ລັດ ແລະ ການແຊກແຊງສື່

ການສໍ້ລາດບັງຫຼວງເປັນບັນຫາຊຳເຮື້ອຂອງລະບົບເສດຖະກິດໃນປະເທດດ້ອຍພັດທະນາ ແລະ ກຳລັງພັດທະນາ ເຖິງແມ່ນວ່າລັດຖະບານຈະມີຄວາມພະຍາຍາມຫຼຸດລະດັບຄວາມຮຸນແຮງຂອງບັນຫາດັ່ງກ່າວ ແຕ່ກໍ່ຍັງບໍ່ປາກົດຜົນເປັນຮູບປະທຳວ່າມີມາດຕະການໃດທີ່ມີປະສິດທິຜົນໃນການແກ້ໄຂບັນຫາໄດ້ຢ່າງແທ້ຈິງ.

ແນວທາງການແກ້ໄຂບັນຫາສ່ວນໃຫຍ່ໃນປັດຈຸບັນຂຶ້ນຢູ່ກັບກົນໄກຂອງພາກລັດ ເຊິ່ງໜ່ວຍງານການກວດສອບດັ່ງກ່າວມັກປະສົບກັບບັນຫາຖືກແຊກແຊງການເຮັດວຽກ ເນື່ອງຈາກຝ່າຍການເມືອງມີບົດບາດສຳຄັນໃນການແຕ່ງຕັ້ງກຳມະການ ແລະ ຜູ້ບໍລິຫານລະດັບສູງຂອງໜ່ວຍງານ ນອກຈາກນັ້ນໜ່ວຍງານເຫຼົ່ານີ້ຍັງຕ້ອງເພິ່ງພາງົບປະມານຈາກລັດ ເຊິ່ງເຮັດໃຫ້ການແກ້ໄຂບັນຫາສໍ້ລາດບັງຫຼວງບໍ່ມີປະສິດທິພາບເທົ່າທີ່ຄວນ.

ປະເທດທີ່ມີບັນຫາການສໍ້ລາດບັງຫຼວງ ເພື່ອກຳຈັດບັນຫາດັ່ງກ່າວຈຳເປັນຕ້ອງປັບຍຸດທະສາດການຕໍ່ຕ້ານກາສໍ້ລາດບັງຫຼວງ ຈາກຮູບແບບເກົ່າໆທີ່ເນັ້ນບັງຄັບໃຊ້ກົດໝາຍ ແລະ ກົນໄກພາກລັດ ເຊິ່ງເປັນລະບົບ “ຈາກເທິງລົງລຸ່ມ” (Top-Down) ມາເປັນລະບົບ “ຈາກລຸ້ມຂຶ້ນເທິງ” (Bottom-up) ໝາຍຄວາມວ່າການຕໍ່ຕ້ານການສໍ້ລາດບັງຫຼວງ ຈະຕ້ອງມີສ່ວນຮ່ວມຢ່າງແຂ່ງຂັນຈາກພາກປະຊາຊົນ-ພາກປະຊາສັງຄົມໄດ້ແກ່: ພາກທຸລະກິດ, ສື່ມ່ວນຊົນ, ນັກວິຊາການ ແລະ ປະຊາຊົນ; ເຊິ່ງພາກປະຊາສັງຄົມຈະຕ້ອງມີຂໍ້ມູນຂ່າວສານທີ່ຄົບຖ້ວນທັນເຫດການເພື່ອຕິດຕາມ ແລະ ກວດສອບການສໍ້ລາດບັງຫຼວງຂອງພາກລັດໄດ້ຢ່າງມີປະສິດທິພາບ, ລວມທັງການເຂົ້າເຖິງຂໍ້ມູນຂ່າວສານທີ່ມີຄຸນນະພາບ ແລະ ທັນເຫດການ ເຊິ່ງມັນຈະກາຍເປັນປັດໄຈຫຼັກຂອງການເສີມສ້າງພະລັງໃຫ້ແກ້ພາກປະຊາຊົນໃນການຮ່ວມຕໍ່ການການສໍ້ລາດບັງຫຼວງ.

ດັ່ງນັ້ນ, ຖ້າຈະໃຫ້ດີກໍ່ຄວນມີການສຶກສາວິໄຈຄວາມສາມາດໃນການເຂົ້າເຖິງ “ສື່ສາທາລະນະ” (ໃນຄວາມໝາຍຂອງ “ສື່ທີ່ເຜີຍແຜ່ໃນລະດັບສາທາລະນະ”) ລວມທັງຄຸນນະພາບຂອງຂໍ້ມູນຂ່າວສານທີ່ປະຊາຊົນໄດ້ຮັບ ເນື່ອງຈາກຂໍ້ມູນຂອງສື່ມີອິດທິພົນຢ່າງກວ້າງຂວາງຕໍ່ແນວຄິດ ແລະ ການຮັບຮູ້ຂອງປະຊາຊົນ ສື່ຈຶ່ງຕ້ອງມີສິດສະຫຼະຈາກອຳນາດທາງການເມືອງ ແລະ ການແທກແຊງຈາກພາກລັດ ເພື່ອນຳສະເໜີຂ່າວສານຢ່າງກົງໄປກົງມາ ແລະ ເປັນກາງ ແລະ ສາມາດຄົ້ນຫາຂໍ້ມູນຂ່າວສານທີ່ເລິກເຊິ່ງກ່ຽວກັບການສໍ້ລາດບັງຫຼວງຂອງພາກລັດໄດ້ຢ່າງເສລີ

ໂດຍທົ່ວໄປຕາມທິດສະດີການແຊກແຊງສື່ ລັດສາມາດແຊກແຊງການເຮັດວຽກຂອງສື່ໄດ້ 3 ຊ່ອງທາງຄື:
1. ການໃຊ້ອຳນາດຕາມກົດໝາຍໃນການຄວບຄຸມເນື້ອໃນຂອງການນຳສະເໜີ,
2. ການໃຊ້ອຳນາດໃນຖານະທີ່ເປັນເຈົ້າຂອງສື່ ແລະ ໃນຖານະຜູ້ໃຫ້ສຳປະທານ
3. ການໃຊ້ງົບປະມານປະຊາສຳພັນຂອງລັດເພື່ອ “ຊື້ພື້ນທີ່ໃນສື່”