ທ່ານນາຍົກລັດຖະມົນຕີອອກຄຳສັ່ງ ໃຫ້ທຸກຂະແໜງການປະຢັດໃນທຸກເລື່ອງທີ່ກ່ຽວຂ້ອງ ແລະ ມີຜົນບັງຄັບຢ່າງເຂັ້ມງວດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 09/ນຍ ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ໂດຍໃນໄລຍະຜ່ານມາ ລັດຖະບານໄດ້ຊຸກຍູ້ໃຫ້ອົງການຈັດຕັ້ງພັກ-ລັດທຸກຂັ້ນ ຈັດຕັ້ງປະຕິບັດນະໂຍບາຍປະຢັດແຫ່ງຊາດ, ໂດຍໄດ້ອອກດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ສະບັບເລກທີ 269/ນຍ, ລົງວັນທີ 17 ພະຈິກ 2006, ອອກຄຳສັ່ງສະບັນເລກທີ 25/ນຍ, ລົງວັນທີ 04 ພະຈິກ 2008 ແລະ ໃນປີ 2015 ລັດຖະບານໄດ້ປັບປຸງ 2 ນິຕິກຳດັ່ງກ່າວ ມາເປັນດຳລັດຂອງນາຍົກລັດຖະມົນຕີເລກທີ 78/ນຍ, ລົງວັນທີ 10 ມີນາ 2015. ນອກຈາກນັ້ນກໍ່ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງກວ້າງຂວາງພໍສົມຄວນ. ແຕ່ເຖິງຢ່າງໃດກໍ່ຕາມການຈັດຕັ້ງປະຕິບັດຕົວຈິງເຫັນວ່າຍັງບໍ່ທັນເປັນຮູບປະທຳເຂົ້າສູ່ຊີວິດຕົວຈິງເທົ່າທີ່ຄວນ ແລະ ທ່າອ່ຽງຂອງການຟຸມເຟືອຍຍັງມີລັກສະນະເພີ່ມຂຶ້ນ.

ສະນັ້ນ, ເພື່ອເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດນະໂຍບາຍປະຢັດແຫ່ງຊາດ ໃນການນຳໃຊ້ງົບປະມານແຫ່ງລັດ ເຂົ້າໃສ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ເກີດປະໂຫຍດສູງສຸດ, ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຢ່າງແທ້ຈິງ ແລະ ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງຕາມທິດຍືນຍົງ ແລະ ສີຂຽນ ແລະ ເປັນແບບຢ່າງອັນດີໃຫ້ແກ່ສັງຄົມ ນາຍົກລັດຖະມົນຕີຈຶ່ງໄດ້ອອກຄຳສັ່ງດັ່ງນີ້:

1. ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ,​ ກອງທຶນຂອງລັດ ແລະ ລັດວິສາຫະກິດ ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍປະຢັດແຫ່ງຊາດເຂົ້າໃນວຽກງານຂອງຕົນ ໃນການນຳໃຊ້ງົບປະມານ, ທຶນ, ຊັບສິນ ແລະ ເວລາທາງລັດຖະບານຢ່າງເຂັ້ມງວດ; ເຄັ່ງຄັດປະຕິບັດແຜນງົບປະມານແຫ່ງລັດຕາມທີ່ສະພາແຫ່ງຊາດຮັບຮອງຢ່າງມີຈຸດສຸມ, ບົນຈິດໃຈປະຢັດ ເຮັດໃຫ້ງົບປະມານເກີດປະໂຫຍດສູງສຸດໃຫ້ແກ່ການພັດທະນາ, ເພີ່ມທະວີປະຕິບັດລະບຽບການປະມູນຈັດຊື້ຢ່າງເຂັ້ມງວດ, ຈັດບູລິມະສິດໜ້າວຽກ ໃຫ້ມີແຜນງານ/ໂຄງການ, ແຜນຄົນ ແລະ ແຜນເງິນ ຢ່າງຊັດເຈນ, ຈັດຕັ້ງປະຕິບັດຢ່າງໂປ່ງໃສ ແລະ ສາມາດຕິດຕາມກວດສອບໄດ້ໃນທຸກຂັ້ນຕອນ.

ໃຫ້ທຸກຫົວໜ່ວຍງົບປະມາຂອງລັດນຳໃຊ້ງົບປະມານຂອງລັດ ໃນແຕ່ລະເນື້ອໃນລາຍຈ່າຍຢ່າງປະຢັດ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ໂດຍສຸມໃສ່ບາງດ້ານດັ່ງນີ້:

2.1 ໃຫ້ເອົາໃຈໃສ່ຢ່າງເຂັ້ມງວດໃນການກວດກາຄືນຈຳນວນພະນັກງານ-ລັດຖະກອນທີ່ມີຕົວຈິງ, ການຈ່າຍເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ເປັນຕົ້ນ ເງິນອຸດໜູນເຂດຫ່າງໄກສອກຫຼີກ, ເງິນນະໂຍບາຍລູກ, ເງິນນະໂຍບາຍເມຍ ຮັບປະກັນການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດ, ບໍ່ໃຫ້ມີການຈ່າຍຊ້ຳຊ້ອນ, ຈ່າຍເກີນ ແລະ ຫ້າມຈ່າຍເງິນເດືອນໃຫ້ບຸກຄົນທີ່ບໍ່ມີໜ້າຕົວຈິງຢ່າງເດັດຂາດ.

2.2 ການຄຸ້ມຄອງນຳໃຊ້ງົບປະມານບໍລິຫານ ແລະ ຊື້ໃໝ່:
– ການຈັດກອງປະຊຸມ, ສຳມະນາ ແລະ ເຝິກອົບຮົບຕ່າງໆແມ່ນໃຫ້ນຳໃຊ້ສະຖານທີ່ປະຊຸມຂອງສຳນັກງານອົງການຕົນ ເປັນຕົ້ນຕໍ, ຈຳກັດການໄປເຊົ່າສະຖານທີ່ປະຊຸມຂອງໂຮງແຮມ ທີ່ມີຄ່າໃຊ້ຈ່າຍສູງ ແລະ ບໍ່ເປັນການປະຢັດ;

– ການນຳໃຊ້ງົບປະມານຂອງລັດ ເພື່ອຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດຕ້ອງປະຕິບັດລະບຽບຂອງກະຊວງການເງິນ ແລະ ກະຊວງການຕ່າງປະເທດຢ່າງເຄັ່ງຄັດ. ການຊື້ຂອງຂວັນໃຫ້ແຂກພາຍໃນ ແລະ ຕ່າງປະເທດຕ້ອງນຳໃຊ້ຜະລິດຕະພັນພາຍໃນເປັນຕົ້ນຕໍ; ຫ້າມນຳໃຊ້ງົບປະມານຂອງລັດ, ກອງທຶນ ແລະ ວິສາຫະກິດຂອງລັດ ເພື່ອຈັດຊື້ເຄື່ອງດື່ມທີ່ມີລາຄາແພງຈາກຕ່າງປະເທດ (ທາດເຫຼົ້າ…) ສຳລັບງງານລ້ຽງ ແລະ ງານຕ້ອນຮັບແຂກ.

– ການຈັດກອງປະຊຸມສະຫຼຸບວຽກງານປະຈຳປີຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ແມ່ນໃຫ້ຈັດຕາມຄວາມຈຳເປັນຂອງວຽງງານ ໂດຍໄດ້ຮັບອະນຸມັດຈາກລັດຖະບານ, ເລືອກເຟັ້ນເປົ້າໝາຍຜູ້ເຂົ້າຮ່ວມ, ຄັດເລືອກສະເພາະຂະແໜງການທີ່ຕິດພັນກັບວຽກງານຕົນເປັນຫຼັກ ໂດຍການນຳໃຊ້ງົບປະມານທີ່ມີລັກສະນະປະຢັດ, ສອດຄ່ອງກັບກຳນົດໝາຍໃຊ້ຈ່າຍງົບປະມານບໍລິຫານຂອງລັດ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

– ການໄປເຄື່ອນໄຫວວຽກງານທາງລັດຖະການຢູ່ພາຍໃນຕ້ອງຄົ້ນຄວ້າເອົາໜ້າວຽກທີ່ມີຄວາມຈຳເປັນ, ມີເປົ້າໝາຍ ແລະ ຈຸດສຸມໂດຍມີການກຳນົດແຜນວຽກ, ແຜນເງິນ, ກຳນົດຈຳນວນຄົນ, ເວລາເຮັດວຽກ ແລະ ພາຫະນະຮັບໃຊ້ ເພື່ອຮັບປະກັນປະສິດທິຜົນ ແລະ ຜົນໄດ້ຮັບຂອງວຽກງານ. ການສ້າງແຜນການເຄື່ອນໄຫວວຽກແຕ່ສູນກາງ-ທ້ອງຖິ່ນ, ທ້ອງຖິ່ນ-ສູນກາງ ໃຫ້ມີຄວາມຕໍ່ເນື່ອງ, ກວມລວມເອົາຫຼາຍວຽກ,​ ຫຼາຍແຂວງ ໃນແຕ່ລະຄັ້ງ, ຍົກເວັ້ນກໍລະນີເປັນວຽກຮີບດ່ວນ ຫຼື ວຽກສະເພາະກິດ.

– ການໄປເຄື່ອນໄຫວທາງລັດຖະການຢູ່ຕ່າງປະເທດ ຕ້ອງມີການເລືອກເຟັ້ນຫົວຂໍ້ການສຳມະນາ, ເຝິກອົບຮົບ ແລະ ກອງປະຊຸມທີ່ຈຳເປັນເທົ່ານັ້ນ, ຈຳກັດຈຳນວນຜູ້ເຂົ້າຮ່ວມ ແລະ ຮັບປະກັນຜົນໄດ້ຮັບຂອງການເຂົ້າຮ່ວມ.

– ໃຫ້ຄົ້ນຄວ້າວິທີການປະມູນເອົາບໍລິສັດສະໜອງປີ້ຍົນໃຫ້ແກ່ພາກລັດ ທີ່ໄປເຄື່ອນໄຫວວຽກທາງການພາຍໃນ ແລະ ຕ່າງປະເທດເປັນແຕ່ລະປີງົບປະມານ, ຢຸດການຊື້ປີ້ຍົນແບບຊະຊາຍ ສິ້ນເປືອງງົບປະມານຢ່າງຫຼວງຫຼາຍ; ສະຖານທີ່ໃດທີ່ມີສາຍການບິນລາວໄປເຖິງ ແມ່ນໃຫ້ໃຊ້ການບິນລາວ ບົນພື້ນຖານລາຄາທີ່ຖືກກວ່າ.

– ໃຫ້ນຳໃຊ້ເຄື່ອງໃຊ້ຫ້ອງການ, ວັດຖຸ, ອຸປະກອນ ແລະ ເຟີນິເຈີທີ່ມີຢູ່ແລ້ວຢ່າງກຸ້ມຄ່າ ແລະ ໃຫ້ເກີດປະໂຫຍດສູງສຸດ ໂດຍຈຳກັດການຊື້ໃໝ່ທີ່ບໍ່ຈຳເປັນ. ໃນກໍລະນີມີຄວາມຈຳເປັນໃນການຈັດຊື້ໃໝ່ຕ້ອງປະຕິບັດຕາມກຳນົດໝາຍ ແລະ ລະບຽບການປະມູນຈັດຊື້ດ້ວຍທຶນຂອງລັດຢ່າງເຂັ້ມງວດ​ ໂດຍໃຫ້ຄຳນຶງເຖິງລາຄາສິນຄ້າທີ່ຈະຊຳລະດ້ວຍເງິນໂອນບໍ່ໃຫ້ເກີນລາຄາຊື້ດ້ວຍເງິນສົດເກີນໄປ. ສຳລັບການຈັດຊື້ເຟີນິເຈີຮັບໃຊ້ຫ້ອງການ ຕ້ອງນຳໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດທີ່ມີຄຸນນະພາບ ແລະ ລາຄາເທົ່າທຽມກັນກັບຜະລິດຕະພັນຕ່າງປະເທດ ທີ່ຈຳໜ່າຍຢູ່ພາຍໃນປະເທດ ແຕ່ບໍ່ໃຫ້ເປັນປະເພດຫຼູຫຼາ, ຟຸມເຟືອຍ ແລະ ມີລາຄາສູງ.

– ການຈັດຊື້ໃໝ່ພາຫະນະຮັບໃຊ້ບໍລິຫານດ້ວຍງົບປະມານຂອງລັດ ນັບແຕ່ປີ 2018 ເປັນຕົ້ນໄປແມ່ນໃຫ້ໂຈະຊົ່ວຄາວຈົນກວ່າຈະມີແຈ້ງການຈາກລັດຖະບານ ໂດຍໃຫ້ຈັດສັນ ແລະ ນຳໃຊ້ພາຫະນະທີ່ມີຢູ່ແລ້ວຮັບໃຊ້ເຂົ້າໃນວຽກທາງລັດຖະການ. ສຳລັບການຈັດຊື້ພາຫະນະທີ່ນຳໃຊ້ເງິນຊ່ວຍເຫຼືອລ້າເພື່ອການພັດທະນາ (ODA) ແມ່ນບໍ່ໃຫ້ຊື້ປະເພດຫຼູຫຼາ ແລະ ມີລາຄາສູງຮັບໃຊ້ບໍລິຫານ ຫຼື ປະກອບເປັນລົດປະຈຳຕຳແໜ່ງບຸກຄົນໃດໜຶ່ງ.

ການສ້ອມແປງພາຫະນະຂອງລັດແຕ່ລະປະເພດຕ້ອງຜ່ານການປະມູນ ພ້ອມທັງມີການຄຸ້ມຄອງ ແລະ ຕິດຕາມກວດກາຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ. ສຳລັບຄ່າໃຊ້ຈ່າຍການສ້ອມແປງ ນອກຈາກການສ້ອມແປງປົກກະຕິຕາມກຳນົດເວລາດ້ານເຕັກນິກ ຫຼື ການເປ່ເພທີ່ເກີດຈາກການນຳໃຊ້ວຽກສ່ວນຕົວ ແມ່ນໃຫ້ບຸກຄົນທີ່ນຳໃຊ້ພາຫະນະນັ້ນຮັບຜິດຊອບຄ່າໃຊ້ຈ່າຍເອງ.

– ໃຫ້ຊົມໃຊ້ໄຟຟ້າ, ນ້ຳປະນາ, ອຸປະກອນການສື່ສານຕ່າງໆ (ໂທລະສັບ, ອິນເຕີເນັດ, ແຟັກ…) ຢ່າງປະຢັດ ແລະ ໃຫ້ມີການກວດກາ, ຕິດຕາມໃບບິນໃນແຕ່ລະເດືອນຢ່າງເຄັ່ງຄັດ ເພື່ອສົມທຽບຄວາມຜິດປົກກະຕິຂອງຄ່າກະແສໄຟຟ້າ, ນ້ຳປະປາ ເພື່ອຊອກຫາສາເຫດ ແລະ ແກ້ໄຂໃຫ້ທັນເວລາ; ຈັດສັນງົບປະມານຊຳລະ ແລະ ຮັບປະກັນບໍ່ໃຫ້ເກີດເປັນໜີ້ສິນສະສົມໃນແຕ່ລະປີ.

– ໃຫ້ກວດກາການນຳໃຊ້ພະລັງງານໄຟຟ້າຢ່າງເຄັ່ງຄັດ ແລ ໃຫ້ແທດເໝາະກັບສະພາບຕົວຈິງ ເປັນຕົ້ນ: ການຕິດຕັ້ງ ແລະ ນຳໃຊ້ອຸປະກອນໄຟຟ້າຢູ່ຕາມຕຶກອາຄານສຳນັກງານອົງການຂອງລັດ, ໂຮງໝໍ, ໂຮງຮຽນ, ໄຟເຍືອງທາງ, ສະຖານທີ່ສາທາລະນະ ແລະ ບໍລິການຕ່າງໆ.

– ລາຍຈ່າຍບໍລິຫານວິຊາການ ຕ້ອງສັງລວມເຂົ້າໃນແຜນລາຍຈ່າຍງົບປະມານຂອງອົງການທີ່ກ່ຽວຂ້ອງທີ່ສະພາແຫ່ງຊາດຮັບຮອງງໃນແຕ່ລະປີ, ຕ້ອງນຳໃຊ້ຢ່າງປະຢັດ ແລະ ໃຫ້ສະສົມສ່ວນທີ່ເຫຼືອຈາກການໃຊ້ຈ່າຍເຂົ້າໃນວຽກງານນັ້ນໆ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍອື່ນທີ່ນອນໃນແຜນລາຍຈ່າຍງົບປະມານບໍລິຫານປົກກະຕິປະຈຳປີ ແລະ ສາມາດຄາດຄະເນຫຼຸດຜ່ອນແຜນລາຍຈ່າຍງົບປະມານບໍລິຫານຂອງຂະແໜງການຕົນໃນປີຕໍ່ໄປ.

2.3 ການລົງທຶນຂອງລັດໃຫ້ປະຕິບັດດັ່ງນີ້:
– ໃຫ້ກວດຄືນທຸກໆໂຄງການລົງທຶນຂອງລັດໃນຄວາມຮັບຜິດຊອບຂອງຕົນ, ດັດສົມໜ້າວຽກຕ່າງໆຂອງໂຄງການລົງທຶນຂອງຂະແໜງການຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງ ເພື່ອເຮັດໃຫ້ມູນຄ່າລວມຂອງການລົງທຶນເໝາະສົມກັບແຜນງົບປະມານລົງທຶນທີ່ຄາດຄະເນຈະໄດ້ຮັບໃນ 2-3 ປີຕໍ່ໜ້າ, ແຕ່ງຕັ້ງຄະນະເພື່ອກວດກາຄືນມູນຄ່າໂຄງການຂະໜາດກາງ ແລະ ໃຫຍ່ ໃຫ້ຖືກຕາມມູນຄ່າຕົວຈິງ ເປັນຕົ້ນແມ່ນມູນຄ່າໂຄງການນອກແຜນທີ່ຍັງຄ້າງຊຳລະໃນປັດຈຸບັນ. ຢຸດຕິໂຄງການນອກແຜນຢ່າງຂາດຕົວ, ຢຸດຕິໂຄງການທີ່ບໍ່ມີການປະເມີນຜົນຕາມກົດໝາຍກຳນົດ ແລະ ໂຄງການທີ່ມີປະສິດທິຜົນຕ່ຳ.

– ທຸກໆໂຄງການລົງທຶນຂອງລັດຕ້ອງປະຕິບັດການຄັດເລືອກ ແລະ ປະມູນຕາມກົດໝາຍ ແລະ ລະບຽບການກຳນົດຢ່າງເຂັ້ມງວດ; ມີການປະເມີນມູນຄ່າໂຄງການຕາມກຳນົດໝາາຍເຕັກນິກ,​ມາດຕະຖານເຕັກນິກ ແລະ ລາຄາຫົວໜ່ວຍຂອງແຕ່ລະຂະແໜງການວາງອອກຢ່າງເຄັ່ງຄັດ, ຫ້າມເດັດຂາດບໍ່ໃຫ້ມີການມອບໂຄງການໃຫ້ບໍລິສັດໃດໜຶ່ງປະຕິບັດໂດຍບໍ່ຜ່ານການປະມູນ ແລະ ເຂັ້ມງວດໃນການປະຕິບັດຫົວໜ່ວຍລາຄາແຕ່ລະປະເພດການກໍ່ສ້າງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

– ປະຕິບັດດຳລັດຂອງລັດຖະບານວ່າດ້ວຍການຕິດຕາມ-ກວດກາໂຄງການການລົງທຶນຂອງລັດ ເລີ່ມແຕ່ຫົວທີ ເພື່ອຮັບປະກັນການນຳໃຊ້ທຶນໃຫ້ຖືກຕ້ອງ, ປະຢັດ, ໂປ່ງໃສ, ມີປະສິດທິຜົນ ແລະ ຮັບປະກັນຄຸນນະພາບຂອງໂຄງການ.

– ໃຫ້ຊັບຊ້ອນນຳໃຊ້ສຳນັກງານ, ອົງການທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດ,​ ໃນໄລຍະປີງົບປະມານ 2017-2020 ບໍ່ອະນຸຍາດໃຫ້ປຸກສ້າງສຳນັກງານອົງການໃໝ່ ຍົກເວັ້ນກໍລະນີທີ່ຈຳເປັນ ແຕ່ຕ້ອງໄດ້ສະເໜີລັດຖະບານພິຈາລະນາເປັນອັນສະເພາະ.

2.4 ໃຫ້ນຳໃຊ້ທຶນກູ້ຢືມ ແລະ ທຶນຊ່ວຍເຫຼືອລ້າຈາກຕ່າງປະເທດ ເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ຢ່າງມີປະສິດທິຜົນ ແລະ ປະຕິບັດຕາມເງື່ອນໄຂຂອງຜູ້ໃຫ້ທຶນ ແລະ ລະບຽບການຄຸ້ມຄອງການເງິນຢ່າງເຄັ່ງຄັດ. ການກູ້ຢືມໃໝ່ໃນແຕ່ລະປີ ແມ່ນຢູ່ໃນຂອບເພດານຂອງລັດຖະບານ ທີ່ສະພາແຫ່ງຊາດຮັບຮອງ ໂດຍເນັ້ນໃສ່ເປົ້າໝາຍທີ່ມີຜົນຕອບແທນທາງດ້ານເສດຖະກິດ.

2.5 ການນຳໃຊ້ເວລາເຮັດວຽກໃນບັນດາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູງກາງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ວິສາຫະກິດຂອງລັດ ຕ້ອງປະຕິບັດຢ່າງເຂັ້ມງວດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຮັບປະກັນໃຫ້ວຽກງານສຳເລັດຜົນຕາມກຳນົດເວລາ ແລະ ມີປະສິດທິຜົນສູງ; ຫ້າມສວຍໃຊ້ເວລາລັດຖະການໄປເຄື່ອນໄຫວກິດຈະກຳຕ່າງໆ ແລະ ທຸລະກິດສ່ວນຕົວ.

3. ໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ປະທານແນວລາວສ້າງຊາດ,​ ຫົວໜ້າອົງການຈັດຕັ້ງປະຫາຊົນ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງໃນທົ່ວປະເທດ ຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານຢ່າງເຄັ່ງຄັດ, ຫຼຸດຜ່ອນແຜນວຽກ ແລະ ກິດຈະກຳທີ່ບໍ່ຈຳເປັນ ເພື່ອປະຢັດງົບປະມານ, ຫ້າມມີພຶດຕິກຳສ້າງວຽກຂຶ້ນໃໝ່ ແລະ ສ້າງເອກະສານຂໍຖອນເງິນ ໃຫ້ໝົດຕາມແຜນງົບປະມານທີ່ໄດ້ຮັບການແບ່ງປັນ ທັງທີ່ບໍ່ມີຄວາມຈຳເປັນ; ຫ້າມຈ່າຍງົບປະມານເກີນແຜນ ເຊິ່ງເຮັດໃຫ້ເກີດເປັນໜີ້ສິນບໍລິຫານສະສົມ.

4. ໃຫ້ບັນດາລັດວິສາຫະກິດ ເຄັ່ງຄັດປະຕິບັດນະໂຍບາຍປະຢັດຂອງລັດຖະບານເຊັ່ນ: ລາຍຈ່າຍຮັບແຂກ, ລາຍຈ່າຍການປະຊຸມ, ລາຍຈ່າຍໄປເຄື່ອນໄຫວວຽກຢູ່ຕ່າງປະເທດ ແລະ ລາຍຈ່າຍອື່ນ. ໃຫ້ກະຊວງການເງິນຮີບຮອນຄົ້ນຄວ້າລະບຽບການໃຊ້ຈ່າຍຂອງລັດວິສາຫະກິດ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

5. ໃຫ້ບັນດາກະຊວງ, ຂະແໜງການແຕ່ງຕັ້ງຄະນະຮັບຜິດຊອບວຽກງານປະຢັດຂອງຕົນ ແລະ ອອກຄຳແນະນຳລະອຽດສະເພາະວຽກງານການປະຢັດ ທີ່ຕິດພັນກັບຂະແໜງການຂອງຕົນດັ່ງນີ້:

5.1 ໃຫ້ກະຊວງການເງິນ ຄົ້ນຄວ້າສ້າງດຳລັດວ່າດ້ວຍການຄຸ້ມຄອງ-ນຳໃຊ້ພາຫະນະຂອງລັດ. ພ້ອມທັງເປັນເຈົ້າການປະສານສົມທັບກັບບັນດາກະຊວງ, ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງສັງລວມບັນຊີພາຫະນະຂອງລັດໃຫ້ສຳເລັດໄວ;

5.2 ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງຄົ້ນຄວ້າກຳນົດຫົວໜ່ວຍລາຄາການກໍ່ສ້າງປະເພດຕ່າງໆໃນແຕ່ລະໄລຍະ, ກຳນົດມາດຕະຖານຕຶກອາຄານ, ສຳນັກງານ, ຫ້ອງການຢູ່ຂັ້ນສູງກາງ ແລະ ທ້ອງຖິ່ນ ເພື່ອຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ເພີ່ມທະວີການປະຕິບັດການກຳນົດມາດຕະຖານຖະໜົດ, ຫົນທາງ, ທາງຍ່າງ ແລະ ການຕິດປ້າຍບອກທາງຕາມກົດໝາຍ ແລະ ລະບຽບການວາງອອກຢ່າງເຂັ້ມງວດ ເພື່ອໃຫ້ສອດຄ່ອງກັບສະພາບຂອງແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດ;

5.3 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຄົ້ນຄວ້າກຳນົດມາດຕະຖານເຕັກນິກການນຳໃຊ້ພະລັງງານໄຟຟ້າ, ເປັນເຈົ້າການກວດກາຄືນລະບົບການຕິດຕັ້ງ ແລະ ການນຳໃຊ້ພະລັງງານໄຟຟ້າຕາມສຳນັກງານ, ອົງການລັດໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ເພື່ອຫຼຸດຜ່ອນລາຍຈ່າຍຄ່າກະແສໄຟຟ້າ ແລະ ຕິດຕາມສັງລວມບໍລິມາດ ແລະ ຄ່າກະແສໄຟຟ້າທີ່ນຳໃຊ້ຂອງອົງການຈັດຕັ້ງລັດທຸກຂັ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຈັດສັນແຜນງົບປະມານໃນແຕ່ລະປີໃຫ້ພຽງພໍ ພ້ອມນັ້ນ, ໃຫ້ເອົາໃຈໃສ່ໂຄສະນາເຜີຍແຜ່ລາຍການອຸປະກອນໄຟຟ້າທີ່ໃຊ້ໄຟຫຼາຍ, ແນະນຳການຕິດຕັ້ງ ແລະ ວິທີການນຳໃຊ້ອຸປະກອນໄຟຟ້າຕ່າງໆທີ່ມີການປະຢັດໄຟຟ້າ ໃຫ້ອົງການຈັດຕັ້ງຂອງລັດທຸກຂັ້ນ ແລະ ທົ່ວສັງຄົມໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດ;

5.4 ໃຫ້ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າລະບຽບການປະຕິບັດເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆໃຫ້ພະນັກງານ-ລັດຖະກອນຄືນໃໝ່ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ, ພ້ອມທັງຄົ້ນຄວ້າກຳນົດຂະໜາດກົງຈັກການຈັດຕັ້ງ, ຈຳນວນພະນັກງານ ແລະ ຕຳແໜ່ງງານ ເພື່ອໃຫ້ມີຄວາມເໝາະສົມແຕ່ລະຂະແໜງການ;

5.5 ໃຫ້ກະຊວງສາທາລະນະສຸກ ປະສານສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດຂະໜາດມາດຕະຖານການກໍ່ສ້າງໂຮງໝໍ, ສຸກສາລາ ແລະ ສະຖານທີ່ບໍລິຫານປິ່ນປົວແຕ່ລະຂັ້ນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດ;

5.6 ໃຫ້ກະຊວງສຶກສາທິການ ແລະ ກີລາປະສານສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດຂະໜາດມາດຕະຖານການກໍ່ສ້າງໂຮງຮຽນແຕ່ລະຂັ້ນ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໃຫ້ນຳໃຊ້ສະໜາມກີລາຂອງບັນດາແຂວງທີ່ມີແລ້ວ ເພື່ອຈັດການແຂ່ງຂັນມະຫາກຳກີລາແຫ່ງຊາດແຕ່ລະຄັ້ງ, ຫ້າມກໍ່້ສາງສະໜາມກີລາໃໝ່ ເພື່ອຮັບໃຊ້ໃນການແຂ່ງຂັນມະຫາກີລາໃໝ່ ໃນໄລຍະງົບປະມານຍັງມີຄວາມຫຍຸ້ງຍາກ.

6. ໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ປະທານແນວລາວສ້າງຊາດ, ຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ ແລະ ອຳນວຍການຂອງລັດວິສາຫະກິດໃນທົ່ວປະເທດ ເປັນເຈົ້າການຮັບຜິດຊອບຊີ້ນຳ-ນຳພາການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ມີຜົນເປັນຮູບປະທຳ. ພ້ອມທັງເພີ່ມທະວີການໂຄສະນາປຸກລະດົມ, ຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຂະແໜງການຕົນທຸກຂັ້ນ ແລະ ໃຫ້ທົ່ວສັງຄົມມີຄວາມເຂົ້າໃຈ ແລະ ມີສະຕິສູງຕໍ່ການນຳໃຊ້ງົບປະມານແຫ່ງລັດຢ່າງປະຢັດ ແລະ ມີຈຸດສຸມ; ຖືເອົາວຽກງານດັ່ງກ່າວເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຕິດຕາມສັງລວມສະພາບການຈັດຕັ້ງປະຕິບັດລາຍງານໃຫ້ລັດຖະບານຊາບໃນແຕ່ລະໄລຍະ, ໃຫ້ຂະແໜງການເງິນເຄັ່ງຄັດກວດກາລາຍຈ່າຍຂອງບັນດາຫົວໜ່ວຍງົບປະມານຖ້າເຫັນວ່າລາຍຈ່າຍໃດບໍ່ສອດຄ່ອງກັບຄຳສັ່ງສະບັບນີ້ ໃຫ້ສົມທັບກວດກາຄືນ ແລະ ຢຸດຕິການເບີກຈ່າຍທຸກອັນທີ່ຂັດກັບຄຳສັ່ງສະບັບນີ້.

7. ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ນາຍົກລັດຖະມົນຕີ
ທອງລຸນ ສີສຸລິດ