ການເງິນແຫ່ງລັດ 6 ເດືອນຜ່ານມາເກັບລາຍຮັບໄດ້ 9,540 ຕື້ກີບ ແລະ ຄາດວ່າທ້າຍປີຈະຂາດດຸນປະມານ 8,299 ຕື້ກີບ - ອິດສະຫຼະ

ການເງິນແຫ່ງລັດ 6 ເດືອນຜ່ານມາເກັບລາຍຮັບໄດ້ 9,540 ຕື້ກີບ ແລະ ຄາດວ່າທ້າຍປີຈະຂາດດຸນປະມານ 8,299 ຕື້ກີບ



ອີງຕາມການລາຍງານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃນກອງປະຊຸມລັດຖະບານເດືອນທີ່ຜ່ານມາໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ 2017 ໄດ້ດຳເນີນໄປພາຍນສະພາບເສດຖະກິດຂອງປະເທດທີ່ຍັງບໍ່ທັນເຄື່ອນໄຫວຢ່າງແຂງແຮງ ແລະ ບໍ່ທັນຟົດຟື້ນເທົ່າທີ່ຄວນ, ເຊິ່ງເສດຖະກິດມະຫາພາກຍັງຢູ່ໃນໄລຍະການປັບໂຕ ແລະ ປ່ຽນແປງຕາມທິດຫຼຸດຜ່ອນການຊົມໃຊ້ແບບຟຸມເຟືອຍ. ການປັບໂຕດັ່ງກ່າວເຖິງວ່າຈະໃຊ້ເວລາຫຼາຍ ແຕ່ກໍ່ເປັນການສ້າງພື້ນຖານໄປສູ່ການພັດທະນາ ແລະ ການເຕີບໃຫຍ່ທີ່ມີຄຸນນະພາບໃນອະນາຄົດເຮັດໃຫ້ຖານການຜະລິດ ແລະ ຖານລາຍຮັບຂະຫຍາຍຕົວຢ່າງໝັ້ນທ່ຽງໃນຕໍ່ໜ້າ.

ສະພາບການຈັດເກັບງົບປະມານຮອດວັນທີ 20 ມິຖຸນາ 2017 ສາມາດເກັບລາຍຮັບໄດ້ຈຳນວນ 9,540 ຕື້ກີບ ເທົ່າກັບ 39.85% ຂອງແຜນການປີ, ດ້ານລາຍຈ່າຍສາມາດປະຕິບັດໄດ້ 11,489 ຕື້ກີບ ເທົ່າກັບ 35.46%. ສັງລວມແລ້ວໃນ 6 ເດືອນຕົ້ນປີ 2017 ຈະມີແຫຼ່ງທຶນພຽງພໍໃນການຈັດຕັ້ງປະຕິບັດແຜນລາຍຈ່າຍທີ່ຄາດຄະເນໄວ້.

ນອກຈາກນີ້ກໍ່ໄດ້ລາຍງານແຜນຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ ດ້ານລາຍຮັບທັງໝົດປະມານ 13,027 ຕື້ກີບ ເທົ່າກັບ 54.42% ຂອງແຜນການປີ; ດ້ານລາຍຈ່າຍຈະປະຕິບັດໄດ້ທັງໝົດປະມານ 17,732 ຕື້ກີບ ເທົ່າກັບ 54.72% ຂອງແຜນການປີ. ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2017 ຈະສາມາດປະຕິບັດລາຍຮັບທັງໝົດ 22,949 ຕື້ກີບ ເທົ່າກັບ 95.86% ດ້ານລາຍຈ່າຍຈະປະຕິບັດໄດ້ທັງໝົດປະມານ 31,249 ຕື້ກີບ ເທົ່າກັບ 96.44% (ຈະມີການຂາດດຸນປະມານ 8,299 ຕື້ກີບ).

No comments

Powered by Blogger.