ຄວາມສ່ຽງ 7 ປະການ ກັບການເກີດໂລກລະບາດຄັ້ງໃຫຍ່ໃນໂລກ ທີ່ຜູ້ຊ່ຽວຊານທັງຫຼາຍເຫັນດີເຫັນພ້ອມ

ລາຍງານຂອງ CNN ລະບຸວ່າ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ມີໂລກລະບາດເກີດຂຶ້ນຫຼາກຫຼາຍເຊິ່ງລຸກລາມໄປຫຼາຍປະເທດເຊັ່ນ: ການລະບາດຂອງເຊື້ອອີໂບລາໃນອາຟຣິກາເມື່ອປີ 2014 ແລະ ການລະບາດຂອງເຊື້ອໄວຣັດຊິກາໃນອາເມຣິກາລາຕິນ ແລະ ພູມມິພາກອື່ນໆ ເມື່ອປີທີ່ຜ່ານມາ ຍັງບໍ່ລວມການລະບາດເລັກໆນ້ອຍໆທີ່ບໍ່ເປັນຂ່າວໃຫຍ່ໃນລະດັບໂລກ.

ຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວວ່າ ທຸກຄັ້ງທີ່ເກີດການລະບາດຄັ້ງໃຫຍ່ ມັກບໍ່ມີສັນຍານເຕືອນລ່ວງໜ້າ ແລະ ບໍ່ສາມາດຄາດເດົາເຖິງຂອບເຂດຂອງການລະບາດໄດ້ ເຮັດໃຫ້ປະຊາກອນໂລກຕົກຢູ່ໃນຄວາມສ່ຽງຫຼາຍຂຶ້ນເລື້ອຍໆ.

ສາສະດາຈານ Jimmy Whitworth ຈາກພາກວິຊາສາທາລະນະສຸກລະຫວ່າງປະເທດດ London School of Hygiene & Tropical Medicine ກ່າວວ່າ:

“ໃນຂະນະທີ່ລະບົບເສດຖະກິດ ແລະ ວຽກງານທາງດ້ານສາທາລະນະສຸກຂອງຫຼາຍປະເທດຍັງອ່ອນນ້ອຍ ນັ້ນໝາຍຄວາມວ່າບໍ່ມີປະເທດໃດໃນໂລກທີ່ຈະປອດໄພຈາກໂລກລະບາດຄັ້ງໃຫຍ່ ເພາະເຊື້ອໂລກນັ້ນບໍ່ມີພົນແດນ”

ໂດຍສາສະດາຈານ Whitworth ເຊື່ອວ່າວິຖີການດຳລົງຊີວິດໃນປັດຈຸບັນ ຄືປັດໄຈທີ່ເຮັດໃຫ້ເກີດຄວາມສ່ຽງດັ່ງກ່າວ.

ລາຍງານຂອງ CNN ໄດ້ລະບຸເຖິງປັດໄຈສ່ຽງ 7 ປະການທີ່ເຮັດໃຫ້ໂລກສະໄໝໃໝ່ອ່ອນແອຕໍ່ການລະບາດຂອງໂລກຕ່າງໆ:

1. ການເພີ່ມຂຶ້ນຂອງປະຊາກອນໂລກ ແລະ ການຂະຫຍາຍຕົວຂອງເຂດຕົວເມືອງ: ໂດຍສະຫະປະຊາຊາດຄາດວ່າພາຍໃນປີ 2050 ປະຊາກອນໂລກປະມານ 66% ຈະອາໄສຢູ່ໃນເຂດຕົວເມືອງ ການທີ່ປະຊາກອນໜາແໜ້ນຂຶ້ນ ເຮັດໃຫ້ຕ້ອງໃຊ້ຊີວິດ ແລະ ປະຕິສຳພັນກັນຫຼາຍຂຶ້ນ ເຊິ່ງໝາຍເຖິງການສົ່ງຜ່ານເຊື້ອໂລກຕ່າງໆສູ່ກັນ ແລະ ກັນໄດ້ງ່າຍຂຶ້ນອີກດ້ວຍ ບໍ່ວ່າຈະເປັນທາງນໍ້າ, ອາກາດ ຫຼື ອາຫານ ລວມທັງການຜະລິດອາຫານເພີ່ມຂຶ້ນເພື່ອປ້ອນປະຊາກອນ ກໍ່ມີໂອກາດທີ່ເຊື້ອໂລກຕ່າງໆຈະປົນມາໃນອາຫານໄດ້ຫຼາຍຂຶ້ນເຊັ່ນກັນ.

2.​ ການລ່ວງລໍ້າສູ່ສິ່ງແວດລ້ອມໃໝ່ໆ: ເມື່ອເຂດຕົວເມືອງຂະຫຍາຍເຖິງຂຶ້ນອິ່ມຕົວ ຈຶ່ງຈຳເເປັນຕ້ອງມີການບຸກລຸກເຂົ້າໄປໃນເຂດໃໝ່ໆເຊັ່ນ: ເຂດປ່າ ແລະ ອາດນຳມາເຊິ່ງໂລກໃໝ່ໆໄດ້ເຊັ່ນ ໂລກ Lassa fever ທີ່ລະບາດຢູ່ປະເທດນີເຊຣີ (Nigeria) ເມື່ອປີທີ່ຜ່ານມາ, ຂະນະດຽວກັນສັດທີ່ຖືກທຳລາຍຖິ່ນທີ່ຢູ່ອາໄສ ກໍ່ອົບພະຍົມເຂົ້າເມືອງ ແລະ ອາດນຳເຊື້ອໂລກມາດ້ວຍເຊັ່ນກັນ.

3. ການປ່ຽນແປງຂອງສະພາບອາກາດໂລກ: ເຮັດໃຫ້ໂອກາດເກີດໂລກລະບາດສູງຂຶ້ນ ແລະ ຮຸນແຮງຂຶ້ນເຊັ່ນ: ໂລກຖອກທ້ອງ ໃນເຂດທີ່ເກີດນ້ຳຖ້ວມ ຫຼື ຄື້ນຄວາມຮ້ອນສູງ ນອກຈາກນີ້ ພາຫະຂອງໂລກຕ່າງໆເຊັ່ນ: ຍຸງລາຍ ກໍ່ອາດສາມາດລຸກລ້ຳເຂົ້າໄປໃນເຂດພື້ນທີ່ໃໝ່ໆທີ່ອາກາດອົບອຸ່ນຂຶ້ນເຮັດໃຫ້ມີໂອກາດເກີດໂລກລະບາດເພີ່ມຂຶ້ນອີກດ້ວຍ.

4. ການເດີນທາງຂ້າມປະເທດ: ອົງການການທ່ອງທ່ຽວສາກົນລະບຸວ່າ ແຕ່ລະປີມີຄົນເດີນທາງລະຫວ່າງປະເທດກວ່າ 1,000 ລ້ານຄົນ ເຊິ່ງໝາຍຄວາມວ່າເຊື້ອໂລກມີໂອກາດຖ່າຍທອດຈາກປະເທດໜຶ່ງໄປສູ່ປະເທດໜຶ່ງໄດ້ຢ່າງງ່າຍດາຍ, ຕົວຢ່າງເຊັ່ນ: ການລະບາດຂອງໂລກຊາເມື່ອປີ 2003 ທີ່ເຮັດໃຫ້ມີຜູ້ຕິດເຊື້ອກວ່າ 8,000 ຄົນ ໃນກວ່າ 30 ປະເທດທົ່ວໂລກ ແລະ ເຊື້ອໄວຣັສຊີກາ ທີ່ມີລາຍງານຜູ້ຕິດເຊື້ອໃນຫຼາຍກວ່າ 84 ປະເທດເມື່ອປີທີ່ຜ່ານມາ ແລະ ນອກຈາກການລະບາດເພາະເຊື້ອໂລກຕິດມາກັບນັກເດີນທາງແລ້ວ ສັດທີ່ເປັນພາຫະນຳໂລກກໍ່ອາດຕິດໄປກັບສິນຄ້າຕ່າງໆທີ່ມີການຂົນສົ່ງຂ້າມປະເທດອີກດ້ວຍ.

5. ຄວາມຂັດແຍ່ງທາງການເມືອງໃນປະເທດ: ເຊິ່ງທຳລາຍລະບົບສາທາລະນະສຸກໃນປະເທດນັ້ນໆເຊັ່ນ: ການລະບາດດຂອງເຊື້ອອີໂບລາ ໃນສາມປະເທດຂອງອາຟຣິກາຄື: ເຊຍຣາເລອອນ (Sierra Leone), ກິເນ (Guinea), ລີເບເຣຍ (Liberia) ເຊິ່ງລ້ວນມີບັນຫາທາງການເມືອງໃນປະເທດ ເຮັດໃຫ້ການຄວບຄຸມການລະບາດເປັນໄປໄດ້ຍາກລຳບາກ.

6. ບັນຫາຂາດແຄນບຸກຄະລາກອນທາງການແພດໃນເຂດທີ່ເກີດໂລກລະບາດ: ເນື່ອງຈາກແພດໝໍໃນປະເທດເຫຼົ່ານັ້ນ ເຊິ່ງສ່ວນໃຫຍ່ເປັນປະເທດທຸກຍາກມັກຈະໄປເຮັດວຽກໃນປະເທດອື່ນທີ່ໃຫ້ຄ່າຕອບແທນສູງກວ່າ, ລາຍງານຂອງສະຫະປະຊາຊາດລະບຸວ່າ ປັດຈຸບັນຫຼາຍກວ່າ 75 ປະເທດທີ່ມີອັດຕາສ່ວນແພດໝໍ 1 ຄົນຕໍ່ປະຊາກອນຫຼາຍກວ່າ 1,000 ຄົນ.

7. ການຕິດຕໍ່ສື່ສານໄຮ້ພົມແດນ: ເຮັດໃຫ້ຂ່າວສານເລື່ອງການລະບາດຂອງໂລກຕ່າງໆແຜ່ກະຈາຍໄປຢ່າງວ່ອງໄວທາງອິນເຕີເນັດ ຈົນບາງຄັ້ງເຮັດໃຫ້ເກີດຄວາມແຕກຕື່ນເກີນກວ່າເຫດ ແລະ ທີ່ສຳຄັນບໍ່ແມ່ນຂ່າວທຸກຢ່າງທີ່ເຜີຍແຜ່ໄປນັ້ນເປັນຂ່າວທີ່ຖືກຕ້ອງ ເຊິ່ງບາງຄັ້ງສົ່ງຜົນຕໍ່ຄວາມພະຍາຍາມໃນການຄວບຄຸມການລະບາດຂອງໂລກ.

ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກກ່າວວ່າ ປັດໄຈຕ່າງໆທີ່ກ່າວມານັ້ນ ກຳລັງເຮັດໃຫ້ໂລກຕົກຢູ່ໃນທ່າມກາງຄວາມສ່ຽງ ຂະນະທີ່ລະບົບສາທາລະນະສຸກໂລກກໍ່ຍັງບໍ່ພ້ອມທີ່ຈະຮັບມື້ຫາກເກີດໂລກລະບາດຄັ້ງໃຫຍ່ກວ່າທີ່ຜ່ານໆມາ.