ຜົນການວິໄຈບອກວ່າ “ຍຸງ” ມັກດູດເລືອດຄົນທີ່ມີເຊື້ອມາລາເຣຍຫຼາຍກວ່າເລືອດຄົນປົກກະຕິທົ່ວໄປ

ຜູ້ຊ່ຽວຊານກ່າວວ່າເມື່ອຄົນເຮົາຫາຍໃຈອອກ ເຮົາຈະປ່ອຍອາຍແກັດຄາບອນໄດອອກໄຊ ແລະ ໃນຄົນທີ່ຕິດເຊື້ອມາລາເຣຍຄົນເຫຼົ່ານີ້ຈະປ່ອຍອາຍແກັດຄາບອນໄດອອກໄຊອອກມາໃນປະລິມານຫຼາຍກວ່າຄົນປົກກະຕິ

ແກັດຄາບອນໄດອອກໄຊຊ່ວຍໃຫ້ຍຸງໄດ້ກິ່ນເຫຍື່ອ ຍິ່ງມີປະລິມານແກັດຄາບອນໄດອອກໄຊອອກມາໃນປະລິມານຫຼາຍຂຶ້ນເທົ່າໃດ ຍຸງກໍ່ຈະຍິ່ງໄດ້ກິ່ນຂອງເຫຍື່ອດີຂຶ້ນເທົ່ານັ້ນ

ສາສະໜາຈານ Emeritus Ingrid Faye ຈາກມະຫາວິທະຍາໄລສະຕັອກໂຮມກ່າວວ່າ ເຊື້ອມາລາເຣຍຜະລິດໂມເລກຸນຊະນິດໜຶ່ງທີ່ຮຽກວ່າ HMBPP ເຊິ່ງເຮັດໜ້າທີ່ກະຕຸ້ນໃຫ້ເມັດເລືອດແດງປ່ອຍແກັດຄາບອນໄດອອກໄຊອອກມາເພີ່ມຂຶ້ນ.

ຜູ້ຊ່ຽວຊານຊາວຊູແອດກ່າວອີກວ່າ ໃນການທົດລອງໃນຫ້ອງທົດລອງ ທີມງານວິໄຈຂອງຕົນໃຊ້ຕົວຢ່າງເລືອດຄົນທີ່ຕິດເຊື້ອມາບາເຣຍເພື່ອທົດສອບເບິ່ງການຕອບສະໜອງຂອງຍຸງ ນັກວິໄຈໃນທີມງານພົບວ່າຍຸງຈະຮີບດູດຕົວຢ່າງເລືອດທີ່ໄດ້ຈາກຄົນທີ່ຕິດເຊື້ອມາລາເຣຍໂດຍທັນທີ ເຮັດໃຫ້ເຊື່ອວ່າໂມເລກຸນ HMBPP ທີ່ພົບໃນເລືອດຄົນທີ່ມີເຊື້ອມາລາເຣຍມີຜົນກະທົບຕໍ່ພຶດຕິກຳຂອງຍຸງ ເພາະເພີ່ມປະລິມານແກັດຄາບອນໄດອອກໄຊທີ່ປ່ອຍອອກມາໃຫ້ສູງຂຶ້ນ.

ຫົວໜ້າທີມນັກວິໄຈກ່າວວ່າ ກິ່ນຂອງແກັດຄາບອນໄດອອກໄຊທີ່ເພີ່ມຂຶ້ນໃນຕົວຢ່າງເລືອດຄົນທີ່ມີເຊື້ອມາລາເຣຍນີ້ຊ່ວຍດຶງດູດຍຸງ.

ສຳນັກງານຄວບຄຸມ ແລະ ປ້ອງກັນໂລກແຫ່ງສະຫະລັດ ອາເມຣິກາ ລາຍງານວ່າ ເຊື້ອມາລາເຣຍຕິດຕໍ່ສູ່ຄົນຜ່ານຍຸງກົ້ນປ່ອງຕົວແມ່ (Anopheles) ແລະ ໃນບັນດາຍຸງຊະນິດນີ້ 430 ສາຍພັນ ມີຢູ່ 30-40 ສາຍພັນທີ່ເປັນພາຫະມາລາເຣຍ.

ນັກວິໄຈກ່າວວ່າ: ມະນຸດຈະກິ່ນຫຼາຍຂຶ້ນຫາກອາຫານມີລົດຊາດທີ່ແຊບ ຍຸງກໍ່ເຊັ່ນກັນທີ່ຈະດູດເລືອດໃນປະລິມານຫຼາຍຂຶ້ນຫາກເລືອດມີລົດຊາດດີ.

ສາສະດາຈານ Faye ຫົວໜ້າທີມນັກວິໄຈ ເຊື່ອວ່າໂມເລກຸນ HMBPP ທີ່ເກີດຈາກເຊື້ອມາລາເຣຍຊ່ວຍໃຫ້ເລືອດມີລົດດີຂຶ້ນສຳລັບຍຸງ ໂດຍນັກວິໄຈສັງເກດເຫັນວ່າໃນການທົດລອງ ຍຸງຈະດູດເລືອດທີ່ມີເຊື້ອມາລາເຣຍເປັນໄລຍະເວລາຍາວນານຂຶ້ນ ເມື່ອທຽບກັບຕົວຢ່າງເລືອດທີ່ບໍ່ມີເຊື້ອມາລາເຣຍ.

ທີມນັກວິໄຈກ່າວວ່າ ຍຸງທີ່ດູດເລືອດທີ່ມີເຊື້ອມາລາເຣຍໃນປະລິມານຫຼາຍ ສາມາດສ້າງເຊື້ອມາລາເຣຍ ຫຼື ເຊື້ອ Plasmodium ຂຶ້ນໃນຮ່າງກາຍໄດ້ຢ່າງວ່ອງໄວ ໂດຍການຂະຫຍາຍເພີ່ມຈຳນວນເຊື້ອມາລາເຣຍໃນຕົວຍຸງຢ່າງວອງໄວນີ້ ເປັນຜົນສືບເນື່ອງມາຈາກໂມເລກຸນ HMBPP ອີກດ້ວຍ.

ສາສະດາຈານ Faye ກ່າວວ່າ ຫາກນຳໂມເລກຸນນີ້ໄປປະສົມໃນຕົວຢ່າງເລືອດທີ່ມີເຊື້ອມາລາເຣຍຢູ່ແລ້ວ ແລະ ນຳໄປທຽບກັບເລືອດຕົວຢ່າງເລືອດທີ່ບໍ່ມີໂມເລກຸນນີ້ ຈະພົບວ່າຍຸງທີ່ມີເຊື້ອມາລາເຣຍໃນຕົວຈະມີປະລິມານເຊື້ອໂລກໃນຕົວເພີ່ມຂຶ້ນ 5 ເທົ່າຕົວ.

ສາສະດາຈານ Faye ກ່າວວ່າ ລະບົບການເຮັດວຽກຂອງເຊື້ອມາລາເຣຍໃນການແຜ່ເຊື້ອຢ່າງມີປະສິດທິພາບນີ້ ພັດທະນາມາດົນນານຫຼາຍລ້ານປີ ຊ່ວຍໃຫ້ເຊື້ອມາລາເຣຍສາມາດຢູ່ລອດມາໄດ້ ແລະ ແຜ່ລະບາດສູ່ຄົນຈຳນວນຫຼາຍ ໂດຍບໍ່ເຮັດໃຫ້ຜູ້ຕິດເຊື້ອເສຍຊີວິດ.

ການພັດທະນາຢາຊະນິດໃໝ່ໆ ເພື່ອໃຊ້ຫຼຸດປະລິມານໂມເລກຸນ HMBPP ທີ່ຜະລິດໂດຍເຊື້ອມາລາເຣຍ ຈະບໍ່ຊ່ວຍຢຸດຢັ້ງຍຸງຈາກການຕິດຕາມຫາເຫຍື່ອຈົນພົບ ຜູ້ຊ່ຽວຊານກ່າວວ່າຍຸງໄດ້ກິ່ນຂອງໂມເລກຸນ HMBPP ຢ່າງວ່ອງໄວ ເຖິງຈະມີໂມເລກຸນນີ້ຢູ່ໃນເລືອດພຽງເລັກໜ້ອຍກໍ່ຕາມ.

ສາສະດາຈານ Faye ຫົວໜ້າທີມນັກວິໄຈກ່າວວ່າ ຫາກເຮົາສາມາດຄິດຄົ້ນຢາທີ່ປ້ອງກັນບໍ່ໃຫ້ເຊື້ອມາລາເຣຍຜະລິດໂມເລກຸນ HMBPP ກໍ່ຈະເປັນຢາທີ່ດີທີ່ສຸດ ແຕ່ຕອນນີ້ຍັງບໍ່ມີໃຜຄິດຄົ້ນຢາແບບນີ້ຂຶ້ນມາໄດ້ເທື່ອ.

ປັດຈຸບັນການນອນກາງມຸ້ງທີ່ມີສານກັນຍຸງເຄືອບ ແລະ ການໃຊ້ຢາຂ້າຍຸງ ເປັນວິທີທີ່ນິຍົມໃຊ້ກັນຫຼາຍທີ່ສຸດໃນການຄວບຄຸມຍຸງ ແລະ ການວິໄຈເພື່ອພັດທະນາວັກແຊັງປ້ອງກັນມາລາເຣຍກໍ່ກຳລັງເດີນໜ້າຢູ່ໃນຂະນະນີ້.