍ່ໄປ.

ຂໍອວຍພອນໃຫ້ກອງປະຊຸມ ຄັ້ງທີ 23 ວ່າດ້ວຍ ອະນາຄົດຂອງອາຊີ ຈົ່ງປະສົບຜົນສຳເລັດ. ຂໍຂອບໃຈຕໍ່ການຕິດຕາມຄຳເຫັນຂອງຂ້າພະເຈົ້າ ແລະ ຍິນດີຮັບເອົາຄຳຕິຊົມຂອງບັນດາທ່ານດ້ວຍ.