ຄ່າໃຊ້ຈ່າຍດ້ານການທະຫານຂອງລັດເຊຍສູງເປັນອັນດັບ 3 ຂອງໂລກ - ອິດສະຫຼະ

ຄ່າໃຊ້ຈ່າຍດ້ານການທະຫານຂອງລັດເຊຍສູງເປັນອັນດັບ 3 ຂອງໂລກ



ສຳນັກຂ່າວ TASS ຂອງລັດເຊຍລາຍງານ 24 ເມສາ 2017 ວ່າ Stockholm International Peace Research Institute (SIPRI)  ໄດ້ອອກລາຍງານລະບຸວ່າ ຄ່າໃຊ້ຈ່າຍດ້ານການທະຫານຂອງລັດເຊຍໃນປີ 2016 ເພີ່ມຂຶ້ນ 5.9% ຈາກປີກ່ອນໜ້ານັ້ນ ຕົກເປັນເງິນ 69,200 ລ້ານໂດລາສະຫະລັດ ເຊິ່ງລັດເຊຍໄດ້ບຽດແຊງໜ້າອາຣັບບີ ຊາອຸດິດຂຶ້ນເປັນອັບດັນ 3 ຂອງປະເທດທີ່ໃຊ້ງົບທາງການທະຫານຫຼາຍທີ່ສຸດ ໂດຍເມື່ອປີທີ່ຜ່ານມາ ຊາອຸດິດໃຊ້ງົບປະມານທາງການທະຫານທັງໝົດ 63,700 ລ້ານໂດລາສະຫະລັດ.

ສ່ວນສະຫະລັດອາເມຣິກາ ຍັງເປັນປະເທດທີ່ໃຊ້ງົບປະມານຄ່າໃຊ້ຈ່າຍດ້ານການທະຫານຫຼາຍທີ່ສຸດໃນໂລກ ສູງເຖິງ 611,000 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1.7% ຂະນະທີ່ປະເທດຈີນອັດສີດງົບເພີ່ມ 5.4% ໃນປີ 2016 ຕົກເປັນເງິນ 215,000 ລ້ານໂດລາສະຫະລັດ.

No comments

Powered by Blogger.